![]() | ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນພັດທະນາການພົວພັນ ຫວຽດນາມ-ຈີນ ແບບຍືນຍົງ |
![]() | ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ |
ໂດຍເຂົ້າຮ່ວມໂຄງການມີທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ການນຳພັກ, ລັດ, ການນຳຂອງບັນດາຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ; ຄະນະຜູ້ແທນຂັ້ນສູງຈີນ, ເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດຈີນປະຈຳຫວຽດນາມ ພ້ອມດ້ວຍບັນດາຜູ້ແທ່ນເປັນນັກຮຽນຮູ້, ຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ນັກທຸລະກິດ, ຊາວໜຸ່ມ, ນັກສຶກສາ ແລະ ນັກຮຽນທັງສອງປະເທດ ກ່ວາ 350 ຄົນ.
![]() |
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມກອງປະຊຸມມິດຕະພາບປະຊາຊົນຫວຽດນາມ - ຈີນ. (ພາບ: Dinh Hoa) |
ການເຄື່ອນໄຫວໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ເປັນປະທານ, ສົມທົບກັບກະຊວງການຕ່າງປະເທດ, ສຳນັກຂ່າວຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຕັ້ງໃນຂອບເຂດການຢ້ຽມຢາມທາງລັດຂອງຫວຽດນາມ ຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຈີນ (18 ມັງກອນ 2018 - 18 ມັງກອນ 2025) ແລະ ປີແລກປ່ຽນມະນຸດສະທຳຫວຽດນາມ - ຈີນ 2025.
ກ່ອນເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ລາຍການ “ການພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ”, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລີມ ແລະ ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍການນຳຂັ້ນສູງຂອງສອງປະເທດ ໄດ້ໄປຢ້ຽມຢາມງານວາງສະແດງຮູບພາບ “75 ປີແຫ່ງການພົວພັນຫວຽດນາມ - ຈີນ”.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳປາໄສທີ່ການພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ. (ພາບ: Dinh Hoa) |
ກ່າວຄຳປາໄສທີ່ເຫດການ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນຂອງການເຄື່ອນໄຫວພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ, ໄດ້ຈັດຕັ້ງໃນປີແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: 75 ປີຜ່ານມາໄດ້ສະແດງໃຫ້ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືສະເໝີຕົ້ນສະເໝີປາຍແມ່ນສາຍພົວພັນຫວຽດນາມ - ຈີນ. ພັກ ແລະ ລັດ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອານາຄົດ ຫວຽດນາມ - ຈີນ ເຊິ່ງມີຄວາມໝາຍຍຸດທະສາດອັນໜັກແໜ້ນໃນການກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ແບ່ງປັນຜົນການເຈລະຈາກັບທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ສີຈິ້ນຜິງ. ໃນນັ້ນ 2 ຝ່າຍບັນລຸໄດ້ຫຼາຍຄວາມຮັບຮູ້ຮ່ວມທີ່ສຳຄັນກ່ຽວກັບການສືບຕໍ່ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມມືຍຸດທະສາດ ຫວຽດນາມ - ຈີນ ໃນອະນາຄົດ. 2 ຝ່າຍເຫັນດີເປັນເອກະສັນສະໜັບສະໜູນເຊິ່ງກັນແລະກັນຢ່າງບໍ່ຢຸດຢັ້ງ, ພັດທະນາບົນເສັ້ນທາງສັງຄົມນິຍົມຕາມສະພາບການຂອງແຕ່ລະປະເທດ.
