ເຜີຍແຜ່ມູນເຊື້ອວັດທະນະທຳຂອງຊາດ ແລະ ພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ ໂອຕຣິດ

21:48 | 21/02/2025

ຍສໝ - ຫວ່າງ​ມໍ່ໆ​ນີ້, ສະຖານທູດ ​ຫວຽດນາມ ປະຈຳ ໂອຕຣິດ ສົມທົບ​ກັບ​ສະມາຄົມ​ແມ່​ຍິງ ຫວຽດນາມ ປະຈຳ ໂອຕຣິດ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ຫໍ່​ເຂົ້າຕົ້ມ​ບຸນ​ວັນເພັງເດືອນຈຽງ ສົມທົບ​ກັບ​ລາຍການ​ມອບ​ປື້ມ​ຂອງ​ນັກ​ປະພັນ​ຍິງຊາວ ໂອຕຣິດ ທ່ານນາງ Mira Lobe ​ໃຫ້​ລູກ​ຫຼານ​ຂອງ​ບັນດາ​ຄອບຄົວ​ຊາວ​ຫວຽດນາມ ຢູ່ ໂອຕຣິດ.

ລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ
ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ
ເຜີຍແຜ່ມູນເຊື້ອວັດທະນະທຳຂອງຊາດ ແລະ ພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ ໂອຕຣິດ

ທ່ານ ປອ Patrick Hovarth ຕາງໜ້າໃຫ້ຄອບຄົວນັກປະພັນ ໄດ້ແບ່ງປັນຄວາມປິຕິຊົມຊື່ນ ແລະ ຄວາມພາກພູມໃຈທີ່ໄດ້ມອບປຶ້ມ 2 ຫົວ ທີ່ແປແລ້ວ ໃຫ້ບັນດາເດັກນ້ອຍໃນປະຊາຄົມຊາວຫວຽດນາມ ຢູ່ ໂອຕຣິດ.

​ເຂົ້າ​ຮ່ວມ​ເຫດການ​ມີ​ທ່ານ​ ຫວູເລຖາຍຮວ່າງ ​ເອກ​ອັກຄະ​ລັດຖະທູດ, ທ່ານ​ນາງ ໂງບິກຖຸຍ ຕາງໜ້າ​ໃຫ້​ສະມາຄົມ​ແມ່ຍິງ ຫວຽດນາມ ປະຈຳ ໂອຕຣິດ, ທ່ານ ປອ Patrick Hovarth ຕາງໜ້າ​ໃຫ້​ຄອບຄົວ​ນັກປະພັນ ແລະ ພໍ່ແມ່ປະຊາຊົນ, ເດັກນ້ອຍບັນດາຄອບຄົວ​ຊາວ​ຫວຽດນາມ ພວມອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່ ໂອຕຣິດ ​ເກືອບ 100 ຄົນ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ​ໄຂ​ງານ​, ທ່ານ​ ຫວູເລຖາຍຮວ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ການ​ປົກ​ປັກ​ຮັກ​ສາ, ເຜີຍ​ແຜ່​ບັນ​ດາ​ວັດ​ທະ​ນະ​ທຳ​ມູນເຊື້ອອັນດີ​ງາມ, ສັກ​ສິດ ເຊັ່ນ: ການ​ຫໍ່​ເຂົ້າ​ຕົ້ມ​ຂອງ​ຊາວຫວຽດ​ນາມ ໄປເຖິງບັນດາ​​ລຸ້ນອະນາຄົດ.

ນອກຈາກນັ້ນ, ໂຄງການມອບປື້ມ 2 ຜົນງານ “ນະຄອນ ອ້ອມແອ້ມຮອບວົງ” ແລະ “ຂ້ອຍແມ່ນຂ້ອຍຜູ້ນ້ອຍ” ຂອງນັກປະພັນຊາວໂອຕຣິດ ທ່ານນາງ Mira Lobe ແປໂດຍພະນັກງານການທູດ ຫວຽດນາມ ທ່ານນາງ ຈູທູເຟືອງ ແມ່ນບັນດາຂໍ້ລິເລີ່ມສະເພາະ ປະກອບສ່ວນເຊີດຊູ, ຮັກສາພາສາ ຫວຽດນາມ, ຊ່ວຍໃຫ້ລຸ້ນໜຸ່ມໄດ້ຮຽນຮູ້ ແລະ ປະຕິບັດພາສາ ຫວຽດນາມຕົວຈິງ ກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ ແລະ ສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ 2 ພື້ນຖານວັດທະນະທຳ ຫວຽດນາມ ແລະ ໂອຕຣິດ.

