64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ | |
ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ກູບາ |
ນັ້ນແມ່ນການແບ່ງປັນຂອງທ່ານ Bruno Rodríguez Parrilla ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດກູບາ ເມື່ອຕອບສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນ ວັນທີ 18-20 ກຸມພາ.
ປີນີ້ຫວຽດນາມ ແລະກູບາ ພ້ອມກັນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຂີດໝາຍສໍາຄັນຂອງການພົວພັນມິດຕະພາບທີ່ຫາຍາກລະຫວ່າງສອງປະເທດ. ໃນສະພາບການນັ້ນ, ການຢ້ຽມຢາມຢ່າງເປັນທາງການຂອງລັດຖະມົນຕີການຕ່າງປະເທດຈະນຳເອົາສານທີ່ມີຄວາມໝາຍພິເສດຫຍັງແດ່ມາໃຫ້?
ຖືກຄືຈັ່ງຊັ້ນ, ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ຂ້າພະເຈົ້າໄດ້ນຳເອົາສານຂອງນໍ້າໃຈມິດຕະພາບ ແລະອ້າຍນ້ອງມາໃຫ້ປະຊາຊົນຫວຽດນາມ ເພື່ອສະແດງຄໍາອວຍພອນອັນດີງາມທີ່ສຸດໃຫ້ປະຊາຊົນ ແລະປະເທດຫວຽດນາມ ໃນປີ 2025.
ຂ້າພະເຈົ້າຂໍອວຍພອນໃຫ້ຫວຽດນາມ ບັນລຸໄດ້ຫຼາຍຜົນສໍາເລັດໃໝ່ ແລະມີຄວາມຄືບໜ້າກວ່າໃນເສັ້ນທາງແຫ່ງການສ້າງສາປະເທດໃຫ້ພັດທະນາຕາມການກໍານົດທິດສັງຄົມນິຍົມ, ຄື: ພັກ, ລັດ ແລະລັດຖະບານຫວຽດນາມ ໄດ້ຢັ້ງຢືນ.
![]() |
ທ່ານ Bruno Rodríguez Parrilla ກໍາມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ຕອບສໍາພາດຕໍ່ສື່ມວນຊົນ. ພາບ: ຫວູລອງ |
ດ້ວຍຕາຕະລາງເຄື່ອນໄຫວວຽກທີ່ໜາແໜ້ນຄືແນວນີ້, ລັດຖະມົນຕີສາມາດແບ່ງປັນກ່ຽວກັບການເຄື່ອນໄຫວ ແລະໝາກຜົນທີ່ປະທັບໃຈໃນການຢ້ຽມຢາມຄັ້ງນີ້?
ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ຂ້າພະເຈົ້າມີຕາຕະລາງເຄື່ອນໄຫວທີ່ໜາແໜ້ນ. ນີ້ແມ່ນການຢ້ຽມຢາມດ້ວຍເວລາສັ້ນແຕ່ມີປະສິດທິຜົນທີ່ສຸດ. ໃນການຢ້ຽມຢາມ, ຂ້າພະເຈົ້າເປັນກຽດທີ່ສຸດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບ ແລະພວກຂ້າພະເຈົ້າໄດ້ມີການພົບປະແລກປ່ຽນທີ່ລະອຽດ ແລະມີປະສິດທິຜົນທີ່ສຸດ.
ຂ້າພະເຈົ້າໄດ້ພົບປະກັບທ່ານ ເລືອງເກື່ອງ ປະທານປະເທດ ແລະກ່ອນນັ້ນແມ່ນພົບປະກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ. ຂ້າພະເຈົ້າໄດ້ມີການໂອ້ລົມ ແລະພົບປະທາງການທີ່ສຸດຍອດກັບທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ.
ໃນການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນແບບພິເສດ, ຫາຍາກລະຫວ່າງຫວຽດນາມ ແລະກູບາ, ກໍ່ຄືການໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງປະເທດ. ສອງຝ່າຍໄດ້ຢັ້ງຢືນຄວາມກ້າວໜ້າພໍສົມຄວນໃນບັນດາໂຄງການເຊິ່ງສອງປະເທດພວມພັດທະນາ. ພວກຂ້າພະເຈົ້າວາງເປົ້າໝາຍຍາວໄກກວ່າ ແລະໄວກວ່າໃນການພັດທະນາບັນດາການພົວພັນວັດທະນະທໍາ, ວິທະຍາສາດ, ວິຊາການສຶກສາ, ການເມືອງ ແລະນັບທັງເສດຖະກິດລະຫວ່າງສອງປະເທດ.
![]() |
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໂອ້ລົມກັບທ່ານ Bruno Rodríguez Parrilla ລັດຖະມົນຕີການຕ່າງປະເທດກູບາ. ພາບ: ຫງວຽນຮ່ົງ |
ໃນຕະຫຼອດ 65 ປີຜ່ານມາ, ຫວຽດນາມ ແລະກູບາ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ປົດປ່ອຍຊາດກໍ່ຄືໃນວິວັດການສ້າງສາປະເທດຊາດດ້ວຍນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດ ແລະປອດໃສທີ່ຫາຍາກ. ທ່ານລັດຖະມົນຕີສາມາດແບ່ງປັນຕື່ມອີກກ່ຽວກັບຂີດໝາຍຂອງຄວາມໝາຍນີ້ໃນການພົວພັນສອງປະເທດ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ກູບາ?
ຂີດໝາຍ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດແມ່ນໂອກາດທີ່ພິເສດໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ຮຽກຮ້ອງຕ້ອງມີການສະຫຼຸບ, ຄິດຫງຳເຖິງກົກເຖິງຮາກ ແລະສ້າງແຜນການໃຫ້ອະນາຄົດ. ຢູ່ກູບາ, ພວກຂ້າພະເຈົ້າກໍ່ພວມສະເຫຼີມສະຫຼອງ, ປຽບເໝືອນດັ່ງເປັນຂອງຕົນເອງ, ຫຼາຍເຫດການສໍາຄັນໃນປະຫວັດສາດຂອງປະເທດ, ຂອງຊາດຫວຽດນາມ. ພວກຂ້າພະເຈົ້າຖືນັ້ນແມ່ນເຫດການທີ່ມີລັກສະນະສັນຍາລັກໃນການພົວພັນສອງປະເທດ ແລະເຫດການນັ້ນຈະໄດ້ສະເຫຼີມສະຫຼອງໃຫ້ສົມກັບຢູ່ປະເທດພວກຂ້າພະເຈົ້າ, ປຽບເໝືອນເປັນຂອງກູບາ.
ຂ້າພະເຈົ້າກໍ່ແລກປ່ຽນກ່ຽວກັບບັນດາປັດໄຈຂອງຮູບການພັດທະນາຫວຽດນາມ ຍ້ອນນີ້ແມ່ນການທາບທາມທີ່ມີຄວາມສໍາຄັນທີ່ສຸດໃຫ້ກູບາ. ຂ້າພະເຈົ້າກໍ່ຊອກຮູ້ບັນດາແຜນການທີ່ມີຄວາມມັກໃຫຍ່ໃຝ່ສູງ, ພິເສດແມ່ນໃນການກໍ່ສ້າງພື້ນຖານສັງຄົມນິຍົມພັດທະນາໃນຫຼາຍທົດສະວັດທີ່ຈະມາເຖິງຂອງຫວຽດນາມ. ຂ້າພະເຈົ້າໄດ້ຮັບການຕ້ອນຮັບດ້ວຍຄວາມຮັກແພງ, ອົບອຸ່ນ ແລະນໍ້າໃຈມິດຕະພາບ.
ແລະໃນທຸກເທື່ອທີ່ມາຢ້ຽມຢາມຫວຽດນາມ, ຂ້າພະເຈົ້າຍາມໃດກໍ່ໄປໄວ້ອາໄລປະທານໂຮ່ຈີມິນ ແລະຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ສຸສານປະທານໂຮ່ຈີມິນ. ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ໄປຢ້ຽມຢາມເຮືອນຂອງເພິ່ນ ແລະຫວນຄືນບົດຮຽນທີ່ເພິ່ນປະໄວ້ໃຫ້, ເຊິ່ງແມ່ນບົດຮຽນໃນວິວັດການພັດທະນາສັງຄົມນິຍົມຢູ່ກູບາ.
