ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບ New Caledonia ໃນການພັດທະນາການທ່ອງທ່ຽວ, ກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະເສດ | |
ຮ່າໂນ້ຍ, ຫາຍຟ່ອງ ແບ່ງປັນປະສົບການໃນດ້ານການທູດປະຊາຊົນ |
ພ້ອມກັບການເບິ່ງແຍງດູແລບຸນເຕັດໃຫ້ພະນັກງານ, ນັກຮົບກົມກອງ ແລະປະຊາຊົນ, ຄ້າຍທະຫານຊາຍແດນ ເຍິມ, ທະຫານຊາຍແດນນະຄອນເຫ້ວ ກໍ່ໄດ້ນຳເອົາຂອງຂວັນທີ່ເຕັມໄປດ້ວຍລົດຊາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ ໃຫ້ຍາດຕິພີ່ນ້ອງບ້ານເຊຊາບ, ເມືອງກາລຶມ, ແຂວງເຊກອງ, ປະເທດລາວ.
ບ້ານເຊຊາບຕັ້ງຢູ່ແຄມພູ. ແຕ່ລະເທື່ອ, ເມື່ອຮູ້ວ່າຄະນະປະຕິບັດງານຈາກຄ້າຍທະຫານຊາຍແດນເຍິມ ມາຢ້ຽມຢາມ, ອໍານາດການປົກຄອງ ແລະປະຊາຊົນກໍ່ໄປຕົ້ນເສັ້ນທາງບ້ານເພື່ອຕ້ອນຮັບດ້ວຍກອດ ແລະຈັບມືກັນຢ່າງແໜ້ນແຟ້ນ. ທ່ານ ກູປາຍ ຮອງນາຍບ້ານ ໃຫ້ຮູ້ວ່າ: “ເມື່ອໄດ້ຍິນວ່າຄ້າຍທະຫານຊາຍແດນເຍິມ ມາຢ້ຽມຢາມ, ຍາດຕິພີ່ນ່ອງບ້ານຮູ້ສຶກຕື່ນເຕັ້ນຫຼາຍ. ຕັ້ງແຕ່ເຊົ້າມາ, ທຸກຄົນໄດ້ເຕົ້າໂຮມກັນທຳຄວາມສະອາດແລ້ວໄປຕົ້ນເສັ້ນທາງບ້ານເພື່ອຕ້ອນຮັບບັນດາທະຫານຊາຍແດນ”.
ເມື່ອເຫັນພະນັກງານ, ນັກຮົບ ແລະປະຊາຊົນບ້ານຂົນສົ່ງຂອງຂວັນ, ເດັກນ້ອຍກໍ່ຕິດຕາມ, ເຮັດໃຫ້ບັນຍາກາດຢູ່ບ້ານເຊຊາບ ນັບມື້ນັບຄຶກຄື້ນກວ່າ. ຂອງຂວັນທີ່ເຕັມໄປດ້ວຍລົດຊາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ ເຊັ່ນ: ກວັນ, ເຂົ້າໜົມອົມ ແລະເຄື່ອງໃຊ້ຈຳເປັນໄດ້ຖືກມອບໃຫ້ແຕ່ລະຄົນ, ຄອບຄົວຢ່າງວ່ອງໄວ.
ບ້ານເຊຊາບ, ເມືອງກະລຶມ, ແຂວງເຊກອງ, ສປປ ລາວ. ພາບ: ກອງທັບປະຊາຊົນ |
ພັນຕີ ຫງວຽນດາງຮົ່ງ ຫົວໜ້າຄ້າຍທະຫານຊາຍແດນເຍິມ ໃຫ້ຮູ້ວ່າ: “ເຖິງວ່າໃນທ້າຍປີ ພວກຂ້າພະເຈົ້າຍັງມີວຽກເຮັດງານທຳຫຼາຍສົມຄວນ, ແຕ່ຍັງຈັດເວລາໄປຢ້ຽມຢາມ, ມອບຂອງຂວັນ, ກວດພະຍາດ ແລະແຈກຢາຍຢາໃຫ້ພະນັກງານ ແລະປະຊາຊົນແຂວງເຊຊາບ. ການພົວພັນລະຫວ່າງອຳນາດການປົກຄອງ ແລະປະຊາຊົນສອງຝັ່ງຊາຍແດນໄດ້ມີມາແຕ່ດົນນານ ແລະນັບມື້ນັບສະໜິດແໜ້ນ, ສະໜິດສະໜົມກວ່າອີກ”.
ນາງ ນອງໄຮ, ຊາວບ້ານເຊຊາບ ໃຫ້ຮູ້ຕື່ມວ່າ: “ໃນຊຸມປີຜ່ານມາ, ບັນດາທ່ານໝໍຂອງຄ້າຍທະຫານຊາຍແດນເຍິມ ໄດ້ເອົາໃຈໃສ່, ເບິ່ງແຍງດູແລສຸຂະພາບຂອງຊາວບ້ານຢ່າງເປັນປະຈຳ. ສໍາລັບພວກຂ້າພະເຈົ້າ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຍິມ ໄດ້ສະໜິດສະໜົມ. ສະບາຍດີປີໃໝ່ ຂໍອວຍພອນທະຫານຊາຍແດນໃຫ້ສຸຂະພາບແຂງແຮງ, ປະຕິບັດໜ້າທີ່ເປັນຢ່າງດີ”.
