ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເປີດລະດົມການສະໜັບສະໜູນ ກອງທຶນວັກຊີນ

06:49 | 27/08/2021

ຍສໝ - ໃນວັນທີ 21 ສິງຫາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ໄດ້ຈັດພິທີເປີດລະດົມການສະໜັບສະໜູນ ກອງທຶນວັກຊີນຕ້ານພະຍາດໂຄວິດ -19 ຂອງລັດຖະບານ ໃນຮູບແບບອອນໄລ໌ ລະຫວ່າງຈຸດເຊື່ອມຕໍ່ຢູ່ເຂດສະຖານກົງສູນໃຫຍ່ ແລະ ນະຄອນຫຼວງຮ່າໂນ້ຍ.

ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ
ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19 ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ວູບີງ ໄດ້ຢືນຢັນວ່າ ການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແມ່ນໜ້າທີ່ຂອງໝົດທຸກຄົນ ແລະ ຕ້ອງເຂົ້າໃຈວ່າ “ຊ່ວຍຄົນອື່ນ ກໍ່ຄື ຊ່ວຍຕົນເອງ”. ທ່ານວູບີງ ຮຽກຮ້ອງໃຫ້ປະຊາຊົນ ແລະ ເພື່ອນມິດຫວຽດນາມທຸກຄົນຈົ່ງຮ່ວມແຮງຮ່ວມໃຈ ແລະ ສະໜັບສະໜູນຫວຽດນາມ ໃນການຕ້ານພະຍາດໂຄວິດ -19.

ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເປີດລະດົມການສະໜັບສະໜູນ ກອງທຶນວັກຊີນ
ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເປີດລະດົມການສະໜັບສະໜູນ ກອງທຶນວັກຊີນ.

ທ່ານຜູ້ແທນລັດຖະສະພາຕ່ຳຍີ່ປຸ່ນ Tomioka Tsutomu, ປະທານສະມາຄົມມິດຕະພາບ Nagasaki-ຫວຽດນາມ ໄດ້ສະແດງຄວາມເຫັນອົກເຫັນໃຈກັບລັດຖະບານ ແລະ ປະຊາຊົນຫວຽດນາມ ໃນສະພາບການປະສົບກັບຄວາມຫຍຸ້ງຍາກໃນປະຈຸບັນ. ທ່ານ Tomioka Tsutomu ຢືນຢັນວ່າ ໂດຍສ່ວນຕົວ ແລະ ສະມາຄົມມິດຕະພາບ Nagasaki-ຫວຽດນາມ ຈະເຂົ້າຮ່ວມໃນການຂົນຂວາຍ ເພື່ອສະໜັບສະໜູນກອງທຶນວັກຊີນ ແລະ ຊ່ວຍຫວຽດນາມຕໍ່ສູ້ກັບໂລກລະບາດ.

ທີ່ພິທີ, ຜູ້ຕາງໜ້າບັນດາສະມາຄົມຊາວຫວຽດນາມຢູ່ 8 ແຂວງທາງທິດຕາເວັນຕົກສ່ຽງໃຕ້ຂອງຍີ່ປຸ່ນ, ສະມາຄົມຊາວໜຸ່ມ ແລະ ນັກສຶກສາຫວຽດນາມ (VYSA) ຢູ່ Fukuoka ແລະມະຫາວິທະຍາໄລອາຊີ-ປາຊີຟິກ (ແຂວງ Oita) ໃຫ້ຄຳປາໄສສະແດງຄວາມເຊື່ອໝັ້ນຕໍ່ ມາດຕະການປ້ອງກັນພະຍາດຂອງລັດຖະບານຂອງຫວຽດນາມ, ແລະ ໃຫ້ ຄຳໝັ້ນສັນຍາວ່າ ຈະປະກອບສ່ວນເຂົ້າໃນຂະບວນການລະດົມທຶນ ເພື່ອສະໜັບສະໜູນກອງທຶນວັກຊີນ.

ໃນພິທີປຸກລະດົມ, ໄດ້ບໍລິຈາກໃຫ້ກອງທຶນວັກຊີນ COVID-19 ຂອງຫວຽດນາມ ຈຳນວນເງິນບໍລິຈາກ ຫຼື ຄຳໝັ້ນສັນຍາສະໜັບສະໜູນ ທັງໝົດຢູ່ຈຸດຂົວ ແມ່ນ 776.000 ເຢນ (ເກືອບ 160 ລ້ານດົ່ງ). ຕາມກົງສຸນໃຫຍ່ ວູບີງ, ການເຄື່ອນໄຫວລະດົມທຶນຈະແກ່ຍາວຮອດວັນທີ 15 ກັນຍາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.