ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປີ 2024: ປະກອບສ່ວນເຂົ້າໃນຂະບວນການພັດທະນາແບບຍືນຍົງຂອງຫວຽດນາມຢ່າງຕັ້ງໜ້າ

06:00 | 01/02/2025

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງຄະນະ​ປະສານ​ງານການອຸປະຖຳ​ປະຊາຊົນ (ພາຍ​ໃຕ້​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ), ​ໃນ​ປີ 2024, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ ສືບ​ຕໍ່​ຕັ້ງໜ້າ​ໜູນ​ຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ບັນລຸ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນຂະບວນການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ. ບັນດາ​ລາຍການ, ໂຄງການ​ຂອງ​ບັນດາອົງການບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດໄດ້​ກວມ​ເອົາ​ຫລາຍ​ຂົງ​ເຂດ​ເຊັ່ນ: ການ​ແພດ, ການ​ສຶກສາ, ການ​ພັດທະນາ​ເສດຖະກິດ, ການ​ແກ້​ໄຂ​ບັນຫາ​ສັງຄົມ, ຊັບພະຍາກອນ, ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ... ​ແລະ ​ໄດ້​ຜັນຂະຫຍາຍ​ໃນ​ທົ່ວ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ຄາດ​ຄະ​ເນ​ມູນ​ຄ່າ​ປ່ອຍເງິນ​ຈາກ​ບັນ​ດາ​ລາຍ​ການ ແລະ ໂຄງ​ການ​ໂດຍ​ບັນ​ດາ​ອົງ​ການ​​ບໍ່​ຂຶ້ນ​ກັບ​ລັດ​ຖະບານຕ່າງປະເທດ​ຜັນຂະຫຍາຍ ບັນລຸປະມານ 230 ລ້ານ USD. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​​ອົງ​ການ​​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະເທດໃນ​ສະພາບ​ທີ່​ໂລກ​ພວມປະເຊີນໜ້າ​​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ທີ່​ໄດ້​ປ່ຽນ​ແປງບັນດາຍຸດ​ທະ​ສາດ ​ແລະ ບຸລິມະສິດ​ຂອງ​ບັນດາ​ຜູ້​ອຸປະຖຳ​ຫຼາຍ​ຢ່າງ.

ວຽກງານການຕ່າງປະເທດຂອງ ຫວຽດນາມ ປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.
ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ປະສິດທິຜົນຂອງບັນດາລາຍການ, ໂຄງການໂດຍບັນ​ດາ​ອົງ​ການ​​ບໍ່​ຂຶ້ນ​ກັບ​ລັດ​ຖະບານຕ່າງປະເທດ ປະຕິບັດ ແລະ ອຸປະຖຳໃນຫຼາຍດ້ານທີ່ສຳຄັນຄື: ແນະນຳ ແລະ ຜັນຂະຫຍາຍບັນດາຕົວແບບກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ເພື່ອປະກອບສ່ວນຊຸກຍູ້ການກໍ່ສ້າງ ແລະ ປະຕິບັດບັນດາເປົ້າໝາຍບູລິມະສິດຂອງລັດຖະບານ ຫວຽດນາມ ກ່ຽວກັບການພັດທະນາ; ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດສຄູ່ຮ່ວມມືຝ່າຍາ ຫວຽດນາມ, ຖັນແຖວພະນັກງານເຮັດວຽກງານພັດທະນາ ແລະ ບັນດາຜູ້ໄດ້ຮັັບຜົນປະໂຫຍດ; ສະໜັບສະໜູນ​ໃຫ້ການ​ເຄື່ອນ​ໄຫວ​ດ້ານ​ນິຕິບັນຍັດ, ການ​ສ້າງ​ນະ​ໂຍບາຍ, ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຈຳນວນ​ໜຶ່ງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ... ຄຽງ​ຄູ່​ກັບ​ການ​ຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະນຸດສະທຳ, ຫຼາຍ​ອົງການ​ໄດ້​ຕັ້ງໜ້າ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ເວທີ​​ສາກົນ . ນອກຈາກນັ້ນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ ກໍ່ແມ່ນບັນດາ “ເອກອັກຄະລັດຖະທູດ” ແນະນໍາປະເທດຊາດ, ວັດທະນະທໍາ ແລະ ປະຊາຊົນ ຫວຽດນາມ, ປະກອບສ່ວນເປີດກວ້າງການພົວພັນຮ່ວມມື, ເພີ່ມທະວີຄວາມສາມັກຄີມິດຕະພາບລະຫວ່າງ ຫວຽດນາມ ແລະ ເພື່ອນມິດທົ່ວໂລກ. ຜ່ານ​ນັ້ນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ ​ກໍ່ໄດ້​ປະກອບສ່ວນ​ ເຂົ້າ​ໃນ​ວຽກ​ງານ​ການ​ທູດປະຊາຊົນ​ ຫວຽດນາມ ຢ່າງ​ຕັ້ງໜ້າ​.

