ຍສໝ - ໃນຮ່າງປັບປຸງແຜນງານໄຟຟ້າ VIII, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງວ່າ: ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ພວມຄົ້ນຄວ້າສະເໜີຊື້ໄຟຟ້າເພີ່ມຈາກຈີນ ຜ່ານສະຖານີ B2B ທີ່ຕັ້ງຢູ່ຊາຍແດນ ຫວຽດນາມ - ຈີນ.
ຍສໝ - ນັກສຶກສາ ລາວ ຍາມໃດກໍ່ຖື ອາຈານ ເກີມທິຫງຽບ, ຄູສອນຢູ່ວິທະຍາໄລ ອຽນບາຍ ເປັນທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈ.
ຍສໝ - ວັນທີ 19 ກຸມພາ, ຢູ່ສະຖານທູດ ຫວຽດນາມ ປະຈໍາ ອີຢິບ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ພົບປະກັບທ່ານ Hamza Arslan ຜູ້ອໍານວຍການໃຫຍ່ຫ້ອງການຜູ້ຕາງຫນ້າສາຍການບິນ Turkish Airlines ປະຈໍາ ອີຢິບ ແລະ ໄດ້ຮັບຟັງການແນະນໍາກ່ຽວກັບຄວາມສາມາດພ້ອມກັບການຮ່ວມມືໃນປະຈຸບັນ ລະຫວ່າງ Turkish Airlines ແລະ ບັນດາຄູ່ຮ່ວມມື ຫວຽດນາມ.
ຍສໝ - ການນຳຂອງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ແບ່ງປັນສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດໃນປີຜ່ານມາ, ຕີລາຄາໝາກຜົນ ແລະສະເໜີທິດທາງການຮ່ວມມືລະຫວ່າງ 3 ພັກ, 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະຈະມາເຖິງ.
ຍສໝ - ດ້ວຍການເຂົ້າຮ່ວມຂອງນັກສຶກສາ 200 ກວ່າຄົນນັບແຕ່ລະດັບຊັ້ນປະຖົມເຖິງມັດທະຍົມຕອນປາຍ, ການເສັງແມ່ນເພື່ອແນໃສ່ເສີມຂະຫຍາຍບັນດາທັກສະຂອງບັນດານ້ອງນັກຮຽນໃນການສະແດງຄວາມຮູ້ກ່ຽວກັບພາສາ ຫວຽດ.
ຍສໝ - ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັບສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງກວາງຊີ, ຈີນ ກັບຜູ້ຕາງໜ້ານັກຮຽນ ແລະ ນັກສຶກສາຫວຽດນາມ ລຸ້ນໃໝ່ທີ່ເຄີຍຮຽນຢູ່ແຂວງກວາງຊີ. ເຫດການແມ່ນເພື່ອຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແລະ ມຸ່ງໄປເຖິງອະນາຄົດທີ່ດີງາມ.
ຍສໝ - ຫວ່າງມໍ່ໆນີ້, ສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ສົມທົບກັບສະມາຄົມແມ່ຍິງ ຫວຽດນາມ ປະຈຳ ໂອຕຣິດ ໄດ້ຈັດຕັ້ງງານບຸນຫໍ່ເຂົ້າຕົ້ມບຸນວັນເພັງເດືອນຈຽງ ສົມທົບກັບລາຍການມອບປື້ມຂອງນັກປະພັນຍິງຊາວ ໂອຕຣິດ ທ່ານນາງ Mira Lobe ໃຫ້ລູກຫຼານຂອງບັນດາຄອບຄົວຊາວຫວຽດນາມ ຢູ່ ໂອຕຣິດ.
ຍສໝ - ວັນທີ 18 ກຸມພາ 2025, ກົງສຸນໃຫຍ່ບັນດາປະເທດອາຊຽນ ປະຈຳ ກວາງໂຈ່ ໄດ້ສົມທົບຈັດຕັ້ງການພົບປະກັບກົງສຸນຄະນະ ແລະ ການນຳຂອງກົມການພົວພັນຕ່າງປະເທດ ແຂວງ ກວາງຕຸ້ງ ເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບປະຊາຄົມ ອາຊຽນ ກໍ່ຄືຫົວຂໍ້ບຸລິມະສິດໃນປີ 2025 ໂດຍມາເລເຊຍ ເປັນປະທານ.
