![]() | ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ |
![]() | ດາໜັງ ໄດ້ຮັບເງິນກ່ວາ 2,7 ຕື້ດົ່ງ ເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍອົງການ Catalyste+ ອຸປະຖຳ |
ໃນເຫດການດັ່ງກ່າວໄດ້ດຶງດູດຜູ້ແທນ 100 ກວ່າຄົນທີ່ມາຈາກບັນດາຫົວໜ່ວຍຄຸ້ມຄອງການສຶກສາສູນກາງ ແລະ ທ້ອງຖິ່ນ, ບັນດາໂຮງຮຽນ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າພໍ່-ແມ່ຜູ້ປົກຄອງທີ່ມາຈາກຫຼາຍແຂວງ, ນະຄອນ.
![]() |
ມີຜູ້ແທນ 100 ກວ່າຄົນເຂົ້າຮ່ວມການສະຫຼຸບໂຄງການ. (ພາບ: ອົງການຊ່ວຍເຫຼືອເດັກນ້ອຍ) |
ໃນບົດລາຍສະຫຼຸບ, ທ່ານ ດ່າວຄັກຫວຽດ, ຜູ້ຄຸ້ມຄອງໂຄງການ, ອົງການຊ່ວຍເຫຼືອເດັກນ້ອຍ ໄດ້ເນັ້ນໜັກເຖິງຜົນກະທົບຢ່າງຕັ້ງໜ້າທີ່ໂຄງການນຳມາໃຫ້ເດັກອາຍຸ 3 ຫາ 11 ປີ ຜ່ານການປັບປຸງຄຸນນະພາບການຮຽນ-ການສອນ ແລະ ສິ່ງແວດລ້ອມຮ່ຳຮຽນຢູ່ບ້ານ. ພິເສດ, 3 ຮູບແບບການປະຕິບັດຕົວຈິງທີ່ດີ ໄດ້ຖືກຜັນຂະຫຍາຍຢ່າງສໍາເລັດຜົນໃນຂອບເຂດໂຄງການ ລວມມີ: ລາຍການສົ່ງຂໍ້ຄວາມເພື່ອສະໜັບສະໜູນພໍ່ແມ່ຜູ້ປົກຄອງໃນການນໍາລູກໄປຮຽນຢູ່ບ້ານຜ່ານລະບົບອອນໄລນ໌; ແອັບການຮຽນຮູ້ການອ່ານພາສາຫວຽດ "ອ່ານຢ່າງມ່ວນຊື່ນກັບນ້ອງ" ດ້ວຍ 500 ບົດຮຽນການອ່ານແບບໂຕ້ຕອບທີ່ມີຊີວິດຊີວາສໍາລັບນັກຮຽນປະຖົມ; ກິດຈະກໍາຍົກສູງຄວາມສາມາດຂອງຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ ແມ່ນສຸມໃສ່ໃນເນື້ອໃນການສອນການອ່ານ ແລະ ຂຽນໃຫ້ນັກຮຽນຊັ້ນປະຖົມ (LB) ແລະ ທຳຄວາມ ແກວ່ນເຄີຍຕົວໜັງສື ແລະ ຄະນິດສາດ ໃຫ້ແກ່ເດັກອະນຸບານ (ELM).
ບັນດາໂມດູນເຫຼົ່ານີ້ໄດ້ຖືກຫັນເປັນດິຈິຕອນ, ປະສົມປະສານເຂົ້າໃນລະບົບອອນໄລນ໌ຂອງກະຊວງການສຶກສາ ແລະ ບຳລຸງສ້າງ, ພ້ອມກັນນັ້ນ ໄດ້ຮັບການສົ່ງເສີມຄູອາຈານໃຫ້ລົງທະບຽນສໍາລັບການສຶກສາດ້ວຍຕົນເອງ. ຫຼາຍແຂວງກໍ່ຍັງໄດ້ຈັດຕັ້ງການຝຶກອົບຮົມຄືນ ແລະ ການດຳລົງຊີວິດວິຊາສະເພາະຢ່າງຕັ້ງໜ້າເພື່ອຊີ້ນຳຄູອາຈານຄວບຄູ່ LB ແລະ ELM ເຂົ້າໃນຫຼັກສູດ, ປະກອບສ່ວນເຂົ້າໃນການເຜີຍແຜ່ແບບຍືນຍົງບັນດາວິທີການເຂົ້າເຖິງການປ່ຽນແປງໃໝ່.
![]() |
ເດັກນ້ອຍຜູ້ດ້ອຍໂອກາດກວ່າ 27.000 ຄົນຢູ່ ຫາຍຟ່ອງ ແລະ ດົງທາບ ໄດ້ຮັບຜົນປະໂຫຍດຈາກໂຄງການ. (ພາບ: ອົງການຊ່ວຍເຫຼືອເດັກນ້ອຍ) |
ກ່າວຄຳປາໄສທີ່ພິທີສະຫຼຸບ, ທ່ານ ເຈີ່ນຕ໋ວນແອງ, ຮອງຫົວໜ້າກົມຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ (ກະຊວງສຶກສາ ແລະ ບຳລຸງສ້າງ) ໄດ້ຕີລາຄາວ່າ ໂຄງການໄດ້ບັນລຸເປົ້າໝາຍທີ່ວາງອອກ. ໃນນັ້ນ ໝາກຜົນສຸດທ້າຍແມ່ນ 4 ໂມດູນບຳລຸງສ້າງຂັ້ນອະນຸບານ ແລະ ປະຖົມ ໄດ້ຮັບການຫັນເປັນດິຈິຕອນ ແລະ ອັບເດດໃນລະບົບ TEMIS ຂອງກະຊວງການສຶກສາ ແລະ ບຳລຸງສ້າງ ເພື່ອໃຫ້ບັນດາພະນັກງານຄຸ້ມຄອງ, ຄູ-ອາຈານເປັນເຈົ້າການເຂົ້າຮ່ວມການບຳລຸງສ້າງ, ຍົກສູງຄວາມສາມາດດ້ານວິຊາສະເພາະໃຫ້ຕົນເອງເພື່ອປະຕິບັດໂຄງການສຶກເປນຢ່າງດີ.
