ໂດຍເຂົ້າຮ່ວມກອງປະຊຸມມີທ່ານ ຫງວຽນດັງຟາດ, ຮອງປະທານ, ເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ; ສະມາຊິກເກືອບ 100 ຄົນເຊິ່ງແມ່ນອະດີດນັກສຶກສາ, ນັກຄົ້ນຄວ້າ, ນັກເຝິກງານ ຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva; ປະຈຸບັນ, ບັນດາສະມາຊິກພວມເຮັດວຽກຢູ່ກຸ່ມອຸດສາຫະກຳບໍ່ຖ່ານຫີນ - ແຮ່ທາດແຫ່ງຊາດ ຫວຽດນາມ, ມະຫາວິທະຍາໄລພາຍໃນປະເທດຈຳນວນໜຶ່ງ ແລະ ບັນດາອົງການ, ວິສາຫະກິດອື່ນໆ.
![]() |
ຜູ້ຕາງໜ້າສູນກາງສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໄດ້ຖ່າຍຮູບທີ່ລະນຶກກັບຄະນະບໍລິຫານງານສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ອະດີດນັກສຶກສາມະຫາວິທະຍາໄລບໍ່ແຮ່ Moscow. |
ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານການເຄື່ອນໄຫວຂອງຄະນະຕິດຕໍ່ພົວພັນອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ Moskva ໃນໄລຍະມໍ່ໆມານີ້. ໃນນັ້ນ, ຄະນະຂົນຂວາຍໄດ້ເຮັດສຳເລັດບັນດາລະບຽບການມຸ່ງໄປເຖິງການສ້າງຕັ້ງສາຂາສະມາຄົມຂຶ້ນກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ; ປຶກສາຫາລືກ່ຽວກັບລະບຽບຂໍ້ກຳນົດການຈັດຕັ້ງ ແລະ ການດຳເນີນງານຂອງສາຂາສະມາຄົມ, ຮ່າງແຜນການເຄື່ອນໄຫວປີ 2025 ແລະ ຕະຫຼອດອາຍຸການຮອດປີ 2030.
ກອງປະຊຸມໃຫຍ່ໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva ລວມມີກຳມະການ 7 ທ່ານ. ທ່ານ ເຈີ່ນຊວນຮ່ວາ, ອະດີດກຳມະການຄະນະປະຈຳສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ, ອະດີດປະທານສະພາສະມາຊິກກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ບໍ່ແຮ່ ຫວຽດນາມ, ໄດ້ຮັບເລືອກຕັ້ງເປັນປະທານສາຂາສະມາຄົມ. ທ່ານ ຫງວຽນແອງຕ໋ວນ, ກຳມະການຄະນະປະຈຳສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ, ອະດີດຫົວໜ້າຄະນະຕິດຕໍ່ພົວພັນ ແລະ ຄະນະຂົນຂວາຍ ສ້າງຕັ້ງສາຂາສະມາຄົມ, ດຳລົງຕຳແໜ່ງເປັນຮອງປະທານຜູ້ປະຈຳ. ທ່ານ ເຢື່ອງຟີຮຸ່ງ ດຳລົງຕຳແໜ່ງເປັນຮອງປະທານ ທັງເປັນເລຂາທິການສາຂາສະມາຄົມ.
ກ່າວຄຳປາໄສທີ່ກອງປະຊຸມໃຫຍ່, ທ່ານຮອງປະທານ, ເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຫງວຽນດັງຟາດ ໄດ້ສະແດງຄວາມຊົມເຊີຍການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva. ທ່ານກ່າວວ່າ ສາຂາສະມາຄົມຈະປະກອບສ່ວນເປີດກ້ວາງເຄືອຂ່າຍສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ປະຈຸບັນລວມມີ 32 ສະມາຄົມຂັ້ນແຂວງ, ນະຄອນ ແລະ 17 ສາຂາຢູ່ບັນດາກະຊວງ, ຄະນະ, ຂະແໜງການ, ມະຫາວິທະຍາໄລ, ພ້ອມກັບບັນດາຄະນະຕິດຕໍ່ພົວພັນອະດີດນັກສຶກສາມະຫາວິທະຍາໄລ ໂຊວຽດ/ສະຫະພັນລັດເຊຍ.
ທ່ານ ຫງວຽນດັງຟາດ ກໍ່ແນະນຳບັນດາການເຄື່ອນໄຫວເປັນປະຈຳຂອງສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ພ້ອມທັງແບ່ງປັນແຜນການກະທຳປີ 2025. ທ່ານເຊື່ອໝັ້ນວ່າ ສາຂາສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva ຈະມີບັນດາການປະກອບສ່ວນອັນຕັ້ງໜ້າໃຫ້ແກ່ສະມາຄົມ, ພ້ອມທັງປັບປຸງບັນດາຂໍ້ມູນຂ່າວສານກ່ຽວກັບສະພາບການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລັດເຊຍ ແລະ ການຜັນປ່ຽນໃໝ່ຢູ່ສະຫະພັນລັດເຊຍ.
ການສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva ກໍ່ໄດ້ສ້າງຂີດໝາຍບາດກ້າວພັດທະນາສຳຄັນໃນການປັບປຸງ ແລະ ເປີດກວ້າງເຄືອຂ່າຍການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາອະດີດນັກສຶກສາ ຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ ລັດເຊຍ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ລັດເຊຍ ໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ.
![]() | ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 07 ກັນຍາ, ທີ່ສຳນັກງານສະພາສະຫະພັນ (ສະພາສູງ ລັດເຊຍ) ຢູ່ນະຄອນຫລວງ ມົດສະກູ. |
ມີງດຶກ