ນາຍົກລັດຖະມົນຕີ ຢາກໃຫ້ເພື່ອນມິດສາກົນແບ່ງປັນປະສົບການພັດທະນາສູນການເງິນສາກົນຢູ່ ຫວຽດນາມ | |
ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ |
ການປັບປຸງ ແລະສັບຊ້ອນກົງຈັກການຈັດຕັ້ງລັດໃຫ້ກະທັດຮັດແມ່ນແຜນນະໂຍບາຍສຳຄັນຂອງພັກກອມມູນິດຫວຽດນາມ, ສວມບົດບາດເລີ່ມຕົ້ນ ແລະແມ່ນວຽກງານກະກຽມໃຫ້ຂະບວນການປະຕິຮູບດ້ານບໍລິຫານ.
ໃນຂະບວນການນີ້, ສູນກາງນຳໜ້າໃນການປະຕິບັດ, ສ້າງແບບຢ່າງເພື່ອໃຫ້ທ້ອງຖິ່ນສັງເກດ, ຮໍ່າຮຽນ ແລະຜັນຂະຫຍາຍ, ສ້າງກຳລັງໜູນສໍາຄັນຊ່ວຍຫວຽດນາມ ສືບຕໍ່ນຳພາກິດຈະການປ່ຽນແປງໃໝ່, ຮັບປະກັນຄວາມໄວຂອງການພັດທະນາ ແລະກ້າວໜ້າຢ່າງໝັ້ນຄົງໃນຊຸມປີຕໍ່ໜ້າ. ນີ້ແມ່ນຂໍ້ສັງເກດຂອງການນຳຂັ້ນສູງ ແລະນັກຄຸ້ມຄອງລາວ ໃນການສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ນະຄອນຫຼວງວຽງຈັນ.
![]() |
ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ. ພາບ: TTXVN |
ໃນການສຳພາດ, ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ ຖືວ່າ ການປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ຈຳກັດປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວສະມາຊິກພັກ, ກໍ່ຄືສືບຕໍ່ປັບປຸງ, ປະຕິຮູບກົນໄກການຈັດຕັ້ງຂອງລະບົບການເມືອງຕາມທິດກະທັດຮັດ, ມີປະສິດທິພາບ ແລະປະສິດທິຜົນສ້າງເງື່ອນໄຂສະດວກໃຫ້ການພັດທະນາ ແລະການຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ, ກໍ່ສ້າງລັດອຳນາດກົດໝາຍສັງຄົມນິຍົມຢ່າງມີຜົນສັກສິດ ແລະເຄັ່ງຄັດ ແລະສ່ອງໃສທ່ຽງທໍາ... ນັ້ນແມ່ນປັດໄຈ, ແມ່ນກຳລັງໜູນ ເພື່ອສືບຕໍ່ນຳພາພາລະກິດປ່ຽນແປງໃໝ່ຂອງຫວຽດນາມ ໃຫ້ບັນລຸຄວາມໄວ ແລະກ້າວໜ້າຢ່າງໝັ້ນຄົງໃນຊຸມປີຕໍ່ໜ້າ.
ສະຫາຍ ບຸນທອງ ຈິດມະນີ ກໍ່ຖືວ່າ ພັກກອມມູນິດຫວຽດນາມ ໄດ້ນຳພາພາລະກິດປະຕິວັດ ແລະສ້າງສາທາລະນະລັດສັງຄົມນິຍົມຫວຽດນາມ ສຳເລັດ; ດໍາເນີນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງຄົບຖ້ວນ; ດໍາເນີນກິດຈະການປ່ຽນແປງໃໝ່ ແລະສືບຕໍ່ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ - ພາຍໃຕ້ການນຳພາຂອງພັກ, ປະຕິບັດສຳເລັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ ແລະສີວິໄລ; ສູ້ຊົນຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາມີພື້ນຖານອຸດສາຫະກຳທັນສະໄໝ ແລະມີລາຍຮັບສະເລ່ຍສູງ, ຮອດປີ 2045 ຫວຽດນາມ ຈະກາຍເປັນປະເທດສັງຄົມນິຍົມພັດທະນາທີ່ມີລາຍຮັບສູງ, ປະຊາຊົນທຸກຄົນລ້ວນແຕ່ມີການພັດທະນາຮອບດ້ານ. ນີ້ແມ່ນເປົ້າໝາຍສູ້ຊົນອັນສູງສົ່ງຂອງພັກກອມມູນິດຫວຽດນາມ, ພ້ອມທັງແມ່ນອຸດົມການ, ແມ່ນຄວາມຮັບຜິດຊອບດ້ານການເມືອງອັນສູງສົ່ງຂອງພັກກອມມູນິດຫວຽດນາມ ໃນການຫັນຄວາມປາຖະໜາຂອງປະຊາຊົນຫວຽດນາມ ໃຫ້ປະກົດຜົນເປັນຈິງ.
