![]() | ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ |
![]() | ເອກອັກຄະລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ |
ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ປະກາດຂໍ້ຕົກລົງເລກທີ 22-QD/DUMTTQ, CDTTW ລົງວັນທີ 10 ກຸມພາ 2025 ຂອງຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງສູນກາງກ່ຽວກັບການສ້າງຕັ້ງອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ; ຂໍ້ຕົກລົງເລກທີ 23-QD/DUMTTQ, CDTTW ລົງວັນທີ 10 ກຸມພາ 2025 ຂອງຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງສູນກາງກ່ຽວກັບການແຕ່ງຕັ້ງການເຂົ້າຮ່ວມຄະນະບໍລິຫານງານ, ຄະນະປະຈຳ, ເລຂາຄະນະພັກ, ຮອງເລຂາຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2020-2025.
![]() |
ຄະນະບໍລິຫານງານອົງຄະນະພັກສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ອາຍຸການ 2020-2025. (ພາບ: Dinh Hoa) |
ຕາມນັ້ນແລ້ວ, ຄະນະບໍລິຫານງານອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2020-2025 ລວມມີກຳມະການ 11 ທ່ານ, ຄະນະປະຈຳລວມມີກຳມະການ 3 ທ່ານ. ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາອົງຄະນະພັກສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ອາຍຸການ 2020-2025. ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງເລຂາຜູ້ປະຈຳການອົງຄະນະພັກ.
ທີ່ກອງປະຊຸມ, ທ່ານ ຟານແອງເຊີນ ໄດ້ແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມສູນກາງພັກຊຸດທີ 13 ໃນເດືອນມັງກອນ 2025 ແລະ ໄດ້ເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງສູນກາງຄື: ມະຕິ 59-NQ/TW ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ມະຕິເລກທີ 57-NQ/TW ຂອງກົມການເມືອງກ່ຽວກັບບາດກ້າວບຸກທະລຸດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ.
![]() | ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ. |
ມີງດຶກ