ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ

21:46 | 03/03/2025

ຍສໝ - ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຈຸດໝາຍປາຍທາງການ​ລົງທຶນ​ຍຸດ​ທະ​ສາດ​ຂອງບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ. ຄຽງຂ້າງຂົງເຂດການ​ຜະ​ລິດ​, ປຸງ​ແຕ່ງ​, ກະແສທຶນ​ການ​ລົງ​ທຶນ​ຈາກ ສ.​ເກົາ​ຫຼີ​ ກໍາລັງເປີດກວ້າງ ​ໄປ​ສູ່​ຫຼາຍ​ຂົງເຂດ​ທີ່​ມີ​ທ່າ​ແຮງ.

ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ໝາຍປາຍທາງນິຍົມທີ່​ສຸດ​ສຳ​ລັບ​ບັນ​ດາ​ຄອບ​ຄົວ ສ.ເກົາຫຼີ ທີ່ມີເດັກ​ນ້ອຍ.
ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ແຮງ​ດຶງ​ດູດ​ຂອງ​ຫວຽດ​ນາມ

ຕາມຂໍ້ມູນ​ກົມ​ໃຫ່ຍສະຖິຕິ​ແລ້ວ, ​ໃນ 11 ​ເດືອນ​ຂອງ​ປີ 2024, ສ.​ເກົາຫຼີ ​ໄດ້​ປະກອບສ່ວນ 3,89 ຕື້ USD, ​ເທົ່າ​ກັບ 12,4% ຍອດ​ຈຳນວນ​ທຶນ FDI. ​ເຖິງ​ວ່າ​ຫຼຸດ​ລົງ 9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ, ແຕ່ ສ.​ເກົາຫຼີ ຍັງ​ຄົງຢູ່ໃນ​ອັນ​ດັບ​ທີ 2 ​ໃນ​ຈຳນວນ 110 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ລົງທຶນ​ເຂົ້າ​ ຫວຽດນາມ.

Ông Hong Sun, Chủ tịch Hiệp hội Doanh nghiệp Hàn Quốc tại Việt Nam. (Ảnh: KT) ທ່ານ Hong Sun, ປະທານສະມາຄົມນັກທຸລະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ. (ພາບ: KT)

ທ່ານ Hong Sun, ປະທານສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ. (ພາບ: KT)

​ການອະທິບາຍເລື່ອງ ​ຫວຽດນາມ ​ກາຍ​ເປັນຈຸດຫມາຍປາຍທາງການລົງທຶນ​ທີ່​ດຶງ​ດູດ​ຂອງ​ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ, ທ່ານ Hong Sun, ປະທານ​ສະມາຄົມວິສາຫະກິດ ສ.​ເກົາຫຼີ ປະຈຳ​ ຫວຽດນາມ (KoCham), ​ກ່າວ​ວ່າ: ຄຽງຂ້າງຄວາມສະຖຽນ​ລະ​ພາບ​ທາງດ້ານ​ການ​ເມືອງ ​ແລະ ທີ່​ຕັ້ງ​ພູມ​ສາດ​ທີ່ສະດວກສະບາຍ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ ​ຫວຽດນາມ ກໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນພາກ​ພື້ນ ​ແລະ ​ໃນ​ໂລກ. ຫວຽດນາມກໍ່ກໍາລັງ​ສຸມ​ໃສ່ບັນດາ​ໂຄງການ​ໂຄງ​ລ່າງ​ທີ່ມີຂອບຂະໜາດ​ໃຫຍ່​ຄື: ລະບົບ​ທາງ​ດ່ວນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ ເໜືອ - ​ໃຕ້, ຖ້ຽວທາງ​ລົດ​ໄຟ​ເຊື່ອມ​ຕໍ່ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ການເລີ່​ມຕົ້ນ​ໂຄງການ​ໄຟຟ້າ​ນິວ​ເຄຼຍຄືນໃໝ່, ບັນດາທ່າ​ກຳ​ປັ່ນ​ໃຫຍ່... ພ້ອມກັນນີ້ກໍ່ໃຫ້ບູລິມະສິດຂະຫຍາຍເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ນະວັດຕະກຳ, ການເລີ່ມປະກອບການ... ​ລັດ​ຖະ​ບານ ​ຫວຽດ​ນາມ ມີ​ຫຼາຍນະໂຍບາຍພິເສດດ້ານ​ພາ​ສີ, ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ແລະ ​ສົນທະນາເຈ​ລະ​ຈາ​ກັບ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເປັນ​ປະ​ຈຳ. ພິ​ເສດ, ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ລັກສະນະ​ຄ້າຍຄື​ກັນ​ຫຼາຍ​ດ້ານກ່ຽວກັບວັດທະນະທຳ, ສາສະໜາກໍ່ຄືຄົນ ສ.​ເກົາຫຼີ. ສິ່ງນັ້ນ​ແມ່ນ​ສ້າງ​ຄວາມ​ສະ​ໜິດ​ສະ​ໜົມ, ອຸ່ນອ່ຽນໃຈ ແລະ ປັບຕົວເຂົ້າໄດ້ງ່າຍເມື່ອມາດໍາເນີນທຸລະກິດຢູ່ ຫວຽດນາມ, ນັ້ນກໍ່ແມ່ນ​ເຫດຜົນ.

“ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ ໄວ້

ທ່ານ Hong Sun, ປະທານ​ສະມາຄົມວິສາຫະກິດ ສ.​ເກົາຫຼີ ປະຈຳ ຫວຽດນາມ. (ພາບ: KT)

ຕາມ ​ທ່ານ Hong Sun ກ່າວວ່າ, ຄົນ​ຫວຽດ​ນາມ ດຸໝັ່ນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກ້າ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ. ທ່ານ​ໄດ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ 30 ກວ່າ​ປີ, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ດ້ວຍຈິດ​ໃຈ​ບຸກບືນຂຶ້ນຕາມສະພາບ​ຄວາມ​ຫຍຸ້ງຍາກຂອງຄົນ ຫວຽດນາມ ຍາມໃດກໍ່ເຮັດໃຫ້ທ່ານ​ມີຄວາມນັບຖື. ພາຍຫຼັງ​ພາຍຸ​ໄຕ້​ຝຸ່ນ Yagi, ​ວິ​ສາ​ຫະກິດ ຫວຽດນາມ ລ້ວນແຕ່ພະຍາຍາມຢ່າງເຕັມທີ່ເພື່ອກໍ່ສ້າງຂະບວນການຟື້ນຟູ​ການ​ຜະລິດ​ຄືນ​ໃໝ່​. ຍ້ອນຈິດໃຈ​ນີ້​ ຈິ່ງໄດ້ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ​ສະ​ພາບ​ແວດ​ລ້ອມດຳເນີນ​​ທຸ​ລະ​ກິດ​ທີ່​ຫມັ້ນ​ຄົງ​, ເປັນໜ້າເຊື່ອຖືໃຫ້ແກ່​ນັກ​ລົງ​ທຶນ.

ຫຼາຍຂົງເຂດການລົງທຶນທີ່ມີແງ່ຫວັງ

ຍ້ອນ​ບັນດາ​ປັດ​ໄຈ​ທີ່​ກ່າວ​ມາຂ້າງເທິງ​ນັ້ນ, ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ ບໍ່​ພຽງ​ແຕ່​ຮັກສາ​ທີ່​ຕັ້ງ​ຢູ່ ຫວຽດນາມ ​ເທົ່າ​ນັ້ນ, ແຕ່​ຍັງ​ເປີດ​ກວ້າງ​ການ​ລົງທຶນເຂົ້າ​ໃນ​ບັນດາ​ຂົງເຂດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ອີກ​ດ້ວຍ.

ຕາມການພິນິດໄສຂອງ ​ທ່ານ Hong Sun ແລ້ວ, ​ປີ 2025 ຈະມີ​ຄວາມ​ຫຼາກ​ຫຼາຍ​ຂຶ້ນຕື່ມໃນ​ຂົງ​ເຂດ​ການ​ລົງ​ທຶນຂອງ ສ.​ເກົາຫຼີ ມາຍັງ ຫວຽດນາມ​, ບໍ່​ພຽງ​ແຕ່​ເປັນຂົງເຂດ​ການ​ຜະລິດ, ປະດິດສ້າງເທົ່ານັ້ນ ແຕ່​ຍັງ​ເປັນບັນດາ​ໂຄງການ​ພະລັງງານ​ນັບ​ຕື້​ໂດ​ລາສະຫະລັດ. ລະອຽດ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ຂະ​ແໜງ​ອຸດສາຫະກຳທາດເຄິ່ງຊັກນຳໄຟຟ້າ. ສະນັ້ນ, ບັນດາກຸ່ມວິສາຫະກິດຂະໜາດໃຫຍ່ຂອງ ສ.ເກົາຫຼີ ຍັງຄົງສືບຕໍ່ພິຈາລະນາໂອກາດການລົງທຶນເປີດກວ້າງບັນດາຕ່ອງໂສ້ມູນຄ່າການສະໜອງເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ. ພິ​ເສດ, ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ ກໍາລັງມີ​ຄວາມ​ສົນ​ໃຈ ​ແລະ ຄາດ​ວ່າ​ຈະສາມາດ​ເຂົ້າ​ຮ່ວມ​ໃນຂົງເຂດ​ທີ່​ລັດຖະບານ ຫວຽດນາມ ​ກະກຽມ​ລົງ​ທຶນ ​ຈຳນວນໜຶ່ງເຊັ່ນ: ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ເໜືອ - ​ໃຕ້, ເສັ້ນທາງ​ລົດ​ໄຟໃນ​ຕົວ​ເມືອງ, ພະລັງງານ​ນິວ​ເຄຼຍ, ໄຟຟ້າ...

