ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ກອງປະຊຸມລັດຖະບານ ແລະອໍານາດການປົກຄອງທ້ອງຖິ່ນ | |
ທ່ານ ໂຕເລິມ ພ້ອມຄະນະຜູ້ແທນຂັ້ນສູງ ຢ້ຽມຢາມໂຮງຮຽນ ສອງພາສາ ລາວ-ຫວຽດນາມຫວຽນຢູ |
ຕອນຄໍ່າວັນທີ 4 ກຸມພາ, ຢູ່ສໍານັກງານສູນກາງພັກ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບ ສະຫາຍ Miguel Díaz-Canel Bermúdez ເລຂາທິການໃຫຍ່ຜູ້ທີໜຶ່ງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ.
ຕາງໜ້າການນໍາພັກ, ລັດ, ປະຊາຊົນກູບາ ແລະທ່ານພົນເອກ Raúl Castro Ruz, ສະຫາຍ Miguel Díaz-Canel Bermúdez ໄດ້ສົ່ງຄຳອວຍພອນອັນ ດີງາມມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ເນື່ອງໃນ ໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດຫວຽດນາມ (3-2-1930 / 3-2-2025) ແລະບຸນປີໃໝ່ ປີມະເສັງ. ທ່ານເລຂາທິການຜູ້ທີໜຶ່ງ, ປະທານປະເທດ ກູບາ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໃນການສ້າງສາ ແລະພັດທະນາປະເທດຊາດ, ຖືວ່ານັ້ນເປັນແບບຢ່າງທີ່ສ່ອງແສງໃຫ້ແກ່ການຂະບວນການປະຕິວັດ, ກອມມູນິດສາກົນ; ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມເຄົາລົບນໍ້າໃຈສາມັກຄີ ແລະການຊ່ວຍເຫຼືອຢ່າງ ສຸດຈິດສຸດໃຈຂອງຫວຽດນາມ ທີ່ສະຫງວນໃຫ້ແກ່ ກູບາ ໃນຫຼາຍປີມານີ້.
ສະຫາຍເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບສະຫາຍເລຂາທິການຜູ້ທີໜຶ່ງພັກກອມມູນິດກູບາ, ປະທານປະເທດ ກູບາ Miguel Díaz-Canel Bermúdez. |
ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ຂອບໃຈຢ່າງຈິງໃຈຕໍ່ນໍ້າໃຈແບບ ພິເສດທີ່ ກູບາ ຍາມໃດກໍ່ສະຫງວນໃຫ້ແກ່ພັກ, ລັດ ແລະປະຊາຊົນຫວຽດນາມ, ສະແດງໃຫ້ເຫັນຄວາມສະໜິດຕິດພັນດ້ານການເມືອງ, ຄວາມເຫັນອົກເຫັນໃຈ ແລະການແບ່ງປັນຢ່າງເລິກເຊິ່ງລະຫວ່າງສອງຊາດ; ຊົມເຊີຍ ກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນການ ປະຕິວັດ ກູບາ ສຳເລັດຜົນ (1-1-1959 / 1-1-2025) ແລະ ບັນດາຜົນງານທີ່ກູບາ ບັນລຸໄດ້ໃນການຮັກສາສະພາບແວດລ້ອມແຫ່ງ ສັນຕິພາບ, ສະຖຽນລະພາບ ແລະແກ້ໄຂຄວາມຫຍຸ້ງຍາກ. ສະຫາຍເລຂາທິການໃຫຍ່ ໂຕເລິມ ຢືນຢັນຫຼັກໝັ້ນຂອງຫວຽດນາມ ໃນການສະໜັບສະໜູນບັນດາມະຕິຂອງສະພາສະຫະປະຊາຊາດ ໃນການຮຽກຮ້ອງໃຫ້ຢຸດຕິການຂວ້ຳບາດຕໍ່ ກູບາ ຄືນໃໝ່.
ໃນບັນຍາກາດເຕັມໄປດ້ວຍນໍ້າໃຈເພື່ອນມິດສະຫາຍ, ອ້າຍນ້ອງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2-12-1960 / 2-12-2025), ການນຳສອງພັກ, ສອງລັດໄດ້ແບ່ງປັນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຢືນຢັນຄືນໃໝ່ຄວາມສຳຄັນຂອງການພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະກູບາ, ຖືວ່າແມ່ນຊັບສິນອັນລ້ຳຄ່າທີ່ສອງຝ່າຍຕ້ອງມານະພະຍາຍາມປັບປຸງ ແລະພັດທະນາ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຜັນຂະຫຍາຍການເຄື່ອນໄຫວຮ່ວມມືຫຼາຍຢ່າງ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງມີປະສິດທິຜົນໃນການຢ້ຽມຢາມຄັ້ງປະຫວັດສາດຂອງສະຫາຍ ໂຕເລິມ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ເຖິງກູບາ ໃນເດືອນ ກັນຍາ 2024; ຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງສົມກຽດ ແລະການພົບປະແລກປ່ຽນປະຊາຊົນໃນປີມິດຕະພາບ ຫວຽດນາມ - ກູບາ 2025.
ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ຢ້ຳຄືນຄຳເຊື້ອເຊີນ ແລະຊົມເຊີຍສະຫາຍ Miguel Díaz-Canel Bermúdez ຈະມາຢ້ຽມຢາມ ຫວຽດນາມ ອີກຄັ້ງໜຶ່ງໃນປີ 2025; ພ້ອມກັນນັ້ນສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນມາຍັງ ພົນເອກ Raúl Castro Ruz.
ຮອງເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ: ການຢ້ຽມຢາມຂອງທເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍອັນໃຫຍ່ຫຼວງ ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາຈະຢ້ຽມຢາມມາເລເຊຍ, ທ່ານນາງ Cik Aida Safura Niza Othman ຮອງເອກອັກຄະລັດຖະທູດມາເລເຊຍ ປະຈໍາ ຫວຽດນາມໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຄວາມໝາຍ ແລະແງ່ຫວັງຂອງການຢ້ຽມຢາມ. |
ການໄປປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ບັນລຸໄດ້ທຸກເປົ້າໝາຍທີ່ວາງໄວ້ ຍສໝ - ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ. |