ເປີດຕົວພື້ນທີ່ພາສາຝຣັ່ງ ຢູ່ມະຫາວິທະຍາໄລການແພດຮ່າໂນ້ຍ

21:33 | 20/02/2025

ຍສໝ - ວັນທີ 17 ກຸມພາ, ມະຫາວິທະຍາໄລການແພດ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຕົວ “ພື້ນທີ່ພາສາຟຣັ່ງ”, ເຊິ່ງເປັນຂີດໝາຍບາດກ້າວສໍາຄັນໃນການພັດທະນາພາສາຝຣັ່ງ ແລະ ຊຸກຍູ້ການຮ່ວມມືສາກົນໃນຂົງເຂດການສຶກສາທາງການແພດ.

ວັດທະນະທຳ ຫວຽດນາມ ປະກາຍແຈ້ງໃນບຸນປີໃໝ່ປະຈຳຊາດໃຫຍ່ທີ່ສຸດຂອງຝຣັ່ງ
ບັນດາຄວາມຊົງຈໍາອັນເລິກເຊິ່ງກັບ Madeleine Riffaud

ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ Olivier Brochet; ຜູ້ອຳນວຍການ​ອົງການ​ມະຫາວິທະຍາ​ໄລພາສາຝຣັ່ງ (AUF) ປະຈຳ​ພາກ​ພື້ນ ອາຊີ - ປາຊີ​ຟິກ ທ່ານ Nicolas Mainetti, ອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝຣັ່ງ ທ່ານ ຫງວຽນທຽບ; ຜູ້ອຳນວຍການໃຫຍ່ໂຮງໝໍ ຫວຽດ-ຝຣັ່ງ ຮ່າໂນ້ຍ ທ່ານ Erwan Debuc; ອຳນວຍການໂຮງຮຽນມະຫາວິທະຍາໄລການແພດຮ່າໂນ້ຍ ທ່ານ ສຈ.ປອ ຫງວຽນ​ຮືວ​ຕູ໋, ພ້ອມດ້ວຍພະນັກງານ​ຈາກ​ສະຖານທູດ​ຝຣັ່ງ ປະຈຳ​ຫວຽດນາມ, ພະນັກງານ​ໂຄງການ AUF, ຄູ​ອາຈານ ​ແລະ ນັກ​ສຶກສາທີ່ຮຽນ​​ພາສາ​ຝຣັ່ງ ຂອງ​ໂຮງຮຽນ.

ເປີດຕົວພື້ນທີ່ພາສາຝຣັ່ງ ຢູ່ມະຫາວິທະຍາໄລການແພດຮ່າໂນ້ຍ

ທ່ານ ສຈ.ປອ ຫງວຽນ​ຮືວ​ຕູ໋, ອຳນວຍການໂຮງຮຽນມະຫາວິທະຍາໄລການແພດຮ່າໂນ້ຍ ກ່າວຄຳປາໄສທີ່ພິທີເປີດຕົວພື້ນທີ່ພາສາຝຣັ່ງ. (ພາບ: ມະຫາວິທະຍາໄລການແພດ ຮ່າໂນ້ຍ)

ກ່າວ​ຄຳ​ປາໄສ​ນະ​ທີ່ເຫດການ, ທ່ານ ສຈ.ປອ ຫງວຽນ​ຮືວ​ຕູ໋ ​ໃຫ້​ຮູ້​ວ່າ ໂຄງການ​ຝຶກ​ອົບຮົມ​ແພດສາດ​ ພາສາຝຣັ່ງ ໄດ້​ຮັບ​ການຜັນຂະຫຍາຍ​ໂດຍ​ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ເປັນ​ເວລາ 20 ປີ. ການສ້າງຕັ້ງພື້ນທີ່ພາສາຝຣັ່ງ ຈະສ້າງເງື່ອນໄຂໃຫ້ແກ່ນັກສຶກສາ ແລະ ອາຈານ ເພື່ອຍົກສູງລະດັບພາສາຝຣັ່ງ ດ້ານການແພດ, ພ້ອມນັ້ນກໍ່ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ ແລະ ວິຊາການໃນປະຊາຄົມພາສາຝຣັ່ງ.

ທ່ານ​ເອກ​ອັກຄະ​ລັດຖະທູດ Olivier Brochet ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ເປັນ​ສັກຂີ​ພິຍານ​ການ​ເປີດ​ຂອງ​ພື້ນທີ່ພາສາຝຣັ່ງ. ທ່ານ​ຫວນ​ຄືນ​ເຖິງ​ສາຍ​ພົວພັນ​ອັນ​ສະໜິດສະໜົມ​ລະຫວ່າງ​ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ແລະ ສາທາລະນະ​ລັດ ຝຣັ່ງ ນັບ​ແຕ່​ສະ​ໄໝ​ຂອງ​ທ່ານ​ໝໍ Alexandre Yersin, ຜູ້ອຳນວຍການ​​ຜູ້​ທຳ​ອິດ​ຂອງ​ໂຮງຮຽນ. ພ້ອມ​ກັນ​ນັ້ນ, ກໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ການ​ແພດ​ຂອງ​ຫວຽດນາມ. ຕາມ​ທ່ານ​ແລ້ວ, ​ໃນ 30 ປີຜ່ານມາ, ຝຣັ່ງ ໄດ້​ບຳລຸງ​ສ້າງ​ທ່ານ​ໝໍ​ຫວຽດນາມ 3.000 ກວ່າ​ຄົນ, ​ໃນ​ນັ້ນ​ມີ​ທ່ານ​ໝໍ 1.500 ກວ່າ​ຄົນ​ຈາກ​ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ແພດ​ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຈຸດສຸມໃນການໄປຢ້ຽມຢາມຂອງ​ທ່ານ​ປະທານາທິບໍດີ ຝຣັ່ງ Emmanuel Macron, ດ້ວຍເປົ້າໝາຍສຳເລັດ ແລະ ເປີດກ້ວາງບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ນີ້ກ່ວາອີກ.

ລົງນາມການຮ່ວມມືລະຫວ່າງບັນດາໂຮງຮຽນປະຖົມຂອງນະຄອນ ເກີນເທີ ແລະຝຣັ່ງ

ລົງນາມການຮ່ວມມືລະຫວ່າງບັນດາໂຮງຮຽນປະຖົມຂອງນະຄອນ ເກີນເທີ ແລະຝຣັ່ງ

ຍສໝ - ວັນທີ 21 ຕຸລາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຝ​ຣັ່ງ ນະຄອນ ເກີນເທີ ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງບັນດາໂຮງຮຽນປະຖົມຢູ່ນະຄອນ ເກີນເທີ ແລະ ບັນດາໂຮງຮຽນປະຖົມຢູ່​ ຝ​ຣັ່ງ ​ເພື່ອແນໃສ່​ຊຸກຍູ້​ການ​ສອນ ​ແລະ ການ​ຮຽນ​ພາສາ​ ຝ​ຣັ່ງ ຢູ່​ນະຄອນ ...

ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ

ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ

ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງງານກົມຮັກສາສັນຕິພາບ ຫວຽດນາມ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ”.

ມີງດຶກ

ເຫດການ