ຜູ້​​ຕາງ​ໜ້າ​ຫວຽດ​ນາມ 2 ທ່ານ ໄດ້​ເຊີດ​ຊູ “ການ​ນຳ​ໜຸ່ມ​ດີ​ເດັ່ນ​ອາ​ຊີ”

16:18 | 19/08/2021

ຍ​ສ​ໝ - ອ້າຍ​ຮ່​ວາງ​ຕວັນ​ແອັງ ຜູ້​ປະ​ດິດ​ ATM ເຂົ້າ​ສານ ແລະ ATM ອົ​ກຊີ, ທ່ານ​ໝໍ​ໜຸ່ມທີ່​ຍາມ​ໃດ​ກໍ່​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເຈິ່ນ​ແອງຕູ ແມ່ນ 2 ໃນ​ຈຳ​ນວນ 10 ຄົນ ທີ່​ສະ​ພາ​ຊາວ​ໜຸ່ມ​ອາ​ຊີ (AYC) ໄດ້ເຊີດ​ຊູເປັນ ການ​ນຳ​ໜຸ່ມ​ດີ​ເດັ່ນ​ອາ​ຊີ ປີ 2021.

CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ປະ​ຊາ​ຊົນ ອາ​ຊຽນ - ຈີນ ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ປະ​ຊາ​ຊົນ ອາ​ຊຽນ - ຈີນ
ຜູ້​​ຕາງ​ໜ້າ​ຫວຽດ​ນາມ 2 ທ່ານ ໄດ້​ເຊີດ​ຊູ “ການ​ນຳ​ໜຸ່ມ​ດີ​ເດັ່ນ​ອາ​ຊີ”
ຜູ້​​ຕາງ​ໜ້າ​ຫວຽດ​ນາມ 2 ທ່ານ (ພາບ: nhandan.vn)

ຕາມ​ຂໍ້​ມູນ​ຈາກ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ກອມ​ມູ​ນິດ ໂຮ່​ຈີ​ມິນ ໃນຕອນ​ບ່າຍ​ວັນ​ທີ 16 ສິງ​ຫາ ໃຫ້​ຮູ້​ວ່າ AYC ຫາ​ກໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່ 10 ການ​ນຳ​ໜຸ່ມ​ດີ​ເດັ່ນ​ອາ​ຊີ ໃນ​ປີ 2021, ໃນ​ນັ້ນ​ມີ ຜູ້​​ຕາງ​ໜ້າ​ຫວຽດ​ນາມ 2 ທ່ານ.

ຜູ້​ທີ​ໜຶ່ງ​ແມ່ນ​ອ້າຍ ຮ່​ວາງ​ຕວັນ​ແອັງ ດ້ວຍ​ຂໍ້​ລິ​ເລີ່ມ​ສ້າງ ATM ເຂົ້າ​ສານ ໂດຍ​​ບັນ​ດາ​ສຳ​ນັກ​ຂ່າວ​ສານ​ຄື CNN, Reuters ໄດ້ແນະ​ນຳ​ໄປ​ຍັງ​ທົ່ວ​ໂລກ ຄື​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ໜູນ​ຊ່ວຍ​ບັນ​ດາ​ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ເມື່ອ​ຕົ້ນ​ເດືອນ ສິງ​ຫາ 2021, ອ້າຍ ​ຮ່​ວາງ​ຕວັນ​ແອັງ ​ສືບ​ຕໍ່​ຍົກ​ອອກ​ຂໍ້​ລິ​ເລີ່ມ​ສ້າງ​ຕູ້ ATM ເຂົ້າ​ສານ, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ບັນ​ດາ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19. ປີ 2020 ອ້າຍ​ໄດ້​ຮັບ​ການ​ເຊີດ​ຊູເປັນ “ພົນ​ລະ​ເມືອງ​ໜຸ່ມ​ດີ​ເດັ່ນ​ນະ​ຄອນ​ໂຮ່​ຈີ​ມິນ”, “ແບບ​ຢ່າງ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ”.

ຜູ້​ທີ 2 ແມ່ນ ​ເຈິ່ນ​ແອັງ​ຕູ ໂດຍ​ແມ່ນ​ທ່ານ​ໝໍ​ພະ​ແນກ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ, ສະ​ຖາ​ບັນອະ​ນາ​ໄມ​ພະ​ຍາດ​ຕິດ​ແປດ​ສູນ​ກາງ. ລາວ​ໄດ້​ເຂົ້າ​ຮ່ວມຫຼາຍ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະບາດ​ໂຄວິດ - 19 ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ລາວ​ໄດ້​ເສີມ​ຂະ​ຫຍາຍ​ຄວາມ​ຮູ້​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ນຳ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ, ປັບ​ປຸງ​ທັກ​ສະ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ວິ​ຊາ​ການ, ຢູ່​ຂັ້ນ​ຮາກ​ຖານ​ເພື່ອ​ຍູ້​ແຮງວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19.

ທ່ານ​ໝໍ ​ເຈິ່ນ​ແອັງ​ຕູ ຍັງ​ແມ່​ນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ກຸ່ມຂຶ້ນ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທີ່​ມີ​ໜ້າ​ທີ່​ສ້າງ​ເອ​ກະ​ສານ​ແນະ​ນຳ​ການ​ຕິດ​ຕາມ​ອາ​ການ​ຄົນ​ເຈັບ, ລ໋ອກ​ດາວ, ແຍກ​ປ່ຽວ​ການ​ແພດ, ຂັ້ນ​ຕອນ, ແບບ​ຟອມ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ລາວ​ເຄີຍ​ໄດ້​ຮັບ​ໃບ​ຍ້ອງຍໍ ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ດ້ວຍ​ນາມ​ມະ​ຍົດ​ແມ່ນ “ທ່ານ​ໝໍ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ”, “ພະ​ນັກ​ງານ, ພາ​ລະ​ກອນ, ລັດ​ຖະ​ກອນ​ໜຸ່ມ​ເກັ່ງ”.

AYC ແມ່ນ​ອົງ​ການ​ພາກ​ພື້ນ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ກ່ຽວ​ກັບ​ຊາວ​ໜຸ່ມ, ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ວັນ​ທີ 14 ສິງ​ຫາ ປີ 1972 ດ້ວຍ​ເປົ້າ​ໝາຍ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ, ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ ແລະ ບ​ັນ​ດາ​ອົງ​ການ​ຊາວ​ໜຸ່ມ​ຢູ່​ອາ​ຊີ. “ການ​ນຳ​ໜ​ຸ່ມ​ດີ​ເດັ່ນ ອາ​ຊີ” ແມ່ນລາງວັນ​ໂດຍ AYC ປຸກ​ລະ​ດົມ, ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ຊາວ​ໜຸ່ມ​ດີ​ເດັ່ນໃນ​ພາກ​ພື້ນ ທີ່ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັງ​ຄົມ, ປະ​ຊາ​ຄົມ ແລະ ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.