ຍສໝ - ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານ ຮອງປະທານກອງທຶນສາກົນສິງກະໂປ Lian Wee Cheow ແລະ ທ່ານຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ຫງວຽນດຶກຮຸ່ງ ໄດ້ລົງນາມ ແລະ ມອບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດພົບປະແລກປ່ຽນປະຊາຊົນ.
ຍສໝ - ທ່ານ Yaron Mayer, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ອິດສະຣາແອນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າຄືແນວນັ້ນ ທີ່ການພົບປະກັບ ທ່ານ ເຢືອງຕ໋ຽນຫຽນ - ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ ພ້ອມກັບການນຳຂອງບັນດາພະແນກ, ຂະແໜງການນະຄອນ ເກີນເທີ ໃນວັນທີ 25 ມີນາ.
ຍສໝ - ເຖິງວ່າຫ່າງຈາກໂລກໄປເຄິ່ງໜຶ່ງ, ແຕ່ຫວຽດນາມ ແລະ ກູບາ ຍາມໃດກໍ່ຢືນຄຽງຂ້າງກັນໃນການຕໍ່ສູ້ເພື່ອເອກະລາດ, ເສລີພາບ. ໃນນ້ຳໃຈມິດຕະພາບທີ່ໝັ້ນຄົງນັ້ນ, ຂຸນເສິກທີ່ເປັນຜູ້ຍິງ ຫງວຽນທິດີ້ງ ບໍ່ພຽງແຕ່ແມ່ນພະຍານຫຼັກແຫຼ່ງເທົ່ານັ້ນ ຫາກຍັງແມ່ນສັນຍາລັກ, ແມ່ນເພື່ອນມິດທີ່ຍິ່ງໃຫຍ່, ໄດ້ຮັບຄວາມຮັກແພງ, ເຄົາລົບຈາກປະຊາຊົນ ກູບາ.
ຍສໝ - ຕອນບ່າຍວັນທີ 24 ມີນາ, ທ່ານ ຫງວຽນແທງງີ້, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນ ໄປສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ເພື່ອອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025).
ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.
ຍສໝ - ວັນທີ 17 ມີນາ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມຄູອາຊີວະສຶກສາຂອງນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ວັນທີ 14 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ, ສະຖາບັນບັນຊີທະບຽນສານສິງກະໂປ (ISCA) ແລະ ອົງການບັນຊີແຫ່ງຊາດ ສິງກະໂປ ໄດ້ຈັດຕັ້ງເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ - ສິງກະໂປ.
ຍສໝ - ຕອນບ່າຍວັນທີ 11 ມີນາ, ຢູ່ຫໍສະພາແຫ່ງຊາດ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ
ຍສໝ - ນີ້ແມ່ນປີທີສອງທີ່ກອງທຶນ ວື່ອາຢິງ ມອບທຶນການສຶກສາ 100 ທຶນໃຫ້ລູກນ້ອງຊາວຫວຽດນາມ ຢູ່ລາວ ເພື່ອຊ່ວຍພວກນ້ອງມີໂອກາດສືບຕໍ່ໄປຮຽນ ແລະພັດທະນາຕົນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.
ຍສໝ - ວົງເງິນການຄ້າຫວຽດນາມ-ລາວ ໃນເດືອນມັງກອນ ປີ 2025 ໄດ້ຂະຫຍາຍຕົວຢ່າງແຂງແຮງ, ເພີ່ມຂຶ້ນ 66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຍສໝ - ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ໂດຍສຸມໃສ່ 3 ເນື້ອໃນໃຫຍ່ຄື: ສະພາບການໂລກ, ພາກພື້ນ ແລະຄວາມໝາຍແຝງຕໍ່ຫວຽດນາມ; ຫວຽດນາມ ໃນຍຸກໃໝ່; ຂໍ້ສະເໜີແນະຕໍ່ວຽກງານການທູດປະຊາຊົນ.
ຍສໝ - ລາງວັນປະດິດຄິດສ້າງ ອາຊີ ຂອງກອງທຶນ Hitachi ທົ່ວໂລກ ຫາກໍ່ໄດ້ປະກາດລາຍຊື່ນັກວິທະຍາສາດ 15 ທ່ານທີ່ຊະນະເລີດໃນປີ 2024, ໃນນັ້ນ ຫວຽດນາມ ໄດ້ຮັບລາງວັນໃຫຍ່ດີເລີດ 2 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ.
ຍສໝ - ເມື່ອເບິ່ງຄືນປະຫວັດສາດອັນສະຫງ່າງາມຂອງການພົວພັນລະຫວ່າງ ຫວຽດນາມ - ສະຫະພັນຣັດເຊຍ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ຣັດເຊຍ ເຊື່ອໝັ້ນວ່າ 2 ປະເທດສາມາດເອກອ້າງທະນົງໃຈ ແລະ ມີຄວາມໜ້າປະເອີບໃຈມຸ່ງໄປສູ່ອະນາຄົດ...
