ຂໍຮຽນສະຫາຍ, ສະຫາຍຕີລາຄາແນວໃດກ່ຽວກັບປະຫວັດສາດ ແລະຄວາມໝາຍການກຳເນີດຂອງພັກກອມມູນິດຫວຽດນາມ ໃນປີ 1930, ບົດບາດຂອງພັກກອມມູນິດ ຫວຽດນາມ ໃນຂະບວນການປົດປ່ອຍຊາດ ໄລຍະ 1930-1945? ພັກກອມມູນິດຫວຽດນາມ ກຳເນີດໄດ້ແກ້ໄຂວິກິດການກ່ຽວກັບແນວທາງກູ້ຊາດຕົ້ນສະຕະວັດ XX ຄືແນວໃດ?
ເມື່ອເວົ້າເຖິງປະຫວັດສາດແຫ່ງການກຳເນີດ ຫຼືວັນສ້າງຕັ້ງພັກກອມມູນິດຫວຽດນາມ, ພວກເຮົາຍາມໃດກໍ່ຈົດຈຳບຸນຄຸນຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດ, ເພິ່ນກໍ່ຕັ້ງພັກກອມມູນິດຫວຽດນາມ ແລະພັກກອມມູນິດອິນດູຈີນ, ເພິ່ນໄດ້ນຳພາຂະບວນການປະຕິວັດຂອງຫວຽດນາມ ດ້ວຍຄວາມພິລະອາດຫານ ແລະຄວາມຕັດສິນໃຈ.
ພັກກອມມູນິດຫວຽດນາມ ໄດ້ສ້າງຕັ້ງໃນວັນທີ 3 ກຸມພາ 1930 ແລະຕໍ່ຈາກນັ້ນຮອດເດືອນຕຸລາ 1930 ແລະຕໍ່ຈາກນັ້ນຮອດເດືອນຕຸລາ 1930 ໄດ້ປ່ຽນຊື່ເປັນພັກກອມມູນິດອິນດູຈີນ, ແມ່ນເຫດການການເມືອງສຳຄັນ, ແມ່ນບາດລ້ຽວສຳຄັນໃນປະຫວັດສາດຂອງຂະບວນການຮັກຊາດ ແລະຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນຫວຽດນາມ ກໍ່ຄືຂະບວນການປະຕິວັດຫວຽດນາມ, ແມ່ນປັດໄຈຕັດສິນໄຊຊະນະຂອງການປະຕິວັດຫວຽດນາມ.
![]() |
ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ, ຕອບສຳພາດນັກຂ່າວສຳນັກຂ່າວສານຫວຽດນາມ. ພາບ: TTXVN |
ເປັນຫຍັງຈຶ່ງເວົ້າແນວນັ້ນ, ຍ້ອນວ່າໂດຍແມ່ນປະທານ ໂຮ່ຈີມິນ ໄດ້ນຳເອົາລັດທິມາກ-ເລນິນ ມາໃຫ້ອິນດູຈີນ ແລະເປັນພື້ນຖານແນວຄິດ-ທິດສະດີ ໃຫ້ແກ່ການສ້າງຕັ້ງພັກກອມມູນິດອິນດູຈີນ ກໍ່ຄືພັກກອມມູນິດຫວຽດນາມ ປະຈຸບັນ. ສິ່ງນີ້ຖືວ່າເປັນ “ທວນໄຟ” ເຍືອງທາງໃຫ້ແກ່ຜູ້ຮັກຊາດ, ໃຫ້ແກ່ປະຊາຊົນຫວຽດນາມ ແລະການປະຕິວັດຫວຽດນາມ ມີທິດສະດີປະຕິວັດ, ມີແນວທາງຕໍ່ສູ້ກູ້ຊາດຢ່າງຖືກຕ້ອງ ແລະມີເປົ້າໝາຍ, ອຸດົມຄະຕິຢ່າງຈະແຈ້ງ, ພາຍໃຕ້ການນຳພາຂອງພັກປະຕິວັດ, ແມ່ນຜູ້ຕາງໜ້າຂອງຊົນຊັ້ນກຳມະກອນ ແລະປະຊາຊົນຜູ້ອອກແຮງງານຫວຽດນາມ, ບົນຈິດໃຈແນວຮົບທ້ອນໂຮມປະເທດຊາດເປັນເອກະພາບ ເພື່ອດຳເນີນການຕໍ່ສູ້ປົດປ່ອຍປະເທດ, ຍາດເອົາເອກະລາດ ແລະສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນປີ 1945, ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຂໍຮຽນສະຫາຍ, ສະຫາຍຕີລາຄາແນວໃດກ່ຽວກັບບົດບາດຂອງພັກກອມມູນິດ ຫວຽດນາມ ໃນການນຳພາປະເທດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະຈັກກະພັດ ອາເມລິກາ ຜູ້ຮຸກຮານ? ຕາມສະຫາຍ, ອັນໃດແມ່ນປັດໄຈສຳຄັນທີ່ສຸດຊ່ວຍໃຫ້ພັກກອມມູນິດຫວຽດນາມ ຍາມໃດກໍ່ຮັກສາບົດບາດນຳພາການປະຕິວັດ?
