ວັນທີ 30 ມັງກອນ, ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ (ສປຊ) ຢູ່ນິວຢອກ (ອາເມລິກາ), ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ໃຫ້ການເຮັດວຽກກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ເພື່ອແລກປ່ຽນກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະການຮ່ວມມືລະຫວ່າງຫວຽດນາມ - ສປຊ ໃນປີ 2025.
ທ່ານເລຂາທິການໃຫຍ່ Antonio Guterres ໄດ້ສົ່ງຄຳອວຍພອນອັນດີງາມເຖິງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະປະຊາຊົນຫວຽດນາມ.
ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ສປຊ ໄດ້ຫວນຄືນບັນດາຄວາມຊົງຈຳອັນເລິກເຊິ່ງຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນປີ 2022 ແລະປາດຖະໜາຢາກວ່າຈະມີໂອກາດກັບຄືນເມືອຢ້ຽມຢາມປະເທດຫວຽດນາມ ທີ່ສວຍງາມ ແລະໄມຕີຈິດມິດຕະພາບໂດຍໄວ.
ຊົມເຊີຍຫວຽດນາມ ບັນລຸຜົນສຳເລັດທີ່ໜ້າປະທັບໃຈໃນການພັດທະນາເສດຖະກິດ - ສັງຄົມ ໃນປີ 2024, ທ່ານເລຂາທິການໃຫຍ່ Antonio Guterres ຢືນຢັນວ່າ ສປຊ ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ມີບົດບາດ ແລະການປະກອບສ່ວນນັບມື້ນັບສຳຄັນໃຫ້ແກ່ປະຊາຄົມສາກົນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງບັນດາໝາກຜົນສຳຄັນທີ່ ສປຊ ບັນລຸໄດ້ໃນປີຜ່ານມາ ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ Antonio Guterres, ເປັນຕົ້ນແມ່ນບັນດາຄວາມມານະພະຍາຍາມ, ການປະກອບສ່ວນຊຸກຍູ້ການຢຸດຍິງຢູ່ຕາເວັນອອກກາງ, ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະຮັບມືກັບສິ່ງທ້າທາຍໃໝ່ໃນທົ່ວໂລກ.
ທ່ານຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢືນຢັນຈະສະໜັບສະໜູນບັນດາບຸລິມະສິດຂອງທ່ານເລຂາທິການໃຫຍ່ ໃນທຸກເສົາຄໍ້າປະຕິບັດງານຂອງ ສປຊ ໃນປີ 2025, ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກ ແລະພ້ອມແລ້ວທີ່ຈະປະກອບສ່ວນນັບມື້ນັບມີປະສິດທິຜົນ ແລະແທດຈິງເຂົ້າໃນວຽກງານລວມຂອງ ສປຊ.
ຍສໝ - ໃນວັນທີ 20 ກັນຍາ 2023 ທີ່ ນະຄອນ ນິວຢອກ, ສ ອາເມລິກາ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະ ຊວງການຕ່າງປະເທດ |