ຫວຽດນາມ ພ້ອມທີ່ຈະສະໜອງສະຖານທີ່ ເພື່ອເຈລະຈາກ່ຽວກັບ ອູແກຣນ

21:29 | 20/02/2025

ຍສໝ - ຫວຽດນາມ ສະໜັບສະໜູນ ​ແລະ ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມເປັນກາງ​ໄກ່​ເກ່ຍຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ຊອກ​ຫາມາດຕະການສັນຕິ​ວິທີອັນຍາວນານໃຫ້​ການ​ປະ​ທະ​ກັນ​ລະຫວ່າງ ລັດ​ເຊຍ - ອູແກຣນ.

ຫວຽດນາມ ແຈ້ງເຕືອນໃຫ້ຊາວ ຫວຽດນາມ ອາໄສຢູ່ ອູແກຣນ ກຽມພ້ອມແຜນການທີ່ດີທີ່ສຸດເພື່ອຮັກສາຄວາມປອດໄພ
ຫ້ອງຮຽນພາສາຫວຽດນາມ ຢູ່ໃນອຸມົງລີ້ໄພທີ່ Odessa (ອູແກຣນ)

ຕາມ​ຄຳ​ສະເໜີ​ຂອງ​ຝ່າຍ ​ອູ​ແກຣນ, ຕອນ​ບ່າຍ​ວັນ​ທີ 17 ກຸມພາ, ທ່ານ ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທັງເຊີນ ​ໄດ້​ໂອ້ລົມທາງ​ໂທລະສັບ​ກັບ​ທ່ານ​ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ອູ​ແກຣນ Andrii Sybiha.

ທ່ານ Andrii Sybiha ຢືນຢັນ​ວ່າ: ​ອູ​ແກຣນ ຖືເປັນສຳຄັນການ​ພົວພັນ​ມິດຕະພາບ ແລະ ການຮ່ວມມືກັບ​​ຫວຽດນາມ, ຊົມ​ເຊີຍ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ ລັດ​ເຊຍ - ​ອູ​ແກຣນ.

ຫວຽດນາມ ພ້ອມທີ່ຈະສະໜອງສະຖານທີ່ ເພື່ອເຈລະຈາກ່ຽວກັບ ອູແກຣນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸ່ຍ​ແທັງ​ເຊີນ ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ.

ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸ່ຍ​ແທັງ​ເຊີນ ໃຫ້ຮູ້ວ່າ ​ໂດຍເປັນ​ເພື່ອນ​ມິດ​ຂອງ ລັດ​ເຊຍ ແລະ ​ອູ​ແກຣນ, ຫວຽດນາມ ຍາມ​ໃດ​ກໍ່​ຮັກ​ສາ​ຫຼັກ​ໝັ້ນ​ທີ່​ດຸ່ນດ່ຽງ ແລະ ພາວະວິໄສ​ໃນ​ການ​ປະ​ທະ​ກັນ ລັດ​ເຊຍ - ອູ​ແກຣນ.

ທ່ານ ບຸ່ຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ ທຸກ​ບັນດາການ​ຂັດ​ແຍ້ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສັນຕິ​ວິທີ, ສອດຄ່ອງ​ກັບບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ກົດບັດສະຫະປະຊາຊາດ.

ຫວຽດນາມ ສະໜັບສະໜູນ ​ແລະ ​ພ້ອມ​​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມເປັນກາງ​ໄກ່​ເກ່ຍຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ຊອກ​ຫາ​ມາດຕະການສັນຕິ​ວິທີອັນຍາວນານໃຫ້​ການ​ປະ​ທະ​ກັນ​ ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ.​

ທ່ານ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸ່ຍ​ແທັງ​ເຊີນ ແລະ ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອູ​ແກຣນ Andrii Sybiha ໄດ້​ເປັນເອກະພາບ​ຮັກ​ສາ​ການ​ພົບປະ, ແລກ​ປ່ຽນ​ຄະ​ນະ​​ທຸກ​ຂັ້ນ ແລະ ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຢູ່​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂດຍ​ໄວ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 13 ກຸມພາ, ທີ່​ກອງ​ປະຊຸມຖະແຫຼງ​ຂ່າວ​ປະຈຳ​ຂອງກະຊວງ​ການ​ຕ່າງປະ​ເທດ, ​ສື່ມວນຊົນສະເໜີທ່ານ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ນາງ ຟ້າ​ມທູຮັ່ງ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ມູນ​ເລື່ອງ ຫວຽດນາມ​ ສາມາດ​ສະໜອງສະຖານທີ່ໃຫ້ບັນດາການ​ເຈລະຈາ ​ເພື່ອ​ຊອກ​ຫາ​​ມາດຕະການສັນຕິ​ວິທີແນໃສ່ຢຸດຕິ​ການ​ປະ​ທະ​ກັນ​ຢູ່ ​ອູ​ແກຣນ.

ທ່ານ ​ນາງ ຮັ່ງ​ ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມເປັນກາງ​ໄກ່​ເກ່ຍຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ຊອກ​ຫາ​ມາດຕະການສັນຕິ​ວິທີທີ່ຍາວນານໃຫ້​ການ​ປະ​ທະ​ກັນ​​, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ.

ທ່ານ ​ນາງ ຮັ່ງ ກ່າວ​ວ່າ “ພວກ​ຂ້າພະເຈົ້າ​ກໍ່​ພ້ອມ​​ແລ້ວທີ່​ຈະ​ເຂົ້າ​ຮ່ວມບັນດາ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ຊຸກຍູ້​ການ​ເຈລະຈາ ​ແລະ ຊອກ​ຫາ​ມາດຕະການສັນຕິ​ວິທີ ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ​ໂດຍ​ໄວ".

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ

ຕອນບ່າຍວັນທີ 26 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Gaman Oleksandr, ເອກອັກຄະລັດຖະທູດ ອູແກຣນ ແລະ ທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ມາຍື່ນສານຕາຕັ້ງ.

ປົກປ້ອງພົນລະເມືອງຫວຽດນາມ ຢູ່ ອູແກຣນ

ປົກປ້ອງພົນລະເມືອງຫວຽດນາມ ຢູ່ ອູແກຣນ

ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ປະກາດໂທລະເລກທາງການກ່ຽວກັບການປົກປ້ອງພົນລະເມືອງ ແລະນິຕິບຸກຄົນ ແລະບາງບັນຫາຕ້ອງເອົາໃຈໃສ່ຕໍ່ໜ້າສະພາບການຢູ່ອູແກຣນ.

ແທັງຮັ່ງ