ການ​ທູດ​ປະຊາຊົນເປັນເຈົ້າການໃນການ​ເສີມ​ຂະຫຍາຍ​ບົດບາດໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ

21:24 | 04/03/2025

ຍສໝ - ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ໂດຍສຸມໃສ່ 3 ເນື້ອໃນໃຫຍ່ຄື: ສະພາບການໂລກ, ພາກພື້ນ ແລະຄວາມໝາຍແຝງຕໍ່ຫວຽດນາມ; ຫວຽດນາມ ​ໃນ​ຍຸກ​ໃໝ່; ຂໍ້ສະເໜີແນະຕໍ່ວຽກງານການ​ທູດ​ປະ​ຊາ​ຊົນ​.

ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ: ກຳ​ລັງງຽບໆ​ໃນແນວຮົບດ້ານ​ການ​ທູດ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິ໊ງ ພົບ​ປະ​ກັບ​​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ

ໂດຍ​ເຂົ້າ​ຮ່ວມ​ການສຳມະນາມີ​ຜູ້ຕາງໜ້າ​ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ອົງການ​ການ​ເມືອງ - ສັງຄົມ, ສະມາຄົມມະຫາຊົນໂດຍ​ພັກ, ລັດ ມອບ​ໝາຍໜ້າທີ່, ບັນດາ​ອົງການ​ສະມາຊິກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ພ້ອມ​ດ້ວຍ​ບັນດາ​ຜູ້​ຊ່ຽວຊານ, ນັກ​ການ​ທູດ, ນັກວິທະຍາສາດ...

ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ເປັນ​ປະທານ​ການສຳມະນາ.

ການ​ທູດ​ປະຊາຊົນເປັນເຈົ້າການໃນການ​ເສີມ​ຂະຫຍາຍ​ບົດບາດໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ

ການສຳມະນາວິ​ທະ​ຍາ​ສາດ "ການ​ທູດ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ການ​ພັດ​ທະ​ນາ​ໃຫມ່​ຂອງ​ປະ​ເທດ​"​. ພາບ: Dinh Hoa

ປ່ຽນແປງໃໝ່ແນວຄິດການທູດປະຊາຊົນແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພາວະວິໄສ ແລະ ກຳລັງໃນຕົວ.

ກ່າວ​ຄຳປາໄສ​ທີ່ການສຳມະນາ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານແອງເຊີນ ໃຫ້​ຮູ້​ວ່າ ກ້າວໄປສູ່ປີ 2025, ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ໂລກ ​ແລະ ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ຂອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ.

ການ​ທູດ​ປະຊາຊົນເປັນເຈົ້າການໃນການ​ເສີມ​ຂະຫຍາຍ​ບົດບາດໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ

ທ່ານນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ອະດີດ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ກ່າວ​ຄຳປາໄສທີ່​ການສຳມະນາ. ພາບ: Dinh Hoa

ນອກຈາກນັ້ນ, ການພັດທະນາທີ່ເຂັ້ມແຂງຂອງເຕັກໂນໂລຢີ (ປັນຍາປະດິດ, ຂໍ້ມູນໃຫຍ່, ຈີບເຄິ່ງຊັກນຳໄຟຟ້າ...) ໄດ້ວາງອອກຄຳຖາມກ່ຽວກັບບົດບາດຂອງບັນດາປະເທດໃນການນໍາທາງ ແລະ ບັນລຸ​ໄດ້ຄວາມມຸ່ງຫວັງນະໂຍບາຍໃນອະນາຄົດ, ຜົນກະທົບຂອງປັນຍາປະດິດຕໍ່ອະນາຄົດຂອງມະນຸດ. ການ​ຄ້າ​ທົ່ວ​ໂລກ ຍັງ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ບັນດາປະ​ເທດ​ຕ່າງໆ​ໄດ້​ປັບ​ປ່ຽນ​ນະ​ໂຍບາຍ​ ແລະ ວິທີ​ເຂົ້າເຖິງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ທະວີ​ການ​ທ້າ​ທາຍ​ໃນ​ການ​ຮ່ວມ​ມື​ສາກົນ.

ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ນຳ​ພັກ ​ແລະ ລັດ​ໃນ​ໄລຍະ​ໃໝ່, ຄວາມ​ຮຽກຮ້ອງ​ຕ້ອງການ​ຕົນ​ເອງ​ຂອງ​ຜູ້​ເຮັດ​ວຽກ​ງານ​ການ​ທູດ​ປະຊາຊົນ ໄດ້ຮຽກຮ້ອງ​ໃຫ້​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ທົ່ວລະບົບຕ້ອງປ່ຽນໃໝ່ຢ່າງ​ເຂັ້ມແຂງໃນ​ແນວ​ຄິດ, ວິທີເຂົ້າເຖິງ, ​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ.

