![]() | ຜູ້ແທນສາກົນ 150 ກວ່າທ່ານໄດ້ປູກຕົ້ນໄມ້ມິດຕະພາບຢູ່ ດ່າໜັງ |
![]() | ປ່ຽນແປງໃໝ່ວິທີເຂົ້າເຖິງໃນການພັດທະນາການພົວພັນປະຊາຊົນຫວຽດນາມ - ລາວ |
ເຫດການຍັງມີຜູ້ເຂົ້າຮ່ວມ 400 ກວ່າຄົນ, ລວມມີຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການ ນະຄອນໂຮ່ຈິມິນ, ບັນດາອົງການການທູດ, ບັນດາອົງການສິ່ງແວດລ້ອມ ແລະ ປະຊາຄົມລົດຖີບ...
![]() |
ຄະນະໄດ້ເລີ່ມເຄື່ອນອອກຈາກໂຮງລະຄອນ ນະຄອນໂຮ່ຈິມິນ ໃນຕອນເຊົ້າວັນທີ 16 ກຸມພາ. |
ກ່າວຄຳປາໄສທີ່ເຫດການ, ທ່ານ Daniel Coenraad Stork, ກົງສຸນໃຫຍ່ລາຊະອານາຈັກ ໂຮນລັງ ປະຈຳ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພະແນກ, ຄະນະ, ຂະແໜງການນະຄອນໂຮ່ຈີມິນ, ບັນດາຄູ່ຮ່ວມມື, ຫົວໜ່ວຍຮ່ວມເດີນທາງທີ່ໄດ້ໜູນຊ່ວຍການປະຕິບັດໂຄງການ. ພ້ອມກັນນັ້ນ, ທ່ານກໍ່ໄດ້ສະແດງຄວາມພາກພູມໃຈຕໍ່ໄວຫນຸ່ມຊາວໂຮນລັງ 2 ຄົນ, ທ້າວ Rick Keijzer (ອາຍຸ 21 ປີ) ແລະ ທ້າວ Sven Broekhuizen (ອາຍຸ 25 ປີ) ແລະ ຜູ້ທີ່ຮັກການຂີ່ລົດຖີບທັງຫມົດ.
ທ້າວ Rick ແລະ Sven, ສະມາຊິກຂອງກຸ່ມ “Bikkels on Bikes”, ໄດ້ເລີ່ມການເດີນທາງຖີບລົດຈາກ ໂຮນລັງ ມາ ຫວຽດນາມ ບົນເສັ້ນທາງເກືອບ 20.000 ກິໂລແມັດ ໂດຍຜ່ານຫຼາຍປະເທດ. ພາລະກິດຂອງພວກເຂົາບໍ່ພຽງແຕ່ຈະຄົ້ນຫາໂລກກ່ຽວກັບລົດຖີບ, ແຕ່ຍັງເປັນການລະດົມທຶນສໍາລັບ COOP Africa, ອົງການການກຸສົນທີ່ຫນູນຊ່ວຍປະຊາຊົນໃນອາຟຣິກາ.
ທ່ານ ເຈີ່ນຈ້ອງຢຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ນະຄອນໂຮ່ຈີມິນ ໄດ້ຕ້ອນຮັບບັນດາຜູ້ແທນ ແລະ ແຂກຜູ້ມີກຽດ ຫວຽດນາມ - ໂຮນລັງ, ພິເສດແມ່ນພົນລະເມືອງ ໂຮນລັງ 2 ຄົນ ທີ່ຂີ່ລົດຖີບມາເປັນເວລາ 343 ວັນ, ຜ່ານ 24 ປະເທດ ເພື່ອໄປເຖິງນະຄອນໂຮ່ຈີມິນ ທີ່ສວຍງາມ - ຈຸດໝາຍສຸດທ້າຍຂອງການເດີນທາງ.
ທ່ານ ຢຸ່ງ ເນັ້ນໜັກວ່າ ເຫດການລົດຖີບຄັ້ງນີ້ ປະກອບສ່ວນເຂົ້າໃນການເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືຢ່າງຈິງໃຈລະຫວ່າງ ຫວຽດນາມ ເວົ້າລວມ, ນະຄອນໂຮ່ຈີມິນ ເວົ້າສະເພາະ ກັບລາຊະອານາຈັກ ໂຮນລັງ ເລິກເຊິ່ງກ່ວາອີກ.
“ຂ້າພະເຈົ້າເຊື່ອໝັ້ນວ່າ ຂະບວນການນີ້ຈະປະກອບສ່ວນຊຸກຍູ້ຈິດໃຈກິລາ, ລົດຖີບ ເພື່ອນະຄອນໂຮ່ຈີມິນ ທີ່ສີຂຽວກວ່າ, ສວຍງາມກວ່າ, ຮັກແພງກວ່າ… ປະກອບສ່ວນສ້າງຄວາມຊົງຈຳອັນເລິກເຊິ່ງ”, ທ່ານ ຢຸ່ງ ກ່າວ.
ຕາມການເດີນທາງ, ຄະນະໄດ້ອອກເດີນທາງທີ່ໂຮງລະຄອນ ນະຄອນໂຮ່ຈິມິນ, ຈາກນັ້ນ ໄດ້ເດີນທາງຜ່ານຖະໜົນຫຼາຍສາຍຄື: ດົງເຂີຍ- ໂຕນດຶກແທ່ງ - ຫງວຽນເຫ້ວ - ເລເລີຍ - ເລລາຍ - ເຈືອງດິງ - ຫງວຽນທິມິນຄາຍ, ແລ້ວຢຸດຖ່າຍຮູບຢູ່ທຳນຽບ ທົງເຍີດ, ເມືອງ 1.
ຈາກນັ້ນ, ຄະນະຜູ້ແທນໄດ້ຜ່ານຖະໜົນຫົນທາງອັນມີຊື່ສຽງໂດ່ງດັງຫຼາຍແຫ່ງ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳຂອງນະຄອນໂຮ່ຈີມິນ ກ່ອນທີ່ຈະໄປຢ້ຽມຢາມເຮືອນຂອງກົງສຸນໃຫຍ່ລາຊະອານາຈັກ ໂຮນລັງ ປະຈຳ ນະຄອນໂຮ່ຈີມິນ ຢູ່ນະຄອນ ຖູດຶກ.
![]() | ຜັນຂະຫຍາຍບັນດາມາດຕະການເພື່ອເຮັດໃຫ້ການພົວພັນຫວຽດນາມ - ໂຕໂກ ເລິກເຊິ່ງກ່ວາອີກ ຍສໝ - ໂດຍຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕໂກ, ຕອນບ່າຍວັນທີ 8 ມັງກອນນີ້, ທີ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ... |
![]() | ເພີ່ມທະວີການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ຍສໝ - ຫຼາຍການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງໂດຍບັນດາສະມາຄົມມິດຕະພາບ ໃນອາທິດຜ່ານມາ . |
ມີງດຶກ