ຍີ່ປຸ່ນ ໄດ້ມອບຫຼຽນໄຊອາທິດອຸໄທ ໃຫ້ທ່ານ ຮວ່າງບິ່ງກວນ | |
ມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ- ລາວ |
ເມືອງອຽນເຈົາ ມີຊາຍແດນຕິດກັບເມືອງຊຽງຄໍ້, ແຂວງຫົວພັນ, ສປປ ລາວ, ເຊິ່ງແມ່ນບ່ອນທີ່ມີເຂດປູຊະນີຍະສະຖານປະຕິວັດ ຫວຽດນາມ-ລາວ ຢູ່ບ້ານລາວໂຄ, ຕາແສງພຽງຄວາຍ. ໃນຊຸມປີຜ່ານມາ, ກອງບັນຊາການທະຫານເມືອງອຽນເຈົາ ໄດ້ປະຕິບັດແນວທາງການພົວພັນຕ່າງປະເທດດ້ານປ້ອງກັນຊາດເປັນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະສອງແຂວງເຊີນລາ-ຫົວພັນ ເວົ້າສະເພາະ.
ກອງບັນຊາການທະຫານເມືອງອຽນເຈົາ ໄດ້ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກ ແລະອຳນາດການປົກຄອງຜັນຂະຫຍາຍວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ມີເນື້ອໃນອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ການພົວພັນສົມທົບວຽກງານລະຫວ່າງກອງບັນຊາການທະຫານເມືອງອຽນເຈົາ ແລະກອງບັນຊາການທະຫານເມືອງຊຽງຄໍ້ ໄດ້ເຂົ້າສູ່ລວງເລິກ ແລະແທດຈິງ.
ທ່ານພັນເອກ ດັ້ງຫງອັກຄວາ ຮອງຫົວໜ້າການທະຫານກອງບັນຊາການທະຫານເມືອງອຽນເຈົາ ໃຫ້ຮູ້ວ່າ ກົມກອງໄດ້ຍູ້ແຮງການໂຄສະນາ, ສຶກສາ, ຊ່ວຍພະນັກງານ, ນັກຮົບ ແລະປະຊາຊົນໃນບໍລິເວນຮັບຮູ້ຢ່າງຖືກຕ້ອງຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການທູດປະຊາຊົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ເປັນເສນາທິການໃຫ້ຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງ ເພີ່ມທະວີວຽກງານການພົວພັນຕ່າງປະເທດ, ຮ່ວມມືທາງການທູດ, ພ້ອມກັນພັດທະນາໄປກັບເມືອງຊຽງຄໍ້; ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານໃນການຮັບປະກັນຄວາມສະຫງົບຊາຍແດນ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມເປັນປະຈຳ.
![]() |
ພະນັກງານ, ນັກຮົບທະຫານຊາຍແດນ ຈຽງເຕືອງ, ເມືອງ ອຽນເຈົາ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ. ພາບ: ເຈື່ຶອງເຊີນ |
ກອງບັນຊາການທະຫານເມືອງອຽນເຈົາ ແລະກອງບັນຊາການທະຫານເມືອງຊຽງຄໍ້ ໄດ້ຈັດຕັ້ງການເຄື່ອນໄຫວພົບປະປະຈຳປີ; ແລກປ່ຽນຂໍ້ມູນຂ່າວສານຢ່າງກະທັນຫັນ, ລາຍງານສະພາບການທີ່ກ່ຽວຂ້ອງຢູ່ສອງຟາກຊາຍແດນ. ສົມທົບກັນຕໍ່ສູ້, ສະກັດກັ້ນການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ; ການເຂົ້າ-ອອກເມືອງ, ອົບພະຍົບ, ການຂຸດຄົ້ນເຄື່ອງປ່າຂອງດົງທີ່ຜິດກົດໝາຍ. ໂຄສະນາໃຫ້ປະຊາຊົນທີ່ຢູ່ສອງຟາກຊາຍແດນປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ ຫວຽດນາມ-ລາວ, ກົດໝາຍຂອງແຕ່ລະປະເທດ, ຂໍ້ຕົກລົງ ແລະເອກະສານນິຕິກຳທີ່ກ່ຽວຂ້ອງເຖິງຊາຍແດນເຊິ່ງລັດ, ກອງທັບສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ.
ບໍ່ຕ້ອງໄປຟັງຖ້ອຍທຳນອງເສກສັນປັ້ນແຕ່ງຂອງອິດທິກໍາລັງປະຕິການທີ່ແບ່ງແຍກສາຍພົວພັນມິດຕະພາບ ຫວຽດນາມ-ລາວ ແລະມີສະຕິຕື່ນຕົວໃນການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ.
