3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

21:57 | 23/03/2025

ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໃນຂົງເຂດຕຳຫຼວດ​ປະຊາຊົນ (ສະ​ມາ​ຄົມ​) ຄັ້ງ​ທຳ​ອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.

ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025
ປະກາດ​ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ​ອົງຄະນະພັກສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ
3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໃນ​ຂົງເຂດຕຳຫຼວດປະ​ຊາ​ຊົນ (ສະ​ມາ​ຄົມ) ​ຄັ້ງ​ທຳ​ອິດ​, ອາຍຸການ 2025 - 2030. (ພາບ: Minh Thu)

ໂດຍເຂົ້າຮ່ວມກອງປະຊຸມໃຫຍ່ ມີທ່ານ ພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ; ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ; ທ່ານ ຫງວຽນດັກ​ວິງ, ກຳມະການ​ສູນ​ກາງ​ພັກ, ປະທານຄະນະກຳມາທິການວັດທະນະທຳ-ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ພ້ອມ​ດ້ວຍ​ຜູ້​ແທນ 160 ກວ່າ​ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ສະມາຄົມ.

ກອງ​ປະຊຸມໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມ

າຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນ, ອາຍຸການ 2025 - 2030, ລວມມີ 15 ທ່ານ. ທ່ານ ພົນ​ໂທ ເລ​ກ໋ວກ​ຮຸ່ງ, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ.

3 ໜ້າ​ທີ່ຈຸດສຸມ

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມໃຫຍ່, ທ່ານ ພົນເອກ ເລືອງຕາມກກວາງ ​ໃຫ້​ຮູ້​ວ່າ ໃນ 60 ປີຜ່ານມາ, ຕຳຫຼວດ​ປະຊາຊົນ​ຫວຽດນາມ ​ແລະ ຕຳຫຼວດ​ປະຊາຊົນ​ລາວ ຍາມ​ໃດ​ກໍ່​ຮ່ວມເດີນທາງ, ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນວຽກງານຕໍ່ສູ້​ຕ້ານ​ອາດຊະຍາ​ກຳ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ.

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ທ່ານ ພົນເອກ ເລືອງຕາມກກວາງ ກ່າວຄຳປາໄສທີ່ກອງປະຊຸມໃຫຍ່.

​ໃນ​ສະພາບ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ​ຂອງ​ໂລກ ​ແລະ ພາກ​ພື້ນ, ການປັບປຸງແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ຕຳຫຼວດ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຂາດ​ບໍ່​ໄດ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນໜ້າທີ່ສຳຄັນ ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ຮັບປະກັນ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ.

​ເພື່ອ​ປະຕິບັດເປົ້າໝາຍເຫຼົ່ານີ້, ໃນອາຍຸການ​ຈະ​ມາ​ເຖິງ, ທ່ານ ພົນເອກ ເລືອງຕາມກກວາງ ໄດ້​ສະ​ເໜີ​ໃຫ້​ສະມາຄົມ​ຄວນ​ສຸມ​ໃສ່​ຜັນຂະຫຍາຍ 3 ​ໜ້າ​ທີ່​ຄື:

ທີ​ໜຶ່ງ, ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຫຼາຍ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ. ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃນບັນດາກຳລັງຕຳຫຼວດ, ພິເສດແມ່ນລຸ້ນໜຸ່ມ. ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ແບ່ງປັນ​ປະສົບ​ການ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ​ລະຫວ່າງ​ສອງ​ກຳລັງ ​ຈະ​ໄດ້​ຮັບ​ການຊຸກຍູ້ເພື່ອຍົກ​ສູງ​ຄວາມ​ສາມາດ​ດ້ານ​ວິຊາ​ຊີບ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ແກ້ໄຂບັນດາສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງລວມ.

ທີສອງ, ເປີດກ້ວາງຂະໜາດການເຄື່ອນໄຫວ​ຢູ່​ບັນດາຫົວໜ່ວຍ​ຕຳຫຼວດ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງ​ຊາຍ​ແດນ, ເຊິ່ງແມ່ນບ່ອນມີ​ບົດບາດ​ສຳຄັນ​ໃນວຽກງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ. ການຈັດ​ຕັ້ງ​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ, ເພີ່ມທະວີກອງປະ​ຊຸມບັນຫາສະເພາະ, ການຊ້ອມຮົບຮ່ວມໃນຂົງເຂດຄວາມປອດໄພ ຈະສືບຕໍ່ຮັບການຜັນຂະຫຍາຍເພື່ອຍົກລະດັບຄວາມສາມາດໃນການຕອບສະໜອງຕໍ່ສະພາບການຕົວຈິງ.

