ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

22:57 | 17/04/2025

ຍສໝ - ​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ປີ​ໃໝ່ລາວ ​ແລະ Chol Chnam Thmey (ກຳປູ​ເຈຍ) ທີ່​ດຳເນີນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ເປັນຈຳນວນຫຼວງຫຼາຍ ໃນ​ຕອນ​ຄ່ຳ​ວັນ​ທີ 15 ​ເມສາ​.

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ
ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ສະຖານ​ກົງສູນ​ລາວ ​ແລະ ສະຖານ​ກົງສູນ​ກຳປູ​ເຈຍ ພ້ອມກັບການ​ນຳ​ບັນດາ​ກົມ, ຄະນະ, ຂະແໜງການ​ຂອງ​ນະຄອນ​ໂຮ່ຈິ​ມິນ ແລະ ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ​ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ນັກສຶກສາລາວໃນຊຸດອາພອນປະຈຳຊາດໃນງານບຸນປີໃໝ່ທີ່ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ການສະແດງຟ້ອນພື້ນເມືອງຂອງບັນດານັກສຶກສາກຳປູເຈຍ ໃນລາຍການ.

ຕາມ​ຮີດຄອງ​ປະ​ເພນີ​ແລ້ວ, ບຸນ​ປີ​ໃໝ່​​ລາວ ​ແລະ ​ Chol Chnam Thmay ຂອງ​ກຳປູເຈຍ ໄດ້ຈັດຂຶ້ນໃນກາງເດືອນເມສາ ທຸກໆປີ ຄືບັນດາໂອກາດເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນພະບຸລຸດ ​ແລະ ຂໍອວຍພອນ​ໃນ​ປີ​ໃໝ່ຢູ່ຢ່າງສະຫງົບ, ສະດວກ ​ແລະ ລະດູມີ​ຄວາມ​ອຸດົມສົມບູນ.

ບັນດານັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ທີ່ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່ມຸ່ງໄປເຖິງ​ກົກເຄົ້າເຫງົ້າກໍ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ງາມ​ດ້ານ​ວັດທະນະທຳ ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຜູກແຂນຂໍໃຫ້ໂຊກດີ, ບຸນຫົດນ້ຳ, ຟ້ອນລຳວົງ, ການສະແດງຊຸດອາພອນພື້ນເມືອງ ແລະ ຊິມອາຫານທີ່ດີເດັ່ນພິເສດ.

ບັນດາໂຄງການໂດຍພະແນກ, ຄະນະ, ຂະແໜງການນະຄອນ ໄດ້ຈັດຕັ້ງເພື່ອສ້າງພື້ນທີ່ຢ່າງອົບອຸ່ນ, ຊ່ວຍໃຫ້ບັນດານັກຮຽນຕ່າງປະເທດຜ່ອນຄາຍຄວາມຄິດຮອດບ້ານ ແລະ ຮູ້ສຶກເຖິງຄວາມເອົາໃຈໃສ່ ແລະ ແບ່ງປັນຈາກເພື່ອນມິດສາກົນ.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ການສະແດງຟ້ອນພື້ນເມືອງຂອງບັນດານັກສຶກສາລາວ ໃນລາຍການ.

ທ່ານ ຟ້າມ​ເລ​ມິນ​ແຄງ, ຜູ້ອຳນວຍການ​ຫໍ​ພັກ​ນັກ​ສຶກສາ​ລາວ ນະຄອນ ​ໂຮ່ຈີ​ມິນ ​ແບ່ງປັນ​ວ່າ:

“ລາຍການ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ນະຄອນ​ທີ່​ມີ​ຕໍ່​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ. ນີ້​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ ແລະ ​ຮັດແໜ້ນສາຍພົວພັນຄວາມ​ສາມັກຄີ​ລະຫວ່າງ​ຊາວ​ໜຸ່ມ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ”.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ພິທີການໃນ​ບຸນປີ​ໃໝ່​ລາວ, ກຳປູ​ເຈຍ ໄດ້​ສະທ້ອນໃຫ້ເຫັນ​ໃນ​ລາຍການ.

