![]() | ກິລາເຊື່ອມຕໍ່ນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ |
![]() | ຫວຽດນາມ - ລາວ: ນ້ຳໃຈໄມຕີຈິດມິດຕະພາບ, ຮຸ່ງເຮືອງເຫຼືອງເຫຼື້ອມຕະຫຼອດການ |
ທີ່ການພົບປະ, ທ່ານນາງ Samdech Men Sam An ໄດ້ຕີລາຄາສູງການພັດທະນາຢ່າງເຂັ້ມແຂງຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ອຸດສາຫະກຳ, ການທ່ອງທ່ຽວ, ປະກອບສ່ວນຍົກສູງທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ.
![]() |
ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ເຂົ້າຢ້ຽມຂ່ຳນັບທ່ານນາງ Samdech Men Sam An, ຮອງປະທານພັກປະຊາຊົນກຳປູເຈຍ, ປະທານແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ) |
ທ່ານນາງໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືອັນດີງາມລະຫວ່າງພັກ, ສະພາແຫ່ງຊາດ ແລະ ລັດຖະບານຂອງສອງປະເທດ, ພ້ອມກັນນັ້ນ ກໍ່ເນັ້ນໜັກເຖິງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງ ຫວຽດນາມ ໃນການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot ແລະ ສ້າງສາປະເທດ ກຳປູເຈຍ ພັດທະນາຄືໃນປະຈຸບັນ.
ໂດຍຢືນຢັນຄວາມຕັດສິນໃຈຮັກສາ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ທ່ານນາງ Samdech Men Sam An ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາລຸ້ນໜຸ່ມກ່ຽວກັບປະຫວັດສາດການພົວພັນ ຫວຽດນາມ - ກຳປູເຈຍ. ທ່ານນາງກໍ່ໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃນການເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຊາວໜຸ່ມ. ທ່ານນາງເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ຈະມີອາຍຸການທີ່ປະສົບຜົນສຳເລັດຢູ່ ກຳປູເຈຍ.
ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ໄດ້ສະແດງຄວາມຮູ້ສຶກຢ່າງຈິງໃຈຕໍ່ປະເທດ ກຳປູເຈຍ ທີ່ສວຍງາມ ແລະ ຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການພັດທະນາຂອງ ກຳປູເຈຍ ໃນໄລຍະມໍ່ໆມານີ້. ທ່ານເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນກຳປູເຈຍໂດຍທ່ານ Samdech Hun Sen ເປັນປະທານ ແລະ ລັດຖະບານ ຣາດຊະພັດ ໂດຍທ່ານ Samdech Hun Manet ເປັນນາຍົກລັດຖະມົນຕີ, ຊີວິດການເປັນຢູ່ຂອງປະຊາຊົນ ກຳປູເຈຍ ຈະສືບຕໍ່ໄດ້ຮັບການຍົກສູງ ແລະ ກຳປູເຈຍ ຈະສືບຕໍ່ພັດທະນາກວ່າອີກ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ກຳປູເຈຍ ໃນທຸກຂົງເຂດ.
ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ກໍ່ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃນໄລຍະມໍ່ໆມານີ້, ພິເສດແມ່ນການປະກອບສ່ວນຂອງທ່ານນາງ Samdech Men Sam An ໃນການຊຸກຍູ້ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ປຶກສາຫາລືກ່ຽວກັບທິດທາງຈຸດສຸມຈະຜັນຂະຫຍາຍໃນໄລຍະດຳລົງຕຳແໜ່ງ, ໃນນັ້ນມີບັນດາມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ. ພິເສດ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ຈະສຸມໃສ່ເພີ່ມທະວີການພົວພັນລະຫວ່າງບັນດາອົງການ, ອົງຄະນະ, ຊາວໜຸ່ມ ແລະ ສະມາຄົມມິດຕະພາບຂອງ 2 ປະເທດ, ເພື່ອປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ຢ່າງແໜ້ນແຟ້ນ, ພິເສດແມ່ນລຸ້ນໜຸ່ມ.
![]() | ນ້ຳໃຈມິດຕະພາບ ຫວຽດນາມ-ລາວ ພາຍຫຼັງພາຍຸ ແລະ ໄພນໍ້າຖ້ວມ ຍສໝ - ໃນເດືອນກັນຍາ 2024, ພາຍຸເລກທີ 3 (ຊື່ສາກົນວ່າ Yagi) ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບັນດາແຂວງພາກເໜືອຂອງຫວຽດນາມ ແລະ ຫຼາຍທ້ອງຖິ່ນໃນພາກເໜືອຂອງປະເທດເພື່ອນລາວ. ໃນທ່າມກາງຄວາມເຈັບປວດ, ການສູນເສຍ, ນ້ຳໃຈມິດຕະພາບລະຫວ່າງຫວຽດນາມ - ລາວ ໄດ້ປະກາຍແສງອີກເທື່ອໜຶ່ງຜ່ານບັນດາການເຄື່ອນໄຫວແບ່ງປັນ, ໜູນຊ່ວຍລະຫວ່າງປະຊາຊົນສອງປະເທດ. |
![]() | “ສະຫະພັນບັນດາອົງການມິດຕະພາບຫວຽດນາມ: 74 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສາກົນ” ຍສໝ - ວັນທີ 17 ພະຈິກ 1950 ໄດ້ເຂົ້າໃນປະຫວັດສາດຄືເປັນຂີດໝາຍສຳຄັນ, ສະໜິດຕິດພັນການປະຕິວັດ ຫວຽດນາມ ກັບຂະບວນການກ້າວໜ້າຂອງປະຊາຊົນໂລກ ແລະ ຫຼັງຈາກນັ້ນ ໄດ້ຮັບຮູ້ຢ່າງເປັນທາງການວ່າແມ່ນວັນມູນເຊື້ອຂອງບັນດາອົງການມິດຕະພາບ ຫວຽດນາມ, ກຳລັງຫຼັກແຫຼ່ງໃນວຽກງານການທູດປະຊາຊົນ. |
ມີງດຶກ