ຄືພວກເຮົາໄດ້ຮູ້ແລ້ວ, ພາຍຫຼັງສົງຄາມໂລກ ຄັ້ງທີ 2, ທ້າຍປີ 1945, ພວກລ່າເມືອງຂຶ້ນແບບເກົ່າແມ່ນ ຝລັ່ງ ກັບຄືນມາຮຸກຮານບັນດາປະເທດ ອິນດູຈີນ. ພັກກອມມູນິດຫວຽດນາມ ໄດ້ສະແດງບົດບາດສຳຄັນເມື່ອນຳພາ-ຊີ້ນຳການປົກປ້ອງໝາກຜົນຂອງການປະຕິວັດ, ປົກປັກຮັກສາ ແລະສ້າງສາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງ; ແລະດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ຢ່າງພິລະອາດຫານ ແລະວິລະຊົນ.
ພາຍຫຼັງພວກລ່າເມືອງຂຶ້ນຖືກປະລາໄຊຢູ່ສະໜາມຮົບ “ດ້ຽນບຽນຝູ” ປີ 1954, ພວກ ຈັກກະພັດ ອາເມລິກາ ໂດດເຂົ້າມາແທນທີ່ເພື່ອຮຸກຮານ ແລະຢຶດຄອງຫວຽດນາມ ກໍ່ຄືບັນດາປະເທດ ອິນດູຈີນ, ລວມທັງລາວ ແລະກຳປູເຈຍ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະບົນພື້ນຖານຄຳຂວັນ “ບໍ່ມີສິ່ງໃດປະເສີດກວ່າເອກະລາດ, ເສລີພາບ”, ປະຊາຊົນຫວຽດນາມ ໄດ້ຕໍ່ສູ້ຢ່າງພິລະອາດຫານເພື່ອພື້ນຖານເອກະລາດ, ເພື່ອອິດສະຫຼະພາບເພື່ອຍາດເອົາອຳນາດການປົກຄອງຈາກກຳມືພວກລ່າເມືອງຂຶ້ນແບບໃໝ່ ແລະພວກລູກແລ້ງຕີນມືຂອງພວກມັນ, ປົດປ່ອຍ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນ ປີ 1975.
ປັດໄຈສຳຄັນທີ່ຊ່ວຍໃຫ້ພັກກອມມູນິດຫວຽດນາມ ຮັກສາໄດ້ບົດບາດນຳພາໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງແບບເກົ່າ ແລະແບບໃໝ່ແມ່ນເຫດຜົນດັ່ງນີ້:
ທີໜຶ່ງ, ພັກກອມມູນິດຫວຽດນາມ ໄດ້ວາງອອກແນວທາງການປະຕິວັດຢ່າງຖືກຕ້ອງ, ເໝາະສົມກັບເງື່ອນໄຂສະພາບການຕົວຈິງຂອງຫວຽດນາມ ໃນແຕ່ລະໄລຍະ.
