ການຮ່ວມມືຢູ່ທ້ອງຖິ່ນແມ່ນຊ່ອງທາງທີ່ແທ້ຈິງໃນການພົວພັນ ຫວຽດນາມ - ຍີ່ປຸ່ນ

16:15 | 17/02/2025

ຍສໝ - ວັນທີ 13 ກຸມພາ, ຢູ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມີ່ງຫວູ ໄດ້ຕ້ອນຮັບ ທ່ານ ເຈົ້າຄອງນະຄອນ Fukushima Kohata Hiroshi, ພ້ອມກັນເຂົ້າຮ່ວມມີທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ການຮ່ວມມືຢູ່ທ້ອງຖິ່ນແມ່ນຊ່ອງທາງທີ່ແທ້ຈິງໃນການພົວພັນ ຫວຽດນາມ - ຍີ່ປຸ່ນ

ທ່ານ​ຮອງ​ລັດຖະມົນຕີຜູ້ປະຈຳການ ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຫງວຽນມີ່ງວູ ປິຕິຊົມຊື່ນ​ຕ້ອນຮັບ​ ​ເຈົ້າ​ຄອງ​ນະຄອນ Fukushima ​ທ່ານ Kohata Hiroshi ມາ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ. (ຮູບ: ກວາງຮ່ວາ)

ທີ່ການຕ້ອນຮັບ, ທ່ານ ຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມີ່ງຫວູ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ດ້ວຍຄວາມເຊື່ອໝັ້ນທາງດ້ານການເມືອງສູງ, ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ຕິດພັນກັບແຫຼ່ງຊັບພະຍາກອນມະນຸດ, ການສຶກສາ - ບຳລຸງສ້າງ, ການຮ່ວມມືທ້ອງຖິ່ນ, ການແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນໄດ້ຮັບການຊຸກຍູ້ຢ່າງເຂັ້ມແຂງ. ລັດ​ຖະ​ບານ​ ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ແມ່ນ​ຊ່ອງ​ທາງ​ທີ່​​​ແທ້ຈິງໃນ​ການ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ຍີ່​ປຸ່ນ.

ຕີ​ລາຄາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ Fukushima ກັບ ຫວຽດນາມ ນັບ​ມື້​ນັບໄດ້ຮັບ​ຄວາມ​ສົນ​ໃຈ ​ແລະ ຊຸກຍູ້​​ຢ່າງ​ຕັ້ງໜ້າ, ທ່ານ​ ຮອງ​ລັດຖະມົນຕີຜູ້ປະຈຳການ​ ຫງວຽນມີ່ງຫວູ ​ໄດ້​​ຂອບ​ໃຈການໃຫ້ຄວາມສົນໃຈ ແລະ ການຊີ້​ນຳຂອງ ທ່ານ ເຈົ້າຄອງນະ ຄອນ Kohata ກໍ່ຄືການໜູນຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່​ນະຄອນ Fukushima.

ການຮ່ວມມືຢູ່ທ້ອງຖິ່ນແມ່ນຊ່ອງທາງທີ່ແທ້ຈິງໃນການພົວພັນ ຫວຽດນາມ - ຍີ່ປຸ່ນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນມີ່ງຫວູ ປາດ​ຖະ​ໜາ​ວ່າ ວິ​ສາ​ຫະ​ກິດ Fukushima ຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ ຫວຽດ​ນາມ, ເຊີນ​ນະ​ຄອນ Fukushima ສົ່ງ​ຄະ​ນະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ກັບທ້ອງ​ຖິ່ນ​ ຫວຽດ​ນາມ - ຍີ່​ປຸ່ນ ໃນ​ທ້າຍ​ປີ 2025. (ຮູບ: ກວາງຮວ່າ)

