VUFO 2024: ສຳເລັດເປົ້າໝາຍສຳຄັນຫຼາຍຢ່າງ

06:00 | 28/01/2025

ຍສໝ - ​ໃນ​ປີ 2024, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ (VUFO) ​ໄດ້​ວາງ​ອອກ​ບັນດາ​ເປົ້າໝາຍ​ທີ່​ຖື​ວ່າ​ມີ​ຄວາມຫວັງສູງຫຼາຍ​ກວ່າເມື່ອທຽບກັບ​ແຫຼ່ງກຳລັງ​ໃນ​ປະຈຸ​ບັນ. ດ້ວຍການ​ຕັດສິນໃຈ​ດ້ານການ​ເມືອງ, ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ສາ​ມັກ​ຄີຮ່ວມແຮງຮ່ວມໃຈ​​ຂອງ​ທົ່ວ​ລະ​ບົບ, ພວກ​ເຮົາ​ບັນ​ລຸໄດ້​ຜົນ​ສຳ​ເລັດ​ທີ່ເຕັມໄປດ້ວຍຄວາມປະ​ທັບ​ໃຈ.

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024
4 ບຸກທະລຸ ແລະ 5 ໜ້າທີ່ຂອງ VUFO ໃນປີ 2024

ຜົນໄດ້ຮັບທີ່ໂດດເດັ່ນໃນປີ 2024

ເຂົ້າ​ຮ່ວມໃນ 07 ຄະນະ​​ຂັ້ນ​ສູງ​ທີ່​ເຮັດ​ວຽກ​ຢູ່ 09 ປະ​ເທດ; ເປັນເສນາທິການ​ເປັນປະທານ ​ແລະ ສົມທົບ​ກັນ​ຈັດ​ຕັ້ງ 08 ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ການ​ນຳ​ຫຼັກແຫຼ່ງຂອງ​ພັກ, ລັດ; ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ 1.000 ກວ່າ​ຄັ້ງ, ​ໃນ​ນັ້ນ​ມີ 43 ຄະນະ​​ອອກ ​​ແລະ 28 ຄະນະ​ເຂົ້າປະເທດ​; ກອງປະຊຸມການສຳມະນາສາກົນ 04 ຄັ້ງ; ລົງນາມສັນຍາການຮ່ວມມື (MOU) 01 ສະບັບ; ລະດົມ​ 232 ຕື້​ດົ່ງ​ ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຢູ່​ບັນດາ​ເຂດ​ປະສົບໄພ​ພາຍຸ Yagi; ສ້າງ​ຮາກຖານ​ອັນ​ສຳຄັນ​ ເພື່ອ​ໃຫ້​ຄຳ​ໝັ້ນ​ສັນຍາ​ກໍ່ສ້າງ​ເຮືອນ​ຢູ່ 1.000 ຫຼັງ ແນໃສ່ຕອບ​ສະໜອງ​ຂະບວນການ “ລົບລ້າງເຮືອນ​ຢູ່​ຊົ່ວຄາວ, ເຮືອນຮົ່ວເພ​” ​ໂດຍ​ນາຍົກລັດຖະມົນຕີ ​ຫວຽດນາມ ປຸກລະດົມ.

VUFO 2024: ສຳເລັດເປົ້າໝາຍສຳຄັນຫຼາຍຢ່າງ

ທ່ານ​ປະທານ​ປະ​ເທດ ຫວຽດນາມ ໂຕເລີ່ມ ​ແລະ ທ່ານປະທານາທິບໍດີ​ສະຫະພັນ ​ລັດ​ເຊຍ Vladimir Putin ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ ​ລັດ​ເຊຍ ​ແລະ ບັນດາ​ລຸ້ນອະດີດ​ນັກ​ສຶກສາ ຫວຽດນາມ ​ທີ່ຮ່ຳຮຽນ​ຢູ່ ລັດ​ເຊຍ, ວັນ​ທີ 20 ມິຖຸນາ 2024 ຢູ່ ຮ່າ​ໂນ້ຍ. (ພາບ: ດິງຮວ່າ)

