ລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ

22:39 | 18/02/2025

ຍສໝ - ວັນທີ 15 ກຸມພາ, ຢູ່ເມືອງ ຫຼາກຖຸຍ, ແຂວງ ຮວ່າບິງ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ ໂດຍມີການເຂົ້າຮ່ວມຂອງຄອບຄົວທ່ານ Philippo Agathonnos ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ຫວຽດນາມ ພ້ອມກັບພະນັກງານສະຖານທູດ.

ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ
ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ

ໃນຂອບເຂດລາຍການ, ບັນດາຜູ້ແທນໄດ້ໄປທ່ຽວຊົມທິວທັດຍາມລະດູບານໃໝ່ເຂດຮ່ອງຮອຍ ວັດ ຕຽນ, ໄປທັດສະນະລະບົບຖ້ຳຫີນທີ່ໄດ້ຮັບການຮັບຮອງເປັນເຂດຮ່ອງຮອຍລະດັບຊາດໃນປີ 2011. ຄະນະຂີ່ກະເຊົ້າໄຟຟ້າ ເຮື່ອງບິງ - ໂຄງການທີ່ໄດ້ເປີດສະຫຼອງໃນວັນທີ 17 ມັງກອນນີ້ ດ້ວຍເຕັກໂນໂລຢີທັນສະໄຫມແຖວໜ້າໃນໂລກທີ່ມາຈາກ ໂອຕຣິດ.

ລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ

ບັນດາ​ຜູ້​ແທນ​ຖ່າຍຮູບ​ທີ່​ລະນຶກ​ຢູ່​ເສັ້ນທາງກະເຊົ້າໄຟຟ້າ ເຮື່ອງບິງ.

ກ່າວ​ຄຳ​ປາໄສທີ່​ເຫດການ, ທ່ານ ​ຮສ ປອ ເຈີນຕວນແອັງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ, ຮອງປະທານ ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ ການເດີນທາງໃນລະດູບານໃໝ່ ບໍ່ພຽງແຕ່ແມ່ນໂອກາດເພື່ອແລກປ່ຽນ, ຮຽນຮູ້ວັດທະນະທຳເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສະໜິດຕິດພັນລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ແລະ ສະຖານທູດ ໂອຕຣິດ ປະຈຳ ຫວຽດນາມ.

ທ່ານ ​ເອກ​ອັກຄະ​ລັດຖະທູດ Philippo Agathonnos ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ໂອຕຣິດ ​ໃນ​ການ​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ໃນ​ຕົ້ນ​ປີ, ພ້ອມກັນນັ້ນ ກໍ່ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ສົມທົບ​ກັບ​ສະມາຄົມ​ໃນ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​​ລະຫວ່າງ ຫວຽດນາມ - ໂອຕຣິດ ອີກດ້ວຍ.

ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.

ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນ​ຈູງ​ກຽນ ​ໄດ້​ສະ​ແດງ​ຄວາມຮູ້ສຶກຕື້ນຕັນໃຈ​ເມື່ອ ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກເພື່ອແນະນຳໃນ​ວາລະສານ Cercle Diplomatique ສະບັບເລກທີທຳອິດ.

ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ

ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ

ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງກະໂດດຂັ້ນ ໃນຂະນະທີ່ພື້ນຖານເສດຖະກິດບືນຕົວຢ່າງແຮງ, ບັນດາວິສາຫະກິດ.

ແທັງຮັ່ງ