ແມ່ຍິງເຊື້ອສາຍຫວຽດນາມ ດຳລົງຕຳແໜ່ງ ຜູ້ອຳນວຍການບໍລິຫານຂອງໂຄງການແບ່ງປັນວັກຊີນ COVAX

15:48 | 27/08/2021

ຍສໝ - ໃນເດືອນຕຸລາ 2020, ທານນາງ Aurélia Nguyen ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການບໍລິຫານຂອງ COVAX - ກົນໄກທົ່ວໂລກສໍາລັບການຊື້ ແລະ ການແຈກຢາຍວັກຊີນຕ້ານ COVID-19 ຢ່າງຍຸດຕິທໍາ.

ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ
ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ

ອີງຕາມຂໍ້ມູນຢູ່ໃນເວັບໄຊ໌ ຂອງພັນທະມິດສາກົນກ່ຽວກັບວັກຊີນ ແລະ ການສັກຢາກັນພະຍາດ (GAVI) ໃຫ້ຮູ້ວ່າ ທານນາງ Aurélia Nguyen ກໍາລັງປະສານການຈັດຊື້ ແລະ ມອບວັກຊີນຕ້ານພະຍາດ COVID-19 ໃຫ້ແກ່ 190 ປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມໃນກົນໄກ COVAX.

ກ່ອນທີ່ຈະໄດ້ຮັບແຕ່ງຕັ້ງເປັນຜູ້ອຳນວຍການບໍລິຫານຂອງ COVAX, ທ່ານນາງ Aurélia Nguyen ເຄີຍເປັນຜູ້ອຳນວຍການບໍລິຫານກ່ຽວກັບບັນຫາຢາວັກຊີນ ແລະ ຄວາມຍືນຍົງຂອງ GAVI, ດ້ວຍບົດບາດຮັບຜິດຊອບການປະສານງານການອອກແບບໂຄງການສັກຢາວັກຊີນຂອງ GAVI, ສ້າງບັນດາມາດຕະການໜູນຊ່ວຍດ້ານການເງິນ ໃຫ້ກັບໂຄງການວັກຊີນ ແລະ ຕະຫຼາດເພື່ອເປີດກວ້າງການສັກຢາວັກຊີນທີ່ຈໍາເປັນຂອງໂລກ.

ແມ່ຍິງເຊື້ອສາຍຫວຽດນາມ ດຳລົງຕຳແໜ່ງ ຜູ້ອຳນວຍການບໍລິຫານຂອງໂຄງການແບ່ງປັນວັກຊີນ COVAX
ທານນາງ Aurélia Nguyen - ຜູ້ອຳນວຍການບໍລິຫານຂອງ COVAX

ທານນາງ Aurélia Nguyen ຍັງໄດ້ດຳລົງຕຳແໜ່ງຕ່າງໆໃນລະຫວ່າງປີ 1999 ແລະ 2010, ໃນນັ້ນມີບົດບາດຂັ້ນສູງໃນ GlaxoSmithKline - ບໍລິສັດການຢາແຖວໜ້າຂອງອັງກິດ. ທານນາງ Aurélia Nguyen ເຄີຍເຮັດການຄົ້ນຄວ້າໃຫ້ແກ່ອົງການອະນາໄມໂລກ (WHO) ກ່ຽວກັບນະໂຍບາຍຢາ generic.

ໃນເດືອນກຸມພາ 2021, ທານນາງ Aurélia Nguyen ໄດ້ຖືກຈັດເຂົ້າຢູ່ໃນລາຍຊື່ "Time 100 Next" ຕາມການຄັດເລືອກໂດຍວາລະສານ TIME ເພື່ອເຊີດຊູ 100 ບຸກຄົນ ທີ່ຖືກຕີລາຄາວ່າມີຜົນກະທົບຕໍ່ອະນາຄົດໃນຂົງເຂດທີ່ເຂົາເຈົ້າເຮັດວຽກຢູ່. ວາລະສານ TIME ໃຫ້ຄຳເຫັນວ່າ: “ສຸຂະພາບຂອງທົ່ວໂລກ ພວມຢູ່ໃນມືຂອງ ທ່ານນາງ Aurélia Nguyen”.

ໃນຖານະຕໍາແໜ່ງຂອງຕົນ, ທ່ານນາງ Aurélia Nguyen ໄດ້ຄຸ້ມຄອງການນໍາໃຊ້ກອງທຶນ 6 ຕື້ໂດລາສະຫະລັດ ທິ່ປະກອບສ່ວນໂດຍ 98 ປະເທດ, ຮັບປະກັນເຊັນໄດ້ບັນດາສັນຍາຊື້ວັກຊີນກັນພະຍາດໂຄວິດ -19 ແລະ ແບ່ງປັນໃຫ້ກັບປະເທດທີ່ມີຊັບພະຍາກອນໜ້ອຍກວ່າ ໂດຍບໍ່ເສຍຄ່າ.

ເມື່ອໄດ້ມອບໝາຍໃຫ້ເປັນຜູ້ນຳໂຄງການ COVAX, ທ່ານນາງ Aurélia Nguyen ຄາດຄະເນວ່າ "ທຸກສິ່ງທຸກຢ່າງຈະບໍ່ໄປໄດ້ດ້ວຍດີ". ແຕ່ໄລ່ມາຮອດວັນທີ 19 ສິງຫາ, COVAX ໄດ້ແຈກຢາຍວັກຊີນຫຼາຍກວ່າ 209 ລ້ານໂດສ ໃຫ້ກັບ 138 ປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມໃນກົນໄກນີ້, ໃນນັ້ນ ມີຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.