ຍສໝ - ວັນທີ 1 ມີນາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ຈະສົມທົບກັບພະແນກການທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນ ເມືອງ ເມລິງ ຈັດລາຍການທ່ຽວຊົມລະດູບານໃໝ່ມິດຕະພາບ 2025.
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນ ທີ່ກູບາ ສະຫງວນໃຫ້ ຫວຽດນາມ...
ຍສໝ - ການພົວພັນກູບາ ແລະຫວຽດນາມ ແມ່ນຕົວຢ່າງສຸດຍອດກ່ຽວກັບວິທີສ້າງໂລກທີ່ດີງາມກວ່າດ້ວຍຄວາມສາມັກຄີ ແລະການຮ່ວມມື...
ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...
ຍສໝ - ອາທິດຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ໄດ້ສົມທົບກັບສະຖານທູດ ມາເລເຊຍ ແລະ ສະຖາບັນສິລະປະ Niftyphere ປາກິດສະຖານ ຈັດຕັ້ງເຫດການເດີນແບບອາພອນສະໄໝ “Cutural Colors - ສີສັນວັດທະນະທຳ” - ໂຄສະນາຊຸດອາພອນປະຈຳຊາດ.
ຍສໝ - ວັນທີ 17 ກຸມພາ, ມະຫາວິທະຍາໄລການແພດ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຕົວ “ພື້ນທີ່ພາສາຟຣັ່ງ”, ເຊິ່ງເປັນຂີດໝາຍບາດກ້າວສໍາຄັນໃນການພັດທະນາພາສາຝຣັ່ງ ແລະ ຊຸກຍູ້ການຮ່ວມມືສາກົນໃນຂົງເຂດການສຶກສາທາງການແພດ.
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ຫວຽດນາມ ສະໜັບສະໜູນ ແລະ ພ້ອມທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍຂອງປະຊາຄົມສາກົນ ເພື່ອຊອກຫາມາດຕະການສັນຕິວິທີອັນຍາວນານໃຫ້ການປະທະກັນລະຫວ່າງ ລັດເຊຍ - ອູແກຣນ.
ຍສໝ - ໃນລະຫວ່າງ 2 ມື້ (17-18 ກຸມພາ), ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ສົມທົບກັບອົງການ The Corea Peace3000 ແລະ ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ກ່າເມົາ ໄດ້ມອບທຶນການສຶກສາ 50 ທຶນໃຫ້ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ນີ້ແມ່ນຊຸດມອບທຶນການສຶກສາທີສອງໃນສົກຮຽນປີ 2024-2025, ເປັນຂອງລາຍການທຶນການສຶກສາ The Corea Peace3000.
ຍສໝ - ວັນທີ 19 ກຸມພາ, ຢູ່ La Habana, ທ່ານ Bruno Rodríguez Parrilla ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້ໃນການໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຊິ່ງທ່ານໄດ້ຮັບການຕ້ອນຮັບດ້ວຍ “ນ້ຳໃຈຮັກແພງແຂກຄົນຢ່າງສຸດຈິດສຸດໃຈ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ໜູນຊ່ວຍ ກູບາ ບັນລຸເກີນກາຍຄາດໝາຍທັງໝົດ”.
ຍສໝ - ວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຂອງອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva.
ຍສໝ - ຕອນບ່າຍວັນທີ 14 ກຸມພາ, ຄະນະພະນັກງານແຂວງ ຫົວພັນ (ລາວ) ໂດຍທ່ານ ບຸນລວຍ ສຸກທິວົງ - ຫົວໜ້າພະແນກການຕ່າງປະເທດແຂວງ ຫົວພັນ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ສົ່ງມອບນັກສຶກສາລາວ ທີ່ເຂົ້າຮຽນຢູ່ມະຫາວິທະຍາໄລ ຮົ່ງດຶກ (ແທັງຮວ່າ) ສົກຮຽນ 2024-2025.