ທ່ານໝໍຄ້າຍທະຫານຊາຍແດນເຍິມ ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນບ້ານເຊຊາບ. |
ໃນຊຸມປີມໍ່ໆມານີ້, ດ້ວຍການຊ່ວຍເຫຼືອຂອງທະຫານຊາຍແດນນະຄອນເຫ້ວ, ໂດຍກົງ ແລະເປັນປະຈຳແມ່ນພະນັກງານ, ນັກຮົບທະຫານຊາຍແດນເຍິມ, ຊີວິດການເປັນຢູ່ຂອງປະຊາຊົນບ້ານເຊຊາບ ໄດ້ກາຍເປັນອີ່ມໜຳສຳລານ, ຈະເລີນຮຸ່ງເຮືອງ. ປະຊາຊົນໄດ້ຮູ້ນຳໃຊ້ວິທີການປູກຝັງ, ລ້ຽງສັດຢ່າງມີປະສິດທິຜົນກວ່າ. ປະຈຸບັນ, ຊາວບ້ານບໍ່ພຽງແຕ່ປູກສາລີ, ຫອມບົ່ວເທົ່ານັ້ນ, ຫາກຍັງປູກເຂົ້າໜຽວ... ຍ້ອນແນວນັ້ນ, ປະຊາຊົນໄດ້ສ້າງເຮືອນທີ່ກວ້າງຂວາງ, ແຂງແກ່ນດ້ວຍມຸງດ້ວຍເຫຼັກກ້າສີຂຽວ, ສີແດງຢູ່ກາງປ່າ. ນອກນີ້ຍັງມີເດີ່ນແຫ້ງທີ່ເຕັມໄປດ້ວຍເຂົ້າທອງ, ສາງເກັບມ້ຽນເຂົ້າ ແລະອຸປະກອນ, ເຄື່ອງຈັກກະສິກຳເພື່ອໜູນຊ່ວຍການປູກຝັງ...
ນອກນັ້ນ, ຍັງມີໂຄງການໂຮງຮຽນປະຖົມບ້ານເຊຊາບ ທີ່ສົມທົບກັບເຮືອນກິດຈະກຳຊຸມຊົນທີ່ສ້າງຂຶ້ນຈາກຫ້ອງຊົ່ວຄາວເຮັດດ້ວຍໄມ້ໄຜ່. ໃນປີ 2015, ເຫັນວ່າຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການຮຽນ-ການສອນ ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ແຂວງເທື່ອທຽນເຫ້ວ (ປະຈຸບັນແມ່ນນະຄອນເຫ້ວ) ແລະແຂວງເຊກອງ ໄດ້ເຫັນດີເປັນເອກະພາບໃຫ້ກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫ້ວ, ໂດຍກົງແມ່ນຄ້າຍທະຫານຊາຍແດນເຍິມ ເລີ່ມກໍ່ສ້າງໂຄງການນີ້. ໃນປັດຈຸບັນ, ນັກຮຽນໄດ້ຮຽນຢູ່ໃນໂຮງຮຽນທີ່ເຂັ້ມແຂງ, ໝັ້ນແກ່ນ.
ທ່ານ ກູປາຍ ຮອງນາຍບ້ານ ໃຫ້ຮູ້ຕື່ມວ່າ: “ຍ້ອນມີການຊ່ວຍເຫຼືອຂອງຄ້າຍທະຫານຊາຍແດນເຍິມ, ເດັກນ້ອຍໃນບ້ານສາມາດຮ່ຳຮຽນຢູ່ໃນໂຮງຮຽນທີ່ກວ້າງຂວາງ ແລະປະຊາຊົນສາມາດຢູ່ໃນເຮືອນທີ່ໝັ້ນແກ່ນ. ບໍ່ພຽງແຕ່ເທົ່ານັ້ນ, ທະຫານຊາຍແດນຍັງໜູນຊ່ວຍແນວພັນພືດ, ສັດ ແລະຊີ້ນຳເຕັກນິກການປູກຝັງ. ຍ້ອນແນວນັ້ນ, ປະຊາຊົນຈຶ່ງສາມາດຕັ້ງຖິ່ນຖານຢູ່ໄດ້ ແລະມີຊີວິດທີ່ໝັ້ນຄົງ”.
ອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ແບ່ງປັນປະສົບການກັບອົງການກຳມະບານລາວ ຍສໝ - ແຕ່ວັນທີ 22 ຫາວັນທີ 26 ພຶດສະພາ 2023, ຄະນະຜູ້ແທນອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳໂດຍທ່ານ ຟ້າມຮວ່າຍເຟືອງ, ກຳມະການຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກທີ່ສະຫະພັນກຳມະບານ ກະຊວງໂຍທາທິການ ແລະ ຂົນສົ່ງລາວ. |
ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນຂົງເຂດພະລັງງານທົດແທນ ຍສໝ - ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ຢູ່ ຮ່າໂນ້ຍ, ຫວຽດນາມ ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ Net Zero ຂອງລາຊະອານາຈັກ ອັງກິດ. |