ຮ່າໂນ້ຍ: ບຳລຸງທັກສະວິຊາຊີບໃຫ້ແກ່ຄູສອນຈາກລາວ

23:34 | 19/03/2025

ຍສໝ - ວັນທີ 17 ມີນາ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມຄູອາຊີວະສຶກສາຂອງນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ແພດໜຸ່ມຫວຽດນາມ ກວດພະຍາດ ແລະ ມອບຢາໃຫ້ຄົນລາວໂດຍບໍ່ເສຍຄ່າ
ເປີດ​ງານ​ແຂ່ງ​ຂັນ​ບານ​ເຕະ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ລາວ

ຄູສອນລາວ 5 ທ່ານ ຈະເຂົ້າຮ່ວມຊຸດຝຶກອົບຮົມວິຊາຊີບຄູໃນເວລາ 2 ເດືອນ (ແຕ່ວັນທີ 17 ມີນາ 2025 ຫາວັນທີ 16 ພຶດສະພາ 2025) ຢູ່ຮ່າໂນ້ຍ ດ້ວຍ 3 ອາຊີບຄື: ອອກແບບຕັດຜົມ, ອອກແບບກາຟິກ ແລະ ເຕັກນິກການເຮັດອາຫານ.

ຮ່າໂນ້ຍ: ບຳລຸງທັກສະວິຊາຊີບໃຫ້ແກ່ຄູສອນຈາກລາວ

ການນຳພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ, ບັນດາໜ່ວຍເຂົ້າຮ່ວມການບຳລຸງສ້າງ ແລະ ຄະນະຄູສອນອາຊີວະສຶກສາຈາກນະຄອນຫຼວງວຽງຈັນ ໄດ້ຖ່າຍຮູບທີ່ລະນຶກທີ່ໂຄງການ. ພາບ: Laodongthudo.vn

ກ່າວ​ຄຳປາໄສທີ່ເຫດການ, ທ່ານ ຫົວໜ້າພະ​ແນ​ກສຶກສາ​ ແລະ ບຳລຸງ​ສ້າງ ຮ່າ​ໂນ້ຍ ເຈີ່ນເຖເກືອງ ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ໝາກຜົນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ ຮ່າ​ໂນ້ຍ ກັບນະຄອນຫຼວງ​ວຽງ​ຈັນ ​ແລະ ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ. ທ່ານ​ສະ​ເໜີ​ໃຫ້​ໂຮງຮຽນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຄູ​ອາຈານ​ລາວ​ໃນ​ການ​ຮ່ຳຮຽນ ​ແລະ ​ແລກປ່ຽນ​ປະສົບ​ການ.

ທ່ານນາງ ໄຝ່ຝັນ ພົມມະຈັກ ຫົວໜ້າຄະນະຄູສອນ ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ກ່າວວ່າ ຄູສອນລາວ ຈະນຳເອົາຄວາມຮູ້ຈາກຫຼັກສູດດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານການຮຽນການສອນໃນອະນາຄົດ.

ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ

ຍສໝ - ແຂວງ ດັກລັກ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດກັບອຳນາດການປົກຄອງແຂວງ ອັດຕະປື (ສປປ ລາວ), ລົງນາມໃນບົດ​ບັນທຶກ​ຊ່ວຍຈຳການຮ່ວມມືກັບຄູ່ຮ່ວມມືມາຈາກ ຍີ່ປຸ່ນ. ພ້ອມ​ກັນ​ນັ້ນ, ໄດ້​​ຕ້ອນຮັບມະນຸດສຳພັນ​ຄະນະປະຕິບັດງານ​ຂອງທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ​ແລະ ​ຜູ້​ແທນ​ສາກົນ​ເຂົ້າ​ຮ່ວມ​ງານ​ບຸນ​ກາ​ເຟ ບວນເມຖວດ ​ຄັ້ງ​ທີ 9.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ

ຍສໝ -​ ທ່ານ​ເລຂາທິການ​ໃຫຍ່​ ສະເໜີໃຫ້​ປະຊາຊົນ​ສືບ​ຕໍ່​ສາມັກຄີ, ຮ່ວມ​ມື​ກໍ່ສ້າງ​ປະຊາ​ຄົມ​ພັດທະນາ, ໂຄສະນາ​ຄວາມ​ງາມ​ຂອງ​ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ​ເປັນ​ຂົວ​ຕໍ່​ທີ່​ໝັ້ນຄົງ​ໃນ​ການ​ພົວພັນ​ຫວຽດນາມ - ສິງກະ​ໂປ.

ມີງດຶກ

ເຫດການ