ທ່ານເລຂາທິການໃຫຍ່ ໂຕເລີມ ໃຫ້ຮູ້ວ່າ ໜຶ່ງໃນບັນດາທິດທາງທີ່ສຳຄັນ ແລະ ເປັນພື້ນຖານຂອງການຮ່ວມມືໃນການພົວພັນລະຫວ່າງ ຫວຽດນາມ - ຈີນ ແມ່ນ “ຮັດແໜ້ນພື້ນຖານສັງຄົມໃຫ້ແໜ້ນແຟ້ນກວ່າ”, ໃນນັ້ນລຸ້ນໜຸ່ມຂອງສອງປະເທດມີບົດບາດສຳຄັນ. ທ່ານສະເໜີໃຫ້ປະຊາຊົນ ແລະ ລຸ້ນໜຸ່ມຂອງສອງປະເທດຕ້ອງມີຄວາມຮັບຮູ້ທີ່ຖືກຕ້ອງ ແລະ ເປັນເຈົ້າໜ້າທີ່ຮັບຜິດຊອບຂອງການສືບທອດ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ “ການພົວພັນ ຫວຽດນາມ - ຈີນ ທີ່ສະໜິດສະໜົມ, ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”. ບັນດາອົງການ, ອົງການຈັດຕັ້ງຂອງສອງປະເທດ, ໂດຍຜ່ານໂຄງການ “ການເດີນທາງແດງຂອງຊາວໜຸ່ມຄົ້ນຄວ້າ ແລະ ສຶກສາ”, ສົມທົບກັນຂຸດຄົ້ນທາດຫຼວງຂອງທັງສອງປະເທດຢ່າງມີປະສິດທິຜົນ ເພື່ອໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບປະຫວັດສາດປະຕິວັດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ຫວຽດນາມ ແລະ ຈີນ. ຜ່ານນັ້ນ, ຍົກສູງຄວາມຮັບຮູ້ກ່ຽວກັບຄວາມໝາຍຍຸດທະສາດທີ່ສຳຄັນຂອງການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດໃນປະຈຸບັນ. ຮຸ່ນໜຸ່ມຂອງສອງປະເທດຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະຕິບັດ ແລະ ປັບປຸງຫົວຄິດປະດິດສ້າງເພື່ອເປັນເຈົ້າການເຕັກໂນໂລຊີໃໝ່; ຮັດແໜ້ນຄວາມສາມັກຄີ, ຮ່ວມມື, ຊ່ວຍເຫຼືອ ແລະ ແລກປ່ຽນປະສົບການເພື່ອພັດທະນາເຊິ່ງກັນ ແລະ ກັນ ເພື່ອແນໃສ່ຊຸກຍູ້ການຫັນເປັນພື້ນຖານອຸດສາຫະກຳ ແລະ ທັນສະໄໝຂອງແຕ່ລະປະເທດຢ່າງແທ້ຈິງ, ກາຍເປັນກຳລັງບຸກເບີກເພື່ອນຳການພົວພັນຫວຽດນາມ - ຈີນ ພັດທະນາຢ່າງໝັ້ນຄົງໃນສັງກາດໃໝ່.
![]() |
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ກ່າວຄຳປາໄສທີ່ການພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ. (ພາບ: Dinh Hoa) |
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ສະແດງຄວາມຍິນດີໃນໄລຍະມາຢ້ຽມຢາມຫວຽດນາມ ທີ່ໄດ້ມີໂອກາດພົບປະກັບບັນດາສະຫາຍ, ຜູ້ຊົງຄຸນວຸດທິມິດຕະພາບ ແລະ ຜູ້ຕາງໜ້າລຸ້ນໜຸ່ມ ແລະ ຊາວໜຸ່ມຂອງສອງປະເທດ. ໂດຍສະແດງຄວາມຊົມເຊີຍຕໍ່ບັນດານັກປະຕິວັດລຸ້ນກ່ອນທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການພົວພັນລະຫວ່າງສອງພັກ, ສອງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເນັ້ນໜັກວ່າ ການພົວພັນຈີນ-ຫວຽດນາມ ແມ່ນ “ຄືຕົ້ນໄມ້ມີຮາກ, ຄືສາຍນ້ຳມີແຫຼ່ງກຳເນີດ”, ໃນນັ້ນບັນດາແຫຼ່ງກຳເນີດ, ສາຍເລືອດ ແລະ ກຳລັງແຮງຂອງການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດແມ່ນຢູ່ໃນປະຊາຊົນ, ໃນມິດຕະພາບຂອງປະຊາຊົນ.
ຢືນຢັນການກໍ່ສ້າງປະຊາຄົມແບ່ງປັນອານາຄົດຈີນ-ຫວຽດນາມ ມີຄວາມໝາຍຍຸດທະສາດສອດຄ່ອງກັບຜົນປະໂຫຍດລວມຂອງສອງປະເທດ ແລະ ມີຜົນປະໂຫຍດຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ: ຈີນຍິນດີຮັກສາການພົວພັນແລກປ່ຽນຍຸດທະສາດຂັ້ນສູງກັບຫວຽດນາມ. ທ່ານສະເໜີໃຫ້ສອງຝ່າຍຖື "ປີແລກປ່ຽນມະນຸດສະທຳຈີນ-ຫວຽດນາມ 2025" ເປັນໂອກາດເພື່ອດຳເນີນການພົບປະແລກປ່ຽນມະນຸດສະທຳໂດຍຜ່ານການເຄື່ອນໄຫວທີ່ອຸດົມສົມບູນແລະຫຼາກຫຼາຍ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອກັບປະຊາຊົນ; ຂຸດຄົ້ນ “ມໍລະດົກສີແດງ” ຂອງການປະຕິວັດຂອງສອງປະເທດຢ່າງມີປະສິດທິຜົນ, ບອກເລົ່າເລື່ອງມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ດີຂຶ້ນ, ເພື່ອໃຫ້ສາຍພົວພັນມິດຕະພາບຈີນ-ຫວຽດນາມໄດ້ຮັບການສືບທອດຈາກລຸ້ນສູ່ລຸ້ນ.