ເຈົ້າ​ຄອງ​ນະຄອນ Fukushima ທ່ານ Kohata Hiroshi ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່ໄດ້ຮັບການຕ້ອນຮັບ​ຈາກທ່ານ​ຮອງ​ລັດຖະມົນຕີ​ຜູ້ປະຈຳການ ກະຊວງການ​ຕ່າງປະ​ເທດ ຫງວຽນມີ່ງວູ ​ໃນ​ໂອກາດ​ທີ່​ທ່ານ​ມາ​ຢ້ຽມຢາມ ຫວຽດນາມ ຄັ້ງ​ທຳ​ອິດ. ເຫັນດີກັບຄຳເຫັນຂອງທ່ານຮອງລັດຖະມົນຕີ, ທ່ານ Kohata ຢືນຢັນວ່າ ນະຄອນ Fukushima ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດກັບ ຫວຽດນາມ, ບັນດາວິສາຫະກິດນະຄອນ Fukushima ມາລົງທຶນຢູ່ ຫວຽດນາມ ກ່ວາອີກ, ຮັບເອົາພະນັກງານຝຶກງານ ຄົນງານຫວຽດນາມ ເຂົ້າມາຮ່ຳຮຽນ ແລະ ເຮັດວຽກນັບມື້ນັບຫຼາຍ, ເປີດຖ້ຽວບິນເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງນະຄອນ Fukushima ແລະ ຫວຽດນາມ.

ໂດຍແຈ້ງກ່ຽວກັບແຜນການພັດທະນາເສດຖະກິດຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ດ້ວຍເປົ້າໝາຍສູ້ຊົນກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045, ທ່ານ ຮອງ​ລັດຖະມົນຕີຜູ້ປະຈຳ​ການ ຫງວຽນມີ່ງຫວູ ສະເໜີໃຫ້ນະຄອນ Fukushima ແບ່ງປັນປະສົບການໃນການຜ່ານຜ່າບັນດາບັນຫາທີ່ເກີດຂື້ນໃນຂະບວນການພັດທະນາຄື ສິ່ງແວດລ້ອມ; ຫວັງ​ວ່າ​ບັນດາ​ວິ​ສາ​ຫະກິດ Fukushima ຈະ​ລົງທຶນ​ເຂົ້າ ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າແຮງ, ​ເຊີນ​ນະຄອນ Fukushima ສົ່ງ​ຄະນະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເຊື່ອມ​ຕໍ່ກັບ​ທ້ອງ​ຖິ່ນ ຫວຽດນາມ - ຍີ່ປຸ່ນ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2025.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ​ເຈົ້າ​ຄອງ​ນະຄອນ Kohata ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ປາດ​ຖະໜາ​ວ່າ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ນະຄອນ Fukushima, ກໍ່ຄືຊຸກຍູ້​ການ​ພົວພັນ​ມິດຕະພາບ​ການຮ່ວມມື​ລະຫວ່າງ​ນະຄອນ Fukushima ກັບ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

"ຄົ້ນຫາ ຍີ່ປຸ່ນ" ພ້ອມກັບ NHK World-Japan

ຍສໝ - ນັບແຕ່ວັນທີ 17-23 ມັງກອນ, ຢູ່ສູນການຄ້າ Aeon Mall ຮ່າດົງ (ຮ່າໂນ້ຍ), NHK (ຍີ່ປຸ່ນ) ຈະຈັດຕັ້ງເຫດການ “ຄົ້ນຫາ ຍີ່ປຸ່ນ” ພ້ອມກັບ NHK World-Japan ດ້ວຍບັນດາການເຄື່ອນໄຫວສີສັນພິເສດ, ແນໃສ່ຍົກສູງຄຸນນະພາບຮັບໃຊ້ຜູ້ຊົມ, ຜູ້ຟັງ ແລະ ໂຄສະນາ​ພາບ​ພົດປະເທດຊາດ, ວັດ​ທະ​ນະ​ທໍາ ​ຍີ່​ປຸ່ນ​.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ແທັງຮັ່ງ