World Vision International ປະຈຳ ຫວຽດນາມ: ຄົນທຸກຍາກ 300.000 ຄົນມີບ່ອນພັກພິງ

ນັ້ນ​ແມ່ນ​ເປົ້າໝາຍ​ຂອງ​ອົງການ World Vision International ປະຈຳ ຫວຽດນາມ ​ໃນ​ການເດີນທາງ​ປັບປຸງການຫາລ້ຽງຊີບ​ແບບ​ຍືນ​ຍົງ, ຍົກ​ສູງ​ຄູນນະພາບຊີວິດບັນດາຄອບຄົວ​ທຸກ​ຍາກ, ​ໃກ້ຂັ້ນທຸກ​ຍາກ, ມີ​ລາຍ​ຮັບ​ຕ່ຳ ​ແລະ ຄອບຄົວ​ທີ່​ມີ​ເດັກນ້ອຍ, ພິເສດ​ແມ່ນ​ເດັກນ້ອຍ​ທີ່ຖືກຜົນສະທ້ອນໄດ້ງ່າຍ​ຢູ່ ຫວຽດນາມ.

ການເດີນທາງອອກຈາກຄວາມທຸກຍາກ

ກ່ອນປີ 2020, ຄອບຄົວຂອງ ທ້າວ ລ.ວ.ຮ່າ (40 ປີ, ຢູ່​ເມືອງ ຍືຊວນ, ແຂວງ ແທັງຮວ່າ) ເຄີຍ​ເປັນ​ຄອບຄົວ​ທຸກ​ຍາກ​ທີ່​ມີ​ພໍ່​ແມ່​ເຖົ້າ ​ແລະ​ ອ່ອນ​, ມີລູກ​ສອງ​ຄົນ​ເຈັບ​ປ່ວຍເປັນປະຈຳ. ທ້າວ ​ຮ່າ​ ຕ້ອງ​ເຮັດ​ວຽກ​ງານ​ດ້ວຍ​ມື​ຢ່າງ​ໜັກ​ໜ່ວງ​ທຸກ​ຢ່າງ​ຈາກ​ວຽກ​ງານ​ກໍ່ສ້າງ, ແບກຫາບເຖິງ​ເຮັດ​​ວຽກ​ປູກ​ຕົ້ນ​ຢາງ, ​ແຕ່​ລາຍ​ຮັບ​ຂອງ​ລາວ​ຍັງ​ບໍ່​ໝັ້ນຄົງ, ຄອບຄົວ​ຂອງ​ລາວ​ຕົກ​ຢູ່​ໃນ​ຄວາມທຸກ​ຍາກ.