ທີ່ການພົບປະ, ທ່ານ ຮສຈ.ປອ ເຈີ່ນກວາງແອງ, ຮອງຜູ້ອຳນວຍການສະຖາບັນເຕັກໂນໂລຢີ ໄປສະນີໂທລະຄົມ ໄດ້ແບ່ງປັນປະສົບການທີ່ຮ່ຳຮຽນຢູ່ມະຫາວິທະຍາໄລຊິງຮວາ (ຈີນ) ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດເຕັກໂນໂລຢີ ຊັ້ນນຳຂອງຈີນ ໃນບັນດາຂົງເຂດສຳຄັນຄື: ປັນຍາປະດິດ, ເຕັກໂນໂລຢີທາດເຄິ່ງຊັກນຳໄຟຟ້າ, ຂໍ້ມູນໃຫຍ່ ແລະ ການຫັນເປັນດິຈິຕອນ. ທ່ານສະເໜີຜັນຂະຫຍາຍບັນດາໂຄງການແລກປ່ຽນພະນັກງານ, ອາຈານ ແລະ ນັກສຶກສາລະຫວ່າງ 2 ປະເທດ ເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແມ່ນກຳລັງຫຼັກແຫຼ່ງໃຫ້ແກ່ການຫັນເປັນດີຈີຕອນຢ່າງສຳເລັດຜົນ. ກໍ່ສ້າງສູນຄົ້ນຄວ້າປະດິດສ້າງຫວຽດນາມ - ຈີນ ເພື່ອຊຸກຍູ້ການຄົ້ນຄວ້ານຳໃຊ້, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບັນດາຜະລິດຕະພັນເຕັກໂນໂລຢີດີຈີຕອນ ເພື່ອຮັບໃຊ້ການພັດທະນາແບບຍືນຍົງຂອງແຕ່ລະປະເທດ.
ທ່ານ ຢ່າງແຢ່ນມິນ ປະທານສະມາຄົມມິດຕະພາບການທູດປະຊາຊົນ ຈີນ ກ່າວວ່າ ພາຍໃຕ້ຄວາມເອົາໃຈໃສ່ ແລະ ຊີ້ນຳໂດຍກົງຂອງການນຳຂັ້ນສູງຂອງສອງພັກແລະສອງປະເທດ, ໃນໄລຍະມໍ່ໆມານີ້, ສອງຝ່າຍໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ງານພົບປະຊ່າວໜູນ ແລະ ຜູ້ຊົງຄຸນວຸດທິມິດຕະພາບຈີນ-ຫວຽດນາມ, ວທີປາໄສປະຊາຊົນຈີນ-ຫວຽດນາມ, ງານບຸນປະຊາຊົນເຂດຊາຍແດນຈີນ-ຫວຽດນາມ... ບັນດາອົງການຊາວໜຸ່ມຂອງສອງປະເທດກໍ່ຈັດຕັ້ງກອງປະຊຸມສຳມະນາເປັນປະຈຳ, ຜ່ານນັ້ນຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນ, ແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບທຸກຂະແໜງການ, ທຸກຊັ້ນຄົນຂອງຫວຽດນາມ ເພື່ອປະຕິບັດບັນດາຄວາມຮັບຮູ້ລວມທີ່ສຳຄັນຂອງການນຳຂັ້ນສູງຂອງ 2 ພັກ ແລະ 2 ປະເທດ. ສະມາຄົມຈະຍຶດໝັ້ນປະຕິບັດຄຳຂວັນ “16 ຄຳ” ແລະ ຈິດໃຈ “4 ດີ”, ບໍ່ລືມຄວາມມຸ່ງມາດປາດຖະໜາຂອງມິດຕະພາບ, ລະນຶກເຖິງພາລະກິດລວມ, ປະກອບສ່ວນເຂົ້າໃນການຊີ້ນຳ “6 ກ່ວາອີກ”. ເສີມຂະຫຍາຍບົດບາດການທູດປະຊາຊົນ, ເພີ່ມທະວີຄວາມຮັບຮູ້ຮ່ວມມືດ້ານການເມືອງຢ່າງເລິກເຊິ່ງ, ເປີດກວ້າງການຮ່ວມມືຢ່າງແທດຈິງ, ເພີ່ມທະວີຄວາມສາມັກຄີປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ.