ສະຫາຍ ບຸນທອງ ຈິດມະນີ ສະແດງຄວາມເຊື່ອໝັ້ນວ່າ ເຖິງວ່າ ຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນັບບໍ່ຖ້ວນກໍຕາມ, ແຕ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ສົມທົບກັບແນວທາງ, ນະໂຍບາຍອັນຖືກຕ້ອງ, ສະເໝີຕົ້ນສະເໝີປາຍຂອງພັກ, ຈິດໃຈຮັກຊາດອັນສູງສົ່ງ, ນໍ້າໃຈສາມັກຄີຂອງປະຊາຊົນຫວຽດນາມ, ກຳລັງແຮງຂອງຖັນແຖວພະນັກງານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະການສະໜັບສະໜູນຂອງປະຊາຄົມສາກົນ… ແນ່ນອນຫວຽດນາມ ຈະກ້າວໄປເຖິງເປົ້າໝາຍທີ່ວາງອອກຢ່າງໝັ້ນຄົງ.
![]() |
ປອ ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ. ພາບ: TTXVN |
ໃນຂະນະນັ້ນ, ປອ ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ທີ່ເຄີຍດຳລົງຊີວິດ, ຮໍ່າຮຽນ ແລະຄົ້ນຄວ້າຢູ່ຫວຽດນາມ ເປັນເວລາດົນນານ ຖືວ່າ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ເປັນຕົ້ນມາ, ພັກກອມມູນິດຫວຽດນາມ ໄດ້ເອົາໃຈໃສ່, ຖືເປັນສຳຄັນ ແລະເດັດຂາດໃນວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນພັກ. ນັບທັງບັນດາການນໍາຂັ້ນສູງ, ຖ້າລະເມີດຂໍ້ກໍານົດ, ກົດລະບຽບຂອງພັກ ກໍ່ຈະໄດ້ຮັບການແກ້ໄຂຢ່າງເປີດເຜີຍ ແລະຍຸຕິທຳ. ນີ້ແມ່ນປັດໄຈສຳຄັນທີ່ຊ່ວຍຍົກສູງທີ່ຕັ້ງ, ບົດບາດຂອງພັກກອມມູນິດຫວຽດນາມ, ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຊົນຫວຽດນາມ.
ຕາມ ປອ ດາວສະຫວັນ ເຄືອມີໄຊ ແລ້ວ, ການສັບຊ້ອນກົງຈັກການຈັດຕັ້ງຂອງຫວຽດນາມ ກະທັດຮັດຈະແມ່ນທ່າອ່ຽງຂອງໄລຍະຫັນເປັນທັນສະໄໝ. ທ່ານເຊື່ອໝັ້ນວ່າ ພັກກອມມູນິດຫວຽດນາມ ຈະປະສົບຜົນສຳເລັດໃນການປະຕິຮູບຄັ້ງນີ້.
ໃນສະພາບການໂລກທີ່ສັບສົນຄືໃນປະຈຸບັນ, ການແກ່ງແຍ້ງດ້ານພູມສາດການເມືອງລະຫວ່າງບັນດາປະເທດໃຫຍ່ຈະສົ່ງຜົນສະທ້ອນເຖິງບັນດາປະເທດພວມພັດທະນາ, ຜ່ານນັ້ນ ສ້າງສິ່ງທ້າທາຍຢ່າງໃຫຍ່ຫຼວງໃຫ້ແກ່ຫວຽດນາມ. ເຖິງຢ່າງໃດກໍຕາມ, ປອ ດາວສະຫວັນ ເຄືອມີໄຊ ຍາມໃດກໍ່ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະແນວທາງທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ, ສົມທົບກັບການຕິດຕາມກວດກາ ແລະກວດກາຂອງສະພາແຫ່ງຊາດ, ແນວໂຮມ, ບວກກັບຄວາມຕັ້ງໃຈທາງດ້ານການເມືອງຢ່າງສູງ, ນ້ຳໃຈສາມັກຄີ, ພ້ອມກັບຄວາມມານະພະຍາຍາມສູ້ຊົນ, ຫວຽດນາມ ຈະປະຕິບັດເປົ້າໝາຍກະທັດຮັດກົງຈັກການຈັດຕັ້ງ, ປະກອບສ່ວນກໍ່ສ້າງກົງຈັກຂອງລະບົບການເມືອງໃຫ້ນັບມື້ນັບປອດໃສ, ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ ແລະສີວິໄລ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດພັດທະນາວັດທະນາຖາວອນ.
![]() | ບັນດາວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ: ຈຸດພົ້ນເດັ່ນສະເຫຼີມສະຫຼອງ 75 ປີການພົວພັນ ຫວຽດນາມ - ລັດເຊຍ ຍສໝ - ວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ມີການເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ... |
![]() | ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປີ 2024: ປະກອບສ່ວນເຂົ້າໃນຂະບວນການພັດທະນາແບບຍືນຍົງຂອງຫວຽດນາມຢ່າງຕັ້ງໜ້າ ຍສໝ - ຕາມບົດລາຍງານຂອງຄະນະປະສານງານການອຸປະຖຳປະຊາຊົນ (ພາຍໃຕ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ), ໃນປີ 2024, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສືບຕໍ່ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ບັນລຸບັນດາຜົນງານອັນໃຫຍ່ຫຼວງໃນຂະບວນການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ - ສັງຄົມ. ບັນດາລາຍການ, ໂຄງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ກວມເອົາຫລາຍຂົງເຂດເຊັ່ນ: ການແພດ, ການສຶກສາ, ການພັດທະນາເສດຖະກິດ, ການແກ້ໄຂບັນຫາສັງຄົມ, ຊັບພະຍາກອນ, ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ... ... |