ກອງ​ປະ​ຊຸມຄະນະ​ປະ​ທານ​ປະ​ເທດ​ຄັ້ງ​ທີ 9, ຊຸດ​ທີ VI, ວັນ​ທີ 29 ມັງ​ກອນ 2024 ຢູ່​ຮ່າ​ໂນ້ຍ ໄດ້​ວາງ​ອອກ​ບາງ​ຈຸດ​ສຸມ​ສຳ​ຄັນ​ໃນ​ວຽກ​ງານ​ຂອງ VUFO ດັ່ງ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກເປັນຢ່າງດີ; ເຊື່ອມຊຶມ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ XIII ຂອງ​ພັກ ​ແລະ ບັນດາມະຕິ, ຄຳສັ່ງຂອງ​​ສູນ​ກາງ​ກ່ຽວ​ກັບວຽກງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ປະຊາຊົນ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ VI ຂອງ VUFO.

ທີສອງ, ສົມທົບ​ກັບ​ບັນດາ​ຄະນະ, ກະຊວງ, ຂະແໜງການ ​ເພື່ອ​ສະຫຼຸບ, ສັງລວມໂດຍຫຍໍ້ການຫັນ​ບັນດາ​ມະຕິ, ຄຳສັ່ງຂອງ​ສູນ​ກາງ​ກ່ຽວກັບການທູດປະຊາຊົນ ​ແລະ VUFO ເປັນລະບອບລະບຽບການ. ບົນ​ພື້ນຖານ​ນັ້ນ, ກໍ່ສະເໜີແນະກັບການ​ນຳ​ພັກ ​ແລະ ລັດທີ່ມີການຊີ້​ນຳຢ່າງ​ທັນ​ການ, ສ້າງ​ເງື່ອນ​ໄຂກ່ຽວກັບ​ກົນໄກ ແລະ ລະບອບ, ນະ​ໂຍບາຍ​ໃຫ້​ແກ່​ລະບົບ VUFO.

ທີ​ສາມ, ສືບ​ຕໍ່​ປັບປຸງ, ສັບຊ້ອນ, ບູລະນະໂຄງຮ່າງການຈັດຕັ້ງກົງຈັກຂອງລະບົບແຕ່​​ສູນ​ກາງ​ລົງຮອດ​ທ້ອງ​ຖິ່ນ; ເພີ່ມທະວີວຽກງານກຳນົດທິດ, ປະສານສົມທົບ, ແບ່ງປັນຂໍ້ມູນຂ່າວສານໃນທົ່ວລະບົບ. ຍົກສູງຄຸນນະພາບຖັນແຖວພະນັກງານຮັບຜິດຊອບສະເພາະວຽກງານການທູດປະຊາຊົນ.

ທີສີ່, ປ່ຽນແປງໃໝ່ຈິນຕະນາການ, ວິທີ​ການເຂົ້າເຖິງ, ແບບວິທີ​ການຈັດ​ຕັ້ງ ​ແລະ ​ເນື້ອ​ໃນ​ບັນດາການຄື່ອນໄຫວວຽກ​ງານ​ການທູດປະຊາຊົນຢ່າງເຂັ້ມແຂງ. ເພີ່ມທະວີຄວາມເປັນເຈົ້າການ, ປະດິດສ້າງໃນການເສນາທິການ, ກະກຽມ, ຈັດຕັ້ງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງມີປະສິດທິຜົນ, ໃນນັ້ນ ມີບັນດາການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ.

ທີ​ຫ້າ, ສືບ​ຕໍ່​ກໍ່ສ້າງ ​ແລະ ​ເປີດ​ກວ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື, ສ້າງ​ແຜນ​ທີ່​ລະບົບ​ຄູ່​ຮ່ວມ​ມື; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ການທ່ອງທ່ຽວ, ວັດທະນະທຳ, ວິທະຍາສາດ.

ທີ​ຫົກ, ປ່ຽນແປງໃໝ່​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ຕິດພັນການ​ລະດົມ​ການ​ຊ່ວຍ​ເຫຼືອ​ກັບ​ການ​​ການ​ລະດົມການ​​ຕ່າງປະ​ເທດ, ການໜູນ​ຊ່ວຍການ​ເຄື່ອນ​ໄຫວ​ຂອງ​ບັນດາອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ.

