ນັກສຶກສາລາວ ເຂົ້າຮ່ວມການເສັງ “ນ້ອງຮັກພາສາຫວຽດ”

05:00 | 23/02/2025

ຍສໝ - ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ 200 ກວ່າ​ຄົນ​ນັບ​ແຕ່​ລະ​ດັບ​ຊັ້ນປະ​ຖົມ​ເຖິງ​ມັດ​ທະ​ຍົມຕອນ​ປາຍ, ການເສັງແມ່ນເພື່ອ​ແນ​ໃສ່​ເສີມຂະຫຍາຍບັນດາທັກສະ​ຂອງບັນດາ​ນ້ອງນັກ​ຮຽນ​ໃນ​ການ​ສະ​ແດງ​ຄວາມ​ຮູ້​ກ່ຽວ​ກັບ​ພາ​ສາ ​ຫວຽດ.

ນັກສຶກສາລາວ ຕື່ມອີກ 79 ຄົນມີ​ຄອບຄົວຊ່ວຍ​ອຸປະຖຳຢູ່ ຫວຽດນາມ
ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ
ນັກສຶກສາລາວ ເຂົ້າຮ່ວມການເສັງ “ນ້ອງຮັກພາສາຫວຽດ”

ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ​ໃຫ້ບັນດາ​ນັກຮຽນ​ທີ່​ໄດ້​ຮັບລາງວັນ. (ພາບ: ໂດບາແທັງ/ສຳນັກຂ່າວສານ ຫວຽດນາມ)

ຕອນບ່າຍວັນທີ 21 ກຸມພາ, ຢູ່ແຂວງ ສະຫວັນນະເຂດ, ພາກກາງຂອງລາວ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ປະຈຳແຂວງ ສະຫວັນນະເຂດ ແລະ ໂຮງຮຽນມັດທະຍົມມິດຕະພາບ ລາວ-ຫວຽດນາມ ແຂວງ ສະຫວັນນະເຂດ ຈັດຕັ້ງການເສັງ “ນ້ອງຮັກພາສາ ຫວຽດນາມ” ເພື່ອ​ເສີມຂະຫຍາຍທັກສະຂອງບັນດານ້ອງນັກຮຽນໃນການສະແດງອອກຄວາມຮູ້ກ່ຽວກັບພາສາ ຫວຽດ ທີ່ເຂົາເຈົ້າໄດ້ຮຽນມາ.

​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ສະຖານກົງສຸນ​ໃຫຍ່​ ຫວຽດນາມ ປະຈຳ ​ແຂວງ​ ສະຫວັນ​ນະ​ເຂດ; ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ ຢູ່​ແຂວງ ​ສະຫວັນ​ນະ​ເຂດ ພ້ອມ​ກັບ​ຄູ​ອາຈານ ​ແລະ ບັນດານ້ອງນັກຮຽນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ການເສັງດັ່ງກ່າວໄດ້ດຶງດູດນັກຮຽນຈາກລະດັບຊັ້ນປະຖົມເຖິງລະດັບມັດທະຍົມຕອນຕອນປາຍ 200 ກວ່າຄົນ ແລະ ໄດ້ແບ່ງອອກເປັນຫຼາຍທີມເພື່ອຕອບຄຳຖາມຂອງຄະນະຈັດຕັ້ງ ແລະ ທີມທີ່ໄດ້ຄະແນນສູງສຸດຈະເປັນທິມຊະນະ.

ໃນບັນຍາກາດທີ່ຄຶກຄື້ນ ແລະ ​ຟົດຟື້ນ, ບັນດານັກຮຽນໄດ້ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາຢ່າງເຕັມທີ່ ເພື່ອສຳເລັດການເສັງຂອງທີມເຂົາເຈົ້າເປັນຢ່າງດີ.

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ສ້າງ​ສະໜາມ​ຫຼິ້ນ​ທີ່​ປອດໃສ ​ແລະ ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ນັກຮຽນ​ພາຍຫຼັງ​ເວລາ​ຮຽນ​ທີ່​ເຄັ່ງ​ຕຶງ, ສ້າງ​ເງື່ອນ​ໄຂ​ຍູ້ແຮງກິດຈະກຳນອກຫຼັກສູດໃນໂຮງຮຽນ, ຊ່ວຍ​ໃຫ້ບັນດານັກຮຽນໄດ້​ສະ​ແດງ​ຄວາມ​ຮູ້ຂອງຕົນ, ໄດ້ແລກປ່ຽນ​ກັບ​ໝູ່​ເພື່ອນ, ພັດທະນາ​ທັກ​ສະ​ສື່ສານ​ຢ່າງ​ກ້າຫານ​ເມື່ອ​ເຂົ້າ​ຮ່ວມ​ບັນດາ​ກິດຈະກຳ, ພິເສດແມ່ນ​ເມື່ອ​ຢືນ​ຢູ່​ຕໍ່ໜ້າ​ຝູງ​ຊົນ.

ນອກຈາກນັ້ນ, ການເສັງກໍ່ແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງເຖິງນັກຮຽນທຸກຄົນກ່ຽວກັບແນວຄິດທຸ່ມກາຍທຸ່ມໃຈເພື່ອອະນາຄົດ. ຈາກ​ນັ້ນ, ກໍ່​ມີ​ຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ບົດບາດ​ຂອງ​ຊາວ​ໜຸ່ມ, ລຸ້ນໜຸ່ມຕໍ່​ກັບອະນາຄົດ​ຂອງ​ຕົນ​ເອງ ​ແລະ ຂອງ​ປະ​ເທດຊາດ, ສ້າງ​ແຮງ​ຈູງ​ໃຈ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄວາມ​ຮູ້, ຄວາມ​ກ້າຫານ, ຄວາມ​ໝັ້ນ​ໃຈ, ຄວາມມານະຈິດ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​, ບືນຕົວຂຶ້ນຢ່າງສຳເລັດຜົນ.

ສິ້ນສຸດການເສັງ, ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍ ແລະ ບັນດາຂອງຂວັນໃຫ້ບັນດາທີມທີ່ຍາດໄດ້ລາງວັນທີໜຶ່ງ, ທີສອງ, ທີສາມ ແລະ ລາງວັນຊົມເຊີຍ.

ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ

ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ

ຍສໝ - ຈຸດປະສົງຂອງການແຂ່ງຂັນແມ່ນເພື່ອແນໃສ່ຊຸກຍູ້ຂະບວນການຮຽນພາສາຫວຽດນາມ ສໍາລັບນັກສຶກສາລາວ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຕາມມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງທ໊າຍງວຽນ...

ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ

ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ

ຍສໝ - ໃນຕອນບ່າຍວັນທີ 15 ມິຖຸນາ, ຢູ່ໄທຫງວຽນ, ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລໄທຫງວຽນ ໄດ້ຈັດຕັ້ງພິທີປິດຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ 19 ຄົນ, ສົກຮຽນ 2022-2023.

ແທັງຮັ່ງ

ທ່ານອາດຈະມັກ