![]() | ດົ່ງທາບ: ພົບປະເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສະຫະພັນ ລັດເຊຍ |
![]() | ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ |
ກ່າວຄຳປາໄສທີ່ເຫດການ, ທ່ານເອກອັກຄະລັດຖະທູດ ເຢຍລະມັນ ນາງ Helga Margarete Barth ໃຫ້ຮູ້ວ່າ ປີ 2025, ຫວຽດນາມ ແລະ ເຢຍລະມັນ ຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືໃນອະນາຄົດ.
![]() |
ທ່ານນາງ Helga Margarete Barth ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ. |
ສະຖານທູດ ເຢຍລະມັນ ປະຈຳ ຫວຽດນາມ ແລະ ສະຖານກົງສຸນໃຫຍ່ ເຢຍລະມັນ ປະຈຳ ນະຄອນ ໂຮ່ຈີມິນ ຈະສົມທົບກັບບັນດາອົງການຈັດຕັ້ງເຢຍລະມັນຢູ່ ຫວຽດນາມ ເພື່ອສາງໂຄງການທີ່ຫຼາກຫຼາຍເພື່ອແນະນຳບັນດາຂົງເຂດປະຕິບັດບັນດາຄຳໝັ້ນສັນຍາ, ການຮ່ວມມືລະຫວ່າງ ຫວຽດນາມ - ເຢຍລະມັນ. ຄາດວ່າຈະມີ 10 ເຫດການພົ້ນເດັ່ນທີ່ໄດ້ຮັບການຜັນຂະຫຍາຍຄື:
ທີໜຶ່ງ, ເປີດຕົວເວັບໄຊຢ່າງເປັນທາງການຂອງປີສະເຫຼີມສະຫຼອງ: www.50vietduc.de
ທີສອງ, Gala ປະສານສຽງດົນຕີ “Berlin ປະກາຍແຈ້ງ” ຢູ່ຮ່າໂນ້ຍ (21 ກຸມພາ) ແລະ ນະຄອນໂຮ່ຈິມິນ (28 ກຸມພາ).
ທີສາມ, ພິທີລົງນາມລະຫວ່າງ Bundesliga ເຢຍລະມັນ ແລະ ສະຫະພັນບານເຕະ ຫວຽດນາມ ໃນວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ.
ທີສີ່, ການແຂ່ງຂັນ ຂຽນ “ວັນໜຶ່ງເປັນທູດ”, ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ). ຜ່ານນັ້ນ, ກໍ່ສ້າງເວທີປາໄສການມອບສິດໃຫ້ແກ່ແມ່ຍິງ, ໂດຍຜ່ານການເປີດໂອກາດໃຫ້ເຂົາເຈົ້າເຂົ້າຮ່ວມໃນຫຼາຍຂົງເຂດ.
ທີຫ້າ, ງານແຂ່ງຂັນສິລະປະຕາມຖະໜົນດ້ວຍຫົວຂໍ້ “ຫັນຝາຂອງພວກຂ້າພະເຈົ້າໃຫ້ເປັນຮູບແຕ້ມຂອງເຈົ້າ” ໃນວັນທີ 11 ເມສາ.
ທີຫົກ, ບັນດາວັນບຸນອາຊີບຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຄາດຄະເນຈະດຳເນີນໃນວັນທີ 26 ເມສາ ຢູ່ ຮ່າໂນ້ຍ, ເດືອນມິຖຸນາ ແລະ ເດືອນພະຈິກ ຢູ່ນະຄອນ ໂຮ່ຈີມິນ.
ທີເຈັດ, “ຖ້ຽວລົດແນະນຳປະກອບອາຊີບແຕ່ເໜືອຮອດໃຕ້” ເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບການເຂົ້າເມືອງ ເຢຍລະມັນ ທີ່ປອດໄພ, ບັນດາໂຄງການສະໜອງຄວາມຮູ້ກ່ຽວກັບພາສາ, ວັດທະນະທຳ, ແນະນຳອາຊີບ ແລະ ມະຫາວິທະຍາໄລຫວຽດນາມ ໂດຍອີງຕາມມາດຖານຂອງ ເຢຍລະມັນ.
ທີແປດ, ງານບຸນ ເຢຍລະມັນ (ເຢຍລະມັນ Festival) ຢູ່ໜອງ ຮວ່ານກຽມ ແຕ່ວັນທີ 19 – 21 ກັນຍາ.
ທີເກົ້າ, ການສະແດງຂອງທ່ານThomas Anders (Modern Talking) ໃນວັນທີ 25 ຕຸລາ ຢູ່ຮ່າໂນ້ຍ.
ທີສິບ, ແນະນຳໂສມໜ້າຕາງໜ້າຈຳນວນໜຶ່ງທີ່ມີສອງສັນຊາດ ຫວຽດນາມ - ເຢຍລະມັນ ໃນເວທີປາໄສອອນລາຍໃນທ້າຍເດືອນ ມີນາ, ຢູ່ຕາມກຳແພງນອກຂອງສະຖານທູດ ເຢຍລະມັນ ໃນ 6 ເດືອນທ້າຍປີ.
ໂດຍແບ່ງປັນກັບສື່ມ່ວນຊົນຢູ່ນອກກອງປະຊຸມຂ່າວ, ທ່ານນາງ Helga Margarete Barth ໃຫ້ຮູ້ວ່າ ໃນອະນາຄົດ, ບັນດາຂົງເຂດທີ່ ເຢຍລະມັນ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ລວມມີ: ຄວາມໝັ້ນຄົງທາງອິນເຕີເນັດ, ປັນຍາປະດິດ, ການຮັກສາສັນຕິພາບ, ບຳລຸງສ້າງວິຊາຊີບ... ພິເສດແມ່ນ ເຢຍລະມັນ ປາດຖະໜາຢາກດຶງດູດຄົນງານ, ພິເສດແມ່ນຄົນງານໜຸ່ມ ເຂົ້າມາຮ່ຳຮຽນ, ຄົ້ນຄວ້າ, ເຮັດວຽກ ແລະ ດຳລົງຊີວິດຢູ່ ເຢຍລະມັນ.
![]() | ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50 ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ກອງເຮືອ 263 ແລະ 265 ຂອງກອງບັນຊາການເຂດ 5 ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ເຂົ້າທຽບທ່າກຳປັ່ນທະຫານເຂດ 5, ສິ້ນສຸດການລາດຕະເວນຮ່ວມປະຈຳປີ ຄັ້ງທີ 50 ກັບກອງເຮືອ 511 ແລະ 521 ຂອງກອງທັບເຮືອ ໄທ. |
ມີງດຶກ