ຜູ້ຕາງໜ້າທ້ອງຖິ່ນ, ທ່ານນາງ ໂດທິຮວ່າ, ຮອງຫົວໜ້າພະແນກການສຶກສາ ແລະ ບຳລຸງສ້າງແຂວງ ຫາຍຟ່ອງ ໄດ້ຕີລາຄາສູງຄວາມຍືນຍົງຂອງໂຄງການ: “ໂຄງການຍົກສູງຄຸນນະພາບການສຶກສາໃຫ້ເດັກດ້ອຍໂອກາດຢູ່ຫວຽດນາມ ໄດ້ມີບັນດາການໜູນຊ່ວຍທີ່ມີລັກສະນະຍືນຍົງໃຫ້ທັງຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ ໂດຍຜ່ານການປະກອບສ່ວນທາງດ້ານວັດຖຸ ແລະ ວິຊາສະເພາະ. ພິເສດແມ່ນການຫັນເປັນຕົວເລກສະໜອງແຫຼ່ງການຮຽນຮູ້ທີ່ມີປະໂຫຍດ ແລະ ຮັບປະກັນການເຂົ້າເຖິງຄູອາຈານຢ່າງກ້ວາງຂວາງ, ປະກອບສ່ວນຍົກສູງຄຸນນະພາບວິຊາສະເພາະໃຫ້ບັນດາຄູສອນ”.
![]() |
ທ່ານນາງ ເລທິທູຍເຢືອງ, ຜູ້ອຳນວຍລາຍການອົງການຊ່ວຍເຫຼືອເດັກນ້ອຍ, ກ່າວຄຳປາໄສທີ່ພິທີສະຫຼຸບ. (ພາບ: ອົງການຊ່ວຍເຫຼືອເດັກນ້ອຍ) |
ຜ່ານໂຄງການນີ້, ທ່ານນາງ ເລທິທູຍເຢືອງ, ຜູ້ອຳນວຍການໂຄງການອົງການຊ່ວຍເຫຼືອເດັກນ້ອຍໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງຕົນທີ່ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອເປີດກວ້າງໂອກາດການເຂົ້າເຖິງການສຶກສາໃຫ້ເດັກນ້ອຍດ້ອຍໂອກາດຢູ່ ຫວຽດນາມ. ດ້ວຍການສົມທົບຢ່າງແໜ້ນແຟ້ນຈາກກະຊວງການສຶກສາ ແລະ ບຳລຸງສ້າງ, ພະແນກ ແລະ ຫ້ອງການສຶກສາຂອງບັນດາທ້ອງຖິ່ນ, ບັນດາໝາກຜົນທີ່ບັນລຸໄດ້ແມ່ນຈະສືບຕໍ່ໄດ້ຮັບການຮັກສາ, ເສີມຂະຫຍາຍ ແລະ ເຜີຍແຜ່, ປະກອບສ່ວນຍົກສູງຄຸນນະພາບການສຶກສາໃຫ້ເດັກໃນທົ່ວປະເທດ.
![]() | The DOVE Fund ອຸປະຖຳໂຄງການຫ້ອງນ້ຳ 27 ຫ້ອງໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຍສໝ - ວັນທີ 16 ກໍລະກົດ, ຄະນະກໍາມະການປະຊາຊົນແຂວງ ກວາງຈີ້ ໄດ້ອອກຂໍ້ຕົກລົງສະບັບເລກທີ 1728/QD-UBND ອະນຸມັດຜ່ານໂຄງການໜູນຊ່ວຍການກໍ່ສ້າງຫ້ອງນໍ້າໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢູ່ແຂວງ ກວາງຈີ້ ທີ່ໄດ້ຮັບອຸປະຖຳຈາກອົງການ The DOVE Fund, ດ້ວຍຍອດຈຳນວນທຶນ 30.190 USD, ເທົ່າກັບ 700 ລ້ານດົ່ງ. |
![]() | ດົງທາບ ໄດ້ຈັດຕັ້ງ Festival ດອກໄມ້ປະດັບ ຊາແດກ ຄັ້ງທຳອິດ ຍສໝ - "Festival ດອກໄມ້ປະດັບ ຊາແດກ ຄັ້ງທີ 1 ປີ 2023" ດ້ວຍຫົວຂໍ້ “ຮັກດິນ - ຮັກດອກໄມ້” ໄດ້ດຳເນີນແຕ່ວັນທີ 30 ທັນວາ 2023 ຫາ ວັນທີ 5 ມັງກອນ 2024. |
ແທັງຮັ່ງ