ຊາວຊູແອດຄົນໜຶ່ງທີ່ຮັກໂຮ້ຍອານ

22:45 | 18/02/2025

ຍສໝ - ເກັບວຽກໄວ້ຢູ່ບ້ານເກີດຊູແອດ, ທ່ານ Kawa Wandi ພ້ອມກັບພັນລະຍາເເມ່ນ ທ່ານນາງ Nisha ແລະ ລູກສາມຄົນ ທີ່ຝັນຢາກເດີນທາງໄປທົ່ວໂລກ. ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ປ່ຽນ​ໄປ​ເມື່ອ​ເຂົາ​ເຈົ້າ​ໄປ​ຮອດ​ໂຮ້ຍອານ. ການເດີນທາງຂອງພວກເຂົາສິ້ນສຸດລົງໃນແບບທີ່ຄິດບໍ່ເຖິງ.

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ
ໂຮ້ຍອານ ຢືນອັນດັບທີ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ 2024

“ຊື່​ຊູ​ແອດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ Kawa Wandi, ແຕ່​ໃນ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າໄປຍັງໂຮ້ຍອານ, ທຸກ​ຄົນ​ເອີ້ນ​ຂ້າ​ພະ​ເຈົ້າ​ດ້ວຍ​ຊື່​ຮັກ​ແພງແມ່ນ ຄອຍ. ຈົ່ງເອື້ນຂ້າພະເຈົ້າແມ່ນ ຄອຍ, ຄອຍ ໂຮ້ຍອານ - ຫວຽດນາມ” - ທ່ານ Wandi ກ່າວ.

ຊາວຊູແອດຄົນໜຶ່ງທີ່ຮັກໂຮ້ຍອານ

ທ່ານ Kawa Wandi ກັບ​ເດັກ​ນ້ອຍ​ກວາງ​ນາມ ​ໃນບັນດາ​ການໄປເຮັດການກຸ​ສົນ​. (ພາບ: P.V)

ຈາກ Wandi ເປັນ "ຄອຍ ຫວຽດນາມ"

ຜູ້​ທີ່ຕັ້ງຊື່ ຄອຍ ໃຫ້ທ່ານ Kawa Wandi ແມ່ນ​ເພື່ອນ​ຂອງ​ຄູ່​ຜົວ​ເມຍ​ນີ້. ເມື່ອຖາມວ່າ ເປັນຫຍັງຈິ່ງຕັ້ງຊື່ແນວນັ້ນ, ໝູ່ຂອງທ່ານ Kawa Wandi ກໍຫົວຂຶ້ນ ແລະ ເວົ້າວ່າ ເປັນເພື່ອນສະໜິດກັບ Wandi ມາເປັນເວລາດົນນານແລ້ວ, ທັງສອງຄົນກໍ່ຍ້ອງກັນວ່າ “ຫຼໍ່ຄືກັນ” ຈຶ່ງຢາກຊອກຫາຊື່ທີ່ສະແດງເຖິງຄວາມຕະຫຼົກ ແລະ ເຈົ້າຊູ້. ແລະ ຊື່ ຄອຍ ກໍ່ໄດ້ເກີດຂຶ້ນ.

ບ່າວຊູແອດຄົນນີ້ມີເມຍ Nisha ພ້ອມທັງລູກຊາຍກົກ ແລະ ລູກສາວສອງຄົນທີ່ສວຍງາມ. ພວກ​ເຂົາ​ເຈົ້າ​ຢູ່ຊູແອັດ ​ແຕ່​ປັດ​ຈຸ​ບັນ​ແມ່ນ "ພົນ​ລະ​ເມືອງ​" ຂອງນະຄອນໂຮ້ຍອານ. ຄອບຄົວທັງໝົດໄດ້ເຊົ່າ villa ຂະໜາດໜ້ອຍຢູ່ເກີມແທງ ເພື່ອອາໄສໃນ 4 ປີຜ່ານມາ. ທຸກໆມື້, ທ່ານນາງ Nisha ຢູ່ເຮືອນເພື່ອສອນພວກລູກຮຽນພາສາອັງກິດ ແລະ ຄວາມຮູ້ (ຮຽນອອນໄລ), ໃນຂະນະທີ່ທ່ານ Wandi ຫຍຸ້ງກັບວຽກດຳເນີນທຸລະກິດ.

