ລາວ ເພີ່ມທະວີການຜັນຂະຫຍາຍບັນດາມາດ​ຕະການ​ຍົກ​ສູງສະມັດຕະພາບກະສິກຳ

09:27 | 06/02/2025

ຍສໝ - ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ ລາວ ສະເໜີໃຫ້ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ເພີ່ມ​ທະວີ​ການ​ຜະລິດ​ພືດ ​ແລະ ເຄື່ອງປ່າຂອງດົງ ​ເພື່ອ​ຍົກສູງປະລິມານການ​ສົ່ງ​ອອກ ​ແລະ ຫຼຸດຜ່ອນ​ປະລິມານ​ການ​ນຳ​ເຂົ້າ.

ແນະນຳມາດ​ຕະການ​ແກ້​ໄຂ​ສີຂຽວ ຊູແອດ ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ
ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ເພີ່ມ​ທະວີ​ການ​ຈັດ​ອັນ​ດັບ​ຂອງ​ຫວຽດນາມ ​ໃນດັດຊະນີນະວັດຕະກຳທົ່ວໂລກ

ທ່ານ ນາຍົກລັດຖະມົນຕີ ລາວ ເນັ້ນໜັກວ່າ ການຍົກສູງປະລິມານກະສິກຳ ແລະ ປ່າໄມ້ ແມ່ນຄວາມຈຳເປັນເພື່ອສຳເລັດບັນດາເປົ້າໝາຍແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2025, ກໍ່ຄືເປົ້າໝາຍໄລຍະຍາວຂອງຂະແໜງກະສິກຳ ປ່າໄມ້, ພິເສດແມ່ນການຜະລິດເຄື່ອງຫັດຖະກຳ ສະໜອງພາຍໃນ ແລະ ສົ່ງອອກຕ່າງປະເທດ.

ລາວ ເພີ່ມທະວີການຜັນຂະຫຍາຍບັນດາມາດ​ຕະການ​ຍົກ​ສູງສະມັດຕະພາບກະສິກຳ

ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ລົງກວດກາວຽກງານຈັດຕັ້ງການຜະລິດກະສິກຳ ແລະ ປ່າໄມ້ (ພາບ: ວິທະຍຸກະຈາຍສຽງແຫ່ງຊາດລາວ)

ປະເທດລາວ ເປັນປະເທດທີ່ມີດິນຫວ່າງຫຼາຍ, ປະລິມານກະສິກຳຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ ແລະ ເປົ້າໝາຍທີ່ລັດຖະບານວາງອອກ, ເຫດຜົນຕົ້ນຕໍແມ່ນຍ້ອນກຸ່ມຜະລິດ ບໍ່ໄດ້ຈັດຕັ້ງເປັນຢ່າງດີ ແລະ ຜົນຜະລິດບໍ່ບັນລຸໄດ້ສະມັດຕະພາບທີ່ສູງ; ວິທີການປູກຝັງຍັງມີລັກສະນະກະແຈກກະຈາຍ ແລະ ບໍ່ລວມສູນ; ຊາວ​ກະ​ສິ​ກອນ​ບໍ່ໄດ້​ສຶກ​ສາລົງເລິກ ແລະ ຂາດ​ເຕັກ​ນິກ​ກະ​ສິ​ກຳ​ທີ່​ທັນ​ສະ​ໄໝ…

​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2025, ລັດຖະບານ​ປະເທດນີ້ ໄດ້​ຮຽກຮ້ອງ​ໃຫ້​ບັນດາພະແນກ, ຄະນະ, ຂະແໜງການທີ່​ກ່ຽວຂ້ອງ​ ຕ້ອງສຸມ​ໃສ່​ປັບປຸງ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ກະສິກຳ; ສຸມ​ໃສ່​ຊຸກຍູ້​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າ​ຮ່ວມ​ໃຫ້​ຫຼາຍ​ກວ່າ​ເກົ່າ; ຕ້ອງໄດ້ຈັດສັນພື້ນທີ່ປູກຝັງຢ່າງຈະແຈ້ງ ໂດຍອີງໃສ່ສະພາບທໍາມະຊາດ ແລະ ທ່າແຮງຂອງແຕ່ລະຂົງເຂດ, ພ້ອມດຽວກັນນັ້ນ ກໍ່ສະເໜີມາດຕະການຄຸ້ມຄອງພື້ນທີ່ປູກຝັງ ແລະ ລະບົບຊົນລະປະທານແບບຍືນຍົງ; ການ​ຄຸ້ມ​ຄອງ​ປ່າ​ໄມ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂດຍ​ຜ່ານ​ການ​ສໍາ​ຫຼວດ ​ແລະ​ ການ​ກໍາ​ນົດ​ເຂດ​ແດນ​ປ່າ​ໄມ້.

ທ່ານ ນາຍົກລັດຖະມົນຕີ ລາວ ຮຽກຮ້ອງໃຫ້ຂົງເຂດເອກະຊົນລົງທຶນປູກຕົ້ນໄມ້ ແລະ ຟື້ນຟູປ່າ ເພື່ອໜູນຊ່ວຍໂຄງການສິນເຊື່ອກາກບອນ ແລະ ການທ່ອງທ່ຽວ; ​ເນັ້ນ​ໜັກບັນດາຄວາມມາ​ນະ​ພະ​ຍາ​ຍາມສ້າງພື້ນຖານການເມືອງໃຫ້ໜັກແໜ້ນຕາມທິດ 3 ສ້າງຕ້ອງເລິກເຊິ່ງກວ້າງຂວາງ ແລະ ເປັນອັນລະອຽດ, ໄປຄຽງຄູ່ກັບການປະຕິບັດນະໂຍບາຍ ແລະ ການປະຕິບັດກົດໝາຍທີ່ກ່ຽວຂ້ອງກັບພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກອືດຫິວ; ພ້ອມ​ກັນ​ນັ້ນ, ກໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນ​ປ່າ.

ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ລົບ​ລ້າງ​ການ​ກໍ່​ການ​ຮ້າຍ​ສາກົນ

ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ລົບ​ລ້າງ​ການ​ກໍ່​ການ​ຮ້າຍ​ສາກົນ

ຍສໝ - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫາກໍ່ລົງນາມໃນຂໍ້ຕົກລົງເລກທີ 1109 2023 QD-CTN ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍໃນບັນຫາອາຊະຍາກຳລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ເຊັກໂກ ຕາມຄຳຮຽກຮ້ອງຂອງລັດຖະບານໃນບົດລາຍງານວາລະສານສະບັບເລກທີ 394 TTr- CP ລົງວັນທີ 22 ສິງຫາ 2023.

ປະຕິບັດ​ທໍລະຫົດບັນດາມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານການຂຸດຄົ້ນສິນທະ​ເລ​ຢ່າງຜິດກົດໝາຍ

ປະຕິບັດ​ທໍລະຫົດບັນດາມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານການຂຸດຄົ້ນສິນທະ​ເລ​ຢ່າງຜິດກົດໝາຍ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ເປັນປະທານກອງປະຊຸມທາງໄກ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)

ມີງດຶກ

ເຫດການ