ວິທີ​ແກ້​ໄຂ​ຫຼາຍຢ່າງເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ທູດ​ປະຊາຊົນ

ທີ່​ການສຳມະນາ, ບັນດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການຂອງການ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ 3 ​ເສົາ​ຄ້ຳ​ການ​ຕ່າງປະ​ເທດ​ຄື: ການ​ທູດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ. ໃນນັ້ນ, ການ​ທູດ​ປະຊາຊົນ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ “ການ​ທູດ​ຊື່ສັດ”, ປະກອບສ່ວນ​ສ້າງ​ກຳລັງ​ແຮງ​ສັງລວມໃນ​ຍຸດ​ທະ​ສາດ​ການ​ຕ່າງປະ​ເທດ​ຂອງ​ຊາດ.

ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ອະດີດ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສະ​ເໜີ​ບາງ​ວິທີ​ແກ້​ໄຂ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ທູດ​ປະຊາຊົນ, ໃນນັ້ນ ກໍ່​ເນັ້ນ​ໜັກ​ເຖິງການສຳເລັດກົນ​ໄກ, ນະ​ໂຍບາຍ​ ເພື່ອກຳນົດ​ຢ່າງ​ຈະ​ແຈ້ງ​ບົດບາດ​ຂອງ​ການ​ທູດປະຊາຊົນ​ໃນສະພາບ​ການ​ໃໝ່ ​ແລະ ສືບ​ຕໍ່​ປ່ຽນ​ໃໝ່, ປັບປຸງ​ລະບົບ ​ແລະ ການຈັດ​ຕັ້ງ​ບັນດາ​ກຳລັງວຽກງານການທູດຈາກສູນກາງເຖິງທ້ອງຖິ່ນ, ຮັບປະກັນການເໝາະສົມກັບຄວາມຕ້ອງການ, ໜ້າທີ່ໃນປະຈຸບັນ.

ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແມ່ນ​ກຳລັງ​ພິ​ເສດ​ໃນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນ, ພ້ອມທັງເປັນສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ. ຕາມ​ທ່ານ​ນາງ​ແລ້ວ, ບໍ່​ມີ​ອົງການ​ໃດໃນຂົງເຂດນີ້ ​ມີ​ປະສົບ​ການ​, ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ສາກົນອັນ​ກວ້າງຂວາງ ແລະ ຖັນແຖວພະນັກງານນັບ​ມື້​ນັບວິຊາຊີບຄື​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ.

ແບ່ງປັນທັດສະນະດຽວກັນ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ສະເໜີໃຫ້ອອກເອກະສານສະບັບໃໝ່ກ່ຽວກັບການພົວພັນທາງການທູດປະຊາຊົນໂດຍໄວ ເພື່ອອັບເດັດທິດທາງ, ກົນໄກເໝາະສົມກັບສະພາບການປະຈຸບັນ.

ການ​ທູດ​ປະຊາຊົນເປັນເຈົ້າການໃນການ​ເສີມ​ຂະຫຍາຍ​ບົດບາດໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ

ທ່ານພົນໂທ, ຮສຈ.ປອ ຫງວຽນວັນແທ່ງ, ຮອງປະທານສະພາທິດສະດີສູນກາງ, ອະດີດຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ນຳສະເໜີເອກະສານໃນການສຳມະນາ. (ພາບ: Dinh Hoa)