ທ່ານ Kawa Wandi ແລະ ທ່ານນາງ Nisha ໄດ້ຖືກດູງດູດໂດຍໂຮ້ຍອານ. ທ່ານກ່າວວ່າ ໃນປີ 2017, ຍ້ອນຢາກມີປະສົບການ ແລະ ບັນທຶກຄວາມຊົງຈຳທີ່ດີໃຫ້ລູກສາມຄົນ, ລາວ ແລະ ພັນລະຍາ ໄດ້ຍົກຍ້າຍການລົງທຶນຢູ່ບ້ານເກີດເມືອງນອນ, ເຮືອນກໍ່ໃຫ້ເຊົ່າເພື່ອເລີ່ມຕົ້ນການເດີນທາງໄປທົ່ວໂລກ. ທ່ານ Wandi ກ່າວ​ວ່າ ທ່ານ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ຫວຽດນາມ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ການ​ພົວພັນ​ທີ່​ດີ​ກັບ​ລັດຖະບານ​ຊູ​ແອດ, ​ແຕ່​ບໍ່​ໄດ້​ຄິດ​ວ່າ ການ​ເດີນທາງ​ຈະ​ຢຸດ​ຢູ່​ທີ່​ປະ​ເທດ​ນີ້.

ພະລັງງານ ແລະ ຄວາມກະຕືລືລົ້ນ, ຄວາມມ່ວນຊື່ນຫຼາຍຢ່າງ ຈາກຜູ້ຊາຍຊູແອດ. ດຳລົງ​ຊີວິດ​ຢູ່​ໂຮ້ຍອານ ແຕ່​ປີ 2020 ມາຮອດປະຈຸປັນ, ທ່ານ Wandi ກໍ່ຮູ້ຈັກ​ເກືອບ​ທຸກ​ຖະໜົນ​ຫົນທາງ​ໃນໂຮ້ຍອານ. ປະຊາຊົນໂຮ້ຍອານ ມີຄວາມຄຸ້ນເຄີຍ ແລະ ເຂົ້າອົກເຫັນໃຈແບບພິເສດກັບຮູບພາບຂອງຜູ້ຊາຍຊາວເອີຣົບ ທີ່ມີໜວດແບບສາຍກຸບ, ຜົມກູດ, ຕາສີດໍາໃຫຍ່ ແລະ ຮອຍຍິ້ມທີ່ເປັນມິດ.

“ໂຮ້ຍອານ - ອ້າຍຮັກນ້ອງ”

ທ່ານ Wandi ​ເລົ່າ​ເລື່ອງ​ກ່ຽວກັບຫວຽດນາມ, ກ່ຽວກັບໂຮ້ຍອານ, ກ່ຽວ​ກັບ​ເຮືອນ​ຫຼັງ​ນ້ອຍຢູ່​ແຄມ​ແມ່​ນ້ຳ, ຕໍ່ໜ້າ​ຕົ້ນ​ໝາກພ້າວ​ສີຂຽວ​ທີ່​ສະຫງົບ​ສຸກ​ດ້ວຍ​ຄວາມ​ຮັກ​ແພງ. ຍ້ອນຄວາມຮັກ, ສະນັ້ນ ການເດີນທາງຂອງທ່ານ Wandi ແລະ ພັນລະຍາກັບລູກຂອງລາວໄດ້ປ່ຽນທິດທາງໃນວິທີທີ່ບໍ່ມີໃຜຄາດຄິດ. ​ໃນ​ໄລຍະ​ທີ່​ມາ​ເຊົ່າ​ເຮືອນ​ຢູ່​ໂຮ້ຍອານ, ທ່ານ Wandi ​ເຫັນ​ວ່າ​ມີ​ຜູ້​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຫຼາຍ​ເກີນ​ໄປ​ຍ້ອນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ບໍ່​ມີ​ລາຍ​ຮັບ​ຍ້ອນ​ຜົນ​ກະທົບ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ໃນ​ຊຸມ​ມື້​ນັ້ນ, ​ໃນ​ຖານະ​ທີ່​ເປັນ​ສະມາຊິກໜູນ​ຊ່ວຍຊຸມ​ຊົນ, ທ່ານ Wandi ​ໄດ້​ປະກອບສ່ວນ​ເງິນ​ເພື່ອ​ຊື້​ເຂົ້າສານ ​ແລະ ສະບຽງ​ອາຫານ​ກັບ​ບັນດາ​ຄົນ​ຮູ້ຈັກ​ໃໝ່​ເພື່ອ​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ໂຮ້ຍອານ ເພື່ອຕ້ານ​ພະຍາດ​ລະບາດ.