ທີ​ເຈັດ, ສືບ​ຕໍ່​ເປີດ​ກວ້າງບັນດາ​ຊ່ອງ​ຂໍ້​ມູນ​ຂ່າວສານການ​ຕ່າງປະ​ເທດ ​ແລະ ຍູ້ແຮງ​​ຂໍ້​ມູນຂ່າວສານການ​ຕ່າງປະ​ເທດ​ໃນ​ບັນດາເຄືອ​ຂ່າຍ​ສັງຄົມ, ສ້າງຫົວຂໍ້ລົງເລິກ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ກັບບັນດາ​ປະ​ເທດ​ຕ່າງໆ.

ທີ​ແປດ, ເພີ່ມທະວີ​ວຽກ​ງານ​ຄົ້ນ​ຄ້ວາ, ເສນາທິການຢ່າງປະສິດທິຜົນ... ຕັ້ງໜ້າ​ປະກອບສ່ວນ​ຄຸນ​ນະພາ​ບ​ເຂົ້າໃນ​ບັນດາແຜນຮ່າງ,​ໂຄງການ, ຄົ້ນຄວ້າ, ​ແຜນການ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ອົງການ; ​ເພີ່ມ​ທະວີ​ການ​ຈັດ​ຕັ້ງ​ ​ກອງປະຊຸມອໂອ້ລົມເຈລະຈາ, ການດຳລົງຊີວິດ​ວິຊາ​ການ​ກ່ຽວ​ກັບ​ສະພາບ​ການໃນ​ໂລກ ​ແລະ ພາກ​ພື້ນ, ຈັດ​ຕັ້ງບັນດາ​ກຸ່ມ​ຄົ້ນຄວ້າ.

VUFO 2024: ສຳເລັດເປົ້າໝາຍສຳຄັນຫຼາຍຢ່າງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະທານ​ປະ​ເທດ ຫວຽດນາມ ໂຕເລີ່ມ ແລະ ​ບັນ​ດາ​ຜູ້​ແທນ​ຕາງໜ້າຜູ້ຊົງຄຸນວຸດທິມິດ​ຕະ​ພາບ ​ຈີນ, ວັນ​ທີ 18 ສິງຫາ 2024 ຢູ່​ ກວາງ​ໂຈ່​ (ກວາງ​ດົງ, ຈີນ). (ພາບ: KT)

ການກຳນົດທິດວຽກງານ ປີ 2025

ກໍ່ສ້າງ​ລະບົບ​​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຢ່າງເຂັ້ມແຂງ; ຕອບ​ສະໜອງ​ບັນດາຄວາມ​ຮຽກຮ້ອງ​​ຂອງ​ສະຖານະການ ​ແລະ ສະພາບ​ການ​ໃໝ່, ຄວາມ​ຕັ້ງຫວັງຂອງ​ການ​ນຳ​ພັກ, ລັດ, ຄວາມ​ຕ້ອງການ​ປ່ຽນແປງໃໝ່, ການພັດທະນາ​ຕົນ​ເອງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ຮັບປະກັນ​ຜັນຂະຫຍາຍແຜນ​ວຽກ​ງານປີ 2025 ຢ່າງ​ມີ​ປະສິດທິ​ຜົນ.

VUFO ເຂົ້າ​ຮ່ວມ​, ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂັ້ນ​ສູງ​ໃນ​ປີ 2024

1. ວັນ​ທີ 9 ​ເມສາ​, ຢູ່​ນະຄອນຫຼວງ ​ປັກ​ກິ່ງ, VUFO ​ແລະ ສະມາຄົມ​ມິດຕະພາບ​ການທູດປະຊາຊົນ ​ຈີນ ສົມທົບ​​ກັນຈັດ​ຕັ້ງ​ລາຍການ "​ການພົບປະມິດຕະພາບ​ປະຊາຊົນ ​ຫວຽດນາມ - ຈີນ".

2. ວັນ​ທີ 20 ມິຖຸນາ, ຢູ່​ຮ່າ​ໂນ້ຍ, VUFO ​ໄດ້​ເປັນປະທານຈັດເຫດການ​ທ່ານ​ປະທານາທິບໍດີ​ສະຫະພັນ​ ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂຕເລີ່ມ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ ລັດ​ເຊຍ ​ແລະ ບັນດາລຸ້ນ​ອະດີດ​ນັກ​ສຶກສາ ຫວຽດນາມ ທີ່ເຄີຍຮຽນ​ຢູ່​ ລັດ​ເຊຍ​.