ທີ​ສາມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບສູນກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເພື່ອ​ກໍ່ສ້າງ​ບັນດາ​ໂຄງການ​ຮ່ວມ​ມື​ຕາມ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ສອງ​ປະ​ເທດ, ຕິດຕາມບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ ​ແລະ ສອງ​ລັດ. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງ 2 ປະເທດ ແລະ ກະຊວງຕຳຫຼວດ, ສະມາຄົມຈະຈັດຕັ້ງບັນດາການເຄື່ອນໄຫວຕົວຈິງເພື່ອຮັບຮູ້ ແລະ ເຊີດຊູບັນດາບຸກຄົນ, ລວມໝູ່​ທີ່ມີການປະກອບສ່ວນອັນພົ້ນເດັ່ນເຂົ້າໃນການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ກຳລັງ.

ໂດຍເຊື່ອໝັ້ນໃນຄວາມຮັບຜິດຊອບ ແລະ ຄວາມໃກ້ຊິດສະໜິດສະໜົມຂອງຊາດ ແລະ ປະຊາຊົນລາວ, ທ່ານ ພົນເອກ ເລືອງຕາມກກວາງ ຫວັງວ່າ ສະມາຄົມຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ທ່ານ ພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກ່າວຄໍາປາໄສທີ່ກອງປະຊຸມ. (ພາບ: Minh Thu)

ທ່ານ ກົງທອງ ພົງວິຈິດ, ຮອງລັດຖະມົນຕີປ້ອງກັນຄວາມສະຫງົບລາວ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາໂຄງການຮ່ວມມື ແລະ ການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສະກັດກັ້ນອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດອື່ນໆລະຫວ່າງສອງປະເທດ. ຫວຽດນາມ ກໍ່ສະໜັບສະໜູນລາວ ໃນຫຼາຍໂຄງການທີ່ສຳຄັນຄື: ກໍ່ສ້າງສະຖາບັນຕຳຫຼວດລາວ, ສູນຂໍ້ມູນ ແລະ ບັດປະຈຳຕົວພົນລະເມືອງ, ສູນຟື້ນຟູຢາເສບຕິດ ຢູ່ວຽງຈັນ...

ທ່ານ ກົງທອງ ພົງວິຈິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ, ປະຊາຊົນ ແລະ ກຳລັງຕຳຫຼວດຫວຽດນາມ ເພື່ອການສະໜັບສະໜູນແກ່ລາວ ຕະຫຼອດໄລຍະທີ່ຜ່ານມາ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຍຸດທະສາດການຮ່ວມມືລະຫວ່າງສອງກະຊວງຕຳຫຼວດຢ່າງມີປະສິດທິຜົນ, ສືບຕໍ່ປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດໃນໄລຍະໃໝ່.

ຫຼາຍໝາກຜົນຢ່າງຕັ້ງໜ້າ

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມໃຫຍ່, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 2018 ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ກຳລັງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ, ປັບປຸງ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ນັບ​ແຕ່​ສ້າງ​ຕັ້ງ​ມາ, ສະ​ມາ​ຄົມ​ໄດ້​ສຸມ​ໃສ່ຜັນຂະຫຍາຍຫລາຍ​ໜ້າ​ທີ່ຈຸດສຸມ ແລະ ບັນ​ລຸ​ໄດ້​ຫລາຍ​ບັນ​ດາ​ໝາກ​ຜົນ​ທີ່​ດີ.

ສະມາຄົມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ການ​ເຄື່ອນ​ໄຫວ ໂດຍສູນກາງສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໄດ້​ວາງ​ອອກ, ຊີ້ນຳຄື ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຢູ່​ແຂວງ ​ໄທ​ງວຽນ; ສົ່ງຄະນະປະຕິບັດງານມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ລະດົມບໍລິຈາກບັນດາການເຄື່ອນໄຫວການ​ຕ່າງປະ​ເທດ​ປະຊາຊົນ, ​ໃນ​ນັ້ນ​ມີ 100 ລ້ານ​ດົ່ງ ​ໃຫ້​ທ່ານ​ນາງ Kanchia - ຜູ້​ຊ່ວຍ​ຊີວິດ​ທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ສະໜາມ​ຮົບ​ລາວ. ສະ​ມາ​ຄົມ​ຍັງ​ໄດ້​ມອບ​ເງິນ 100 ລ້ານ​ດົ່ງ ແລະ ໜ້າ​ກາກ​ການ​ແພດ 1.000 ຜືນ​ໃຫ້​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ Covid-19...

ຍ້ອນ​ມີ​ລັກສະນະ​ເຄື່ອນ​ໄຫວ​ໃນ​ຂະ​ແໜງ​ການຕຳຫຼວດ, ສະມາຄົມ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ກະຊວງ​ຕຳຫຼວດ. ອີງ​ຕາມ​ແຜນການ​ຮ່ວມ​ມື​ປະຈຳ​ປີ, ສະມາຄົມ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ກະຊວງ​ຕຳຫຼວດ, ​ແລະ ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ມິດຕະພາບ​ຫວຽດນາມ - ລາວ ຢູ່​ບັນດາ​ກົມ​ຕຳຫຼວດ ​ແລະ ​ໂຮງຮຽນ​ຝຶກ​ອົບຮົມ​ກັບ​ນັກຮຽນ​ລາວ. ພ້ອມ​ກັນ​ນັ້ນ, ສົມທົບ​ກັບ​ສະຖານທູດ​ລາວ ​ແລະ ຜູ້ຕາງໜ້າ​ກະຊວງ​ຕຳຫຼວດ​ລາວ ປະຈຳ​ຫວຽດນາມ ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ອົບຮົມ​ພື້ນ​ເມືອງ.

ນອກ​ນັ້ນ, ສະມາຄົມ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢູ່​ບັນດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຕຳຫຼວດ ແຂວງ ເຊີນລາ ຈັດກອງປະຊຸມພົບປະ, ຝຶກອົບຮົມໃຫ້ພະນັກງານຕຳຫຼວດ ຢູ່ບັນດາແຂວງພາກເໜືອຂອງລາວ ເປັນປະຈຳ. ຕຳຫຼວດແຂວງ ແທງຮ໋ວາ ເຂົ້າຮ່ວມກອງປະຊຸມພົຍປະແລກປ່ຽນກັບສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ. ຕຳຫຼວດແຂວງ ກວາງບິ່ງ ໄດ້ສົມທົບກັບຄະນະຊາວໜຸ່ມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຄຳມ່ວນ ໄລຍະ 2022 – 2024. ນອກຈາກນັ້ນ, ໃນໂອກາດບຸນປີໃໝ່ປະຈຳຊາດ, ຕຳຫຼວດບັນດາທ້ອງຖິ່ນຊາຍແດນ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນປະສົບການ, ອວຍພອນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານວິຊາສະເພາະ.

3 ໜ້າ​ທີ່ຈຸດສຸມ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດ​ປະຊາຊົນອາຍຸການ 2025 - 2030

ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດປະຊາຊົນອາຍຸການ 2025 - 2030 ​ໄດ້ເປີດຕົວກອງ​ປະຊຸມໃຫຍ່. (ພາບ: Minh Thu)

ດ້ວຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ໃນ​ປີ 2023, ສະມາຄົມ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ຍ້ອນມີຫຼາຍການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ. ໃນປີ 2023, ທ່ານ ພົນໂທ ບຸ່ຍວັນນາມ, ອະດີດປະທານສະມາຄົມ, ກໍ່ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດຊາດ” ເພື່ອເປັນການຮັບຮູ້ບັນດາການປະກອບສ່ວນອັນສຳຄັນຂອງລາວ ໃນການຊຸກຍູ້ການຮ່ວມມື ຫວຽດນາມ - ລາວ.

ຫວຽດນາມ ເຂົ້າຮ່ວມການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025

ຫວຽດນາມ ເຂົ້າຮ່ວມການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025

ຍສໝ - ວັນທີ 16 ກຸມພາ, ການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025 (MNEK-5) ດ້ວຍຫົວຂໍ້ “ຄູ່ຮ່ວມມືເດີນທະເລ ເພື່ອສັນຕິພາບ ແລະສະຖຽນລະພາບ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ເກາະ Bali, ອິນໂດເນເຊຍ.

ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ

ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ

ຍສໝ - ປີ 2025, ສະຖານທູດເຢຍລະມັນ ປະຈຳ ຮ່າໂນ້ຍ, ສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນໂຮ່ຈີມິນ ຈະສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຫຼາຍເຫດການ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ.

ມີງດຶກ

ເຫດການ