ປີ 2021, ຄອບຄົວ​ຂອງ​ທ້າວ ຮ່າ​ ​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ການຫາລ້ຽງຊີບຫຼຸດພົ້ນ​ອອກຈາກ​ຄວາມທຸກ​ຍາກ (UPG) ຂອງອົງການ World Vision International ປະຈຳ ຫວຽດນາມ (WVIV). ລາວໄດ້ຮັບການຝຶກອົບຮົມຄວາມຮູ້ໃນການປູກຝັງ, ລ້ຽງສັດ ແລະ ການຄຸ້ມຄອງການເງິນ. ລາວໄດ້ຮັບການສະໜັບສະໜູນໄກ່ ແລະ ເປັດ 200 ໂຕ ພ້ອມດ້ວຍຫົວອາຫານ ແລະ ຢາສັດຕະວະແພດ. ພາຍຫຼັງ 3 ເດືອນ, ໄກ່​ຊຸດ​ທຳ​ອິດ​ໄດ້​ນຳ​ລາຍ​ຮັບມາ​ປະມານ 10 ລ້ານ​ດົ່ງ. ໝູນໃຊ້ແຫຼ່ງທຶນນີ້, ລາວໄດ້ສືບຕໍ່ເຂົ້າຮ່ວມບັນດາຮູບແບບການຫນູນຊ່ວຍອື່ນເຊັ່ນ: ກຸ່ມປະຢັດ (S4T) ແລະ ລາຍການການເງິນຈຸນລະພາກ.

ຍ້ອນ​ຮູ້​ວິທີ​ໝູນໃຊ້​ແຫຼ່ງກຳລັງແຮງ, ຊີວິດ​ຄອບຄົວ​ຂອງ​ທ້າວ ຮ່າ​ ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ເຮືອນເກົ່າ​​ເຮັດ​ດ້ວຍກະແຕະໄມ້ເຮ້ຍ, ​ຮົ່ວເພນີ້ ໄດ້​ປ່ຽນແທນດ້ວຍຫຼັງຄາດິນຂໍຢ່າງກວ້າງຂວາງ. ລາຍຮັບທີ່ໝັ້ນຄົງຊ່ວຍໃຫ້ເດັກນ້ອຍໄດ້ໄປໂຮງຮຽນຢ່າງສົມບູນ, ພໍ່ແມ່ຜູ້ເຖົ້າໄດ້ຮັບການເບິ່ງແຍງທີ່ດີຂຶ້ນ.

ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປີ 2024: ປະກອບສ່ວນເຂົ້າໃນຂະບວນການພັດທະນາແບບຍືນຍົງຂອງຫວຽດນາມຢ່າງຕັ້ງໜ້າ

ຝູງເປັດໂດຍຄອບຄົວຂອງທ້າວ ລ.ວ.ຮ່າ ພັດທະນາດ້ວຍການໜູນຊ່ວຍຂອງ WVIV. (ພາບ: WVIV)

“ຍ້ອນ WVIV, ພວກເຮົາບໍ່ພຽງແຕ່ໄດ້ຮັບການໜູນຊ່ວຍທຶນເທົ່ານັ້ນ ຫາກຍັງໄດ້ປະກອບຄວາມຮູ້ກ່ຽວກັບການປູກຝັງ ແລະ ການລ້ຽງສັດແບບວິທະຍາສາດອີກດ້ວຍ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ແນະນໍາວິທີການສ້າງວາງແຜນການໃຊ້ຈ່າຍຂອງຄອບຄົວເພື່ອຫຼີກລ່ຽງຄວາມສ່ຽງ, ກະກຽມບັນດາມາດຕະການປັບຕົວທາງດ້ານເຕັກນິກ ເຖິງແມ່ນວ່າຈະເກີດໄພພິບັດທໍາມະຊາດ ແລະ ພະຍາດລະບາດກໍ່ຕາມ,” ທ້າວ ຮ່າ ກ່າວ.

