![]() | ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ |
![]() | ຊຸກຍູ້ການພົບປະແລກປ່ຽນລຸ້ນໜຸ່ມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ |
ໂດຍໃຫ້ສຳພາດຕໍ່ສຳນັກຂ່າວສານອາເມລິກາລາຕິນ Prensa Latina, ຜູ້ນຳໜ້າຂະແໜງການທູດກູບາ ເຊື່ອໝັ້ນວ່າ ບັນດາໂຄງການຮ່ວມລະຫວ່າງສອງປະເທດພວມກ້າວໄປໜ້າ ແລະ ຈະນຳມາເຊິ່ງໝາກຜົນທີ່ຈະແຈ້ງໂດຍໄວ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານ Parrilla ໄດ້ກ່າວໃນຂອບເຂດການໄປຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 18 – 20 ກຸມພາ, ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ ກໍ່ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທງເຊີນ.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ Bruno Rodriguez Parrilla. ພາບ: Thong Nhat/TTXVN |
ໃນການເຮັດວຽກ, ພົບປະ, ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ ຍາມໃດກໍ່ຮັບຮູ້ໄດ້ຢ່າງຈະແຈ້ງເຖິງຄວາມຮັກແພງອັນຍິ່ງໃຫຍ່ ແລະ ຄວາມສາມັກຄີທີ່ບໍ່ປ່ຽນແປງທີ່ຫວຽດນາມ ມີຕໍ່ປະຊາຊົນກູບາ ອ້າຍນ້ອງ. ຫວຽດນາມ ກໍ່ມີຄວາມສົນໃຈ ແລະ ພ້ອມແລ້ວທີ່ຈະຊຸກຍູ້ບັນດາໂຄງການສອງຝ່າຍ, ພິເສດແມ່ນບັນດາໂຄງການ ເພື່ອຜະລິດເຂົ້າສານ ແລະ ສະບຽງອາຫານອື່ນໆ, ພ້ອມກັນນັ້ນ ກໍ່ໜູນຊ່ວຍກູບາ ຮັບປະກັນຄວາມຕ້ອງການເຂົ້າສານໂດຍພື້ນຖານໃຫ້ແກ່ປະຊາຊົນ.
ໃນໄລຍະໄປຢ້ຽມຢາມຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ ຍັງໄດ້ໄປໄວ້ອາໄລສຸສານ ປະທານ ໂຮ່ຈິມິນ ແລະ ສະແດງຄວາມເຄົາລົບນັບຖືຕໍ່ຜູ້ນຳທີ່ຍິ່ງໃຫຍ່, ພໍ່ທີ່ຮັກແພງຂອງປະຊາຊົນຫວຽດນາມ. ໃນຂໍ້ຄວາມແບ່ງປັນທີ່ເຕັມໄປດ້ວຍອາລົມຈິດໃນສື່ສັງຄົມອອນລາຍ, ທ່ານໄດ້ຂຽນວ່າ “ປະທານ ໂຮ່ຈີມິນ ເຊື່ອໝັ້ນວ່າ ປະຊາຊົນຂອງຕົນ ຈະໄດ້ຮັບໄຊຊະນະ ແລະ ສ້າງຫວຽດນາມ ໃຫ້ສວຍງາມກວ່າອີກນັບພັນເທົ່າ. ໃນປະຈຸປັນ, ພວກເຮົາໄດ້ເປັນພະຍານໃຫ້ແກ່ຄວາມເປັນຈິງນັ້ນ”.
ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ ຢືນຢັນຕໍ່ສື່ມວນຊົນວ່າ “ສຳລັບຫວຽດນາມ, ຄວາມສາມັກຄີ, ສະໜັບສະໜູນ ແລະ ການຮ່ວມມືກັບກູບາ ແມ່ນພັນທະ, ມູນເຊື້ອ ແລະ ການພົວພັນທາງປະຫວັດສາດລະຫວ່າງ 2 ປະເທດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງແມ່ນຕົວແບບໃຫ້ແກ່ຂະບວນການທີ່ກ້າວໜ້າໃນໂລກ”.
![]() | ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ. |
![]() | ຫວຽດນາມ - ລາວ: ນ້ຳໃຈໄມຕີຈິດມິດຕະພາບ, ຮຸ່ງເຮືອງເຫຼືອງເຫຼື້ອມຕະຫຼອດການ ຍສໝ - ການຮ່ວມມືນີ້ບໍ່ພຽງແຕ່ຮັບປະກັນຄວາມປອດໄພຢູ່ຊາຍແດນຮ່ວມເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂເພື່ອໃຫ້ສອງປະເທດສະໜັບສະໜູນເຊິ່ງກັນແລະກັນໃນການສະກັດກັ້ນອາດຊະຍາກຳຂ້າມຊາຍແດນ, ການຄ້າເຖື່ອນ ແລະການເຄື່ອນໄຫວຜິດກົດໝາຍອື່ນໆ. |
ມີງດຶກ