ດົ່ງທາບ: ພົບປະເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສະຫະພັນ ລັດເຊຍ | |
ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024. |
ທ່ານ ຮອງລັດຖະມົນຕີ ຕະກວາງໂດ່ງ ແລະ ທ່ານ ເອກອັກຄະລັດຖະທູດ Gennady Bezdetko ໄດ້ເປັນເອກະພາບວ່າ ການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວລະຫວ່າງ 2 ປະເທດໃນປີ 2024 ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ. ປີ 2024, ເມື່ອ 2 ປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ, ການຮ່ວມມືໄດ້ຮັບການຍູ້ແຮງດ້ວຍບັນດາການເຄື່ອນໄຫວທີ່ໜ້າປະທັບໃຈຄື: ບັນດາວັນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ໄດ້ຮອງຮັບຜົນສຳເລັດອັນໃຫຍ່ຫຼວງ ເມື່ອຄະນະສິລະປະກາຍຍະສິນ, ລະຄອນຕຸກກະຕານ້ຳຫວຽດນາມ ເຂົ້າຮ່ວມບັນດາງານມະໂຫລານສິລະປະສາກົນຢູ່ ລັດເຊຍ ແລະ ຍາດໄດ້ລາງວັນສູງ. ຄຽງຄູ່ກັນນັ້ນ, ຄະນະກິລາ ຫວຽດນາມ ຍັງຍາດໄດ້ລາງວັນຊະນະເລີດກ່ຽວກັບເນຶ້ອໃນບານບ້ວງກຳລັງກາຍດິຈິຕອນໃນຂອບເຂດງານມະຫາກຳກິລາ “ເກມອະນາຄົດ” ໂດຍ ລັດເຊຍ ຈັດຕັ້ງ. ການແລກປ່ຽນຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງຝ່າຍແມ່ນສຸມໃສ່ເພີ່ມທະວີຈຳນວນນັກທ່ອງທ່ຽວ ລັດເຊຍ ມາ ຫວຽດນາມ ໃນປີ 2024 ຈະບັນລຸກວ່າ 230.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ປີ 2023.
ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. (ພາບ: icd.gov.vn) |
ໂດຍປະທັບໃຈກັບບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ ທີ່ດຳເນີນແຕ່ວັນທີ 14 – 15 ມັງກອນ 2025, ທ່ານ ເອກອັກຄະລັດຖະທູດ Gennady Bezdetko ເນັ້ນໜັກວ່າ, ເລື່ອງທ່ານ ລັດຖະມົນຕີກະຊວງວັດທະນະທໍາ ລັດເຊຍ Olga Liubimova ມາຢ້ຽມຢາມ ຫວຽດນາມ ຄັ້ງນີ້, ສອງຝ່າຍໄດ້ລົງນາມລາຍການຮ່ວມມືດ້ານວັດທະນະທຳໄລຍະ 2025-2027, ສືບຕໍ່ເປີດກາລະໂອກາດໃຫຍ່ ເພື່ອຍູ້ແຮງການຮ່ວມມືດ້ານວັດທະນະທຳລະຫວ່າງສອງຝ່າຍ.
ສອງຝ່າຍຢືນຢັນວ່າ ປີ 2025 2 ປະເທດຈະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ສະເຫຼີມສະຫຼອງຫຼາຍວັນບຸນສຳຄັນຂອງຊາດ. 2 ຝ່າຍເປັນເອກະພາບ ພ້ອມກັນຂຶ້ນແຜນການບັນດາວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ ດ້ວຍຂອບຂະໜາດ ແລະ ຮູບການທີ່ພິເສດກ່ວາອີກ, ສົມກັບແມ່ນໜຶ່ງໃນບັນດາເຫດການວັດທະນະທຳໃຫຍ່ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ. 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະທຸກຂັ້ນກ່ຽວກັບວັດທະນະທຳ, ສົ່ງຄະນະສິລະປະເຂົ້າຮ່ວມບັນດາເຫດການວັດທະນະທຳ, ສິລະປະທີ່ຈັດຂຶ້ນຢູ່ 2 ປະເທດ.
ກ່ຽວກັບການບຳລຸງສ້າງໃນຂອບເຂດວັດທະນະທຳ, ສິລະປະ, ທ່ານ ເອກອັກຄະລັດຖະທູດ Gennady Bezdetko ໃຫ້ຮູ້ວ່າ ສະຖານທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ ແລະ ສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ປະຈຳ ຮ່າໂນ້ຍ ຈະສືບຕໍ່ໜູນຊ່ວຍ ແລະ ເຊື່ອມຕໍ່ກັບ ຫວຽດນາມ ຈັດສົ່ງບັນດານັກຮຽນ, ນັກສຶກສາວິຊາສະເພາະດ້ານວັດທະນະທຳ, ສິລະປະໄປບຳລຸງສ້າງຢູ່ສະຫະພັນ ລັດເຊຍ. ໃນເບື້ອງຕົ້ນ, ຝ່າຍ ລັດເຊຍ ຈະແລກປ່ຽນ ແລະ ສະເໜີສະຖາບັນການຟ້ອນ Moscow, ສະຖາບັນສິລະປະເວທີສະແດງ Moscow ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ສົ່ງນັກສຶກສາຈຳນວນໜຶ່ງໄປຮ່ຳຮຽນຢູ່ Moscow ໃນຕົ້ນປີ 2025.
ໃນຂົງເຂດກິລາ, ທ່ານ ຮອງລັດຖະມົນຕີ ຕະກວາງໂດ່ງ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ໃຫ້ຄວາມຄວາມສົນໃຈເຖິງການແລກປ່ຽນບັນດາຄະນະກິລາ, ສົ່ງນັກກິລາ ຫວຽດນາມ ຈຳນວນໜຶ່ງໄປເຂົ້າຮ່ວມເຫດການກິລາຢູ່ ລັດເຊຍ.
ສຳລັບຂົງເຂດການທ່ອງທ່ຽວ, 2 ຝ່າຍຄາດວ່າການເປີດຄືນເສັ້ນທາງບິນໂດຍກົງລະຫວ່າງບັນດານະຄອນໃຫຍ່, ພິເສດລະຫວ່າງນະຄອນຫຼວງຂອງສອງປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2025. ທ່ານ ຮອງລັດຖະມົນຕີ ຕະກວາງໂດ່ງ ສະເໜີຝ່າຍ ລັດເຊຍ ນຳໃຊ້ບັນດານະໂຍບາຍຫັນລະບຽບການວີຊາໃຫ້ພົນລະເມືອງ ຫວຽດນາມ ເປັນງ່າຍດາຍ ເພື່ອໃຫ້ນັກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ລັດເຊຍ ນັບມື້ນັບເພີ່ມຂຶ້ນຢ່າງວ່ອງໄວ.
ຍສໝ - ອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ໄຂຂຶ້ນ. |
ແທັງຮັ່ງ