ສະມາຄົມ​ແມ່​ຍິງ ຫວຽດນາມ ຢູ່ ໂອຕຣິດ ​ໄດ້​ເປີດ​ຫ້ອງ​ຮຽນ ​ແລະ ພາກປະຕິບັດ​ພາສາ​ຫວຽດນາມຕົວຈິງ ​ໃຫ້​ເດັກນ້ອຍ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດຫຼາຍຄົນ ນັບ​ແຕ່​ປີ 2020, ​ໄດ້​ສ້າງຕູ້ປຶ້ມ​ພາສາ ​ຫວຽດນາມ ​ໃນ​ປີ 2023, ປະກອບສ່ວນ​ຢ່າງ​ຕັ້ງໜ້າເພື່ອການຫັນໂຄງການ “ວັນເຊີດຊູພາສາຫວຽດນາມ ໃນ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ໄລຍະ 2023 – 2030” ໃຫ້ເປັນອັນລະອຽດ.

ເຜີຍແຜ່ມູນເຊື້ອວັດທະນະທຳຂອງຊາດ ແລະ ພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ ໂອຕຣິດ

​ພໍ່ແມ່ປະຊາຊົນ​, ລູກ​ຫຼານ​ບັນດາຄອບຄົວ​ຊາວ​ຫວຽດນາມ ພວມອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່ ໂອຕຣິດ ເກືອບ 100 ຄົນ ​ໄດ້​ເຂົ້າ​ຮ່ວມ​ເຫດການ.

ທ່ານ ປອ Patrick Hovarth ເປັນເພື່ອນມິດຂອງ ຫວຽດນາມ ນັບແຕ່ຫຼາຍປີແລ້ວ, ຕາງໜ້າໃຫ້ຄອບຄົວນັກປະພັນ ໄດ້ແບ່ງປັນຄວາມປິຕິຊົມຊື່ນ ແລະ ຄວາມພາກພູມໃຈທີ່ໄດ້ມອບປື້ມທີ່ແປແລ້ວ 2 ຫົວ ດ້ວຍຄວາມຮູ້ສຶກອັນດີງາມທັງໝົດໃຫ້ແກ່ເດັກນ້ອຍໃນປະຊາຄົມຊາວ ຫວຽດນາມ ຢູ່ ໂອຕຣິດ ເວົ້າສະເພາະ, ດ້ວຍເດັກນ້ອຍ ຫວຽດນາມ ທັງໝົດເວົ້າລວມ. ທ່ານ​ກ່າວ​ວ່າ ບັນດາ​ຜົນງານ​ຂອງ​ນັກ​ປະພັນ Mira Lobe ​ໄດ້​ພິມ​ຈຳໜ່າຍ​ຫຼາຍ​ລ້ານ​ສະບັບ ​ດ້ວຍ​ຫຼາຍ​ພາສາ​ໃນ​​ໂລກ, ​ໃນ​ນັ້ນ ກໍ່​ມີ​ພາສາ​ ຫວຽດນາມ.

ທ່ານ ນາງ ໂງບິກຖຸຍ ຕາງໜ້າໃຫ້ບັນດາລູກຫຼານ ແລະ ພໍ່ແມ່ຜູ້ປົກຄອງ ສະແດງຄວາມຂອບອົກຂອບໃຈມາທ່ານ ປອ Patrick ແລະ ຄອບຄົວຂອງອະດິດນັກປະພັນ Mira Lobe, ເນັ້ນໜັກວ່າ ສະມາຄົມແມ່ຍິງ ຈະສືບຕໍ່ສົມທົບກັບສະຖານທູດ ຫວຽດນາມ ປະຈໍາ ໂອຕຣິດ ຢ່າງແໜ້ນແຟ້ນ ເພື່ອຮັກສາ, ເປີດກວ້າງບັນດາຫ້ອງຮຽນພາສາ ຫວຽດນາມ, ຈັດຕັ້ງການປະກວດຮ້ອງເພງຫວຽດນາມ, ທະວີຄູນຕູ້ປຶ້ມ ຫວຽດນາມ ທັງໃນຮູບແບບປື້ມດິຈິຕອນ.

ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ຍສໝ - ວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າວັດທະນະທໍາ, ພາສາ ແລະ ການສຶກສາ (CLEF) ສົມທົບກັບມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ຈັດຕັ້ງການສໍາມະນາ ດ້ວຍຫົວຂໍ້ “ການແປ ແລະ ແປເນື້ອເພງ ຫວຽດນາມ - ຍີ່ປຸ່ນ” ...

ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ

ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່ ​ຮ່າ​ໂນ້ຍ, ທ່ານ ​ເຈິນ​ຕວ໋ນ​ແອງ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ໂອຕຣິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ໂອຕຣິດ ປະຈຳ ຫວຽດນາມ Philipp Agathonos ​ເພື່ອແນໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ສົມທົບກັນຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ.

ແທັງຮັ່ງ