ເຂົ້າຮ່ວມເຫດການມີກົງສຸນໃຫຍ່ຂອງ 8 ປະເທດ ອາຊຽນ, ລວມມີ ມາເລເຊຍ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ; ຜູ້ຕາງໜ້າກະຊວງການຕ່າງປະເທດ ມາເລເຊຍ, ຮັກສາການຫົວໜ້າກົມການພົວພັນຕ່າງປະເທດແຂວງ ກວາງຕຸ້ງ ແລະ ກົງສຸນໃຫຍ່ບັນດາປະເທດ ປະຈຳ ກວາງໂຈ່ ເປັນຈຳນວນຫຼວງຫຼາຍ.
ກ່າວຄຳປາໄສທີ່ເຫດການນີ້, ທ່ານ Johan Ariff AbdulRazak ຜູ້ຕາງໜ້າກະຊວງການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ ປີ 2025 ແມ່ນຄົບ 1 ທົດສະວັດແຫ່ງການສ້າງປະຊາຄົມ ອາຊຽນ ແລະ ກໍ່ແມ່ນຈຸດເວລາສຳຄັນ ເພື່ອກະກຽມໃຫ້ປະຊາຄົມອາຊຽນ ກ້າວໄປສູ່ໄລຍະພັດທະນາໃໝ່.
ຫົວຂໍ້ “ກວມລວມ ແລະ ຍືນຍົງ” ໂດຍ ມາເລເຊຍ ເລືອກນັ້ນ ແມ່ນເພື່ອແນໃສ່ຢືນຢັນຄວາມຕັດສິນໃຈລວມຂອງບັນດາປະເທດ ອາຊຽນ ໃນການຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດໃຈກາງ, ປະກອບສ່ວນປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ໃນເຂດ ພ້ອມກັນນັ້ນ ກໍ່ມຸ່ງໄປເຖິງເປົ້າໝາຍທີ່ບັນລຸໄດ້ຍຸດທະສາດ 3 ປາຍແຫຼມ ເພື່ອແນໃສ່ເປີດກວ້າງບັນດາການເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ, ຊຸກຍູ້ການຫັນເປັນດິຈິຕອນ ແລະ ປັບປຸງພື້ນຖານເສດຖະກິດຂອງບັນດາປະເທດສະມາຊິກ.
![]() |
ພາບຂອງເຫດການ. |
ປະຈຸບັນ ມາເລເຊຍ ກໍ່ໄດ້ຂຶ້ນວາງແຜນຈະຈັດຕັ້ງກອງປະຊຸມຂັ້ນສູງສະເພາະ, ໃນນັ້ນ, ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 46 ຄາດວ່າຈະຈັດຂຶ້ນໃນວັນທີ 6-7 ພຶດສະພາ 2025, ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຈະຈັດຂຶ້ນໃນທ້າຍເດືອນຕຸລາ ປີ 2025. ບັນດາກອງປະຊຸມຂັ້ນລັດຖະມົນຕີທີ່ສຳຄັນທີ່ສຸດໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຄາດວ່າຈະຈັດຂຶ້ນໃນກາງເດືອນກໍລະກົດ 2025.
![]() |
ຈາກຊ້າຍໄປຂວາ: ກົງສຸນໃຫຍ່ ຫວຽດນາມ, ຟີລິບປິນ, ສິງກະໂປ, ຮັກສາການຫົວໜ້າກົມການພົວພັນຕ່າງປະເທດແຂວງກວາງຕຸ້ງ, ກົງສຸນໃຫຍ່ ມາເລເຊຍ, ອິນໂດເນເຊຍ ແລະ ໄທ. |
ກ່າວຄຳປາໄສທີ່ເຫດການ, ທ່ານ ຫງວຽນວຽດຢຸງ ກົງສູນໃຫຍ່ ຫວຽດນາມ ປະຈຳ ກວາງໂຈ່ ໃຫ້ຮູ້ວ່າ ຫວຽດນາມ ຈະສະໜັບສະໜູນບົດບາດເປັນປະທານ ອາຊຽນ ຂອງ ມາເລເຊຍ ແລະ ຫົວຂໍ້ປີ 2025 ຢ່າງເຂັ້ມແຂງ, ພ້ອມກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາສົມທົບກັນກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາບຸລິມະສິດທີ່ໄດ້ວາງອອກຢ່າງມີປະສິດທິຜົນ.
ຕາມທ່ານ ຫງວຽນວຽດຢຸງ ກົງສູນໃຫຍ່ ຫວຽດນາມ ແລ້ວ, ຄວາມສາມັກຄີ - ພື້ນຖານໃຫ້ແກ່ບັນດາຜົນສຳເລັດຂອງ ອາຊຽນ ໃນໄລຍະມໍ່ໆມານີ້, ຈະສືບຕໍ່ແມ່ນກຳລັງຜັກດັນ ແລະ ປັດໄຈຫຼັກແຫຼ່ງເພື່ອໃຫ້ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍໃນໄລຍະພັດທະນາໃໝ່. ສະນັ້ນ, ອາຊຽນ ຕ້ອງສືບຕໍ່ປັບປຸງຄວາມສາມັກຄີ ແລະ ເປັນເຈົ້າຕົນເອງດ້ານຍຸດທະສາດ ເພື່ອຮັບມືຕໍ່ການປ່ຽນແປງທີ່ສັບສົນ ແລະ ຄາດເດົາໄດ້ຍາກຂອງສະພາບການໃນພາກພື້ນ ແລະ ໃນໂລກ.
![]() | ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ ຍສໝ - ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມໂດຍພື້ນຖານ, ເຫັນດີເປັນເອກະພາບກ່ຽວກັບເອກະສານ, ວາລະກອງປະຊຸມ ແລະ ໂຄງການປະຕິບັດງານຂອງກອງປະຊຸມສຸດຍອດ. |
ແທັງຮັ່ງ