ນ້ອງ ທອນລາວິນ ລາດທະດາວອນ, ນັກສຶກສາທີ່ພວມຮ່ຳຮຽນຢູ່ໂຮງຮຽນມະຫາວິທະຍາໄລແພດສາດ ຟ້າມຫງອກແທກ ໃຫ້ຮູ້ວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ອົບອຸ່ນ ແລະ ຮູ້ບຸນຄຸນທີ່ໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດໂດຍຫໍພັກຈັດຂຶ້ນ. ເຖິງວ່າຈະຢູ່ຫ່າງໄກຈາກບ້ານກໍ່ຕາມ, ແຕ່ບັນດາການເຄື່ອນໄຫວຕ່າງໆເຊັ່ນ: ອາບນ້ຳ ແລະ ນຸ່ງຊຸດອາພອນພື້ນເມືອງລາວ ກໍ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າຄືໄດ້ກັບບ້ານດ້ວຍບັນຍາກາດທີ່ອົບອຸ່ນ ແລະ ມີຄວາມໝາຍ”.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ນັກສຶກສາລາວ ແລະ ກຳປູເຈຍ ເຂົ້າຮ່ວມບຸນປີໃໝ່ປະຈຳຊາດ.

ນ້ອງ Long Viniya, ນັກ​ສຶກສາ​ກຳປູ​ເຈຍ ​ທີ່​ເຂົ້າ​ຮ່ວມ​ບຸນ​ປີໃໝ່ປະຈຳຊາດເປັນ​ຄັ້ງ​ທຳ​ອິດ ສະແດງ​ວ່າ: “ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈ ​ແລະ ​ພາກ​ພູມ​ໃຈ​ທີ່​ໄດ້​ມາເຂົ້າ​ຮ່ວມ​ງານ​ບຸນ​ຂອງຊາດເຮົາ​ຢູ່​ນະຄອນ ​ໂຮ່ຈີ​ມິນ.ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ອົບອຸ່ນ ​ແລະ ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວັດທະນະທຳ​ບ້ານ​ເກີດ​ເມືອງ​ນອນ​ຕື່ມ​ອີກ.”

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ນັກສຶກສາລາວ ແລະ ກຳປູເຈຍ ຫຼາຍຄົນໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດ (ລາວ) ແລະ Chol Chnam Thmey (ກຳປູເຈຍ) ໃນລາຍການ.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ບັນດານັກສຶກສາລາວ ແລະ ກຳປູເຈຍ ໃນບຸນປີໃໝ່ປະຈຳຊາດ.

ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ກໍ່​ໄດ້​ມອບ​ຂອງຂວັນ 80 ພູດ ມີ​ມູນ​ຄ່າ 100 ລ້ານ​ດົ່ງ​ໃຫ້​ບັນດາ​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ບຸນ​ປິ​ໃໝ່ ​ແລະ ​ Chol Chnam Thmay ບໍ່​ພຽງ​ແຕ່​ແມ່ນ​ງານບຸນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົວເຊື່ອມຕໍ່​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ໃນປະຊາ​ຄົມ​ນັກ​ສຶກສາ​ຂອງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.

ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - ສະຖາບັນສັນຕິພາບອາເມລິກາ (USIP) ຫາກໍ່ຈັດຕັ້ງການເຈລະຈາປະຈຳປີຄັ້ງທີ 2 ດ້ວຍຫົວຂໍ້ “ຜ່ານຜ່າຜົນສະທ້ອນຂອງສົງຄາມ ແລະ ຄວາມສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ”. ​ເຂົ້າ​ຮ່ວມ​ພິທີ​ມີ​ການ​ນຳ USIP, ຜູ້ຕາງໜ້າ​ຄະນະ​ກຳມະການ​ການ​ຕ່າງປະ​ເທດ​ລັດຖະສະພາ​ອາ​ເມ​ລິ​ກາ, ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID), ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ, ນັກ​ຄົ້ນ​ຄ້ວາ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ຜູ້ຕາງໜ້າ​ການ​ທູດ​ຫວຽດນາມ, ລາວ ​ແລະ ...

ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ໄດ້ປະກາດຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