ຄວາມສໍາເລັດມາຈາກຄວາມມານະພະຍາຍາມເພື່ອ "ປັບປຸງ" ແລະ "ປ່ຽນແປງໃໝ່" | |
ລາວພວມກະກຽມປັບປຸງບາງເນື້ອໃນຂອງລັດຖະທຳມະນູນປີ 2015 |
ຕອນບ່າຍວັນທີ 19 ກຸມພາ, ຢູ່ຫ້ອງວ່າການສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodriguez Parrilla ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ ເຊິ່ງພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 – 20 ກຸມພາ 2025.
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຕີລາຄາສູງໝາກຜົນການພົບປະລະຫວ່າງທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Bruno Rodriguez Parrilla ລັດຖະມົນຕີກະຊວງການຕ່າງປະເທດກູບາ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນ ທີ່ກູບາ ສະຫງວນໃຫ້ ຫວຽດນາມ; ເນັ້ນໜັກວ່າ, ສຳລັບຫວຽດນາມ, ຄວາມສາມັກຄີ, ການສະໜັບສະໜູນ ແລະການຮ່ວມມືກັບກູບາ ແມ່ນໜ້າທີ່ຮັບຜິດຊອບ ແລະມີສິນທຳ, ບໍ່ພຽງແຕ່ ເພື່ອຜົນປະໂຫຍດຂອງ 2 ປະເທດເທົ່ານັ້ນ ຫາກຍັງແມ່ນການປະກອບສ່ວນທີ່ເປັນແບບຢ່າງໃຫ້ແກ່ຂະບວນການກ້າວໜ້າໃນໂລກອີກດ້ວຍ.
![]() |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Bruno Rodriguez Parrilla, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ. ພາບ: ຊອງມິງ |
ທ່ານເລຂາທິການໃຫຍ່ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂົງເຂດຜະລິດທັນຍາຫານ, ພະລັງງານໃຫ້ມີປະສິດທິຜົນ; ແລກປ່ຽນເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ເຊັ່ນ: ເຕັກໂນໂລຢີຊີວະພາບ, ສາທາລະນະສຸກ, ການທ່ອງທ່ຽວ; ສືບຕໍ່ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດຢ່າງມີປະສິດທິຜົນ.
ສ່ວນທ່ານ Bruno Rodriguez Parrilla ຢັ້ງຢືນວ່າ ກູບາ ຖືການພົວພັນຮ່ວມມືລະຫວ່າງສອງພັກເປັນສຳຄັນທີ່ສຸດ, ສ້າງພື້ນຖານອັນໝັ້ນແກ່ນ ແລະກຳນົດການພົວພັນສອງຝ່າຍ.
ກໍ່ທີ່ການຕ້ອນຮັບ, 2 ຝ່າຍໄດ້ຢືນຢັນຄືນໃໝ່ຄວາມຕັດສິນໃຈເຮັດໃຫ້ການພົວພັນທີ່ເປັນແບບຢ່າງຫວຽດນາມ - ກູບາ ເລິກເຊິ່ງກວ່າອີກ; ເຫັນດີສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດ, ກໍ່ຄືບັນດາການເຄື່ອນໄຫວໃນປີ 2025, “ປີມິດຕະພາບ ຫວຽດນາມ - ກູບາ”, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1960-2025) ຢ່າງຕັ້ງໜ້າ ແລະມີປະສິດທິຜົນ.
*ຕອນບ່າຍວັນທີ 19 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Bruno Rodriguez Parrilla.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນແບບພິເສດຫວຽດນາມ - ກູບາ; ສະແດງຄວາມຍິນດີນຳເລື່ອງບັນດາກະຊວງ, ຂະແໜງການຂອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍໝາກຜົນແຫ່ງການຢ້ຽມຢາມ ກູບາ ຂອງທ່ານ ໂຕເລິມ ເມື່ອເດືອນ ກັນຍາ 2024, ພິເສດແມ່ນບັນດາທິດທາງໃໝ່ໃນການຮ່ວມມືສອງຝ່າຍ. ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ; ແລກປ່ຽນ ແລະສົມທົບກັນເປັນປະຈຳໃນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ເຫັນດີເປັນເອກະພາບລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ; ເສີມຂະຫຍາຍບັນດາກົນໄກເຈລະຈາ ແລະຮ່ວມມືລະຫວ່າງສອງປະເທດກໍ່ຄືເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ...
