![]() | ເອກອັກຄະລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ |
![]() | ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງການໂອ້ລົມເຈລະຈາ ແລະ ການເຊື່ອມຕໍ່ວິສາຫະກິດ |
"ຄຳສັ່ງຍົກເວັ້ນສະບັບໜຶ່ງ ຫຼື ການຕີລາຄາຢ່າງວ່ອງໄວຂອງໂຄງການນີ້, ເຊິ່ງລວມມີການເຄື່ອນໄຫວຂຸດຄົ້ນລະເບີດຝັງດິນທົ່ວໂລກ, ການຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ການສຶກສາຄວາມສ່ຽງຈາກລະເບີດຝັງດິນ, ແມ່ນມີຄວາມຈໍາເປັນອັນຮີບດ່ວນເພື່ອໃຫ້ຜູ້ຂຸດຄົ້ນລະເບີດຝັງດິນສາມາດກັບຄືນສູ່ວຽກງານການຊ່ວຍຊີວິດອັນສໍາຄັນ", ບັນດາທ່ານອະດີດເອກອັກຄະລັດຖະທູດ ຂຽນ.
![]() |
ຮູບພາບຈາກເວັບໄຊກອງທຶນມໍລະດົກສົງຄາມ. |
ບັນດາອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ລວມມີ: ທ່ານ Raymond Burghardt, David Shear, Michael Michalak, Pete Peterson, Ted Osius; ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລາວ 9 ທ່ານ ແລະ ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ກຳປູເຈຍ 3 ທ່ານ ໄດ້ລົງນາມໃນຈົດໝາຍທີ່ລົງໃນເວັບໄຊຂອງກອງທຶນມໍລະດົກສົງຄາມ.
ພວກເຂົາກ່າວວ່າ ການຢຸດຕິການຊ່ວຍເຫລືອເປັນເວລາ 3 ເດືອນ, ເມື່ອສະຖານະການຍັງບອບບາງ, ອາດຈະເຮັດໃຫ້ມີຄວາມຊັກຊ້າຢ່າງຮ້າຍແຮງ ຫຼືແມ່ນແຕ່ເຮັດໃຫ້ບັນດາໂຄງການຕ້ອງຫາຍສາບສູນໄປ.
ບັນດາທ່ານອະດີດເອກອັກຄະລັດຖະທູດກ່າວວ່າ ການເກັບກູ້ລະເບີດ ແລະ ວັດຖຸລະເບີດທີ່ບໍ່ທັນແຕກ (UXO) ໄດ້ຮັບໃຊ້ຜົນປະໂຫຍດຂອງ ອາເມລິກາ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການໜູນຊ່ວຍຂອງ ອາເມລິກາ ຕໍ່ ລາວ, ກຳປູເຈຍ ແລະ ຫວຽດນາມ, ບັນດາປະເທດທີ່ມີບົດບາດສຳຄັນໃນຍຸດທະສາດຂອງ ອາເມລິກາ ໃນພາກພື້ນ.
ຈົດໝາຍຢືນຢັນວ່າ ການເຄື່ອນໄຫວເກັບກູ້ລະເບີດບໍ່ພຽງແຕ່ຊ່ວຍຊີວິດຄົນເທົ່ານັ້ນ, ແຕ່ຍັງຊ່ວຍຫັນທີ່ດິນທີ່ເປື້ອນເປິໃຫ້ເປັນດິນກະສິກຳ ແລະ ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ພື້ນຖານເສດຖະກິດ ແລະ ຄວາມສາມາດກຸ້ມຕົນເອງ, ຫຼຸດຜ່ອນການເພິ່ງພາການຊ່ວຍເຫຼືອຈາກ ອາເມລິກາ ແລະ ບັນດາຜູ້ອຸປະຖຳອື່ນໆ.