“ພວກ​ຂ້າພະເຈົ້າກໍ່ພວມ​ລໍຖ້າ​ລັດຖະບານ​ພິຈາລະນາ​ອະນຸມັດ​ໂຄງການຕ່າງໆ​ທີ່​​ວິ​ສາ​ຫະກິດ ສ.​ເກົາຫຼີ ສາມາດ​ເຂົ້າ​ຮ່ວມ​ໄດ້. ຖ້າແງ່​ຫວັງ​ນີ້​ເປັນໄປໃນດ້ານຕັ້ງໜ້າ, ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ​ ຈະ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່ ຫວຽດນາມ ​ໃຫ້​​ເຖິງລະດັບສູງສຸດເປັນ​ປະຫວັດ​ການ”, ວາ​ລະ​ສານ​ເວ​ທີ​ວິ​ສາ​ຫະກິດ ​ໄດ້ຄັດຄໍາ​ເວົ້າ​ຂອງ​ທ່ານ Hong Sun.

Trung tâm R&D của Samsung tại khu đô thị Tây Hồ Tây, thành phố Hà Nội. (Ảnh: KT)  ສູນ R&D ຂອງ Samsung ຢູ່​ເຂດ​ຕົວ​ເມືອງຕາເວັນຕົກ ໂຮ່ເຕີຍ, ຮ່າ​ໂນ້ຍ. (ພາບ: KT)

ສູນ R&D ຂອງ Samsung ຢູ່​ເຂດ​ຕົວ​ເມືອງ ໂຮ່ເຕີຍ ຕາເວັນຕົກ, ຮ່າ​ໂນ້ຍ. (ພາບ: KT)

ບັນດາ​ຂົງ​ເຂດ​ໃໝ່​ທີ່ຢູ່ ຫວຽດນາມ ​ດຶງ​ດູດ​ນັກ​ລົງທຶນ ສ.​ເກົາຫຼີ ​ໂດຍ​ທ່ານ Choi Joo Ho, ຜູ້ອຳນວຍການ​ໃຫຍ່ Samsung ຫວຽດນາມ ​ແລະ ຜູ້ສືບທອດໜ້າທີ່ນັ້ນແມ່ນ ທ່ານ Na Ki Hong ໄດ້​ແບ່ງປັນໃນການພົບຮ່ວມ ນາຍົກລັດຖະມົນຕີ Pham Minh Chinh ​ໃນ​ວັນ​ທີ 12 ກຸມພາ. ທ່ານທັງສອງໄດ້ກ່າວ່າ ພ້ອມກັບການລົງທຶນໃນຂົງເຂດດັ້ງເດີມ, ໃນໄລຍະຈະມາເຖິງ, Samsung ຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດໃໝ່ຄື: ປັນຍາປະດິດ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຂົ້າຮ່ວມຂະບວນການຫັນເປັນດີຈີຕອນຢູ່ ຫວຽດນາມ ຢ່າງຕັ້ງໜ້າ... ປະຈຸບັນ, Samsung ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ໂດຍລວມຍອດລົງທຶນຈົດທະບຽນ 23,2 ຕື້ USD. ປີ 2024, ລາຍຮັບ ແລະ​ ສົ່ງ​ອອກ​ຂອງ​ກຸ່ມບໍລິສັດ​ບັນລຸໄດ້ 62,5 ຕື້ USD ​ແລະ 54,4 ຕື້ USD ຕາມ​ລຳດັບ.

ດ້ວຍຄວາມຫຼາກຫຼາຍໃນເນື້ອໃນການ​ລົງທຶນ ​ແລະ ຄວາມ​ເຊື່ອໝັ້ນ​​ເຂົ້າໃນ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ໝັ້ນຄົງ, ຄາດວ່າ​ ກະແສເງິນທຶນ​ຈາກ ສ.​ເກົາຫຼີ ທີ່ໄຫລ​ເຂົ້າ​ ຫວຽດນາມ ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ກາ​ລະ​ໂອ​ກາດ​​ໃຫ້ກັບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ເພື່ອເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ໃນ​ທົ່ວ​ໂລກ​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ກຳ​ລັງ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແບບ​ຍືນ​ຍົງອີກດ້ວຍ.

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ເຂດ Gwangju – Jeonnam (ສ.​ເກົາຫຼີ) ຫາ​ກໍ່​ຈັດ​ຕັ້ງ​ພິທີ​ເປີດ​ຫ້ອງການ​ໃໝ່​ຢ່າງ​ສົມ​ກຽດ, ສົມທົບ​ກັບ​ລາຍການ​ຕ້ອນຮັບປີໃໝ່ວົງຄະນະຍາດ​ທີ່​ມີ​ຄວາມ​ໝາຍ​ຢູ່​ສູນ​ການ​ຄ້າ Gwangju Outlet.

ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ

ຍສໝ - ວັນ​ທີ 20 ມັງກອນ​ນີ້, ສະມາຄົມ​ມິດຕະພາບ ​ຫວຽດນາມ - ສ.​ເກົາຫຼີ ​ແລະ ສະມາຄົມ​ຊາວ​ ສ.​ເກົາຫຼີ ຢູ່​ນະຄອນ ຫ່າຍ​ຟ່ອງ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ​ແລະ ​ເປີດ​ຕົວສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ນະຄອນ ຫ່າຍ​ຟ່ອງ.

ທອງມີ ສີຫາວົງ