ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າແຮງໃນຫຼາຍຂົງເຂດ | |
ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືຄວາມໝັ້ນຄົງດ້ານພະລັງງານ |
ໂດຍສະຖານທູດຫວຽດນາມ ປະຈຳລາວ ເປັນເຈົ້າພາບຈັດຕັ້ງດ້ວຍການສົມທົບຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ແລະທະນາຄານ ນາມອາ, ກອງປະຊຸມສຳມະນາກ່ຽວກັບກາລະໂອກາດລົງທຶນ ດຳເນີນທຸລະກິດຢູ່ ລາວ ບໍ່ພຽງແຕ່ເປີດກາລະໂອກາດຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ລາວ ເທົ່ານັ້ນ, ບັນດາວິນັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດຍັງສາມາດກາຍເປັນຫົວເງື່ອນເພື່ອດຶງດູດການລົງທຶນຈາກບັນດາປະເທດພັດທະນາໃນໂລກ ຄື ຍີ່ປຸ່ນ, ສ. ເກົາຫຼີ, ອາເມລິກາ ແລະບັນດາປະເທດໃນພາກພື້ນ ຄື ໄທ, ມາເລເຊຍ ເຂົ້າລາວ ອີກດ້ວຍ.
![]() |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: TTXVN |
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນຜົນສຳເລັດ ແລະບົດຮຽນໃນຂະບວນການລົງທຶນ ແລະການຜະລິດດໍາເນີນທຸລະກິດ, ຜ່ານນັ້ນຊ່ວຍໃຫ້ຝ່າຍເຂົ້າຮ່ວມສ້າງການເຊື່ອມຕໍ່ທີ່ສຳຄັນ, ຮັບເອົາຫຼາຍຂໍ້ມູນຂ່າວສານ, ບົດຮຽນເພື່ອສ້າງໂຄງການປະຕິບັດງານ, ສ້າງແຜນລົງທຶນ ແລະດໍາເນີນທຸລະກິດໃນໄລຍະຈະມາເຖິງຢູ່ລາວ. ກ່ຽວກັບຄວາມສາມາດບົ່ມຊ້ອນ, ລາວ ຈະກາຍເປັນປະເທດທີ່ດຶງດູດການລົງທຶນໃນຂົງເຂດກະສິກໍາ, ການທ່ອງທ່ຽວ, logistics, ພື້ນຖານໂຄງລ່າງ... ໃນໄລຍະຈະມາເຖິງ.
ຕາມຕົວເລກຂອງກະຊວງແຜນການ ແລະການລົງທຶນຫວຽດນາມ ແລ້ວ, ມາຮອດເດືອນ ມັງກອນ 2025, ຫວຽດນາມ ໄດ້ລົງທຶນເຂົ້າລາວ 267 ໂຄງການ ດ້ວຍຍອດຈຳນວນທຶນ 5,7 ຕື້ໂດລາສະຫະລັດ, ໂດຍສຸມໃສ່ບັນດາຂົງເຂດ ຄື: ພະລັງງານ, ບໍ່ແຮ່, ກະສິກຳ ແລະ ປ່າໄມ້, ຜະລິດ ແລະປຸງແຕ່ງສະບຽງອາຫານ, ໂທລະຄົມມະນາຄົມ, ທະນາຄານ, ການທ່ອງທ່ຽວ... ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນຢູ່ 17/18 ແຂວງ ແລະນະຄອນຂອງລາວ. ຫວຽດນາມ ແມ່ນ 1 ໃນ 5 ປະເທດພ້ອມກັບຈີນ, ໄທ, ຝຣັ່ງ ແລະ ຍີ່ປຸ່ນ ລົງທຶນຢູ່ລາວ ຫຼາຍທີ່ສຸດ.
ຫວັງວ່າບັນດາຂີດໝາຍໃໝ່ໃນການພົວພັນຮ່ວມມືລົງທຶນ ເວົ້າສະເພາະ ແລະການຮ່ວມມືດ້ານເສດຖະກິດເວົ້າລວມ, ເພາະວ່າປະຊາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດມີຄວາມຮູ້, ບົດຮຽນ, ແຫຼ່ງທຶນ, ລະດັບຄວາມຮູ້ດ້ານວິທະຍາສາດ ແລະເຕັກໂນໂລຊີ ແລະເຄືອຂ່າຍບໍ່ພຽງແຕ່ລະຫວ່າງບັນດານັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດນຳກັນເທົ່ານັ້ນ ຫາກຍັງກັບປະຊາຄົມວິສາຫະກິດຢູ່ເກືອບທຸກປະເທດໃນໂລກ. ດ້ວຍການເຂົ້າຮ່ວມຂອງປະຊາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດໃນການດຶງດູດການລົງທຶນເຂົ້າລາວ, ເຂົາເຈົ້າສາມາດສ້າງບັນດາຜົນງານທີ່ພົ້ນເດັ່ນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມ, ລາວ ແລະສາກົນ, ປະກອບສ່ວນປ່ຽນແປງເສດຖະກິດ-ສັງຄົມ ຢູ່ປະເທດບ້ານໃກ້ເຮືອນຄຽງຂອງຫວຽດນາມ.
![]() | ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ. ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029. |
![]() | ລັດຖະບານລາວ ປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນແຂວງ ຮວ່າບິ່ງ ຍສໝ - ຕອນເຊົ້າວັນທີ 11 ມັງກອນ 2025, ຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ສົມທົບກັບແຂວງ ຫົວພັນ, ລາວ ໄດ້ຈັດພິທີປະດັບຫລຽນໄຊພັດທະນາ, ຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງແຂວງ ຮ່ວາບິ່ງ ມີຜົນງານດີເດັ່ນໃນການປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ເມືອງ ... |
ບູນມີ