ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ

23:07 | 15/04/2025

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ການນໍາຫວຽດນາມ ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນ.

ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ
ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່

ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນກໍາປູເຈຍ; ທ່ານ ເລືອງເກື່ອງ ປະທານປະເທດໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ອວຍພອນ ມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພະບາດ ສົມເດັດ ພະບໍລົມມະນຽດ ມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni; ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ອວຍພອນປີໃໝ່ ມາຍັງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Samdech Moha Borvor Thipadei Hun Manet ນາຍົກລັດຖະມົນຕີກໍາປູເຈຍ; ທ່ານ ເຈິ່ງແທັງເໝີນ ປະທານສະພາແຫ່ງຊາດ ໄດ້ສົ່ງຈົດໝາຍ ແລະຊໍ່ດອກໄມ້ອວຍພອນປີໃໝ່ ມາຍັງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ທ່ານ Akka Moha Sena Padei Techo Hun Sen ປະທານສະພາສູງກໍາປູເຈຍ ແລະທ່ານນາງ Samdech Moha Rotsaphea Thipadei Khuon Sudary ປະທານສະພາແຫ່ງຊາດກໍາປູເຈຍ.

ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ
ພາບປະກອບ.

ໃນຈົດໝາຍສົ່ງໃຫ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະການນໍາຂັ້ນສູງລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນໍາຂັ້ນສູງຫວຽດນາມ ອວຍພອນ ແລະແບ່ງປັນຄວາມເອກອ້າງທະນົງໃຈກ່ຽວກັບຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນປີຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານ ທອງລຸນ ສີສຸລິດ ນໍາໜ້າ, ການບໍລິຫານຂອງລັດຖະບານ, ຕິດຕາມກວດກາຂອງສະພາແຫ່ງຊາດ, ປະເທດ ແລະປະຊາຊົນລາວ ອ້າຍນ້ອງຈະຜ່ານຜ່າຄວາມທຸກຍາກ, ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກວ່າໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສໍາເລັດຜົນມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ. ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວສໍາຄັນ ແລະຮອບດ້ານໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ການນໍາຫວຽດນາມ ພ້ອມທັງຢັ້ງຢືນວ່່າ ຍາມກໍ່ມີສະຕິອັນເລິກເຊິ່ງ ແລະຊົມຊື່ນທີ່ສຸດພ້ອມກັບການນໍາລາວ ປັບປຸງ ແລະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ແທດຈິງໃນສະພາບການໃໝ່ຄືໃນປະຈຸບັນ, ນໍາເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ໃນຈົດໝາຍສົ່ງໃຫ້ ພະບາດ ສົມເດັດ ພະບໍລົມມະນຽດ ມະຫາກະສັດ Norodom Sihamoni, ປະທານສະພາສູງ Hun Sen ແລະການນໍາຂ້ັນສູງກໍາປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນໍາຂັ້ນສູງຂອງຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນໂດຍຖືວ່າໃນປີຜ່ານມາ, ເຖິງວ່າຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງກໍ່ຕາມແຕ່ມີພື້ນຖານໝັ້ນແກ່ນໂດຍການນໍາກໍາປູເຈຍ ລຸ້ນຕ່າງໆກໍ່ສ້າງ, ປະຊາຊົນກໍາປູເຈຍ ບັນລຸໄດ້ຜົນງານປະທັບໃຈຫຼາຍຢ່າງ ແລະຮອບດ້ານໃນກິດຈະການສ້າງສາ ແລະພັດທະນາປະເທດ. ການນໍາຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງປະເທດທີ່ສະຫຼາດສ່ອງໃສຂອງສົມເດັດ ພະບໍລົມມະນຽດ ມະຫາກະສັດ Norodom Sihamoni ແລະແນວທາງທີ່ຖືກຕ້ອງຂອງພັກປະຊາຊົນກໍາປູເຈຍ ໂດຍທ່ານປະທານ Hun Sen ເປັນຜູ້ນໍາພາ, ໂຄງການດຳເນີນງານຂອງພັກປະຊາຊົນກໍາປູເຈຍ ໄລຍະ 2023-2028 ແລະຍຸດທະສາດຫ້າລ່ຽມຂອງລັດຖະບານລາຊະອານາຈັກກໍາປູເຈຍ ຈະໄດ້ປະຕິບັດຢ່າງມີໄຊ, ນໍາເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນກໍາປູເຈຍ. ກ່ຽວກັບການພົວພັນສອງປະເທດ, ການນໍາຫວຽດນາມ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ຕັ້ງໜ້າບັນລຸໄດ້ຢູ່ໃນການພົບປະຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດຫວຽດນາມ ແລະຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ ແລະການພົບປະລະຫວ່າງຜູ້ນໍາສາມພັກ ຫວຽດນາມ-ກໍາປູເຈຍ-ລາວ ເມື່ອເດືອນກຸມພາ 2025 ຫວ່າງແລ້ວນີ້ ຈະໄດ້ສອງຝ່າຍສົມທົບກັນຫັນເປັນລະອຽດ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງອັນຍາວນານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າເກົ່າ, ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ

ຍສໝ - ການເຄື່ອນໄຫວໃນລາຍການໄດ້ເຮັດໃຫ້ນັກສຶກສາລາວ, ກໍາປູເຈຍ ມີຄວາມຮູ້ກ່ຽວກັບວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວ ຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ.

ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ

ຍສໝ - ຫວ່າງແລ້ວນີ້, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