ນະຄອນໂຮ່ຈີມິນ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

19:00 | 25/03/2025

ຍສໝ - ຕອນບ່າຍວັນທີ 24 ມີນາ, ທ່ານ ຫງວຽນແທງງີ້, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນ ໄປສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ເພື່ອອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025).

ໂຮມຊຸມນຸມສະສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ໂຮມຊຸມນຸມສະສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ
ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ

ທີ່ການພົບປະ, ທ່ານ ຫງວຽນແທງງີ້ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ, ພ້ອມທັງຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນ 70 ປີຜ່ານມາ. ທ່ານ ຫງວຽນແທງງີ້ ເນັ້ນໜັກວ່າ ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ໃນນັ້ນມີສາຍພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ 4 ທ້ອງຖິ່ນແຮກສ່ຽວຂອງລາວ, ຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະແຂວງຫົວພັນ.

ທ່ານ ຫງວຽນແທງງີ້ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານອັນໃໝ່ຫຼາຍຢ່າງ ແລະໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

ນະຄອນໂຮ່ຈີມິນ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ບັນຍາກາດທີ່ການຕ້ອນຮັບ. ພາບ: ແທງຟອງ

ເນື່ອງໃນໂອກາດນີ້, ທ່ານ ພອນສີ ບຸນມີໄຊ ໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ທ່ານ ພອນສີ ບຸນມີໄຊ ຂອບໃຈນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງແທດຈິງແກ່ບັນດາທ້ອງຖິ່ນຂອງລາວ ໃນຕະຫຼອດໄລຍະຜ່ານມາ. ທ່ານ ຫວັງວ່າ ການນຳນະຄອນໂຮ່ຈີມິນ ຈະສືບຕໍ່ສະຫງວນໃຫ້ການໜູນຊ່ວຍ, ຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ. ຜ່ານນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ: ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ-ລາວ ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ: ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ-ລາວ

ຍສໝ - ຊົມເຊີຍບັນດາຜົນງານທີ່ມີຄວາມໝາຍປະຫວັດສາດ ທີ່ປະເທດລາວ ບັນລຸໄດ້ໃນໄລຍະ 49 ປີຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວຢ່າງແຂງແຮງ ແລະຮອບດ້ານ; ເຊື່ອໝັ້ນວ່າ, ໂດຍສືບຕໍ່ມູນເຊື້ອຂອງລຸ້ນກ່ອນ ແລະ ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ສາມັກຄີ, ...

ຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ

ຍສໝ - ລາຍການຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ແນໃສ່ຈຳບັນດາຂີດໝາຍປະຫວັດສາດຂອງຊາດ ດ້ວຍການປະກອບສ່ວນ ແລະ ການເສຍສະຫຼະຂອງລຸ້ນກ່ອນໃຫ້ແກ່ສັນຕິພາບ, ເອກະລາດ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ.

ທ່ານອາດຈະມັກ

ເຫດການ