​ເມື່ອ​ພະຍາດ​ລະບາດ​ໄດ້​ຫຼຸດ​ລົງ​ຊົ່ວ​ຄາວ, ທ່ານ Wandi ພ້ອມກັບໝູ່​ເພື່ອນ​ໄດ້​ໄປ​ແຂວງ ກວາງ​ບິ່ງ, ກວາງ​ຈີ້, ​ເມືອງ ​ໄຕ​ຢາງ (ກວາງ​ນາມ) ​ເພື່ອເຄື່ອນໄຫວການ​ກຸສົນ. ບາງ​ເທື່ອ​ກໍ​ມອບ​ເຄື່ອງ​ນຸ່ງ, ປຶ້ມ, ​ບາງເທື່ອກໍ່ມອບລະບົບ​ກອງ​ນ້ຳ... ຈຳນວນ​ເງິນ​ທີ່​ທ່ານ Wandi ​ໃຊ້​ແມ່ນ​ຫຼາຍ​ຕື້​ດົ່ງ. ລາວ ແລະ ພັນ​ລະ​ຍາ​ກໍ່​​ຕັ້ງ​ກອງ​ທຶນ​ການ​ກຸ​ສົນ​ເພື່ອ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ຢູ່​ພາກ​ກາງ​ ຫວຽດ​ນາມ. ເມື່ອພະຍາດໂຄວິດສິ້ນສຸດລົງ, ເມື່ອລົມກັບທ່ານນາງ Nisha ພ້ອມລູກສາມຄົນກ່ຽວກັບການເດີນທາງທີ່ຈະມາເຖິງ, ສິ່ງທີ່ບໍ່ໜ້າເຊື່ອສຳລັບທ່ານ Wandi ແມ່ນບໍ່ມີໃຜຢາກອອກຈາກໂຮ້ຍອານ.

“ລູກ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ​ເຂົາ​ເຈົ້າ​ຢາກ​ຢູ່​ໃນໂຮ້ຍອານ. ເຂົາເຈົ້າຮູ້ສຶກປອດໄພ ແລະ ສະຫງົບສຸກ. ອາກາດດີຢູ່ທີ່ນີ້, ດິນແດນແຫ່ງຄວາມຝັນທີ່ພວກເຮົາໄດ້ພະຍາຍາມຊອກຫາ. ໂຮ້ຍອານ ແມ່ນປອດໄພ, ທຸກຄົນຍິນດີຕ້ອນຮັບພວກຂ້າພະເຈົ້າຄືຊຸມຊົນ" - ທ່ານ Wandi ກ່າວ.

“ໂຮ້ຍອານ, ອ້າຍຮັກນ້ອງ” ເປັນຮູບເງົາທີ່ມີຊື່ສຽງຂອງປະເທດໄທ, ດ້ວຍທິວທັດທີ່ສວຍງາມໃນຕົວເມືອງເກົ່າທີ່ທ່ານ Wandi ຮັກ. “ໂຮ້ຍອານ, ອ້າຍຮັກນ້ອງ”, ທ່ານ Wandi ອ່ານຫົວຂໍ້ຂອງຮູບເງົາເປັນພາສາຫວຽດນາມແລ້ວຫົວອອກມາ. ນັ້ນກໍ່ແມ່ນປະໂຫຍກທີ່ໝົດຄອບຄົວຂອງລາວມັກທີ່ສຸດ.

ໂຮ້ຍອານ ແລະ  ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO

ໂຮ້ຍອານ ແລະ ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO

ຍສໝ - ຫຼັງ​ຈາກ​ຮ່າ​ໂນ້ຍ, ອີກ 2 ນະຄອນ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ເປັນ ນະຄອນປະດິດຄິດສ້າງຂອງ UNESCO ຄື: ດ່າລາດ​ໃນ​ຂົງ​ເຂດ​ດົນຕີ ​ແລະ ໂຮ້ຍອານ ​ໃນ​ຂົງ​ເຂດ​ຫັດຖະກຳ ​ແລະ ສິລະ​ປະ​ພື້ນ​ເມືອງ.

ນະຄອນ ໂຮ່ຈິມິນ, ໂຮ້ຍອານ ຖືກຈັດເຂົ້າບັນຊີລາຍຊື່ສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ ອາຊີ

ນະຄອນ ໂຮ່ຈິມິນ, ໂຮ້ຍອານ ຖືກຈັດເຂົ້າບັນຊີລາຍຊື່ສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ ອາຊີ

ຍສໝ - ຫວຽດນາມ ມີສະຖານທີ່ 2 ແຫ່ງໃນບັນຊີລາຍຊື່ນີ້, ຄື: ຄຸ້ມເມືອງເກົ່າ ໂຮ້ຍອານ (ຢືນອັນດັບທີ 13) ແລະ ນະຄອນ ໂຮ່ຈີມິນ (ຢືນອັນດັບທີ 14).

ມິງດຶກ (ແປຕາມ ໄທບ໋າຢຸ່ງ/baoquangnam.vn)

ເຫດການ