ວັນທີ 5 ກຸມພາ, ຢູ່ສໍານັກງານສະຫະປະຊາຊາດ (ສປຊ) ຢູ່ນິວຢອກ (ອາເມລິກາ), ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ມີການເຮັດວຽກກັບ ທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່, ທູດພິເສດຂອງເລຂາທິການໃຫຍ່ ສປຊ ກ່ຽວກັບເຕັກໂນໂລຊີ.
ຕີລາຄາສູງວິໄສທັດ ແລະນະໂຍບາຍຕັດສິນທີ່ມີລັກສະນະບຸກທະລຸ, ທ່ານຮອງເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມປະທັບໃຈກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບມືກັບບັນດາສິ່ງທ້າທາຍ ແລະ ຍາດແຍ່ງກາລະໂອກາດ ເພື່ອບັນລຸໄດ້ບັນດາບາດກ້າວໃຫຍ່ ໃນການປ່ຽນແປງໃໝ່ປະດິດສ້າງ, ການຫັນເປັນດີຈີຕອນ, ປັນຍາປະດິດ (AI) ແລະຮັບປະກັນຄວາມໝັ້ນຄົງທາງອິນເຕີແນັດ, ໃນນັ້ນມີການເຂົ້າຮ່ວມ ປະກອບສ່ວນຢ່າງຕັ້ງໜ້າຂອງພາກເອກະຊົນ.
ເຊື່ອໝັ້ນວ່າ, ບັນດາສູນຄົ້ນຄວ້າ ແລະນຳໃຊ້ AI ຂອງຫວຽດນາມ ແມ່ນນອນໃນທອັບ 20 ສູນແຖວໜ້າຂອງໂລກ, ດ້ວຍຖັນແຖວບັນດານັກ ຊ່ຽວຊານເຕັກໂນໂລຊີທີ່ເກັ່ງກ້າສາມາດ ແລະກະຕືລືລົ້ນ ທີ່ອຸດົມສົມບູນ, ທ່ານ Amandeep Singh Gill ຢືນຢັນວ່າ ຫວຽດນາມ ບໍ່ພຽງແຕ່ແມ່ນຮູບ ແບບໃນການພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງມີ ຄວາມສາມາດ ບົ່ມຊ້ອນກາຍເປັນແກນຮ່ວມມືທີ່ສຳຄັນ ເພື່ອຊ່ວຍຍົກສູງກຳລັງ ຄວາມສາມາດ AI ຂອງບັນດາປະເທດພວມພັດທະນາ.
![]() |
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: TTXVN |
ການນຳ ສປຊ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຂອງກຸ່ມນັກຊ່ຽວຊານວິທະຍາສາດ ແລະການສົນທະນາກ່ຽວກັບການຄຸ້ມຄອງ AI ຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໜ່ວຍໂລກ.
ແບ່ງປັນຄຳເຫັນຂອງທ່ານຮອງເລຂາທິການໃຫຍ່ ສປຊ, ທ່ານເອກອັກ ຄະລັດຖະທູດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຫວຽດນາມ ກໍານົດ ວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດຄິດສ້າງເປັນທາງເລືອກ ຍຸດທະສາດ ເພື່ອບັນລຸການເຕີບໂຕສູງຝນລະດັບສອງຕົວເລກໃນຊຸມປີຕໍ່ໜ້າ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດອຸດສາຫະກຳທັນສະໄໝໃນປີ 2030 ແລະ ເປັນປະເທດທີ່ມີລາຍຮັບສູງໃນປີ 2045.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການ ແລະຮັບຟັງຄຳເຫັນປະກອບຂອງ ສປຊ ແລະ ທ່ານຮອງເລຂາທິການໃຫຍ່; ສະໜັບສະໜູນແນວຄິດນໍາ ຫວຽດນາມ ກາຍເປັນແກນຮ່ວມມືດ້ານການຫັນເປັນດີຈີຕອນ ແລະ AI; ຫວັງວ່າ ສປຊ ຈະຊຸກຍູ້ການຫັນບັນດາແນວຄິດນີ້ປະກົດຜົນເປັນຈິງ. ຫວຽດນາມ ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາເຫດການ, ວິວັດທະນາການປຶກສາຫາລືສໍາຄັນຂອງສະຫະປະຊາຊາດ ກ່ຽວກັບການຫັນເປັນດີຈີຕອນ ແລະ ການຄຸ້ມຄອງ AI.
ເນື່ອງໃນໂອກາດນີ້, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ໄດ້ຢ້ຳຄືນຄຳເຊີນຂອງທ່ານເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ ເພື່ອເຂົ້າຮ່ວມພິທີເປີດສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີແນັດ (ສົນທິສັນຍາ ຮ່າໂນ້ຍ) ທີ່ຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນປີ 2025.
![]() | ເພີ່ມທະວີການຮ່ວມມືດ້ານເຄິ່ງຊັກນຳໄຟຟ້າ ແລະ AI: ກາລະໂອກາດບຸກທະລຸໃຫ້ການພົວພັນ ຫວຽດນາມ - ອາເມລິກາ ຍສໝ - ໃນຂອບເຂດການໄປຢ້ຽມຢາມເພື່ອເຂົ້າຮ່ວມສັບປະດາຂັ້ນສຸງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການເຄື່ອນໄຫວສຳຄັນຫຼາຍຢ່າງເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນບັນດາຂົງເຂດຍຸດທະສາດເຊັ່ນ ອຸດສາຫະກໍາເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ(AI) ແລະ ການບິນ. |
![]() | ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ນາງ Pauline Tamesis ຜູ້ປະສານງານຂອງອົງການ ສະຫະປະຊາຊາດ ປະຈຳ ຫວຽດນາມ. ຈຸດສຸມຂອງການແລກປ່ຽນແມ່ນການປຶກສາຫາລືທິດທາງການຮ່ວມມືລະຫວ່າງສອງຝ່າຍ ໃນໄລຍະຈະມາເຖິງ. |