ຍສໝ - ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍປາຍທາງການລົງທຶນຍຸດທະສາດຂອງບັນດາວິສາຫະກິດ ສ.ເກົາຫຼີ. ຄຽງຂ້າງຂົງເຂດການຜະລິດ, ປຸງແຕ່ງ, ກະແສທຶນການລົງທຶນຈາກ ສ.ເກົາຫຼີ ກໍາລັງເປີດກວ້າງ ໄປສູ່ຫຼາຍຂົງເຂດທີ່ມີທ່າແຮງ.
ຍສໝ - ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ
ຍສໝ - ສຳລັບລູກຫຼານຊາວຫວຽດນາມ ທີ່ຫ່າງໄກບ້ານເກີດເມືອງນອນກໍາລັງດຳລົງຊີວິດ ແລະເຮັດວຽກຢູ່ອົດສະຕາລີ, ບັນດາງານລ້ຽງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຫຼືເອີ້ນກັນດ້ວຍຄວາມຮັກແພງສະໜິດສະໜົມວ່າ 'ປີໃໝ່ປະຊາຄົມ' ໂດຍສະຖານກົງສູນໃຫ່ຍຫວຽດນາມ ປະຈຳຊິດນີ ຈັດຕັ້ງເຊິ່ງໄດ້ຮັບການຕ້ອນຮັບຢ່າງເບີກບານມ່ວນຊື່ນ, ຈູບຈ້າວຫ້າວຫັນ ແລະເຕັມໄປດ້ວຍອາລົມຈິດ.
ຍສໝ - ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ເປັນຊຸດປຶ້ມທີ່ເປັນເອກະລັກສະເພາະ ສົມທົບລະຫວ່າງປັດໄຈບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປສູ່ຜູ້ອ່ານ.
ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ແຕ່ວັນທີ 9-13 ມີນາ, ແຂວງ ດັກລັກ ຈະຈັດບຸນກາເຟ ບວນມາທວັດ ຄັ້ງທີ 9 ປີ 2025 ດ້ວຍຫົວຂໍ້ “ບວນມາທວັດ - ຈຸດໝາຍປາຍທາງຂອງກາເຟໂລກ” ຢູ່ນະຄອນ ບວນມາທວັດ ແລະ ບາງທ້ອງຖິ່ນໃນແຂວງ.
ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”.
ຍສໝ - ວັນທີ 14 ກຸມພາ, ຢູ່ສະຖາບັນ Goethe ຮ່າໂນ້ຍ, ສະຖານທູດ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວແນະນຳແຜນການຈັດຕັ້ງບັນດາເຫດການໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (20 ກັນຍາ 1975 – 23 ກັນຍາ 2025).
ຍສໝ - ອະດີດເອກອັກຄະລັດຖະທູດ ອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເພື່ອສະແດງຄວາມເປັນຫ່ວງກ່ຽວກັບການຢຸດໂຄງການຊ່ວຍເຫຼືອຕ່າງປະເທດຂອງ ອາເມລິກາ, ເຊິ່ງເຮັດໃຫ້ບັນດາການເຄື່ອນໄຫວເກັບກູ້ລະເບີດທີ່ໄດ້ຮັບທຶນຈາກ ອາເມລິກາ ໃນຫວຽດນາມ, ລາວ, ກຳປູເຈຍ ຖືກຢຸດສະຫງັກ.
ຍສໝ - ວັນທີ 13 ກຸມພາ, ຢູ່ ພະນົມເປັນ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນມິງຫວູ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງ Samdech Men Sam An, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ຢູ່ ກຳປູເຈຍ.
ຍສໝ - ວັນທີ 14 ກຸມພາ, ກອງປະຊຸມສໍາມະນາກ່ຽວກັບເສດຖະກິດພິເສດໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ.
ຍສໝ - ວັນທີ 16 ກຸມພາ, ການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025 (MNEK-5) ດ້ວຍຫົວຂໍ້ “ຄູ່ຮ່ວມມືເດີນທະເລ ເພື່ອສັນຕິພາບ ແລະສະຖຽນລະພາບ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ເກາະ Bali, ອິນໂດເນເຊຍ.
ຍສໝ - ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ລາວ ເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ວິສາຫະກິດຫວຽດນາມ ແລະສາກົນ. ທ່ານ ສອນໄຊ ສີພັນດອນ ແບ່ງປັນວ່າ ລາວ ແມ່ນປະເທດບໍ່ມີທະເລ, ແຕ່ແມ່ນປະເທດຜ່ານແດນສຳຄັນເພື່ອເຊື່ອມຕໍ່ຫວຽດນາມ ກັບ ໄທ ແລະບັນດາປະເທດໃນພາກພື້ນ.
ຍສໝ - ສະພາປະຊາຊົນແຂວງ ຫາຍເຢືອງ - ແຂວງ ວຽງຈັນ ໄດ້ດຳເນີນກອງປະຊຸມພົບປະ, ປຶກສາຫາລືຢ່າງເລິກເຊິ່ງ ແລະ ແລກປ່ຽນປະສົບການເຄື່ອນໄຫວກ່ຽວກັບວຽກງານສະພາປະຊາຊົນ.
ຍສໝ - ແຕ່ວັນທີ 10 ຫາວັນທີ 12 ກຸມພາ, ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການກະທໍາກ່ຽວກັບປັນຍາປະດິດ (AI) ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.