ການພົວພັນແບບພິເສດຫວຽດນາມ-ກູບາ, ຄືດັ່ງທ່ານລັດຖະມົນຕີໄດ້ເຕື້ອງເຖິງແມ່ນມີຄວາມພິເສດທີ່ສຸດ ແລະໄດ້ພິສູດ, ທົດສອບໃນໄລຍະຜ່ານມາ. ໃນໄລຍະທີ່ຈະມາເຖິງ, ຕາມລັດຖະມົນຕີ, ສອງຝ່າຍຕ້ອງເຮັດແນວໃດເພື່ອປັບປຸງ ແລະເສີມຂະຫຍາຍນໍ້າໃຈມິດຕະພາບນັ້ນກວ່າອີກ, ຫັນກຳລັງໜູນເປັນລະອຽດ ເພື່ອພ້ອມກັນບືນຕົວຂຶ້ນໃນຍຸກສະໄໝໃໝ່, ພິເສດແມ່ນໃນສະພາບການໂລກຍາມໃດກໍ່ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປະຈຸບັນ?
ຕາມຂ້າພະເຈົ້າ, ທັງສອງປະເທດພວກເຮົາສາມາດປະກອບສ່ວນເຂົ້າໃນການປ່ຽນແປງຄວາມເປັນລະບຽບຂອງລະບົບສາກົນປະຈຸບັນຍັງຂາດຄວາມຍຸດຕິທຳ ແລະຂາດຄວາມສາມັກຄີຫຼາຍ, ພ້ອມດຽວກັນນັ້ນສະພາບແວດລ້ອມກໍ່ບໍ່ຍືນຍົງ. ທັງສອງປະເທດພວກເຮົາລ້ວນແຕ່ປະກອບສ່ວນເຂົ້າໃນການພັດທະນາຂອງໂລກຫຼາຍຝ່າຍໂດຍອີງໃສ່ກົດໝາຍສາກົນ.
ພວກເຮົາສາມາດເພີ່ມເຕີມໃຫ້ແກ່ການພັດທະນາຂອງກັນໂດຍອີງໃສ່ທ່າແຮງ ແລະທ່າໄດ້ປຽບຂອງແຕ່ລະປະເທດ, ໃນຮູບແບບກ່ຽວກັບໂລກໃໝ່, ມິດຕະພາບ ແລະຄວາມສາມັກຄີສາມາດສ້າງຂຶ້ນໄດ້. ພ້ອມດຽວກັນນັ້ນສອງປະເທດຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນທຸກຂັ້ນ, ລະຫວ່າງ ບັນດາອົງການຂອງສອງຝ່າຍ, ພິເສດແມ່ນລະຫວ່າງການນໍາຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະບັນດາອົງການຈັດຕັ້ງສັງຄົມ ແລະມະຫາຊົນ. ສອງປະເທດ ແລະປະຊາຊົນສອງຝ່າຍສືບຕໍ່ສ້າງສາການພົວພັນອ້າຍນ້ອງເຊິ່ງລຸ້ນຕ່າງໆຂອງພວກເຮົາໄດ້ຮັບຮູ້ປຽບເໝືອນດັ່ງມໍລະດົກອັນໜຶ່ງຈາກປະທານໂຮ່ຈີມິນ ແລະຜູ້ບັນຊາການສູງສຸດ Fidel Castro.
ຂໍຂອບໃຈລັດຖະມົນຕີ!
![]() | ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ. |
![]() | ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ. ຍສໝ - ວັນທີ 24 ມັງກອນ, ສະມາຄົມອຸປະຖຳຄົນເຈັບທຸກຍາກແຂວງ ກວາງບິ່ງ, ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົງເຫີຍ ໄດ້ສົມທົບກັບອົງການຈັດຕັ້ງມອບ ແລະ ຮັບເອົາເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງຈາກແຫຼ່ງການໜູນຊ່ວຍ, ປະກອບສ່ວນຂອງບັນດາອົງການຈັດຕັ້ງ ແລະ ບຸກຄົນອຸປະຖຳ. |