ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000

21:24 | 20/02/2025

ຍສໝ - ໃນລະຫວ່າງ 2 ມື້ (17-18 ກຸມພາ), ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ສົມທົບກັບອົງການ The Corea Peace3000 ແລະ ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ກ່າເມົາ ໄດ້ມອບທຶນການສຶກສາ 50 ທຶນໃຫ້ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ນີ້ແມ່ນຊຸດມອບທຶນການສຶກສາທີສອງໃນສົກຮຽນປີ 2024-2025, ເປັນຂອງລາຍການທຶນການສຶກສາ The Corea Peace3000.

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ
ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024.

ແຕ່ລະທຶນການສຶກສາມີມູນຄ່າ 1.150.000 ດົ່ງ, ໜູນຊ່ວຍໃຫ້ສຳລັບພາກຮຽນທີ 2 ຂອງສົກຮຽນ 2024-2025. ໃນຈຳນວນທຶນການສຶກສາ 50 ທຶນ, ມີ 15 ທຶນແມ່ນສຳລັບນັກສຶກສາຂອງວິທະຍາໄລວິຊາຊີບ ຫວຽດນາມ - ສ.ເກົາຫຼີ ຢູ່ ກ່າເມົາ, 10 ທຶນໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກຢູ່ເມືອງ ຝູ໋ເຕີນ, ເຈີ່ນວັນເຖີຍ, ເຖີຍບິ່ງ ແລະ ນະຄອນ ກ່າເມົາ, ພ້ອມກັບ 25 ທຶນແມ່ນສຳລັບນັກຮຽນຢູ່ ຕາແສງ ດົ່ງເຖີຍ, ເມືອງ ກ່າຍເນືອກ.

ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000

ທ່ານ ຫງວຽນ​ແທ່ງ​ຮຸ່ງ, ຜູ້ຕາງໜ້າ​ອົງການ The Corea Peace3000 ຢູ່ ກ່າ​ເມົາ ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ແກ່​ພວກນ້ອງທີ່ມີ 2 ເຊື້ອຊາດ ຫວຽດນາມ ​ແລະ ສ.​ເກົາຫຼີ ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ​ຢູ່​ບັນດາ​ເມືອງ ຝູ໋​ເຕີນ, ​ເຈີ່ນ​ວັນ​ເຖີຍ, ເຖີຍບິ່ງ ​ແລະ ນະຄອນ ກ່າ​ເມົາ. (ພາບ: ໜັງສືພິມ ກ່າເມົາ)

ກ່ອນ​ໜ້າ​ນີ້, ​ໃນ​ເດືອນ​ກັນຍາ 2024, ​ລາຍການກໍ່​ໄດ້​ມອບ​ທຶນ​ການສຶກສາ​ທີ່​ຄ້າຍ​ຄື​ກັນ 50 ທຶນໃຫ້ບັນດາ​ນັກຮຽນ, ນັກ​ສຶກສາ​ໃນ​ບໍລິເວນແຂວງ, ​ເພື່ອ​ໜູນ​ຊ່ວຍ​ໃຫ້​ສຳລັບ​ພາກ​ຮຽນ​ທີ 1 ຂອງ​ສົກ​ຮຽນ 2024-2025.

