ກອງທັບຫວຽດນາມ-ລາວ: ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ | |
ວັນວັດທະນະທໍາຫວຽດນາມຢູ່ມົງໂກນ : ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແບ່ງປັນບັນດາການເຄື່ອນໄຫວສຳຄັນຂອງລາວ ໃນປີ 2025, ໃນນັ້ນມີຄວາມປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ ມາຢ້ຽມຢາມລາວ ແລະສົມທົບກັບຫວຽດນາມ ຈັດຕັ້ງບັນດາເຫດການເຊີດຊູຄວາມສາມັກຄີສະໜິດຕິດພັນ, ໜູນຊ່ວຍກັນພ້ອມກັນພັດທະນາລະຫວ່າງຫວຽດນາມ ແລະລາວ.
![]() |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: TTXVN |
ການນຳສອງທ່ານ ເນັ້ນໜັກເຖິງມູນເຊື້ອການພົວພັນອັນດີງາມລະຫວ່າງສອງປະເທດ, ໄດ້ຮັບການກໍ່ສ້າງ ແລະເພີ່ມພູນຄູນສ້າງໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ, ພ້ອມກັບການນໍາລຸ້ນຕ່າງໆຂອງສອງປະເທດ, ໃນນັ້ນມີສະຫາຍພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຈະຍືນຍົງຄົງຕົວຕະຫຼອດໄປ. ການນຳສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນສຳຄັນຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນດາຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ພົບປະແລກປ່ຽນທ້ອງຖິ່ນ... ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນຢ່າງຕັ້ງໜ້າ, ຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງສຳຄັນຂອງສອງປະເທດໃນປີ 2025 ເປັນຢ່າງດີ, ຜ່ານນັ້ນປະກອບສ່ວນຍົກສູງຄວາມເຂົ້າໃຈໃຫ້ລຸ້ນໜຸ່ມ, ເສີມຂະຫຍາຍຈິດໃຈສາມັກຄີ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ນຳສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.
![]() | ວັນວັດທະນະທໍາຫວຽດນາມຢູ່ມົງໂກນ : ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ ຍສໝ - ວັນວັດທະນະທໍາຫວຽດນາມ ຈັດຂຶ້ນຢູ່ນະຄອນຫຼວງອູລານບາຕໍ ຂອງປະເທດມົງໂກນ ແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ສິງຫາ. ເຫດການດັ່ງກ່າວມີຄວາມໝາຍສຳຄັນໃນການສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ. |
![]() | ດໍາລົງຊີວິດຮູບການ "ຊີວິດທີ່ດີ, ສາສະຫນາທີ່ດີ" ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ພັດທະນາຊີວິດການເປັນຢູ່ ຍສໝ - ແບ່ງປັນຈາກທັດສະນະວິທີການດຳລົງຊີວິດກັບຊຸມຊົນ, ຊ່ວຍເຫຼືອຜູ້ທີ່ໂດດດ່ຽວ, ຄວາມຮັບຜິດຊອບຂອງພົນລະເມືອງຕໍ່ປະເທດຊາດ, ວິທີການປູກຜັກຂຽວເພື່ອປັບປຸງຊີວິດ ... ແມ່ນຫົວຂໍ້ທີ່ເວົ້າເຖິງຢູ່ໂບດຂອງຄະນະຂ່າວປະເສີດ Plei Ia Lang, ຕາແສງ ຈິລັງ, ເມືອງ Pleiku, ແຂວງຢາລາຍ. |