ຕາມ ນາງ ລ.ຕ.ແອັງ, ເມຍຂອງທ້າວ ຮ່າ, ກ່ອນນີ້ ຄູ່ຜົວເມຍຫາກໍ່ຫາເງິນໄດ້ປະມານ 200.000 – 250.000 ດົ່ງ/ວັນ ຈາກວຽກທີ່ເຂົາເຈົ້າຮັບຈ້າງ, ດ້ວຍລາຍຮັບທີ່ບໍ່ໝັ້ນຄົງ. ປະຈຸ​ບັນ, ຄອບຄົວ​ບັນລຸ​ລາຍ​ຮັບ​ສະ​ເລ່ຍ 12 ລ້ານ​ດົ່ງ/​ເດືອນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​​ຫຼຸດພົ້ນອອກ​ຈາກຄອບຄົວ​ທຸກ​ຍາກ, ​ເຮັດ​ໃຫ້​ຊີວິດ​ໝັ້ນຄົງກວ່າ.

ຄໍາຫມັ້ນສັນຍາໄລຍະຍາວ

ບັນດາການ​ໜູນຊ່ວຍ​ທີ່​ຄອບ​ຄົວ​ຂອງ​ທ້າວ ລ.ວ.ຮ່າ ໄດ້​ຮັບ ແມ່ນນອນໃນຂອບເຂດລາຍການເຂດ ຍືຊວນ ໂດຍ WVIV ​ຜັນຂະຫຍາຍແຕ່​ປີ 2009 – 2026. ຜ່ານ​ລາຍການ, ອັດຕາ​ພໍ່​ແມ່ ​ແລະ ຜູ້​ດູ​ແລເດັກນ້ອຍ​ທີ່​ມີ​ຄວາມ​ສາມາດ​ສະໜອງໃຫ້​ແກ່​ລູກ​ໄດ້​ເພີ່ມ​​ຈາກ 83,2% ​​ຂຶ້ນເປັນ 94,1%; ອັດຕາ​ສ່ວນບັນດາ​ຄອບຄົວ​ດຳເນີນທຸລະກິດ​ນຳ​ໃຊ້​ຄວາມ​ຮູ້​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຊຸກຍູ້​ຕະຫຼາດ, ສ້າງ​ເຄືອ​ຂ່າຍ ​ແລະ ປັບປຸງ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ 58,1% ເປັນ 76%; ອັດຕາ​ສ່ວນ​ໄວ​ໜຸ່ມ​ທີ່​ມີ​ໂອກາດ​ໃນ​ການ​ຮ່ຳຮຽນ ແນໃສ່​​ມຸ່ງໄປເຖິງ​ຊີວິດ​ທີ່​ປະສົບ​ຜົນສຳ​ເລັດ​ເພີ່ມ​ຂຶ້ນ​ຈາກ 73,2% ​ເປັນ 100%.

ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປີ 2024: ປະກອບສ່ວນເຂົ້າໃນຂະບວນການພັດທະນາແບບຍືນຍົງຂອງຫວຽດນາມຢ່າງຕັ້ງໜ້າ

ປະຊາຊົນເຂົ້າຮ່ວມຊຸດຝຶກອົບຮົມ “ການພັດທະນາຊຸມຊົນໂດຍອີງໃສ່ກຳລັງແຮງພາຍໃນ” ໃນຂອບເຂດໂຄງການ THRIVE 2030 (ພາບ: WVIV).

ເພື່ອສືບຕໍ່ໜູນຊ່ວຍປະຊາຊົນພັດທະນາການຫາລ້ຽງຊີບຢ່າງໝັ້ນຄົງ ແລະ ຍືນຍົງ, ໃນປີ 2023, WVIV ໄດ້ເປີດໂຄງການ “ຫັນປ່ຽນການຫາລ້ຽງຊີບຂອງຄົວເຮືອນແບບຍືນຍົງ” (THRIVE 2030). ບັນດາຮູບແບບກຸ່ມປະຢັດ (S4T), ລາຍການການເງິນຈຸນລະພາກ, ຮັບປະກັນການຫາລ້ຽງຊີບ (BSL) … ແມ່ນໂຄງການໄດ້ສືບຕໍ່ນຳໃຊ້, ພັດທະນາ ແລະ ແລະ ທະວີຄູນ.

ໂຄງການໄດ້ສຸມໃສ່ 4 ຂົງເຂດຄື: ການພັດທະນາຊຸມຊົນໂດຍອີງໃສ່ກຳລັງແຮງພາຍໃນ; ສະໜັບສະໜູນບັນດາຄົວເຮືອນໃຫ້ເຂົ້າເຖິງບັນດາການບໍລິການການເງິນ; ຮ່ວມສຳພັນຕະຫຼາດ ແລະ ການພັດທະນາຕ່ອງໂສ້ມູນຄ່າທ້ອງຖິ່ນ; ປັບປຸງການດໍາເນີນງານ ແລະ ນໍາໃຊ້ການຫັນເປັນດິຈິຕອນເພື່ອເພີ່ມປະສິດທິຜົນສູງສຸດໃນການເຄື່ອນໄຫວ.

WVIV ແມ່ນອົງການບໍ່ຂຶ້ນກັບລັດຖະບານ ໄດ້ສ້າງຕັ້ງຂຶ້ນໃນປີ 1950 ຢູ່ ອາເມລິກາ. ການເຄື່ອນໄຫວຢູ່ ຫວຽດນາມ ນັບແຕ່ປີ 1988 ມາຮອດປະຈຸບັນ, WVIV ໄດ້ຜັນຂະຫຍາຍບັນດາລາຍການ, ໂຄງການຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ.

ທ່ານ ຫງວຽນຫວຽດຢຸງ, ຜູ້ຄຸ້ມຄອງໂຄງການ THRIVE 2030 ໃຫ້ຮູ້ວ່າ ປະຈຸບັນ, ໂຄງການ ໄດ້ຜັນຂະຫຍາຍຢູ່ 9 ລາຍການເຂດພາກ ເຊິ່ງ WVIV ພວມມີບັນດາການເຄື່ອນໄຫວໜູນຊ່ວຍທີ່ໄດ້ຮັບອະນຸຍາດເຄື່ອນໄຫວ. ດ້ວຍງົບປະມານທັງໝົດ 12 ລ້ານກວ່າ USD ແລະ ປະຕິບັດໃນ 7 ປີ (2023 – 2030), ໂຄງການຄາດວ່າຈະປັບປຸງການຫາລ້ຽງຊີບແບບຍືນຍົງ ແລະ ຍົກສູງຄຸນນະພາບຊີວິດຂອງຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ, ລາຍຮັບຕ່ຳ, ຄອບຄົວມີເດັກນ້ອຍ, ພິເສດແມ່ນເດັກນ້ອຍທີ່ຖືກຄວາມສ່ຽງງ່າຍ ດ້ວຍຍອດຈຳນວນຄາດຄະເນຂຶ້ນເຖິງ 300.000 ຄົນ. ຮອດປະຈຸບັນ, ພາຍຫຼັງ1 ປີທີ່ຜັນຂະຫຍາຍ, ໂຄງການໄດ້ເຂົ້າເຖິງ​ກວ່າ 36.500 ຄົນ.

ທ່ານ Doseba Tua Sinay, ຫົວໜ້າຜູ້ຕາງໜ້າອົງການ WVIV ເນັ້ນໜັກວ່າ THRIVE 2030 ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ WVIV ເພື່ອປະຕິບັດຄຳໝັ້ນສັນຍາຮັບປະກັນຊີວິດເດັກນ້ອຍຜ່ານການພັດທະນາການຫາລ້ຽງຊີບແບບຍືນຍົງ, ປັບປຸງລາຍຮັບ ແລະ ຍົກສູງຄຸນນະພາບຊີວິດຂອງບັນດາຊຸມຊົນທີ່ຖືກຄວາມສ່ຽງງ່າຍທີ່ສຸດຢູ່ ຫວຽດນາມ.

ຫວຽດນາມ - ອິນເດຍ ດຳເນີນການຝຶກຊ້ອມສອງຝ່າຍຢູ່ພູມສາດຕົວຈິງ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024
ປິດຊຸດຝຶກອົບຮົມວຽກງານແມ່ຍິງ ໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວ ປີ 2024