![]() |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Bruno Rodriguez Parrilla. ພາບ: ຫງວຽນຕ໊ວນ |
ທ່ານ Bruno Rodriguez Parrilla ຢືນຢັນວ່າ ພັກ, ລັດ ແລະປະຊາຊົນ ກູບາ ຍາມໃດກໍ່ເຄົາລົບນ້ຳໃຈສາມັກຄີແບບພິເສດ ແລະການສະໜັບສະໜູນດ້ານຈິດໃຈ ແລະວັດຖຸທີ່ພັກ, ລັດ ແລະປະຊາຊົນ ຫວຽດນາມ ສະຫງວນໃຫ້ກູບາ; ຢືນຢັນຄວາມຕັດສິນໃຈຂອງກູບາ ນໍາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະບັນດາຂົງເຂດຮ່ວມມືອື່ນໆລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະສົມກັບການພົວພັນທາງການເມືອງແບບພິເສດ.
ຕອນບ່າຍວັນທີ 18 ກຸມພາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodriguez Parrilla ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 – 20 ກຸມພາ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃນການຢ້ຽມຢາມກູບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເມື່ອເດືອນ ກັນຍາ 2024; ເສີມຂະຫຍາຍກົນໄກຂອງຄະນະກຳມາທິການຮ່ວມມືທະວີພາຄີລະຫວ່າງລັດຖະບານຢ່າງມີປະສິດທິຜົນ, ໃຫ້ບຸລິມະສິດແກ່ການຮ່ວມມືໃນຂົງເຂດຜະລິດສະບຽງອາຫານ, ພະລັງງານທົດແທນ, ເຕັກໂນໂລຊີຊີວະພາບ, ສາທາລະນະສຸກ, ການທ່ອງທ່ຽວ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2-12-1960 / 2-12-2025); ເພີ່ມທະວີການປະສານສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
![]() |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Bruno Rodriguez Parrilla ລັດຖະມົນຕີກະຊວງການຕ່າງປະເທດ ກູບາ. ພາບ: ເຈິ່ນຫາຍ |
ຕາງໜ້າພັກ, ລັດ ແລະປະຊາຊົນກູບາ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ນໍ້າໃຈສາມັກຄີ ແລະການໜູນຊ່ວຍຢ່າງແທດຈິງຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຂົງເຂດກະສິກຳ ແລະຄວາມໝັ້ນຄົງດ້ານສະບຽງອາຫານ; ຢືນຢັນຄວາມຕັດສິນໃຈປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືແບບພິເສດໂດຍປະທານ ໂຮ່ຈີມິນ ແລະ ການນຳ Fidel Castro ສ້າງພື້ນຖານກວ່າອີກ. ທ່ານລັດຖະມົນຕີ Bruno Rodriguez Parrilla ຊົມເຊີຍ ແລະຕີລາຄາສູງບັນດາຜົນງານໃນການປ່ຽນແປງໃໝ່, ພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໄລຍະຜ່ານມາ; ສະແດງຄວາມປາດຖະໜາຢາກແລກປ່ຽນບົດຮຽນກັບຫວຽດນາມ ໃນຫຼາຍຂົງເຂດ.
ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາມາດຕະການຕ່າງໆຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນເພື່ອນໍາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະຫຼາຍຂົງເຂດຮ່ວມມືຕ່າງໆໃຫ້ພັດທະນາສົມກັບການພົວພັນທາງການເມືອງແບບພິເສດ, ຮັບໃຊ້ພາລະກິດພັດທະນາຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ສອງພາກພື້ນກໍ່ຄືຢູ່ໃນໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງການນຳຂັ້ນສູງ ກູບາ ແລະເຊື້ອເຊີນທ່ານນາຍົກລັດຖະມົນຕີ Manuel Marrero Cruz ກັບມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Bruno Rodriguez Parrilla ລັດຖະມົນຕີກະຊວງການຕ່າງປະເທດກູບາ.
![]() | 64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ກູບາ ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024). |
![]() | ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ຍສໝ - ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍຝຶກອົບຮົມໃຫ້ນາຍທະຫານລາວ ກ່ຽວກັບວຽກງານບັນຊາ, ເປັນເສນາທິການ, ສິດສອນໃນໂຮງຮຽນ. |