ໃນການເຮັດວຽກ, ທ່ານ ຮສຈ.ປອ ໂງຈີແທ່ງ, ຮອງອະທິການບໍດີມະຫາວິທະຍາໄລ ຮົ່ງດຶກ ໃຫ້ຮູ້ວ່າ: ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ລະດັບສູງໃຫ້ປະເທດລາວ ເວົ້າລວມ ແລະ ແຂວງ ຫົວພັນ ເວົ້າສະເພາະ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນຂອງໂຮງຮຽນ.
ພາຍຫຼັງຮັບ ແລະ ພິຈາລະນາສຳເນົາເອກະສານແລ້ວ, ບັນດານັກສຶກສາຕ່າງປະເທດທີ່ບໍ່ມີເງື່ອນໄຂດ້ານພາສາ ຫວຽດ ກໍ່ຈະໄດ້ຮັບການຈັດເພື່ອຮຽນຫຼັກສູດພາສາຫວຽດ. ໃນຂະບວນການຮຽນ, ບັນດານັກສຶກສາເຂົ້າຮ່ວມບັນດາການສອບເສັງຕີລາຄາຄວາມສາມາດໂດຍຜ່ານທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນພາສາ ຫວຽດ. ພາຍຫຼັງສຳເລັດຫຼັກສູດບຳລຸງສ້າງພາສາ ຫວຽດນາມ, ໂຮງຮຽນຈະອີງຕາມຄວາມຕັດສິນໃຈຂອງແຂວງ ຫົວພັນ ແລະ ແຂວງ ແທັງຮວ່າ ເພື່ອອອກຂໍ້ກຳນົດໃນການເຂົ້າຮຽນຕໍ່ລະດັບປະລິນຍາໂທ, ປະລິນຍາຕີ ແລະ ເຊື່ອມຕໍ່ໃນຫຼາຍສາຂາວິຊາ ແລະ ລົງເລິກຂະແໜງຕ່າງໆຢູ່ມະຫາວິທະຍາໄລ ຮົ່ງດຶກ.
![]() |
ບັນດາຜູ້ແທນ ແລະ ນັກສຶກສາລາວ ໄດ້ຖ່າຍຮູບທີ່ລະນຶກທີ່ການເຮັດວຽກ. (ພາບ: ມະຫາວິທະຍາໄລ ຮົ່ງດຶກ) |
ນອກຈາກການຍົກສູງຄຸນນະພາບການບຳລຸງສ້າງຂອງນັກສຶກສາລາວ ແລ້ວ, ໂຮງຮຽນຍາມໃດກໍ່ເອົາໃຈໃສ່ຕໍ່ເງື່ອນໄຂການຮຽນຮູ້ ແລະ ຊີວິດການເປັນຢູ່, ຮັບປະກັນໃຫ້ນັກສຶກສາລາວ ມີສະພາບແວດລ້ອມແຫ່ງການຮຽນຮູ້ທີ່ດີ ແລະ ປອດໄພ. ສຳລັບນັກສຶກສາລາວ ທີ່ເຂົ້າຮຽນໃໝ່, ທາງໂຮງຮຽນໄດ້ກະກຽມພື້ນຖານວັດຖຸຢ່າງຄົບຖ້ວນຫຼັງຈາກທີ່ພວກນ້ອງໄປເຂົ້າຮຽນ. ໃນໄລຍະຮຽນຢູ່ໂຮງຮຽນ, ນັກສຶກສາຕ່າງປະເທດຈະໄດ້ໄປທັດສະນະ, ຮຽນຮູ້ກ່ຽວກັບວັດທະນະທຳ ແລະ ປະຫວັດສາດ ຫວຽດນາມ, ເຂົ້າຮ່ວມກິດຈະກຳນອກຫຼັກສູດ, ພົບປະກັບຊາວທ້ອງຖິ່ນ.
ທ່ານ ຮສຈ.ປອ ໂງຈີແທ່ງ ປາດຖະໜາວ່າ ພາຍຫຼັງຮຽນຈົບ, ນັກສຶກສາລາວ ຈະກາຍເປັນພົນລະເມືອງທີ່ມີຄວາມຮູ້ດ້ານວີຊາສະເພາະ, ມີທັກສະອາຊີບຢ່າງຊຳນານ, ກັບຄືນບ້ານເກີດເມືອງນອນ ເພື່ອປະກອບສ່ວນເຂົ້າໃນຂະບວນການສ້າງສາ ແລະ ພັດທະນາປະເທດລາວ ໃຫ້ນັບມື້ນັບວັດທະນາຖາວອນ, ຈະເລີນຮຸ່ງເຮືອງ.
ທ່ານ ບຸນລວຍ ສຸກທິວົງ, ຫົວໜ້າພະແນກການຕ່າງປະເທດແຂວງ ຫົວພັນ, ໄດ້ຕີລາຄາສູງໝາກຜົນການບຳລຸງສ້າງຂອງມະຫາວິທະຍາໄລ ຮົ່ງດຶກ ເວົ້າລວມ ແລະ ການບຳລຸງສ້າງນັກສຶກສາລາວ ເວົ້າສະເພາະ. ທ່ານປາດຖະໜາວ່າ ໂຮງຮຽນຈະສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ ພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດຖືກຕ້ອງຕາມບັນດາກົດລະບຽບຂອງໂຮງຮຽນ ແລະ ກົດໝາຍຂອງ ຫວຽດນາມ ເພື່ອບັນລຸໄດ້ຜົນການຮຽນທີ່ດີທີ່ສຸດພາຍຫຼັງຮຽນຈົບ.
ໃນຂອບເຂດລາຍການເຮັດວຽກ, ຄະນະພະນັກງານແຂວງ ຫົວພັນ ໄດ້ມອບນັກສຶກສາລາວ 30 ກວ່າຄົນທີ່ໄປຮຽນຢູ່ມະຫາວິທະຍາໄລ ຮົ່ງດຶກ ໃນສົກຮຽນ 2024-2025.
ມາຮອດປະຈຸບັນ, ມະຫາວິທະຍາໄລ ຮົ່ງດຶກ ໄດ້ບຳລຸງສ້າງນັກສຶກສາລາວ 1.000 ກວ່າຄົນ ຂຶ້ນກັບບັນດາເປົ້າໝາຍແມ່ນພະນັກງານ, ລັດຖະກອນ, ນັກສຶກສາຈາກແຂວງ ຫົວພັນ ແລະ ບັນດາແຂວງອື່ນໆຂອງລາວ ໃນລະດັບປະລິນຍາຕີ ແລະ ຫຼັງມະຫາ.
![]() | ນັກສຶກສາລາວ ຊ່ວຍເຫຼືອປະຊາຊົນແກ້ໄຂຜົ້ນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ໃນຊຸມວັນຜ່ານມາ, ບັນດາແຂວງພາກພາງຂອງຫວຽດນາມ ຖືກເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊັບສິນອີນຊີ. ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ປະຊາຊົນ ໄດ້ເລີ່ມເຮັດອະນາໄມເຮືອນຊານເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ ໂດຍໄວ. ນອກຈາກທະຫານລາດ, ທະຫານ, ກຸ່ມນັກສຶກສາລາວ ກໍ່ເຂົ້າຮ່ວມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ທີ່ນີ້ຢ່າງສຸດຈິດສຸດໃຈ. |
![]() | ໂທລະເລກອວຍພອນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ (30/04/1975 - 30/04/2020) ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງໂທລະເລກອວຍພອນມາຍັງ ສະຫາຍ ເຈົນວັນຕຸ້ຍ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ,ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ ... |
ແທັງຮັ່ງ