ທ່ານ Park Changil, ຜູ້ຮັບຜິດຊອບອົງການ The Corea Peace3000 ໃຫ້ຮູ້ວ່າ ລາຍການທຶນການສຶກສາ The Corea Peace3000 ໄດ້ຜັນຂະຫຍາຍແຕ່ປີ 2024 ແລະ ຈະແກ່ຍາວຮອດປີ 2027. ລາຍການດັ່ງກ່າວ ຈະສະໜັບສະໜູນນັກຮຽນໃນບັນຊີລາຍຊື່ທີ່ຖືກຄັດເລືອກຕັ້ງແຕ່ຊັ້ນປະຖົມເຖິງມະຫາວິທະຍາໄລ. ສຳລັບນັກສຶກສາຂອງວິທະຍາໄລວິຊາຊີບ ຫວຽດນາມ - ສ.ເກົາຫຼີ ຢູ່ ກ່າເມົາ, ຕາມບົດ​ບັນທຶກ​ຊ່ວຍຈຳທີ່ໄດ້ລົງນາມລະຫວ່າງອົງການ ແລະ ໂຮງຮຽນ, ທຶນການສຶກສາບໍ່ພຽງແຕ່ຊ່ວຍເຮັດສຳເລັດຫຼັກສູດບຳລຸງສ້າງວິຊາຊີບຂັ້ນພື້ນຖານເທົ່ານັ້ນ ຫາກຍັງໜູນຊ່ວຍການເຂົ້າຮ່ວມບັນດາຫຼັກສູດຍົກສູງຕາມແຜນການຂອງໂຮງຮຽນ, ຈົນຮອດໄດ້ຊອກຫາວຽກງານທີ່ເໝາະສົມ.

ຕາມ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກ່າ​ເມົາ ​ແລ້ວ, ​ລາຍການ​ທຶນການ​ສຶກສາ​ນີ້​ມີ​ຄວາມ​ໝາຍຢ່າງ​ແທດ​ຈິງ, ເພີ່ມກຳລັງແຮງໃຫ້​ນັກຮຽນ, ນັກສຶກສາທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຮ່ຳຮຽນ ເພື່ອມຸ່ງໝັ້ນປະຕິບັດການເດີນທາງໄປຮ່ຳຮຽນ, ສ້າງ​ພື້ນຖານຢ່າງໝັ້ນແກ່ນ ເພື່ອ​ຊີວິດ​ທີ່​ໝັ້ນຄົງ​ໃນ​ອະນາຄົດ.

ນະຄອນໂຮ່ຈີມິນ ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນຈາກ ອິນເດຍ

ນະຄອນໂຮ່ຈີມິນ ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນຈາກ ອິນເດຍ

ຍສໝ - ຫວ່າງແລ້ວນີ້, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນ (ທ່ອງທ່ຽວສົມທົບກັບກອງປະຊຸມ ແລະກອງປະຊຸມສໍາມະນາ) ຈາກອິນເດຍ.

ກ່າເມົາ ປະກາດຈັດອັນດັບຮ່ອງຮອຍ “ສິລາລຶກລະນຶກ ລຸງໂຮ່ ກັບຕົ້ນໝາກນ້ຳນົມພາກໃຕ້”

ກ່າເມົາ ປະກາດຈັດອັນດັບຮ່ອງຮອຍ “ສິລາລຶກລະນຶກ ລຸງໂຮ່ ກັບຕົ້ນໝາກນ້ຳນົມພາກໃຕ້”

ຍສໝ - ວັນ​ທີ 12 ພະຈິກ​, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ກ່າ​ເມົາ ​ໄດ້​ຈັດ​ພິທີ​ປະກາດ​ການ​ຕົກລົງ​ຈັດ​ອັນ​ດັບ​ຮ່ອງຮອຍຂັ້ນ​ແຂວງ ​ແລະ ​ສະຫຼອງສິລາລຶກລະ​ນຶກ ​ລຸງ​ໂຮ່ ກັບ​​ຕົ້ນໝາກນ້ຳນົມພາກ​ໃຕ້; ​ເລີ່​ມດຳ​ເນີນ​ລາຍການລົບລ້າງ​​ເຮືອນ​ຢູ່​ຊົ່ວຄາວ, ເຮືອນຮົ່ວເພ​ໃນບໍລິເວນແຂວງ ກ່າ​ເມົາ ​ແລະ ​ເຄື່ອນທັບ​ການ​ເຄື່ອນ​ໄຫວທົບທວນຄືນ 200 ວັນທີ່ມາ​ເຕົ້າໂຮມຢູ່ພາກ​ເໜືອ​ໃນ​ປີ 1954 ຢູ່​ຕາ​ແສງ ຈີຫຼືກ ​ແລະ ຈີຝາຍ, ​ເມືອງ ...

ແທັງຮັ່ງ