ທ່ານພົນໂທ, ຮສຈ.ປອ ຫງວຽນວັນແທ່ງ, ຮອງປະທານສະພາທິດສະດີສູນກາງ, ອະດີດຮອງລັດຖະມົນຕີກະຊວງຕຳຫຼວດ ສະເໜີໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສືບຕໍ່ຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ຄາດຄະເນຍຸດທະສາດເພື່ອປຶກສາ, ເປັນເສນາທິການໃຫ້ການ​ນຳ​ຂັ້ນ​ສູງ​ໂດຍໄວ ກ່ຽວ​ກັບ​ການ​ກໍ່ສ້າງ ແລະ ຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ; ສືບຕໍ່ເປີດກ້ວາງເຄືອຂ່າຍການພົວພັນຄູ່ຮ່ວມມືຕ່າງປະເທດປະຊາຊົນໃນໂລກ, ພິເສດແມ່ນບັນດາຄູ່ຮ່ວມມືທີ່ຫວຽດນາມ ໄດ້ສ້າງຕັ້ງການພົວພັນຮ່ວມມືຂັ້ນສູງ (ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ), ຄູ່ຮ່ວມມືທີ່ມີທ່າແຮງດ້ານວິທະຍາສາດ ແລະ ເຕັກໂນໂລຢີຢ່າງເຂັ້ມແຂງ... ເພື່ອຍາດແຍ່ງເອົາແຫຼ່ງກຳລັງຂອງບັນດາຄູ່ຮ່ວມມື, ຊຸກຍູ້ການຖ່າຍທອດເຕັກໂນໂລຢີເພື່ອພັດທະນາພື້ນຖານອຸດສາຫະກຳແຫ່ງຊາດ; ພ້ອມ​ກັນ​ນັ້ນ, ຕ້ອງ​ເຮັດ​ວຽກ​ງານ​ປົກ​ປັກ​ຮັກສາ​ພົນລະ​ເມືອງເປັນຢ່າງດີ ແລະ ເສີມຂະຫຍາຍ​ແຫຼ່ງກຳລັງ​ຂອງ​ຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ໃຫ້​ສູງ​ສຸດ​ເພື່ອ​ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ.

ສະຫຼຸບການສຳມະນາ, ທ່ານ ຟານແອງເຊີນ ໄດ້ຕີລາຄາສູງບັນດາຄວາມຄິດຄວາມເຫັນຢ່າງຈິງໃຈ​ຂອງ​ບັນດານັກປາຖະກະຖາ ແລະ ຢືນຢັນ​ວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ຈາກ​ບັນດາ​ນັກປາຖະກະຖາ, ສັງ​ລວມ ​ແລະ ສ້າງ​ບົດ​ລາຍ​ງານ​ລະອຽດ. ສຳລັບ​ບັນດາ​ບັນຫາ​ພິ​ເສດ​ໃນ​ແຕ່ລະ​ຂົງ​ເຂດ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຈະ​ຄົ້ນຄວ້າ, ຄັດເລືອກ ​ເພື່ອກໍ່ສ້າງແຜນການ​ເຄື່ອນ​ໄຫວ​ລະອຽດ, ​ເໝາະ​ສົມ​ກັບ​ແຕ່ລະ​ພາກ​ພື້ນ ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ການ​ທູດປະຊາຊົນ.

ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ຍສໝ - ​ເວທີ​ປາ​ໄສ​ການ​ນຳ​ທົ່ວ​ໂລກ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກອງປະຊຸມສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ພັດທະນາ (UNCTAD) ​ໄດ້​ດຳເນີນຢູ່​ສຳນັກງານ ສປຊ ທີ່​ນະຄອນ Geneva, ​ສະ​ວິດ ​ແຕ່​ວັນ​ທີ 12 – 13 ມິຖຸນາ, ຕາມ​ເວລາ​ທ້ອງ​ຖິ່ນ.

ຂົວເຊື່ອມຕໍ່ຢ່າງໝັ້ນແກ່ນສຳລັບການ​ທູດ​ປະຊາຊົນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ

ຂົວເຊື່ອມຕໍ່ຢ່າງໝັ້ນແກ່ນສຳລັບການ​ທູດ​ປະຊາຊົນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ

ຍສໝ -​ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງຂວາງ ແລະ ບົດບາດຂອງການ​ພົວພັນ​ທາງ​ການ​ທູດປະຊາຊົນນັບ​ມື້​ນັບໄດ້ຮັບການຖືເປັນ​ສຳຄັນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດານັງ (ສະຫະພັນ​ມິດຕະພາບ​ນະຄອນ​ ດາ​ນັງ) ໄດ້​ສ້າງຂີດໝາຍຢ່າງເດັ່ນຊັດໃນ​ໄລຍະ 2019-2024. ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ການທູດ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ, ສະຫະພັນ​ມິດຕະພາບ​ນະຄອນ ດານັງ ບໍ່​ພຽງ​ແຕ່​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ນະຄອນ​ເທົ່າ​ນັ້ນ ຫາກ​ຍັງ​ໂຄສະນາ​ຮູບ​ພາບ​ນະຄອນ ດານັງ - ນະຄອນ​ທີ່ເປັນມິດ, ທີ່ຂະຫຍັນຂັນເຄື່ອນ, ໜ້າຢູ່ ໄປເຖິງ​ເພື່ອນ​ມິດ​ສາກົນ.

ມີງດຶກ

ທ່ານອາດຈະມັກ

ເຫດການ