ທີສອງ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຢຶດໝັ້ນໃນການປະຕິບັດທາດແທ້ຂອງການປະຕິວັດ, ຈົ່ງພັກຮັກດີ ແລະຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດ ແລະເສລີພາບມາໃຫ້ປະຊາຊົນ.
ທີສາມ, ຖັນແຖວການນຳພັກ ແລະສະມາຊິກພັກ, ພະນັກງານ-ນັກຮົບ ລ້ວນແຕ່ມີອຸດົມການປະຕິວັດອັນສູງສົ່ງ, ກ້າເສຍສະຫຼະຊີວິິດເພື່ອປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ.
ທີສີ່, ພາຍໃນພັກ ມີຄວາມສາມັກຄີ, ເອກະພາບ.
ທີຫ້າ, ປະຊາຊົນຫວຽດນາມ ຍາມໃດກໍ່ເຊີດຊູຈິດໃຈຮັກຊາດ, ສະໜັບສະໜູນ ແລະເຂົ້າຮ່ວມຂະບວນການປະຕິວັດ, ຕໍ່ສູ້ປົດປ່ອຍຊາດຢ່າງກ້າແກ່ນ ແລະພິລະອາດຫານ.
ຂໍຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດກ່ຽວກັບບົດບາດນຳພາຂອງພັກໃນກິດຈະການປ່ຽນແປງໃໝ່ຂອງປະເທດຫວຽດນາມ ໃນປະຈຸບັນ?
ການດຳເນີນກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ໃນປີ 1986 ແມ່ນບາດລ້ຽວປະຫວັດສາດ, ແມ່ນຂີດໝາຍສຳຄັນໃນກິດຈະການນຳພາຂອງພັກກອມມູນິດຫວຽດນາມ ໃນເງື່ອນໄຂປ່ຽນແປງໃໝ່ ແລະເປີດປະຕູກັບໂລກພາຍນອກ, ນຳປະເທດຫວຽດນາມ ກ້າວເຂົ້າສັງກາດພັດທະນາໃໝ່.
ຫວນຄືນໄລຍະເວລາເກືອບ 40 ປີ, ຫວຽດນາມ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດ; ປະເທດຮັບປະກັນສະຖຽນລະພາບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ເສດຖະກິດພັດທະນາຢ່າງຕໍ່ເນື່ອງດ້ວຍຄວາມວ່ອງໄວ; ວັດທະນະທຳ-ສັງຄົມ ພັດທະນາບັນລຸລະດັບໃໝ່; ພື້ນຖານສັງຄົມປະຊາທິປະໄຕ ໄດ້ພັດທະນາ ແລະເປີດກວ້າງບົນພື້ນຖານສາມັກຄີທົ່ວປວງຊົນທັງຊາດນັບມື້ນັບເຂັ້ມແຂງ; ລະບົບການເມືອງໄດ້ປັບປຸງຢ່າງໝັ້ນຄົງເຂັ້ມແຂງກວ່າ; ລະບອບສັງຄົມນິຍົມ ໄດ້ຮັກສາຢ່າງໝັ້ນຄົງ; ການພົວພັນຕ່າງປະເທດ ນັບມືື້ນັບໄດ້ເປີດກວ້າງ ແລະເຂົ້າສູ່ລວງເລິກ; ຫວຽດນາມ ມີການພົວພັນຕ່າງປະເທດກັບ 194 ປະເທດ, 253 ພັກການເມືອງ; ຖານະບົດບາດ ແລະທີ່ຕັ້ງ ຂອງຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຍົກສູງຂຶ້ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025 ຂອງຫວຽດນາມ ຂ້າພະເຈົ້າ ຂໍອວຍພອນໃຫ້ພັກ, ລັດ, ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າບັນລຸໄດ້ຫຼາຍຜົນສຳເລັດ ແລະໄຊຊະນະອັນໃຫຍ່ຫຼວງໃນກິດຈະການສ້າງສາພັດທະນາປະເທດຫວຽດນາມ ໃນໄລຍະຜ່ານມາ, ອວຍພອນໃຫ້ພັກກອມມູນິດຫວຽດນາມ ຍືນຍົງຄົງຕົວ ແລະບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າໃນການນຳພາພາລະກິດປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.