ຍສໝ - ເກັບວຽກໄວ້ຢູ່ບ້ານເກີດຊູແອດ, ທ່ານ Kawa Wandi ພ້ອມກັບພັນລະຍາເເມ່ນ ທ່ານນາງ Nisha ແລະ ລູກສາມຄົນ ທີ່ຝັນຢາກເດີນທາງໄປທົ່ວໂລກ. ແຕ່ທຸກສິ່ງທຸກຢ່າງໄດ້ປ່ຽນໄປເມື່ອເຂົາເຈົ້າໄປຮອດໂຮ້ຍອານ. ການເດີນທາງຂອງພວກເຂົາສິ້ນສຸດລົງໃນແບບທີ່ຄິດບໍ່ເຖິງ.
ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”.
ຍສໝ - ວັນທີ 15 ກຸມພາ, ຢູ່ເມືອງ ຫຼາກຖຸຍ, ແຂວງ ຮວ່າບິງ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ ໂດຍມີການເຂົ້າຮ່ວມຂອງຄອບຄົວທ່ານ Philippo Agathonnos ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ຫວຽດນາມ ພ້ອມກັບພະນັກງານສະຖານທູດ.
ຍສໝ - ວັນທີ 14 ກຸມພາ, ຢູ່ສະຖາບັນ Goethe ຮ່າໂນ້ຍ, ສະຖານທູດ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວແນະນຳແຜນການຈັດຕັ້ງບັນດາເຫດການໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (20 ກັນຍາ 1975 – 23 ກັນຍາ 2025).
ຍສໝ - ອະດີດເອກອັກຄະລັດຖະທູດ ອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເພື່ອສະແດງຄວາມເປັນຫ່ວງກ່ຽວກັບການຢຸດໂຄງການຊ່ວຍເຫຼືອຕ່າງປະເທດຂອງ ອາເມລິກາ, ເຊິ່ງເຮັດໃຫ້ບັນດາການເຄື່ອນໄຫວເກັບກູ້ລະເບີດທີ່ໄດ້ຮັບທຶນຈາກ ອາເມລິກາ ໃນຫວຽດນາມ, ລາວ, ກຳປູເຈຍ ຖືກຢຸດສະຫງັກ.
ຍສໝ - ກອງບັນຊາການທະຫານເມືອງອຽນເຈົາ ແລະກອງບັນຊາການທະຫານເມືອງຊຽງຄໍ້ ສົມທົບກັນຕໍ່ສູ້, ສະກັດກັ້ນການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ; ການເຂົ້າ-ອອກເມືອງ, ອົບພະຍົບ, ການຂຸດຄົ້ນເຄື່ອງປ່າຂອງດົງທີ່ຜິດກົດໝາຍ. ໂຄສະນາໃຫ້ປະຊາຊົນທີ່ຢູ່ສອງຟາກຊາຍແດນປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ ຫວຽດນາມ-ລາວ,...
ຍສໝ - ວັນທີ 13 ກຸມພາ, ຢູ່ ພະນົມເປັນ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນມິງຫວູ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງ Samdech Men Sam An, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ຢູ່ ກຳປູເຈຍ.
ຍສໝ - ວັນທີ 13 ກຸມພາ, ຢູ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມີ່ງຫວູ ໄດ້ຕ້ອນຮັບ ທ່ານ ເຈົ້າຄອງນະຄອນ Fukushima Kohata Hiroshi, ພ້ອມກັນເຂົ້າຮ່ວມມີທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ.
ຍສໝ - ວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເພື່ອເຊື່ອມຊຶມມະຕິ, ຄໍາສັ່ງ, ບົດສະຫຼຸບຂອງສູນກາງ ແລະ ແຈ້ງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ຍສໝ - ວັນທີ 14 ກຸມພາ, ກອງປະຊຸມສໍາມະນາກ່ຽວກັບເສດຖະກິດພິເສດໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ.