ບັນດາວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ: ຈຸດພົ້ນເດັ່ນສະເຫຼີມສະຫຼອງ 75 ປີການພົວພັນ ຫວຽດນາມ - ລັດເຊຍ | |
ດົ່ງທາບ: ພົບປະເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສະຫະພັນ ລັດເຊຍ |
ເນື່ອງໃນໂອກາດຕົ້ນປີໃໝ່ ແລະສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກອັນສະຫງ່າອົງອາດ, ທ່ານເອກອັກຄະລັດຖະທູດ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການລະອຽດ ໃນການເຄື່ອນໄຫວຂອງບັນດາອົງການຕາງໜ້າຫວຽດນາມ ທີ່ປະຈໍາຢູ່ສະຫະພັນລັດເຊຍ, ລວມມີໜ້າທີ່ການທູດດ້ານການເມືອງ ແລະເພີ່ມທະວີການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ເພື່ອເປັນປະຖົມປັດໄຈໃຫ້ການຮ່ວມມືໃນຂົງເຂດອື່ນໆ; ພ້ອມກັນນັ້ນ, ສືບຕໍ່ຮັກສາບັນດາເສົາຄ້ຳສຳຄັນໃນໄລຍະ 75 ປີແຫ່ງການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ນ້ຳມັນອາຍແກັດ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ຍັງຖືວ່າ ຄວນຊອກຫາກຳລັງໜູນໃໝ່ໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະໃໝ່ ແລະຊຸກຍູ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈໍາຖິ່ນໃຫ້ມີຄຸນນະພາບກ່ວາອີກ. |