ຊາວໜຸ່ມຫວຽດນາມ - ລາວ: ຮ່ວມມືຫຼາຍດ້ານ, ເຊື່ອມຕໍ່ນະວັດຕະກໍາ

23:14 | 06/02/2025

ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.

ຊາວໜຸ່ມຫວຽດນາມ ເຂົ້າຮ່ວມງານຕັ້ງຄ້າຍຊາວໜຸ່ມ ຈີນ-ອາຊຽນ ຄັ້ງທີ 13
ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ທີ່​ການ​ພົບ​ປະ, ທ່ານ ມອນໄຊ ລາວມົວຊົ່ງ ​ໄດ້​ແຈ້ງ​ໃຫ້​ກ່ຽວ​ກັບສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ; ວຽກງານຈຸດສຸມໃນປີ 2025. ໃນນັ້ນມີ ການກະກຽມກອງປະຊຸມໃຫຍ່ຄະນະຊາວໜຸ່ມຂັ້ນແຂວງ, ນະຄອນ, ອົງການຂອງກະຊວງ, ຂະແໜງການ; ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ; ຜັນຂະຫຍາຍບັນດາ​ໜ້າ​ທີ່​ທີ່ກ່ຽວຂ້ອງກັບການ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ສຳຄັນ​ຂອງ​ພັກ ​ແລະ ລັດ ລາວ ​ແລະ ການພົວພັນຮ່ວມ​ມື​ກັບ​ສູນ​ກາງະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ.

ຊາວໜຸ່ມຫວຽດນາມ - ລາວ: ຮ່ວມມືຫຼາຍດ້ານ, ເຊື່ອມຕໍ່ນະວັດຕະກໍາ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ ລາວ ຫງວຽນມິງເຕີມ ໄດ້​ມີ​ການພົບປະ​ເຮັດ​ວຽກ​ກັບ​ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.

ທ່ານກໍ່ໄດ້ແບ່ງປັນບາງເນື້ອໃນການຮ່ວມມືລະຫວ່າງສູນກາງຊາວໜຸ່ມ 2 ປະເທດໃນວຽກງານຍູ້ແຮງໂຄສະນາເຜີຍແຜ່ ແລະ ສຶກສາ; ຊຸກຍູ້ຂອບຂະໜາດບັນດາການເຄື່ອນໄຫວແລກປ່ຽນ​ມິດຕະພາບ ​ແລະ ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ; ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານໃຫ້ຮູ້ວ່າ ຈະສົມທົບກັນຢ່າງແໜ້ນແຟ້ນກັບສູນກາງຊາວໜຸ່ມກອມມູນິດ ໂຮ່ຈິມິນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ ແລະ 2 ປະເທດ, ສັນຍາຮ່ວມມືລະຫວ່າງຄະນະຊາວໜຸ່ມ 2 ປະເທດໄລຍະ 2022 – 2027 ຢ່າງມີປະສິດທິຜົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນມິງເຕີມ ໃຫ້ຮູ້ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໄດ້​ສະ​ຫຼຸບ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ດ້ວຍ 4 ຄຳ​ທີ່ວ່າ: “ນ້ຳໃຈມິດສະ​ຫາຍ - ນ້ຳໃຈ​ອ້າຍ​ນ້ອງ - ນ້ຳໃຈເພື່ອນມິດ - ນ້ຳໃຈສາ​ມັກ​ຄີ​ພິ​ເສດ”. ທ່ານຢືນຢັນ​ວ່າ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ປະຈຸປັນ ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ລາວ.

ເພື່ອເພີ່ມທະວີປະສິດທິຜົນການຮ່ວມມື, ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສູນກາງຊາວໜຸ່ມ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍສັນຍາຮ່ວມມືລະຫວ່າງ 2 ອົງການໄລຍະ 2022 – 2027 ຢ່າງມີປະສິດທິຜົນ. ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ສຶກສາ​ກ່ຽວ​ກັບ​ມູນເຊື້ອ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ, ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ແນວ​ຄິດ​ຂອງທ່ານ ໄກສອນ ພົມວິຫານ ກ່ຽວ​ກັບ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ; ຍົກສູງ​ປະສິດທິ​ຜົນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ວຽກ​ງານ​ຄະນະ​ຜູ້​ແທນ;​ ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ມີຄວາມຫຼາກຫຼາຍກ່ວາກ່ຽວກັບເປົ້າໝາຍ ແລະ ຂົງເຂດ; ບັນດາການເຄື່ອນໄຫວເລີ່ມດຳເນີນທຸລະກິດ, ນະວັດຕະກໍາ, ຊາວໜຸ່ມອາສາສະໝັກ, ທັກສະຍຸກ 4.0 ໃຫ້ແກ່ຊາວໜຸ່ມ, ຊາວໜຸ່ມກັບການພັດທະນາເສດຖະກິດ-ສັງຄົມ, ຊົນນະບົດໃໝ່, ການທ່ອງທ່ຽວແບບອະນຸລັກ, ແລກປ່ຽນຮູບແບບການຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ.

ຊາວໜຸ່ມຫວຽດນາມ - ຍີ່ປຸ່ນ 100 ຄົນ ຮຽນທັກສະການທູດ

ຊາວໜຸ່ມຫວຽດນາມ - ຍີ່ປຸ່ນ 100 ຄົນ ຮຽນທັກສະການທູດ

ຍສໝ - ວັນ​ທີ 14 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ໂຕ​ກຽວ, ສະຖານທູດ​ຫວຽດນາມ ປະຈຳຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ໂຄງການ''ເອກອັກຄະລັດຖະທູດຊາວໜຸ່ມ ເຍົາວະຊົນ 2023" (Teenage Ambassadors 2023) ພົບປະແລກປ່ຽນກ່ຽວກັບນັກຮຽນ​ມັດທະຍົມຕອນປາຍ ໂດຍຜ່ານ​ການຝຶກຝົນຫຼໍ່ຫຼອມບັນດາ​ການທັກ​ສະ​ການ​ທູດ.

ຊາວໜຸ່ມຫວຽດນາມ ແລະ ເລື່ອງດຳເນີນຊີວິດການເປັນຢູ່ຢ່າງມີສຸຂະພາບເຂັ້ມແຂງດ້ວຍຕົນເອງ

ຊາວໜຸ່ມຫວຽດນາມ ແລະ ເລື່ອງດຳເນີນຊີວິດການເປັນຢູ່ຢ່າງມີສຸຂະພາບເຂັ້ມແຂງດ້ວຍຕົນເອງ

ຍສໝ - ຜົນປະໂຫຍດ ແລະ ຄວາມສໍາຄັນຂອງຊີວິດປອດໃສ ແລະ ອາຫານທີ່ມີສຸຂະພາບດີແມ່ນໄດ້ຮັບຄວາມສົນໃຈຫຼາຍຂຶ້ນ. ພິ​ເສດ, ​ໄວ​ໜຸ່ມ​ຫວຽດນາມ ພວມ​ຄົ້ນ​ຄ້ວາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເລືອກ​ເຟັ້ນສະ​ແຫວ​ງຫາ ​ແລະ ​ເຜີຍ​ແຜ່​ຈິດ​ໃຈ ​ແລະ ຄວາມ​ຮູ້​ອັນ​ລ້ຳ​ຄ່າ​ໃໝ່​ກ່ຽວ​ກັບ​ຫົວ​ຂໍ້​ນີ້.

ມີງດຶກ

ເຫດການ