ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ”

06:20 | 06/09/2021

ຕອນຄ່ຳວັນທີ 4 ກັນຍາ, ຢູ່ ນະຄອນຫຼວງ ເຊີອຸນ, ສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ໄດ້ຖ່າຍທອດສົດລາຍການປະກາດສ່ວນບຸກຄົນ ແລະ ໝູ່ຄະນະທີ່ໄດ້ຮັບລາງວັນໃນການເສັງຖ່າຍທຳ ຄຼິບ ວິດີໂອ ດ້ວຍຫົວຂໍ້ “ຫວຽດນາມ ໃນດວງໃຈຂອງຂ້ອຍ”.

ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ”
ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ”.ພາບປະກອບ

ການເສັງດັ່ງກ່າວ ແມ່ນການເຄື່ອນໄຫວຂອງສະມາຄົມ ພາຍໃຕ້ການຊ່ວຍເຫຼືອຈາກ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 76 ປີ ແນໃສ່ລະດົມກຳລັງໃຈແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຈົ່ງສາມັກຄີກັນຜ່ານຜ່າໂລກລະບາດໂຄວິດ - 19.

ກ່ຽວກັບລາງວັນສ່ວນບຸກຄົນ, ລາງວັນທີ 1 ໄດ້ແກ່ຜົນງານຂອງອ້າຍ ຫວູວັນແທັງ, ລາງວັນທີ 2 ໄດ້ແກ່ຜົນງານຂອງອ້າຍຟ້າມທຽນເຈື່ອງ ແລະ ລາງວັນທີ 3 ໄດ້ແກ່ການຂັບຮ້ອງບົດເພງ ຮວ່າງຊາ ເຈື່ອງຊາ ແມ່ນຂອງ ຫວຽດນາມ ຂອງອ້າຍ ຖ໊າຍດຶກກຽນ.

ກ່ຽວກັບລາງວັນລວມໝູ່, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງໃຫ້ແກ່ ກຸ່ມ Monkey Timani, ລາງວັນທີ 2 ໄດ້ແກ່ ກຸ່ມ JMC Media ແລະ ລາງວັນທີ 3 ແມ່ນໄດ້ແກ່ກຸ່ມ ຫງວຽນຖ໊າຍລົກ. ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບລາງວັນປະທັບໃຈໃຫ້ແກ່ສະມາຄົມນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ມະຫາວິທະຍາໄລ Hanseo ອີກດ້ວຍ.

vovworld.vn

ເຫດການ
302 Found

Found

The document has moved here.