ບັນດາທ່ານອະດີດເອກອັກຄະລັດຖະທູດກ່າວວ່າ ໂຄງການດັ່ງກ່າວຍັງໃຫ້ຜົນປະໂຫຍດແກ່ ອາເມລິກາ ໃນດ້ານຄວາມໝັ້ນຄົງແຫ່ງຊາດ ໂດຍການຫລຸດຜ່ອນຄວາມສ່ຽງຂອງພວກທີ່ກະທຳບໍ່ດີທີ່ຈະແຜ່ລາມ ເຊິ່ງອາດຈະພາໃຫ້ເກີດຄວາມຮຸນແຮງ ຫຼືຄວາມບໍ່ໝັ້ນຄົງ. ຖ້າຫາກບໍ່ໄດ້ຮັບການເກັບກູ້, ລະເບີດຝັງດິນ ແລະ ວັດຖຸທີ່ຍັງບໍ່ທັນແຕກຍັງນາບຂູ່ເຖິງຊີວິດຂອງບຸກຄະລາກອນ ແລະ ຜູ້ຮັບເໝົາ ອາເມລິກາ ທີ່ເຮັດວຽກຢູ່ໃນເຂດດັ່ງກ່າວ.
ໃນແຕ່ລະວັນມີຜູ້ເສຍຊີວິດໂດຍສະເລ່ຍ 15 ຄົນໃນທົ່ວໂລກຍ້ອນລະເບີດຝັງດິນທີ່ເຫຼືອຈາກສົງຄາມ, ໃນນັ້ນປະມານເຄິ່ງໜຶ່ງແມ່ນເດັກນ້ອຍ, ການເກັບກູ້ລະເບີດແມ່ນມີບົດບາດສຳຄັນໃນການຊ່ວຍຊີວິດຄົນ.
ບັນດາທ່ານອະດີດເອກອັກຄະລັດຖະທູດ ຢືນຢັນວ່າ ການພົວພັນຄູ່ຮ່ວມມືຂອງ ອາເມລິກາ ກັບ ລາວ, ກຳປູເຈຍ, ຫວຽດນາມ ໃນບັນດາບັນຫາສຳຄັນຄື: ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ UXO, ການແກ້ໄຂການປົນເປື້ອນຂອງ Dioxin ແລະ ການຊອກຫາອັດຖິຂອງບັນດາທະຫານປະຊາຊົນທີ່ຫາຍສາບສູນ, ບໍ່ພຽງແຕ່ຊ່ວຍຮຳບາດແຜໃນອະດີດເທົ່ານັ້ນ, ຫາກຍັງຊຸກຍູ້ການປອງດອງກັນ, ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ການເຕີບໂຕເສດຖະກິດ, ການພົບປະແລກປ່ຽນປະຊາຊົນ.
“ໃນຖານະທີ່ເປັນອະດີດເອກອັກຄະລັດຖະທູດ, ພວກຂ້າພະເຈົ້າຢັ້ງຢືນວ່າ ໂຄງການເຫຼົ່ານີ້ໄດ້ຊ່ວຍພວກເຮົາຊຸກຍູ້ຜົນປະໂຫຍດຂອງ ອາເມລິກາ. ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງສາຍພົວພັນລະຫວ່າງ ອາເມລິກາ - ຫວຽດນາມ ເປັນປົກກະຕິ ແລະ ຄົບຮອບ 40 ປີແຫ່ງການຮ່ວມມືລະຫວ່າງ ອາເມລິກາ - ລາວ ໃນການຊອກຫາທະຫານປະຊາຊົນຜູ້ທີ່ຫາຍສາບສູນໃນສົງຄາມ, ພວກເຮົາພ້ອມກັນເບິ່ງຄືນບັນດາຄວາມຄືບຫນ້າອັນດີສົມຄວນທີ່ໄດ້ດໍາເນີນຢູ່ໃນອາຊີຕາເວັນອອກສຽງໃຕ້,” ຈົດຫມາຍສະບັບດັ່ງກ່າວຂຽນໄວ້.
![]() | ກິລາເຊື່ອມຕໍ່ນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ຍສໝ - ບັນດາງານແຂ່ງຂັນກິລາໄດ້ສ້າງສະໜາມທີ່ດີ, ຟົດຟື້ນເພື່ອໃຫ້ປະຊາຊົນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີການພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈຄວາມສາມັກຄີ. |
ມີງດຶກ