3. ວັນທີ 25 ແລະ 26 ມິຖຸນາ, VUFO ແລະ ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ໄດ້ສົມທົບກັນຈັດຕັ້ງເວທີປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 12 ຢູ່ ຫູໜານ, ຈີນ ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິຊາການ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກຂ່າວ, ວິສາຫະກິດ 26 ທ່ານ ຂອງ​ສອງ​ປະ​ເທດ.

4. ວັນທີ 30 ມິຖຸນາ, VUFO ໄດ້ສົມທົບກັບບັນດາຄູ່ຮ່ວມມື, ເພື່ອນມິດ ສ.ເກົາຫຼີ ຈັດຕັ້ງການພົບປະຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ກັບເພື່ອນມິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ.

5. ວັນ​ທີ 18 ສິງຫາ​, ຢູ່​ນະຄອນ​ ກວາງ​ໂຈ່ (ກວາງ​ດົງ, ຈີນ), VUFO, ສະມາຄົມ​ມິດຕະພາບ​ການທູດປະຊາຊົນ ​ຈີນ​, ສະມາຄົມ​ມິດຕະພາບ​ການທູດປະຊາຊົນແຂວງ​ ກວາງ​ດົງ, ສະຖານ​ກົງສຸນ​ໃຫຍ່ ​ຫວຽດນາມ​ ປະຈຳ​ ກວາງ​ໂຈ່​​ ໄດ້​ສົມທົບກັນຈັດ​ຕັ້ງ​ລາຍການ​ທ່ານເລຂາທິການ​ໃຫຍ່​, ປະທານປະເທດ ໂຕເລີ່ມ ພົບ​ປະ​ກັບຕາງໜ້າຜູ້ຊົງຄຸນວຸດທິມິດ​ຕະ​ພາບ ​ຈີນ.

6. ວັນ​ທີ 22 ກັນຍາ, VUFO, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ແລະ ຄະນະ​ຜູ້​ແທນ​ ຫວຽດນາມ ພ້ອມກັບອົງການສະຫະ​ປະຊາ​ຊາດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ, ​ແລກປ່ຽນ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີ່ມ ກັບການ​ນຳ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ອົງການຊ້າຍຈັດ ແລະ​ ​ເພື່ອນມິດ ​ອາ​ເມ​ລິ​ກາ​ ຢູ່ ​ນິວຢອກ.

7. ວັນທີ 27 ກັນຍາ, VUFO ໄດ້ສົມທົບກັບສະຖາບັນກູບາມິດຕະພາບກັບບັນດາຊົນເຜົ່າ ແລະ ສະຖານທູດ ຫວຽດນາມ ປະຈຳ ກູບາ ຈັດຕັ້ງການພົບປະກັບຜູ້ແທນມິດຕະພາບປະຊາຊົນ ແລະ ລຸ້ນໜຸ່ມ ກູບາ. ເຫດການມີການເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີ່ມ ພ້ອມກັບເລຂາທິການຜູ້ທີ 1, ປະ​ທານ​ປະ​ເທດ ກູ​ບາ Miguel Diaz Canel Bermudez.

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

​ຍສໝ - ໃນ​ອາຍຸການ 5 ປີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ສາທາລະນະ​ລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້​ມີຄວາມນະ​ພະຍາຍາມ​ຫຼາຍ​ຢ່າງ​ໃນການຊຸກຍູ້​ການ​ຮ່ວມ​ມື ເກຼັກ - ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ເປັນຕົ້ນແມ່ນ​ເສດຖະກິດ - ການ​ຄ້າ, ແຮງ​ງານ, ການ​ເດີນ​ທະ​ເລ, ການ​ສຶກສາ, ກິລາ. ​ເພື່ອແນໃສ່ຮັບຮູ້​ການ​ປະກອບສ່ວນເຂົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ...

ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ

ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ

ຍສໝ - ວັນ​ທີ 28 ສິງຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ຟ່ານແອງເຊັນ, ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້ຕ້ອນຮັບ​ທ່ານ Doraisamy Raja, ເລຂາທິການໃຫຍ່​ພັກ​ກອມ​ມູນິດ​ອິນ​ເດຍ.

ແທັງຮັ່ງ