ກອງບັນຊາການທະຫານເມືອງອຽນເຈົາ ໄດ້ແລກປ່ຽນບົດຮຽນກັບກອງບັນຊາການທະຫານເມືອງຊຽງຄໍ້ ກ່ຽວກັບດ້ານວິຊາການຝຶກແອບຕໍ່ສູ້ໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນເປັນປະຈໍາ; ຈັດຕັ້ງຄະນະປະຕິບັດງານລົງສໍາຫຼວດ, ແນະນຳເຕັກນິກການປູກຝັງ, ລ້ຽງສັດ, ເພີ່ມທະວີການຜະລິດໃຫ້ພະນັກງານພະລາທິການ ແລະສ້ອມແປງພາຫະນະເຕັກນິກຢູ່ກອງບັນຊາການທະຫານເມືອງຊຽງຄໍ້. ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນສອງເມືອງກ່ຽວກັບເນື້ອໃນ, ມາດຕະການຢ່າງລະອຽດ, ແທດຈິງ, ຍົກສູງປະສິດທິຜົນການແຮກສ່ຽວລະຫວ່າງບ້ານ-ບ້ານທີ່ຢູ່ສອງຟາກຊາຍແດນ.
ນອກຈາກນັ້ນ, ກອງບັນຊາການທະຫານເມືອງອຽນເຈົາ ຍັງສົມທົບກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນ, ທ້ອງຖິ່ນໜູນຊ່ວຍ, ຊ່ວຍເຫຼືອເມືອງເພື່ອນປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໂລກລະບາດ, ຊອກຫາກູ້ໄພກູ້ຊີບ ແລະໜູນຊ່ວຍດ້ານມະນຸດສະທຳຕາມຄວາມສາມາດ ແລະເງື່ອນໄຂຂອງແຕ່ລະຝ່າຍ.
ທ່ານພັນໂທ ໄສອຸໄທເຮືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຊຽງຄໍ້ ແບ່ງປັນວ່າ ໃນຊຸມປີຜ່ານມາ, ກອງບັນຊາການທະຫານເມືອງອຽນເຈົາ ໄດ້ໜູນຊ່ວຍອຸປະກອນການແພດ, ດໍາເນີນການແຈກຢາຍຢາ, ຊ່ວຍເຫຼືອ, ໜູນຊ່ວຍແນວພັນພືດໃຫ້ກອງບັນຊາການທະຫານເມືອງຊຽງຄໍ້ ແລະກອງຮ້ອຍປ້ອງກັນຊາຍແດນ 213, ກອງບັນຊາການທະຫານແຂວງຫົວພັນ; ສົມທົບກັນຈັດຕັ້ງການເຄື່ອນໄຫວພົບປະ ແລກປ່ຽນວັດທະນະທຳ, ສິລະປະ; ຢ້ຽມຢາມຖາມຂ່າວ ແລະອວຍພອນເຊິ່ງກັນ ແລະກັນເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນສຳຄັນ, ບຸນປີໃໝ່ປະຈຳຊາດຂອງສອງປະເທດ, ວັນມູນເຊື້ອຂອງກອງທັບສອງປະເທດ, ສ້າງຄວາມເຊື່ອໝັ້ນ, ຮັດແໜ້ນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ.
ດ້ວຍບັນດາການເຄື່ອນໄຫວຢ່າງລະອຽດ, ແທດຈິງ, ກອງບັນຊາການທະຫານເມືອງອຽນເຈົາ ພວມສົມທົບກັບກຳລັງປະກອບອາວຸດແຂວງ ປະຕິບັດວຽກງານການພົວພັນຕ່າງປະເທດປ້ອງກັນຊາດເປັນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ ເວົ້າສະເພາະ, ລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ພ້ອມກັນສ້າງສາ ແລະປົກປັກຮັກສາເຂດຊາຍແດນໃຫ້ມີສະຖຽນລະພາບ ແລະພັດທະນາ.
![]() | ບັນດາຖ້ຽວຂົນສົ່ງເຄື່ອງທີ່ເຕັມໄປດ້ວຍນ້ຳໃຈສາມັກຄີ, ການແບ່ງປັນໃນເຫດໄພພິບັດ ຍສໝ - ເຫດໄພພິບັດ ທີ່ໂຫດຮ້າຍຢູ່ ຕວັກກີ ແລະ ຊີຣີ ເຮັດໃຫ້ມີຜູ້ເສຍຊີວິດນັບໝຶ່ນຄົນ ແລະ ຜູ້ຕົກເຂົ້າສູ່ສະພາບການບໍ່ມີບ່ອນພັກພາອາໄສນັບແສນຄົນ. ດ້ວຍຈິດໃຈ “ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ”. ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນສະໜອງການຊ່ວຍເຫຼືອທີ່ຈຳເປັນເພື່ອຊ່ວຍເຫຼືອປະຊາຊົນຕວັກກີ ຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກຄືໃນປັດຈຸບັນ. |