ປະຊາ​ຄົມຊາວ​ຫວຽດນາມ ອາໄສຢູ່ອົດສະຕາລີ ສະໜິດຕິດພັນກັບ​ບ້ານ​ເກີດ​ເມືອງ​ນອນ ​ແລະພູມ​ໃຈ​ກ່ຽວກັບຊາດ

00:00 | 25/02/2025

ຍສໝ - ສຳລັບລູກຫຼານຊາວຫວຽດນາມ ທີ່ຫ່າງໄກບ້ານເກີດເມືອງນອນກໍາລັງດຳລົງຊີວິດ ແລະເຮັດວຽກຢູ່ອົດສະຕາລີ, ບັນດາງານລ້ຽງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຫຼືເອີ້ນກັນດ້ວຍຄວາມຮັກແພງສະໜິດສະໜົມວ່າ 'ປີໃໝ່ປະຊາຄົມ' ໂດຍສະຖານກົງສູນໃຫ່ຍຫວຽດນາມ ປະຈຳຊິດນີ ຈັດຕັ້ງເຊິ່ງໄດ້ຮັບການຕ້ອນຮັບຢ່າງເບີກບານມ່ວນຊື່ນ, ຈູບຈ້າວຫ້າວຫັນ ແລະເຕັມໄປດ້ວຍອາລົມຈິດ.

ຊຸກຍູ້ການ​ພົບ​ປະ​ແລກປ່ຽນ​ລຸ້ນໜຸ່ມ, ເພີ່ມພູນຄູນສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ
ລາຍ​ເຈົາ ​ເຜີຍ​ແຜ່​ກົດໝາຍ​ວ່າ​ດ້ວຍ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ ​ໃຫ້​ທຸກ​ບ້ານ
Tổng Lãnh sự Việt Nam tại Sydney Nguyễn Thanh Tùng phát biểu tại buổi gặp mặt. Ảnh: Lê Đạt/PV TTXVN tại Australia  ທ່ານ ຫງວຽນ​ແທັງ​ຕຸ່ງ ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Sydney ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມພົບປະ, ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ທ່ານ ຫງວຽນ​ແທັງ​ຕຸ່ງ ຫົວໜ້າກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Sydney ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມພົບປະ, ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ຕາມນັກຂ່າວຫວຽດນາມ ປະຈໍານະຄອນຊິດນີ ກ່າວວ່າ, ໄດ້ກາຍເປັນຄວາມງາມແບບດັ້ງເດີມ, ຕອນຄ່ຳວັນທີ 13 ກຸມພາ, ຢູ່ກົງສູນໃຫຍ່ ຫວຽດນາມ ປະຈຳຊິດນີ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ 2025” ເພື່ອໃຫ້ປະຊາຄົມຄົນຫວຽດນາມ ຢູ່ປະເທດທະວີບມະຫາສະໝຸດແຫ່ງນີ້ເຕົ້າໂຮມກັນ, ທົບທວນຄືນບັນດາຄຸນຄ່າພື້ນເມືອງຂອງຊາດ, ພ້ອມກັບທິດທາງກ່ຽວກັບບ້ານເກີດເມືອງນອນ, ແບ່ງປັນບັນດາຜົນງານ ແລະການປະກອບສ່ວນໃຫ້ແກ່ປະເທດຊາດ. ນີ້​​ແມ່ນ​ໂອກາດ​ເພື່ອ​ເຊື່ອມ​ຕໍ່ ​ແລະ ກໍ່ສ້າງ​ປະຊາ​ຄົມ​ຄົນ​ຫວຽດນາມ ​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ ແລະ ພັດທະນາໃນອົດສະຕາລີ.

ການກ່າວ​ຄຳ​ເຫັນເປີດພິທີ, ທ່ານຫົວໜ້າກົງສູນໃຫ່ຍ​ຫວຽດນາມ ຮັບຜິດຊອບລັດ New South Wales, ລັດອົດ​ສະ​ຕາ​ລີ​ໃຕ້ ​ແລະ ລັດ Queensland ຫງວຽນ​ແທັງ​ຕຸ່ງ ກ່າວດ້ວຍຄວາມຍິນດີວ່າ: ປີ 2024, ​ເຖິງ​ແມ່ນວ່າ​ສະພາບໂລກມີການ​ຜັນ​ແປ​, ​ແຕ່​ຫວຽດນາມ ຍັງຄົງ​ສືບ​ຕໍ່​ຮັກສາ​ສະຖຽນ​ລະ​ພາບ​ທາງດ້ານ​ການ​ເມືອງ - ສັງຄົມ, ສ້າງ​ພື້ນຖານ​ທີ່ໝັ້ນຄົງເພື່ອພັດທະນາເສດຖະກິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ລວມທັງລະບອບການເມືອງສຸມໃສ່ປັບປຸງກົງຈັກ, ຍົກສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງລັດ, ຈາກສູນກາງລົງຮອດທ້ອງຖິ່ນ, ມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ, ນຳພາປະເທດເຂົ້າສູ່ສັກກະຫຼາດໃໝ່ແຫ່ງການເຊື່ອມໂຍງ ແລະ ປ່ຽນແປງໃໝ່ຢ່າງເລິກເຊິ່ງ.

ຫວຽດນາມ ສືບ​ຕໍ່​ຮັກສາ​ສະຖຽນ​ລະ​ພາບທາງ​ດ້ານ​ເສດຖະກິດ​ມະຫາ​ພາກ ​ແລະ ບັນລຸ​​ຜົນງານ​ທີ່ສົມຄວນລະດົມສົ່ງເສີມໄດ້ຫຼາຍຢ່າງ. ບັນດາຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ສືບ​ຕໍ່​ພັດທະນາ, ນຳ​ມາເຊິ່ງ​ໂອກາດ​ໃໝ່​ໆຫຼາຍ​ຢ່າງ​ໃຫ້​ແກ່​ປະຊາຊົນ​ພາຍ​ໃນປະເທດ ​ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະ​ເທດ. ດ້ວຍ​​ຜົນງານ​ທີ່​ບັນລຸ​ເຫຼົ່ານີ້, ຫວຽດນາມ ສືບ​ຕໍ່​ຢືນຢັນຖານະຕໍາແໜ່ງແມ່ນເປັນໜຶ່ງ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ທ່າ​ແຮງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

Chương trình văn nghệ của đoàn Quan họ Bắc Ninh tại buổi gặp mặt. Ảnh: Lê Đạt/PV TTXVN tại Australia  ການສະແດງສິລະປະຂອງຄະນະ ຂັບລຳພື້ນເມືອງ ຂອງແຂວງບັກນິງ ທາງພາກເໜືອຫວຽດນາມທີ່ກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ການສະແດງສິລະປະຂອງຄະນະ ຂັບລຳພື້ນເມືອງ ຂອງແຂວງບັກນິງ ທາງພາກເໜືອຫວຽດນາມທີ່ກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ເບີກບານມ່ວນຊື່ນໃນການແບ່ງປັນກັບພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະ​ເທດເຖິງບັນດາຂີດໝາຍການພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ທ່ານ ຫງວຽນ​ແທັງ​ຕຸ່ງ ກ່າວ​ວ່າ​ປີ 2024 ​ແມ່ນ​ປີ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ ​ເມື່ອ​ສອງ​ປະ​ເທດ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ການ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ນຳ​ການ​ພົວພັນ​ຮ່ວມ​ມືສອງຝ່າຍກ້າວ​ຂຶ້ນ​ສູ່​ໄລຍະ​ພັດທະນາ​ໃໝ່, ນັບ​ມື້​ນັບ​ແທດ​ຈິງ ​ແລະ ​ເຂົ້າສູ່ລວງເລິກ​​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ການເມືອງ, ການ​ສຶກສາ, ປ້ອງກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ແລກປ່ຽນວັດທະນະທໍາແລະ ການທ່ອງທ່ຽວ.

​ພິເສດ, ໃນປີ 2024, ​ເມື່ອຫວຽດນາມ ຍອມ​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ພະຍຸ​ເລກ 3 (Yagi), ອົດ​ສະ​ຕາ​ລີ ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຂົນ​ສົ່ງ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ຫຼາຍ​ຢ່າງ​ເພື່ອ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຂອງລົມພາຍຸ, ​ສະ​ແດງ​ໃຫ້​ເຫັນເຖິງ​ນ້ຳ​ໃຈ​ສາມັກຄີ, ໜູນ​ຊ່ວຍ​ຢ່າງ​ທັນ​ການ​ລະຫວ່າງ 2 ປະ​ເທດ.

ທ່ານ ຫງວຽນ​ແທັງ​ຕຸ່ງ ​ຢືນຢັນ​ວ່າ ມີການພັດທະນາ​ຢ່າງແຂງ​ແຮງ​ໃນການ​ພົວພັນ ​ຫວຽດນາມ - ອົດ​ສະ​ຕາ​ລີ ຄື​ໃນປະຈຸ​ບັນ​ບໍ່​ສາມາດເກີດຂຶ້ນໄດ້ຫາກບໍ່ໄດ້ຮັບ​ການ​ປະກອບສ່ວນ​ອັນ​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ຂອງ​ປະຊາ​ຄົມ​ຄົນ​ຫວຽດນາມ ຢູ່ອົດ​ສະ​ຕາ​ລີ.

ແຕ່ລະຄົນແມ່ນຂົວຕໍ່ມິດຕະພາບ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮ່ວມມື ແລະ ສະໜິດຕິດພັນລະຫວ່າງສອງຊາດ, ຊຸກຍູ້ພົບປະ ແລະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ການ​ມີ​ໜ້າ ​ແລະ ປະສົບ​ຜົນສຳ​ເລັດ​ຂອງ​ປະຊາ​ຄົມ​ຄົນ​ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ​ແມ່ນ​ການ​ຢັ້ງຢືນ​ເຖິງ​ຄວາມ​ມານະ​ພະຍາຍາມ, ຈັນຍາບັນ ແລະນ້ຳ​ໃຈ​ທີ່​ເຂັ້ມ​ແຂງຂຶ້ນຂອງຄົນຫວຽດນາມ​ໃນ​ເວທີ​ສາກົນ.ທ່ານ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາ​ມັກ​ຄີ, ຂະ​ຫຍັນ​ຂັນ​ເຄື່ອນ ແລະ ຄວາມຟົດຟື້ນ, ປະ​ຊາ​ຄົມ​ຄົນ​ຫວຽດ​ນາມຢູ່ອົດ​ສະ​ຕາ​ລີຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດຊາດກໍ່ກັນກັບການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ.

Các đại biểu tham dự buổi gặp mặt. Ảnh: Lê Đạt/PV TTXVN tại Australia  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ໃນພື້ນທີ່ປີໃໝ່ອັນອົບອຸ່ນ​ຂອງປະຊາຄົມຄົນ​ຫວຽດ​ນາມ​ໃນ​ອົດ​ສະ​ຕາ​ລີ, ຄວາມມ່ວນຊື່ນ ​ແລະ​ຕື່ນ​ເຕັ້ນ​ໄດ້​ສ່ອງ​ແສງ​ຢູ່​ໃນ​ທຸກ​ໃບ​ຫນ້າ, ແສງຕາ​ ແລະ​ຮອຍ​ຍິ້ມ. ແບ່ງປັນກັບນັກຂ່າວສໍານັກຂ່າວຫວຽດນາມ ປະຈໍານະຄອນຊິດນີ, ທ່ານ ລີຫງວຽນ - ຄົນຫວຽດກ່ຽວ ອາໄສ ແລະເຮັດວຽກຢູ່ອົດສະຕາລີ ເປັນເວລາ 16 ປີ ກ່າວວ່າ: ນີ້ແມ່ນຄັ້ງທີ 3 ທີ່ເພີ່ນໄດ້ເຂົ້າຮ່ວມງານດັ່ງກ່າວ ແລະ ຮູ້ສຶກດີໃຈຫຼາຍ ເພາະເຖິງແມ່ນວ່າຈະຢູ່ຫ່າງໄກແຕ່ຍັງສຳຜັດໄດ້ເຖິງບັນຍາກາດຂອງປີໃໝ່ບ້ານເກີດເມືອງນອນ ແລະ ເຮັດໃຫ້ຕົນຫຼົງໄຫຼໄປກັບພື້ນທີ່ເຕັມໄປດ້ວຍວັດທະນະທຳຫວຽດນາມ.

ທ່ານ ລີ ​ກໍ່​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ ແລະ​ດີ​ໃຈ​ເມື່ອ​ກັບ​ຄືນ​ເມືອ​ຫວຽດນາມ​ທຸກຄັ້ງລ້ວນແຕ່ໄດ້ເຫັນ​ການ​ພັດທະນາ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ເພີ່ນຫວັງວ່າປະເທດຫວຽດນາມ ຈະ​​ນັບ​ມື້​ນັບ​ພັດທະນາຂຶ້ນຕື່ມ, ພ້ອມກັນນີ້ກໍ່ຢືນຢັນ​ວ່າບຸກ​ຄົນ​ທີ່ຢູ່​ໄກ​ບ້ານ​ຄື​ເພີ່ນຈະ​ສືບ​ຕໍ່​ປະກອບສ່ວນ​ຫຼາຍ​ຂຶ້ນຕື່ມ​ໃຫ້ “​ແຜ່ນ​ດິນ​ຮູບ S ທີ່​ຮັກ​ແພງຫວງແຫນ”.

ປີໃໝ່ມະໂລງ 2025, ລູກຫຼານຫຼາຍຄົນທີ່ຢູ່ເຂດຫ່າງໄກໄດ້ຜິດສັນຍາອີກປີໜຶ່ງທີ່ຈະປຸ້ມລຸມພົບປະກັບຍາດຕິພີ່ນ້ອງ, ແຕ່ຍ້ອນຢູ່ບ່ອນຫ່າງໄກນັ້ນ ສະຖານກົງສຸນໃຫ່ຍຍັງຄົງແມ່ນເຮືອນຂອງພວກເຂົາດ ປີໃໝ່ຂອງປະຊາຄົມຄົນຫວຽດນາມ ຢູ່ອົດສະຕາລີຍັງຄົງປ່ຽມລົ້ນໄປດ້ວຍລົດຊາດ ແລະ ບັນຍາກາດຂອງບຸນປີໃໝ່ພື້ນເມືອງຂອງຊາດ.

Chương trình văn nghệ tại buổi gặp mặt. Ảnh: Lê Đạt/PV TTXVN tại Australia  ລາຍການສະແດງ​ວັດ​ທະ​ນະ​ທໍາ​ທີ່​ກອງ​ປະ​ຊຸມ​ພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ລາຍການສະແດງ​ວັດ​ທະ​ນະ​ທໍາ​ທີ່​ກອງ​ປະ​ຊຸມ​ພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ທ່ານ ຫງວຽນຖິຊອງທື ນຸ່ງຊຸດອາພອນພື້ນເມືອງ - ປະຈຸບັນແມ່ນນັກສຶກສາຕ່າງປະເທດຢູ່ມະຫາວິທະຍາໄລ Western Sydney, ບໍ່ສາມາດປິດບັງຄວາມຕື່ນເຕັ້ນຂອງຕົນໃນການເຂົ້າຮ່ວມກອງປະຊຸມພົບປະເພາະວ່າທຸກສິ່ງທຸກຢ່າງລ້ວນແຕ່ຖືກຕົບແຕ່ງຄ້າຍຄືກັນກັບສິ່ງທີ່ຄອບຄົວຂອງລາວມັກຕົບແຕ່ງໃນຊ່ວງບຸນປີໃໝ່.

ທ່ານ​ ນາງ ທື ​ກ່າວວ່າ, ສຳລັບ​ຂ້າພະເຈົ້າ, ປີໃໝ່​ແມ່ນ​ໂອກາດ​ທີ່​ສັກສິດ​ທີ່​ສຸດ ​ແລະ ມີຄວາມສຳຄັນ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ. ​ເປັນລູກຫຼານທີ່ຫ່າງໄກຈາກ​ບ້ານ​ເກີດ​ເມືອງ​ນອນ, ​ແຕ່​ດົນແລ້ວທ່ານທືຍັງບໍ່ໄດ້ກັບຫວຽດນາມ​ເພື່ອ​ສະຫຼອງ​ບຸນ​ປີໃໝ່, ສະ​ນັ້ນທ່ານຈິ່ງ​ຮູ້ສຶກເປັນພະວັກພະວົງ​ ​ແລະ ສະເທືອນໃຈເມື່ອ​ໄດ້​ພົບ​ປະ ແລະ ແລກປ່ຽນ​ກັບບັນດາ​ປ້າ, ລຸງ, ອ້າຍ​, ເອື້ອຍ, ໝູ່​ເພື່ອນ​ໃນ​ຊຸມປະຊາຄົມຄົນຫວຽດນາມ, ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ອົບ​ອຸ່ນ, ສະໜິດສະໜົມ​ຄື​ກັບ​ສະມາຊິກ​ໃນ​ຄອບຄົວ.

ກະທັງເພື່ອນ​ມິດສາ​ກົນທັງໝົດ​ກໍ່ຍັງ​ມີ​ຄວາມ​ຮູ້​ສຶກ​ພິ​ເສດ​ຕໍ່​ປີໃໝ່​ຫວຽດ​ນາມ. ແບ່ງປັນຄວາມເບີກບານມ່ວນຊື່ນຮ່ວມກັບປະຊາຄົມຄົນຫວຽດນາມໃນງານ, ທ່ານ Max Archer-Challinor, ສະມາຊິກວົງດົນຕີ “ String to string” ແບ່ງປັນວ່າ, ເພີ່ນສຸດທີ່ປະທັບໃຈກັບບັນຍາກາດບຸນປີໃໝ່ພື້ນເມືອງຂອງຫວຽດນາມ, ທຸກຄົນໃຜກໍ່ມີຄວາມມ່ວນຊື່ນ, ເປັນມິດແລກປ່ຽນຄໍາອວຍພອນທີ່ດີຕ່າງໆເຊິ່ງກັນ ແລະກັນໃນສະຖານທີ່ອັນອົບອຸ່ນ ແລະ ເຕັມໄປດ້ວຍສຽງຫົວ.

ສິ່ງ​ທີ່ເຮັດໃຫ້ເພີ່ນ​ປະ​ທັບ​ໃຈ​ທີ່​ສຸດ​​ແມ່ນ​ພາບລັກຂອງລູກຫຼານແຜ່ນດິນຫວຽດນຸ່ງ​ຊຸດ​ອາ​ພອນ​ພື້ນ​ເມືອງ, ງາມລຽບ​ງ່າຍ​ແຕ່​ຍັງ​ມີ​ຄວາມ​ດຶງ​ດູດ​ໃຈ. ດ້ວຍ​ເຫດ​ນັ້ນເພີ່ນ​ກໍ່ໄດ້​​ເລືອກ​ຊຸດອາພອນສີ​ແດງໜຶ່ງຊຸດເພື່ອສວມໃສ່ດ້ວຍຕົວເພີ່ນເອງ ແລະ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ສຸດ.

Tổng Lãnh sự Việt Nam tại Sydney Nguyễn Thanh Tùng chụp ảnh lưu niệm cùng một số thành viên Tổ chức Giao lưu Văn hóa Việt Nam - Australia (VACEO) có mặt tại buổi gặp mặt. Ảnh: Lê Đạt/PV TTXVN tại Australia  ທ່ານ ຫງວຽນແທັງຕຸ່ງ ກົງສຸນໃຫຍ່ຫວຽດນາມ ປະຈໍາຊິດນີ ໄດ້ຖ່າຍຮູບທີ່ລະນຶກຮ່ວມກັບສະມາຊິກໜຶ່ງຂອງອົງການແລກປ່ຽນວັດທະນະທໍາຫວຽດນາມ - ອົດສະຕາລີ (VACEO) ທີ່ເຂົ້າຮ່ວມກອງປະຊຸມ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

ທ່ານ ຫງວຽນແທັງຕຸ່ງ ກົງສຸນໃຫຍ່ຫວຽດນາມ ປະຈໍາຊິດນີ ໄດ້ຖ່າຍຮູບທີ່ລະນຶກຮ່ວມກັບສະມາຊິກໜຶ່ງຂອງອົງການແລກປ່ຽນວັດທະນະທໍາຫວຽດນາມ - ອົດສະຕາລີ (VACEO) ທີ່ເຂົ້າຮ່ວມກອງປະຊຸມ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽນ​ແທັງ​ຕຸ່ງ ກົງສຸນໃຫ່ຍ ​ໄດ້​ໃຫ້​ກຽດ​ ແລະມອບ​ໃບ​ຍ້ອງຍໍ​ໃຫ້ບຸກຄົນຕ່າງໆຜູ້ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ວັດທະນະທຳ, ດົນຕີ, ​ທຸລະ​ກິດ, ຄົ້ນຄວ້າ​ວິທະຍາສາດ ​ແລະ ​ໄດ້​​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້ກັບວຽກງານ​ປະຊາ​ຄົມ​ຄົນຫວຽດນາມຢູ່ ອົດ​ສະ​ຕາ​ລີ.

ບັນຍາກາດຂອງງານບຸນປີໃໝ່ປະຊາຄົມກໍ່ຍິ່ງຄຶກຄັກຂຶ້ນຕື່ມດ້ວຍການຈັບສະຫລາກຂອງລາງວັນເປັນປີ້ຍົນໄປກັບຫວຽດນາມ ຈໍານວນ 2 ບ່ອນນັ່ງສະໜັບສະໜູນໂດຍບໍລິສັດການບິນປະຈໍາຊາດຫວຽດນາມ Airlines ແລະ Vietjet Air.

​ໃນ​ບັນຍາກາດປີໃໝ່ປະຊາຄົມ​ອົບ​ອຸ່ນ, ສະໜິດສະໜົມ ແລະຈິງໃຈ, ທ່ານ ຫງວຽນ​ແທັງ​ຕຸ່ງ ​ກົງ​ສູນ​ໃຫຍ່ ​ແລະ ​ແຂກ​ຖືກ​ເຊີນ​ທັງໝົດ​ໄດ້​ຍົກ​ຈອກ​ອວຍພອນ​ປີ​ໃໝ່​ເຊິ່ງກັນ ແລະກັນໃຫ້ມີ​ສຸຂະພາບ​ແຂງແຮງ, ປີໃໝ່ຈະເລີນຮຸ່ງເຮືອງຮ່ວມກັນເພີດເພີນກັບລົດຊາດອາຫານ ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ ​ແລະ ເພີດເພີນໄປກັບບັນດາ​ລາຍການ​ດົນຕີ​ທີ່ດີເດັ່ນພິ​ເສດ, ບັນດາທໍານອງຂັບລໍາ​ພື້ນ​ເມືອງ ກວານຮໍ່ ​ໄດ້​ຝັງ​ເລິກ​ຈິດ​ວິນ​ຍານ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ສ້າງ​ບັນຍາກາດ​ລະດູບານ​ໃໝ່​ເພີ່ມຄວາມອົບອຸ່ນ ແລະ ຄວາມໝາຍ, ເຮັດໃຫ້ລູຫຫຼານທີ່ຢູ່ຫ່າງໄກ​ນັບ​ມື້​ນັບເພີ່ມຄວາມສະໜິດຕິດພັນກັບບ້ານເກີດເມືອງນອນ ​ແລະ ຄວາມພາກພູມໃຈຂອງຊາດ.

ຊາວ​ຫວຽດ​ນາມ​ຢູ່​ລາວ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢ່າງ​ສາ​ມັກ​ຄີ ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ

ຊາວ​ຫວຽດ​ນາມ​ຢູ່​ລາວ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢ່າງ​ສາ​ມັກ​ຄີ ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ

ຍສໝ - ​ໂຄງການ​ພົບ​ປະ​ສົ່ງ​ທ້າຍ​ປີ “ລະດູບານ​ໃໝ່​ແຫ່ງ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ” ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ນຳ​ເອົາ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຄວາມ​ສາມັກຄີ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ.

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ຍສໝ - ວັນ​ທີ 20 ມິຖຸນາ​, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດຕັ້ງວາລະ​ປະຊຸມ​ສຸມເປິດກ່ຽວ​ກັບ​ຫົວ​ຂໍ້ "ຮັກສາ​ສັນຕິພາບຄ​ວາມ​ໝັ້ນຄົງ​ສາກົນ, ​ມາດຕະການແກ້​ໄຂ​ໄພ​ຂົ່ມຂູ່ທີ່ນັບມື້ນັບ​ເພີ່ມ​ຂຶ້ນ​ບົນພື້ນທີ່​ອິນ​ເຕີ​ເນັດ" ໂດຍທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tae-yul ເປັນປະທານ. ເຂົ້າ​ຮ່ວມ​ເຫດການ​ມີ​ທ່ານ​ເລຂາທິການ​ໃຫຍ່ Antonio Gutteres ພ້ອມກັນກັບຜູ້ຕາງໜ້າ​ເກືອບ 70 ປະ​ເທດ​ສະມາຊິກ ສປຊ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