ທ່ານ ຢ່າງແຢ່ນມິນ ຮຽກຮ້ອງໃຫ້ສອງຝ່າຍກາຍເປັນຜູ້ປົກປັກຮັກສາອຸດົມການມິດຕະພາບ, ເສີມຂະຫຍາຍບົດບາດພື້ນຖານຂອງການທູດລະຫວ່າງປະຊາຊົນກັບປະຊາຊົນ; ເຂົ້າຮ່ວມຢ່າງຕັ້ງໜ້າບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ຜັນຂະຫຍາຍບັນດາໂຄງການມິດຕະພາບ, ພິເສດແມ່ນສຸມໃສ່ບຳລຸງສ້າງລຸ້ນໜຸ່ມສືບຕໍ່ຮັກສາຮີດຄອງປະເພນີອັນດີງາມລະຫວ່າງສອງປະເທດ. ສະມາຄົມມິດຕະພາບປະຊາຊົນຈີນ ກັບຕ່າງປະເທດ ຈະສືບຕໍ່ສົມທົບກັນຈັດຕັ້ງປະຕິບັດບັນດາໂຄງການຄື “ເສັ້ນທາງແດງ”, ສົ່ງຊາວໜຸ່ມຫວຽດນາມ ໄປຈີນເພື່ອສຶກສາ, ຄົ້ນຄວ້າ, ເພີ່ມພຸນຄຸນສ້າງນ້ຳໃຈ “ສາຍເລືອດແດງ” ແລະ ຮັດແໜ້ນສາຍພົວພັນລະຫວ່າງລຸ້ນໜຸ່ມຂອງສອງປະເທດ.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານ ປະທານປະເທດ ເລືອງເກື່ອງ ພ້ອມກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ໄດ້ເປັນສັກຂີພິຍານພິທີເປີດຕົວ“ການເດີນທາງສີແດງຂອງການຄົ້ນຄວ້າ ແລະ ການຮຽນຮູ້ຂອງຊາວໜຸ່ມ”. (ພາບ: Dinh Hoa) |
ໃນຂອບເຂດຂອງໂຄງການ “ການພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ”, ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານ ປະທານປະເທດ ເລືອງເກື່ອງ ພ້ອມກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ໄດ້ເປັນສັກຂີພິຍານພິທີເປີດຕົວ“ການເດີນທາງສີແດງຂອງການຄົ້ນຄວ້າ ແລະ ການຮຽນຮູ້ຂອງຊາວໜຸ່ມ”. ຕາມນັ້ນແລ້ວ, ໃນ 3 ປີຈະມາເຖິງ, ຊາວໜຸ່ມສອງປະເທດຈະເຂົ້າຮ່ວມການຄົ້ນຄ້ວາ, ສຶກສາ ແລະ ແລກປ່ຽນຢູ່ບັນດາສະຖານທີ່ປະຕິວັດຕິດພັນກັບປະຫວັດສາດມິດຕະພາບຫວຽດນາມ - ຈີນ; ແລກປ່ຽນປະສົບການໃນວຽກງານກໍ່ສ້າງພັກ, ກໍ່ສ້າງ ແລະ ພັດທະນາຈີນ-ຫວຽດນາມ.
ໂດຍມີການເປັນສັກຂີພະຍານຂອງທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ຄະນະຜູ້ແທນທັງສອງຝ່າຍຍັງໄດ້ດຳເນີນລາຍການ "ເສັ້ນທາງການຮ່ວມມືທາງລົດໄຟຫວຽດນາມ - ຈີນ".
ການເຄື່ອນໄຫວ “ການພົບປະມິດຕະພາບປະຊາຊົນຫວຽດນາມ - ຈີນ” ແມ່ນໄດ້ຮັບການຈັດຕັ້ງເພື່ອຢືນຢັນມູນເຊື້ອສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດສະໜົມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ຈີນ, ສຶກສາອົບຮົມຮີດຄອງປະເພນີ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງຫວຽດນາມ - ຈີນ, ປະກອບສ່ວນຮັດແໜ້ນພື້ນຖານສັງຄົມທີ່ໜັກແໜ້ນກ່ວາອີກ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ກໍ່ສ້າງປະຊາຄົມແບ່ງປັນອານາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ.
![]() | ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນພັດທະນາການພົວພັນ ຫວຽດນາມ-ຈີນ ແບບຍືນຍົງ ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຊື່ອໝັ້ນວ່າ ຜູ້ແທນແຕ່ລະຄົນທີ່ເຂົ້າຮ່ວມການພົບປະ, ບໍ່ວ່າຈະເປັນໃຜ ຫຼື ດຳລົງຕຳແໜ່ງໃດກໍ່ຕາມ, ລ້ວນແຕ່ມີຄວາມປາຖະໜາລວມອັນໃຫຍ່ຫຼວງ ແມ່ນສາຍພົວພັນຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ". |
![]() | ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ໃນບົດຂຽນເອົາລົງເມື່ອວັນທີ 26 ຕຸລາ, ໜັງສືພິມ ກວານຈ໋ຽວ, ກະບອກສຽງຂອງພັກກອມມູນິດ ຈີນ, ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະແມ່ນການນຳຕ່າງປະເທດຄົນທຳອິດມາຢ້ຽມຢາມປະເທດນີ້ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ. |
ມີງດຶກ